ຂ່າວ ຕ່າງປະເທດ

ຄວາມປົກກະຕິໃນຮູບແບບໃຫມ່ “New Normal” ດ້ານການບໍລິໂພກອາຫານ

1.  ການເລືອກວັດຖຸດິບປະກອບອາຫານຈະມີຄວາມລະອຽດຫຼາຍຂຶ້ນ ຫຼາຍໆຄົນຈະໃຫ້ຄວາມສໍາຄັນກັບເມນູທີ່ໃຫ້ຄຸນຄ່າທາງດ້ານໂພສະນາການ ແລະ ວັດຖຸດິບທີ່ນໍາມາປະກອບອາຫານຈະຕ້ອງໄດ້ມາດຕະຖານຕ້ອງມາຈາກແຫຼ່ງທີ່ມາສະອາດປອດໄພ ແລະ ໜ້າເຊື່ອຖື. 2. ເລືອກບໍລິໂພກອາຫານຕາມສູນການຄ້າຫຼາຍຂຶ້ນ ທົ່ວໄປແລ້ວຮ້ານອາຫານຕາມສູນການຄ້າຈະມີຄວາມປອດໄພ ແລະ ຄວາມສະອາດທີ່ເປັນມາດຕະຖານຈຶ່ງບໍ່ແປກທີ່ຜູ້ບໍລິໂພກຈະມີພຶດຕິກໍາການກິນຕາມຮ້ານເຫຼົ່ານັ້ນຫຼາຍຂຶ້ນ. 3. ການກິນຕາມຮ້ານທົ່ວໄປ ຈະເລືອກຈາກລັກສະນະພາຍນອກທີ່ຖືກສຸຂະອານາໄມ ຫຼັງຈາກນີ້, ຫຼາຍຄົນອາດຈະຈະເລືອກຮ້ານຫານຫຼາຍຂຶ້ນ, ບໍ່ແມ່ນວ່າຈະກິນຮ້ານແບບໃດຢູ່ໃສກໍໄດ້ ຜູ້ບໍລິໂພກຈະມີມາດຕະການການເບິ່ງຄວາມສະອາດຂອງຮ້ານດ້ານນອກໃຫ້ຫຼາຍຂຶ້ນ.   4. ການໃຊ້ບ່ວງກາງ ຈະເປັນວິທີການກິນໃນພື້ນທີ່ສ່ວນຮ່ວມທີ່ທຸກຄົນຍິນດີທີ່ຈະເຮັດ ກ່ອນໜ້ານີ້ທີ່ບາງຄັ້ງເຮົາກໍລືມທີ່ຈະໃຊ້ບ່ວງກາງໃນການຕັກອາຫານແຕ່ຫຼັງຈາກນີ້ຜູ້ບໍລິໂພກຈະມີຈິດສໍານຶກໃນການຮ່ວມໂຕະອາຫານທີ່ຫຼາຍຂຶ້ນ ແລະ ຍິນດີທີ່ຈະເຮັດເພື່ອສ່ວນລວມ. 5. ຜູ້ບໍລິໂພກຈະມີຄວາມລະມັດລະວັງໃນການເລືອກກິນ ຊີ້ນສັດແປກໆ ຫຼາຍຂຶ້ນ ເພາະນີ້ເປັນສ່ວນໜຶ່ງໃນພຶດຕິກໍາການກໍໃຫ້ເກີດການແພ່ລະບາດຂອງເຊື້ອໂລກທີ່ບໍ່ຮູ້ຈັກ ບົດຮຽນຂອງ Covid-19 ຈຶ່ງເຮັດໃຫ້ພຶດຕິກໍານີ້ເປັນສິ່ງທີ່ທຸກຄົນຈະໃຫ້ຄວາມສໍາຄັນຫຼາຍທີ່ສຸດ.

Read More »

ຜູ້ຕິດເຊື້ອໂຄວິດ-19 ທົ່ວໂລກ ເພີ່ມຂຶ້ນ 1 ແສນກວ່າຄົນພາຍໃນມື້ດຽວ

ມາຮອດວັນທີ 29 ພຶດສະພາ 2020 ການແຜ່ລະບາດຂອງພະຍາດໂຄວິດ-19 ກໍເລີ່ມເຂົ້າສູ່ເດືອນທີ່ 5 ແລະ ຈໍານວນຜູ້ຕິດເຊື້ອທົ່ວໂລກຍັງເພີ່ມຂຶ້ນສູງຢ່າງຕໍ່ເນື່ອງປະມານ 5.9 ລ້ານຄົນ, ປິ່ນປົວດີ 2.5 ລ້ານຄົນ ແລະ ເສຍຊີວິດ 3.6 ແສນຄົນ. ຫຼ້າສຸດ ພົບຜູ້ຕິດເຊື້ອໄວຣັສສາຍພັນໃໝ່ນີ້ຫຼາຍກວ່າ 181 ປະເທດທົ່ວໂລກ ແລະ ປະເທດທີ່ມີຜູ້ຕິດເຊື້ອຫຼາຍທີ່ສຸດ 5 ອັນດັບທໍາອິດຄື: ສະຫະລັດອາເມລິກາ  (1,768,461 ຄົນ), ບຣາຊິວ (438,812ຄົນ),  ຣັສເຊຍ (379,051 ຄົນ), ສະເປນ  (284,986ຄົນ) ແລະ ອັງກິດ (269,127 ຄົນ). ເຊິ່ງຍອດຜູ້ຕິດເຊື້ອໂຄວິດ-19 ໃໝ່ເພີ່ມຂຶ້ນສູງປະມານ 1.1 ແສນຄົນແລ້ວ ແລະ ຜູ້ຕິດເຊື້ອສະສົມໃນ ສປ ຈີນ ຄິດສະເລ່ຍຢູ່ທີ່ 1.4% ຂອງຜູ້ຕິດເຊື້ອສະສົມທັງໝົດທົ່ວໂລກ. ຫຼາຍປະເທດຍັງມີຜູ້ຕິດເຊື້ອ ແລະ ເສຍຊີວິດເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຈາກພະຍາດລະບາດດັ່ງກ່າວ, ຈື່ງເຮັດໃຫ້ສະຖິຕິຂອງການຕິດເຊື້ອມື້ຕໍ່ມື້ເພີ່ມຂຶ້ນສູງ ແລະ ປະເທດຊີລີກາຍເປັນປະເທດທີ່ 14 ຂອງໂລກທີ່ມີຍອດຜູ້ຕິດເຊື້ອສະສົມເພີ່ມຂຶ້ນສູງແຊງ ສປ ຈີນ. ແຫຼ່ງຂໍ້ມູນ: – https://www.aljazeera.com/…/14-million-face-hunger-latin-am… ...

Read More »

ເກົາຫຼີໃຕ້ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນສູງສຸດໃນຮອບ 2 ເດືອນ…

ຕໍ່ເນື່ອງກັບສະຖານະການໂຄວິດ-19 ທີ່ປັດຈຸບັນ ຜູ້ຕິດເຊື້ອໂຄວິດ-19 ສະສົມທົ່ວໂລກພຸ່ງຮອດ 5.7 ລ້ານຄົນແລ້ວ ຫຼັງຈາກທີ່ແຜ່ລະບາດນານກວ່າ 5 ເດືອນ ມີຜູ້ເສຍຊີວິດແລ້ວ 3​ ແສນກວ່າຄົນ… ໂດຍປະເທດທີ່ພົບຜູ້ຕິດເຊື້ອຫຼາຍທີ່ສຸດ 3 ອັນດັບທໍາອິດຄື ສະຫະລັດອາເມລິກາ (1,745,803 ຄົນ) ບຣາຊິວ 414,661 ຄົນ) ແລະ ຣັສເຊຍ (370,680ຄົນ). ຫຼ້າສຸດ ວັນທີ 28 ພຶດສະພາ 2020 ສູນກາງຄວບຄຸມ ແລະ ປ້ອງກັນພະຍາດຂອງເກົາຫຼີໃຕ້ (KCDC) ລາຍງານວ່າ: ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ 79 ຄົນ ສູງສຸດໃນຮອບ 2 ເດືອນ ຫຼັງຈາກທີ່ຍອດຜູ້ຕິດເຊື້ອຄົນໃໝ່ເພີ່ມຂຶ້ນພຽງແຕ່ສິບກວ່າຄົນຕະຫຼອດໄລຍະຜ່ານມາ ເຊິ່ງສົ່ງຜົນໃຫ້ຍອດຜູ້ຕິດເຊື້ອສະສົມໃນປະເທດເກົາຫຼີໃຕ້ຢູ່ທີ່ 11,344 ຄົນ, ປິ່ນປົວດີແລ້ວ 91% ແລະ ເສີຍຊີວິດປະມານ 269 ຄົນ, ຫຼັງຈາກທີ່ກວດເຊື້ອໄປແລ້ວປະມານ 8,6 ແສນກວ່າຄົນທົ່ວປະເທດ. ຈໍານວນຜູ້ຕິດເຊື້ອໃໝ່ ສ່ວນໃຫຍ່ອາໄສຢູ່ໃນ ກຸງໂຊ ຮວມໄປເຖິງບັນດາແຂວງທີ່ຢູ່ໃກ້ຄຽງ.  ດັ່ງນັ້ນ, ລັດຖະບານເກົາຫຼີໃຕ້ຈື່ງໄດ້ເລັ່ງຕິດຕາມກຸ່ມສ່ຽງ ແລະ ກວດຫາເຊື້ອຢ່າງຈິງຈັງຫຼາຍຂຶ້ນ. ...

Read More »

New Normal ຊີວິດທີ່ປ່ຽນໄປ ທາງດ້ານການແພດ ແລະ ຄວາມສະອາດ

ໃນໄລຍະໂຄວິດ-19 ລະບາດ ຫຼາຍເດືອນມານີ້!!! ຫຼາຍໆຄົນອາດເຄີຍໄດ້ຍິນ ຄຳວ່າ  ’’ ເຊິ່ງຄວາມໝາຍຂອງມັນຖ້າແປແບບແຍກຄຳ “New” ທີ່ແປວ່າ “ໃຫມ່” ແລະ “Normal” ທີ່ແປວ່າ “ປົກກະຕິ” ເມື່ອລວມເຂົ້າກັນກໍຈະໄດ້ ຄວາມໝາຍວ່າ ຄວາມປົກກະຕິໃນຮູບແບບໃຫມ່ ຫຼືອະທິບາຍເຂົ້າໃຈງ່າຍໆກໍຄື ພຶດຕິກຳທີ່ເກີດຂຶ້ນໃຫມ່ ແລະ ກຳລັງຈະກາຍເປັນເລື່ອງປົກກະຕິໃນອະນາຄົດອັນໃກ້ໆ. ເຊິ່ງແນ່ນອນວ່າ ສິ່ງທີ່ເຮົາຈະກາຍເປັນຄວາມຊິນເຄີຍ ແລະ ຈະເຮັດເຮັດປົກກະຕິໃນຮູບແບບໃຫມ່ບໍ່ຕ້ອງແມ່ນຫຼີກລ້ຽງບໍ່ໄດ້ຄືເລື່ອງດ້ານການແພດ ຕ້ອງຄູ່ກັບການໃຊ້ຊີວິດປັດຈຸບັນກັບທຸກໆຄົນແນ່ນອນດັ່ງນີ້: 1. ປະຊາຊົນສ່ວນຫຼາຍຍັງໃສ່ຜ້າປິດປາກເປັນປົກກະຕິຫຼາຍກວ່າເກົ່າ      ສ່ວນໜຶ່ງມາຈາກຄວາມລື້ງເຄີຍດ້ານພຶດຕິກຳ ເຊີ່ງພຶດຕິກຳເຫຼົ່ານີ້ກໍໄດ້ສ້າງຄວາມໝັ້ນໃຈບໍ່ຫຼາຍກໍ່ນ້ອຍ ໃນຄວາມປອດໄພ ຮັກສາສຸຂະພາບ ອີກທັ້ງຍັງບໍ່ລໍາບາກທີ່ຈະເຮັດພຶດຕິກຳນີ້ (ໃສ່ຜ້າປິດປາກ) ອີກຕໍ່ໄປ. 2. ຜ້າປິດປາກຈະກາຍເປັນ “ ສິນຄ້າແຟຊັ່ນ “ ເນື່ອງຈາກຜ້າປິດປາກເປັນສິ່ງທີ່ທຸກຄົນຫັນມາໃຊ້ເປັນເລື່ອງປົກກະຕິ ເຮັດໃຫ້ມັນກາຍເປັນສິນຄ້າທີ່ນໍາມາໃສ່ ເພື່ອຄວາມສວຍງາມໄດ້ອີກທັງມີປະໂຫຍດທາງການແພດ ນັບວ່າເປັນການກ້າວໄປອີກຂັ້ນຂອງວົງການແຟຊັ່ນໂລກ. 3. ທຸກເຮືອນຈະມີຜະລິດຕະພັນທໍາຄວາມສະອາດທາງການແພດເປັນເລື່ອງປົກກະຕິ ເຈວລ້າງມື ແອລກໍຮໍ ຫຼື ແມ່ນແຕ່ຖົງມືສິ່ງເຫຼົ່ານີ້ຈະກາຍເປັນອຸປະກອນທົ່ວໄປທີ່ທຸກຄົວເຮືອນຕ້ອງມີ ຄືກັບຢາສາມັນປະຈໍາບ້ານ ແລະ ຍັງໄດ້ໃຊ້ກັບຊີວິດປະຈໍາວັນໃນເຮືອນເປັນເລື່ອງປົກກະຕິເຊັ່ນດຽວກັນ. 4. ອາການເຈັບປ່ວຍພຽງແບບເບົາບາງ ຈະບໍ່ເປັນເລື່ອງທຳມະດາອີກຕໍ່ໄປ ຫາກມີອາການເຈັບໄຂ້ໄດ້ປ່ວຍ ແບບເບົາບາງ ທີ່ຄິດວ່າສາມາດຮັກສາໄດ້ດ້ວຍຕົວເອງ, ກິນຢາພັກຜ່ອນຢູ່ບ້ານກໍສາມາດເຊົາດີເອງໄດ້ນັ້ນ ຈະບໍ່ເປັນແບບນັ້ນອີກຕໍ່ໄປ, ...

Read More »

“ໂບອິ້ງ” ປະກາດປົດພະນັກງານຫຼາຍກວ່າ 6,000 ຄົນພາຍໃນມື້ດຽວ ຍ້ອນວິກິດໂຄວິດ…

ໃນວັນທີ 27 ພຶດສະພາ 2020 ຜ່ານມາ ບໍລິສັດ “ໂບອິ້ງ” (Boeing)  ບໍລິສັດທີ່ຜະລິດເຄື່ອງບິນທີ່ມີລາຍໄດ້ຫຼາຍທີ່ສຸດໃນໂລກ  ປະກາດປົດພະນັກງານອອກຫຼາຍກວ່າ 6,770 ຄົນ ພາຍໃນມື້ດຽວ.  ເນື່ອງມາຈາກ, ອຸດສາຫະກຳການບິນໄດ້ຮັບຜົນກະທົບຈາກມາດຕະການ Lock down ຂອງລັດຖະບານ ເຊິ່ງເຮັດໃຫ້ການເດີນທາງລະຫວ່າງປະເທດມີຂອບເຂດທີ່ຈໍາກັດ ເພື່ອສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19. ນອກຈາກນີ້,  “ໂບອິ້ງ” ຍັງເຜີຍວ່າ:  ທາງບໍລິສັດຍັງໄດ້ອະນຸມັດໃຫ້ພະນັກງານຈໍານວນ  5,520 ຄົນ. ທີ່ຢູ່ໃນສະຫະລັດອາເມລິກາລາອອກຕາມໂຄງການລາອອກດ້ວຍຄວາມສະມັກໃຈ ແລະ ປັດຈຸບັນ ໂບອິ້ງມີພະນັກງານທັງໝົດຫຼາຍກວ່າ 160,000 ຄົນ. ແຫລ່ງຂໍ້ມູນ: https://www.facebook.com/pg/thaitribune1/posts/?ref=page_internal

Read More »

ໂອກາດໃນຊ່ວງວິກິດໂຄວິດທີ່ 10 ມະຫາເສດຖີຂອງໂລກຍາດມາໄດ້ໃນໄລຍະເວລາພຽງ 2 ເດືອນ…

ໃນວັນທີ 23 ພຶດສະພາ 2020 ທີ່ຜ່ານມາ ເວັບໄຊ Forbes ໄດ້ລາຍງານ ແລະ ຈັດອັນດັບ ບຸກຄົນທີ່ຮັ່ງມີທີ່ສຸດຂອງໂລກ 10 ອັນດັບທໍາອິດ  ໃນໄລຍະ 2 ເດືອນຜ່ານມາ ທີ່ທົ່ວໂລກພົບກັບວິກິດໂຄວິດ-19 ທີ່ກະທົບ  ແລະ ຕະຫຼາດຫຸ້ນຂອງສະຫະລັດອາເມລິກາຕົກຕໍ່າໃນໄລຍະກາງວັນທີ 23 ມິີນາ ທີ່ຜ່ານມາ. Mark Zuckerberg CEO ຂອງ  Facebook ເປັນຄົນທີ່ສ້າງລາຍໄດ້ຫຼາຍທີ່ສຸດໃນກຸ່ມ ຫຸ້ນ Facebook ສູງຂຶ້ນເກືອບ 60% ໃນໄລຍະ 2 ເດືອນຜ່ານມາ ເຮັດໃຫ້ມີສະຖິຕິສູງສຸດໃນວັນສຸກ ວັນທີ 22 ພືດສະພາ ທີ່ຜ່ານມາ ນັກລົງທຶນຕອບຮັບຢ່າງລົ້ນເຫຼືອຕໍ່ການເປີດຕົວຮ້ານຄ້າໃນວັນພຸດ ເຊິ່ງເປັນຄວາມພະຍາຍາມຂອງ Facebook  ໃນການຈັດໜ້າຮ້ານດິຈິຕ໋ອລໃຫ້ສຳລັບເຈົ້າຂອງທຸລະກິດຂະໜາດນ້ອຍ ເຮັດໃຫ້ຊັບສິນຂອງ Mark Zuckerberg ມີມູນຄ່າເພີ່ມ  86.5 ພັນລ້ານໂດລາສະຫະລັດ ເຮັດໃຫ້ໄດ້ກາຍເປັນບຸກຄົນທີ່ຮັ່ງມີທີ່ສຸດຂຶ້ນເປັນອັບດັບ 4 ຂອງໂລກ ຈາກອັນດັບທີ 7 ຈາກການຈັດອັນດັບຂອງ Forbes  ໃນປີ 2020 ແລະ ຕອນນີ້ ນັກທຸລະກິດໜຸ່ມອາຍຸ 36 ...

Read More »

ມື້ອື່ນເຊົ້າ!!! ລາຄານໍ້າມັນປັບຂຶ້ນແລ້ວ ຟ້າວໄປຕື່ມດ່ວນ!!!!

ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການ ລົງວັນທີ 27 ພຶດສະພາ 2020, ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ; ເລື່ອງ ແຈ້ງປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ ລາຄາໃຫ່ມແມ່ນໃຫ້ເລີ່ມປະຕິບັດວັນທີ 28 ພຶດສະພາ 2020 ເວລາ 6:00 ໂມງ ໃນຂອບເຂດທົ່ວປະເທດ ການປັບລາຄາໃໝ່ໃນຄັ້ງນີ້ ແມ່ນໄດ້ຫຼຸດການເກັບເງິນຄັງແຮ ແອັດຊັງພິເສດ 300 ຕໍ່ລິດ, ແອັດຊັງທຳມະດາ 300 ຕໍ່ລິດ ແລະ ກາຊວນ 100 ກີບຕໍ່ລິດ ປັບຂຶ້ນລາຄານໍ້າມັນເຊື້ອໄຟທຸກຊະນິດຄື: ແອັດຊັງພິເສດ ປັບຂຶ້ນ 980  ກີບຕໍ່ລິດ  ແອັດຊັງທໍາມະດາ ປັບຂຶ້ນ 750 ກີບຕໍ່ລິດ ກາຊວນປັບຂຶ້ນ 380 ກີບຕໍ່ລິດ 

Read More »

ປະເທດໄທ ເລີ່ມທົດລອງວັກຊີນໂຄວິດ-19 ໃນລີງແລ້ວ ກ່ອນຈະທົດລອງກັບຄົນໃນເດືອນສິງຫານີ້…

ຜູ້ເສຍຊີວິດຈາກເຊື້ອໄວຣັດໂຄວິດ-19 ທົ່ວໂລກລະທຸ 347,852 ຄົນແລ້ວ ແລະ ມີຜູ້ຕິດເຊື້ອຫຼາຍກວ່າ 5,5 ລ້ານຄົນ ປະຊາຊົນທົ່ວໂລກຕ່າງຄົນຕ່າງລໍຖ້າຂ່າວດີ ກ່ຽວກັບການຜະລິດວັກຊີນປ້ອງກັນໂຄວິດ-19 ເຖິງຮູ້ດີວ່າການພັດທະນາວັກຊີນສຳລັບພະຍາດໃດໜຶ່ງ ຕ້ອງໃຊ້ເວລາຫຼາຍເດືອນ ຫຼື ເປັນປີ ແຕ່ໃນສະຖານະການແບບນີ້ ຄວາມກ້າວໜ້າພຽງເລັກໜ້ອຍກໍສ້າງຄວາມຫວັງໃຫ້ຜູ້ຄົນໄດ້ຫຼາຍພໍສົມຄວນ. ນັບວ່າເປັນຂ່າວດີ ແລະ ຄວາມສຳເລັດໜຶ່ງ ທີ່ປະເທດໄທ ທ່ານ ສຸວິດ ເມສິນສີ ລັດຖະມົນຕີວ່າການກະຊວງ ການອຸດົມສຶກສາວິທະຍາສາດວິໄຈ ແລະ ນະວັດຕະກຳ ນຳທີມຜູ້ບໍລິຫານ ລົງພື້ນທີ່ສູນວິໄຈໄທເມດແຫ່ງຊາດ ຈຸລາລົງກອນມະຫາວິທະຍາໄລ ເມືອງແກ່ງຄອຍ ຈັງຫວັດ ສະລະບູລີ ເພື່ອຕິດຕາມຄວາມຄືບໜ້າການທົດສອບວັດຊີກໂຄວິດ-19 ວັກຊີນທີ່ໃຊ້ທົດລອງເປັນເຕັກໂນໂລຊີໃຫມ່ຂອງການວິໄຈວັກຊີນ ໂດຍສາຍພັນທຸກຳຂອງເຊື້ອຊະນິດ  mRNA  ທີ່ຜ່ານມາ ການທົດລອງວັກຊີນຊະນິດນີ້ໃນໜູຖືກລະບຸວ່າ: ປະສົບຄວາມສຳເລັດໃນລະດັບດີ ຜູ້ວິໄຈຈຶ່ງເລີ່ມການທົດລອງໃນລີງ ໂດຍໃຊ້ກັບລີງທັງໝົດ 13 ໂຕ ເພດເມຍ ອາຍຸ 4-6 ປີ ຫຼືທຽບໄດ້ກັບຄົນອາຍຸ 12 ປີຂຶ້ນໄປ ເຊິ່ງຢູາໃນໄວຈະເລີນພັນ ທ່ານ ສຸວິດ ກ່າວວ່າ ຈະທົດລອງ ວັກຊິນໃນລີງ 3 ຄັ້ງ ເຊິ່ງຫຼັງການທົດລອງໃນເຂັ້ມທີ ...

Read More »

Panasonic ກຽມປິດໂຮງງານຢູ່ໄທ ຍ້າຍໄປຫວຽດນາມ

ພານາໂຊນິກ (Panasonic) ກຽມປິດໂຮງງານການຜະລິດເຄື່ອງໃຊ້ໄຟຟ້າໃນປະເທດໄທ ໃນເດືອນກັນຍານີ້ ແລະ ຈະຍ້າຍຖານການຜະລິດໄປປະເທດຫວຽດນາມ ພ້ອມຕັ້ງເປັນສູນກາງການຜະລິດໃຫຍ່ຫວັງຫຼຸດຕົ້ນທຶນ. ວັນທີ 21 ພຶດສະພາ 2020 ນິກເຄອິ ອາຊຽນລີວິວ ເວັບໄຊເສດຖະກິດຂອງຍີ່ປຸ່ນລາຍງານວ່າ: ພາ​ນາ​ໂຊ​ນິກ ຜູ້​ຜະລິດ ​ເຄື່ອງ​ໃຊ້​ໄຟຟ້າ ກຽມ​ປິດ​ໂຮງງານ​ ຜະລິດ ​ເຄື່ອງ​ໃຊ້ ​ໄຟຟ້າ ຂະໜາດ​ໃຫຍ່​ ແຫ່ງ​ໜຶ່ງ ​ຢູ່​ປະເທດໄທ ພາຍ​ໃນ ​ໄຕ​ມາດ 3 ຂອງ​ ປີ​ນີ້ ​ແລະ ຈະຕັ້ງ​ໂຮງງານ ຂະໜາດ​ໃຫຍ່​ກວ່າ ​ໃນ​ຫວຽດນາມ ​ເພື່ອ​ເພີ່ມ​ປະສິດທິພາບ ​ການ​ຜະລິດ. ສຳລັບ ​ໂຮງງານ ​ດັ່ງກ່າວ ​ໃນ​ໄທ ຈະ​ຢຸດ​ຜະລິດ​ ເຄື່ອງ​ຊັກ​ຜ້າ ​ໃນ​ເດືອນ​ກັນຍາ ​ແລະ ຕູ້​ເຢັນ ​ໃນ​ເດືອນ​ຕຸລາ ກ່ອນ​ປິດ​ ອາຄານ ​ໂຮງງານໃນ​ເດືອນ​ມີນາ​ປີໜ້າ. ຂະນະ​ດຽວ​ກັນ ສູນ​ວິ​ໄຈ ​ແລະ ພັດທະນາ ທີ່ຢູ່​ ອາຄານ ​ໃກ້​ກັນ ກໍ​ຈະ​ປິດ​ລົງ​ ອີກ​ດ້ວຍ. ສາ​ເຫດ​ທີ່​ຍ້າຍ ການ​ຜະລິດ ​ໄປ​ຍັງ​ ...

Read More »

ເສດຖະກິດໄທ ເຂົ້າສູ່ສະພາວະຖົດຖອຍ ຮ້າຍແຮງທີ່ສຸດໃນຮອບ 8 ປີ

ເສດຖະກິດໄທໄດ້ຫຼຸດລົງໄວທີ່ສຸດໃນຮອບ 8 ປີ ໃນໄຕມາດທຳອິດ, ເຊິ່ງໄດ້ເຮັດໃຫ້ເສດຖະກິດໃຫຍ່ອັນດັບສອງຂອງອາຊີຕາເວັນອອກສ່ຽງໃຕ້ຕົກເຂົ້າສູ່ສະພາວະຖົດຖອຍໄວກວ່າຄາດໝາຍ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ໄດ້ກະທົບຕໍ່ກັບຂະແໜງການທ່ອງທ່ຽວ ແລະ ການເຄື່ອນໄຫວທາງເສດຖະກິດດ້ານອື່ນໆ. ອົງການແຜນການຂອງລັດຖະບານໄດ້ລາຍງານຂໍ້ມູນແຕ່ເດືອນມັງກອນຫາເດືອນມີນາ, ໃນວັນຈັນຜ່ານມານີ້ວ່າ ໄດ້ຫຼຸດການຄາດຄະເນຂອງລວມຍອດຜະລິດຕະພັນພາຍໃນປີ 2020 (GDP) ລົງໃນລະດັບ ຕິດລົບ 5,0-6,0% ຈາກການເຕີບໂຕ 1,5% – ຄາດຄະເນ 2,5% ທີ່ໄດ້ຖືກຄາດຄະເນໃນເດືອນກຸມພາ. ນັ້ນແມ່ນການຫຼຸດລົງທີ່ຮ້າຍແຮງທີ່ສຸດນັບແຕ່ປີ 1998, ໃນວິກິດການ-ການເງິນຂອງອາຊີ. ເສດຖະກິດໄດ້ຫຼຸດລົງ 1,8% ໃນໄຕມາດທຳອິດຈາກປີທີ່ຜ່ານມາ, ເຊິ່ງເປັນການຫົດຕົວທີ່ເລິກທີ່ສຸດນັບຕັ້ງແຕ່ໄຕມາດທີ 4 ຂອງປີ 2011, ໃນເວລາເກີດໄພນໍ້າຖ້ວມຄັ້ງໃຫຍ່. ນີ້ແມ່ນດີກ່ວາການຫົດຕົວຂອງ 4,0% ໃນການສຳຫຼວດ Reuters ແລະ ທຽບກັບການເຕີບໂຕ 1,5% ໃນໄຕມາດສຸດທ້າຍຂອງປີ 2019  ທີ່ປັບຫຼຸດລົງ. ” ຜົນກະທົບຂອງການແຜ່ລະບາດໃນໄຕມາດທີ 2 ຈະຍິ່ງຫຼາຍກ່ວາໃນໄຕມາດທຳອິດຂອງປີນີ້” ທ່ານ ພະຊາສະພົດ ນຸກາມາດສ, ນັກເສດຖະສາດຂອງທະນາຄານກຸງໄທ, ຄາດຄະເນວ່າເສດຖະກິດຈະຫຼຸດລົງໃນລະດັບ 8,8% ໃນປີນີ້. ຜົນກະທົບຂອງການປົດລ໋ອກ, ໃນຂະນະທີ່ຜ່ອນຄາຍບາງຢ່າງ, ຈະສົ່ງຜົນກະທົບຕໍ່ການໃຊ້ຈ່າຍຂອງຄົວເຮືອນ ແລະ ການລົງທຶນຂອງເອກະຊົນໃນປີທີ່ເຫຼືອ. ...

Read More »