ຂ່າວ ຕ່າງປະເທດ

ທ່ານ ສີຈິ້ນຜິງ ກ່າວຄຳປາໄສໃນກອງປະຊຸມສຸດຍອດ ວ່າດ້ວຍການສົ່ງເສີມການຄ້າ ແລະ ການລົງທຶນໂລກ.

ວັນທີ 18 ພຶດສະພານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ກ່າວຄຳປາໄສໃນພິທີສະເຫຼີມສະຫຼອງການສ້າງຕັ້ງຄະນະກຳມະການສົ່ງເສີມການຄ້າສາກົນຂອງຈີນ ຄົບຮອບ 70 ປີ ແລະ ກອງປະຊຸມສຸດຍອດວ່າດ້ວຍການສົ່ງເສີມການຄ້າແລະ ການລົງທຶນໂລກ ຜ່ານທາງວິດີໂອ. ທ່ານ ສີຈິ້ນຜິງ ກ່າວເນັ້ນໜັກວ່າ: ປັດຈຸບັນ, ໂລກພວມປະເຊີນກັບສະພາບການປ່ຽນແປງທີ່ບໍ່ເຄີຍພົບເຫັນໃນຮອບຮ້ອຍປີ ແລະ ສະພາບການລະບາດຂອງພະຍາດໂຄວິດ-19 ໄດ້ເກີດຂຶ້ນຢ່າງສະຫຼັບສັບຊ້ອນ, ເສດຖະກິດໂລກາພິວັດໄດ້ປະສົບກັບພາຍຸລົມແດງ, ໂລກໄດ້ເຂົ້າສູ່ໄລຍະການປ່ຽນແປງ. ວົງການອຸດສາຫະກຳການຄ້າຂອງບັນດາປະເທດ ມີຄວາມປາຖະໜາຢາກມີສັນຕິພາບ ແລະ ການພັດທະນາ, ມີສຽງຮຽກຮ້ອງຢ່າງແຮງກ້າ ເຖິງຄວາມຍຸຕິທຳ ແລະ ຄວາມເປັນທຳ ແລະ ມີຄວາມປາຖະໜາຢ່າງຮີບດ່ວນກວ່າເກົ່າ ຢາກມີການຮ່ວມມືແບບຕ່າງຝ່າຍຕ່າງມີຜົນປະໂຫຍດ. ທ່ານ ສີຈິ້ນຜິງ ໄດ້ມີຂໍ້ສະເໜີ 4 ຂໍ້ຄື: ໜຶ່ງ, ເຕົ້າໂຮມກຳລັງແຮງເຂົ້າກັນເພື່ອເອົາຊະນະພະຍາດ, ສອງ, ພັດທະນາການຄ້າແລະ ການລົງທຶນໃຫ້ຈະເລີນຄືນໃໝ່. ສາມ, ຢຶດໝັ້ນໃນການຊຸກຍູ້ການພັດທະນາດ້ວຍການປະດິດສ້າງ, ສີ່, ປັບປຸງການບໍລິຫານໂລກໃຫ້ສົມບູນຂຶ້ນ. ທ່ານ ສີຈິ້ນຜິງ ຍັງກ່າວເນັ້ນໜັກຕື່ມວ່າ: ຈີນຈະສືບຕໍ່ສ້າງສະພາບແວດລ້ອມ ການດຳເນີນທຸລະກິດຕາມຫຼັກການຕະຫຼາດ, ຕາມກົດໝາຍ ແລະ ເຊື່ອມໂຍງ ເຂົ້າກັບສາກົນຢ່າງຕໍ່ເນື່ອງ, ປະຕິບັດສັນຍາຄູ່ຮ່ວມເສດຖະກິດຮອບດ້ານໃນພາກພື້ນ ຫຼື ...

Read More »

Marcos Jr. ປະທານາທິບໍດີຟິລິບປິນຄົນໃໝ່ ຊະນະເລືອກຕັ້ງດ້ວຍຄະແນນທັງໝົດ 93.8%

Marcos Jr. ປະທານາທິບໍດີຟິລິບປິນຄົນໃໝ່ ຊະນະເລືອກຕັ້ງດ້ວຍຄະແນນທັງໝົດ 93.8% ສູງເພີ່ມເປັນ 2 ເທົ່າຂອງຄູ່ແຂ່ງ. ໄຊຊະນະໃນການເລືອກຕັ້ງຄັ້ງນີ້ ເປັນຈຸດເລີ່ມຕົ້ນໃຫ້ຕະກູນ Marcos ຫວນຄືນສູ່ການປົກຄອງຟິລິບປິນ ຫຼັງຈາກເມື່ອ 36 ປີກ່ອນ ເກີດເຫດການປະຕິວັດເຮັດໃຫ້ອະດີດປະທານາທິບໍດີ Ferdinand Marcos ພໍ່ຂອງ Marcos Jr. ຈໍາເປັນຕ້ອງໄດ້ລີ້ໄພຢູ່ສະຫະລັດ. ຄະນະກໍາມະການການເລືອກຕັ້ງຟິລິບປິນ ລາຍງານຜົນການນັບຄະແນນການເລືອກຕັ້ງ ຢ່າງບໍ່ເປັນທາງການ (COMELEC) ລະບຸວ່າ Marcos Jr. ໄດ້ຮັບຄະແນນສຽງ 29.9 ລ້ານສຽງ ສູງເພີ່ມເປັນສອງເທົ່າຂອງ Leni Robredo ຮອງປະທານາທິບໍດີ ໂດຍໄດ້ນັບຄະແນນທັງໝົດແລ້ວ 93.8% ຄາດ​ວ່າ ຜູ້ນຳ​ຄົນ​ໃໝ່ ​ຂອງ​ຟີ​ລິບ​ປິນ ຈະ​ເຂົ້າຮັບ​ ຕຳ​ແໜ່​ງ ຢ່າງ​ເປັນ​ທາງ​ການ ​ໃນ​ວັນ​ທີ 30 ​ເດືອນ​ມິຖຸນາ ​ໂດຍ​ຈະ​ມີ​ວາລະ​ ການ​ບໍລິຫານ​ ປະ​ເທດ ​ເປັນ​ເວລາ 6ປີ ​ແລະ ຈະ​ດຳລົງ​ຕຳ​ແໜ່​ງ ພຽງ​ສະ​ໄໝ​ດຽວ ​ເທົ່າ​ນັ້ນ. ຂໍ້ມູນ: ກຸງເທບທຸລະກິດ

Read More »

ຫວຽດນາມ ເປີດສູນສື່ມວນຊົນ ຊີເກມ ຄັ້ງທີ31

ວັນທີ 9 ພຶດສະພາ 2022, ຫວຽດນາມ ​​ເປີດສູນສື່ມວນຊົນ (MPC) ແລະ ສູນໂທລະພາບ ສາກົນ (IBC) ຂອງງານມະຫາກຳ ກິລາ ອາຊີ ຕາເວັນອອກ ສ່ຽງໃຕ້ ຄັ້ງທີ 31 (SEA Games 31)ຢ່າງເປັນທາງການ ຢູ່ສູນກອງປະຊຸມ ແຫ່ງຊາດ ນະຄອນຫລວງ ຮ່າໂນ້ຍ.​ ໂດຍສູນສື່ມວນຊົນ ດັ່ງກ່າວ ຈະຮັບໜ້າທີ່ ສ້າງທຸກເງື່ອນ ໄຂສະດວກ ເພື່ອໃຫ້ ພະນັກງານ, ນັກຂ່າວ ເຮັດວຽກຢູ່ SEA Games 31 ຄື: ສະໜອງ, ໜູນຊ່ວຍ ບັນດາການບໍລິການ ຮັບໃຊ້ການໃຫ້ຂ່າວຂອງນັກຂ່າວ; ລະບົບ ເຕັກໂນໂລຊີ ຂໍ້ມູນ ຂ່າວສານ ຂຸດຄົ້ນ ແລະ ສົ່ງຂ່າວ, ພາຫະນະ ໄປມາ; ຈັດກອງປະຊຸມ ຂ່າວສະໜອງຂໍ້ມູນ, ຈັດການ ສຳພາດ ເມື່ອມີຄວາມຮຽກຮ້ອງ. ສູນຜະລິດຂ່າວ ງານມະຫາກຳ ກິລາ (ດ້ວຍພາສາ ...

Read More »

ຍີ່ປຸ່ນເຮັດນາແນວໃດໃຫ້ຂາຍເຂົ້າໄດ້ 40ພັນກີບ/ກິໂລ

ການປະຕິຮູບປະເທດຫຼັງສົງຄາມ ແລະ ການຄວບຄຸມການຄອບຄອງທີ່ດິນ ສົ່ງຜົນໃຫ້ຊາວນາຍີ່ປຸ່ນສາມາດຄອບຄອງທີ່ດິນໄດ້ຂະໜາດນ້ອຍ ສ່ວນໃຫຍ່ຄອບຄອງໄດ້ບໍ່ເກີນ 1 ເຮັກຕາ ເນື່ອງຈາກມີພື້ນທີ່ຈຳກັດ ເຮັດໃຫ້ການພັດທະນາພັນເຂົ້າ ແລະ ວິທີການປູກ ມຸ່ງເນັ້ນໄປໃສ່ການເພີ່ມຜົນຜະລິດຕໍ່ໄຮ່ໃຫ້ສູງຂຶ້ນ. ອີກປະເດັນສຳຄັນຄືເລື່ອງລາຄາເຂົ້າໃນປະເທດຍີ່ປຸ່ນມີລາຄາສູງເນື່ອງຈາກເຂົ້າຖືກຍົກໃຫ້ເປັນແຫຼ່ງອາຫານຫຼັກຂອງປະເທດ ຄວາມໝັ້ນຄົງທາງດ້ານອາຫານຈຶ່ງເປັນນະໂຍບາຍຫຼັກຂອງລັດຖະບານນັບແຕ່ອະດີດເປັນຕົ້ນມາ. ເພື່ອຄວບຄຸມລາຄາເຂົ້າໃນຕະຫຼາດລັດຖະບານຈຶ່ງປຽບເໝືອນພໍ່ຄ້າຄົນກາງ ເພາະລັດຖະບານຈະເປັນຜູ້ຮັບຊື້ ແລ້ວຂາຍຕໍ່ໃຫ້ພໍ່ຄ້າປີກ. ແຖມຍັງມີການຕັ້ງກຳແພງພາສີນໍາເຂົ້າທີ່ສູງເຖິງ 777% ເພື່ອປ້ອງກັນບໍ່ໃຫ້ລາຄາເຂົ້າໃນປະເທດຕົກຕໍ່າ ອີກສ່ວນໜຶ່ງແມ່ນທາຈາກການແປຮູບ ແລະ ຕໍ່ຍອດຜະລິດຕະພັນກໍເປັນສ່ວນສໍາຄັນທີ່ຄໍ້າລາຄາເຂົ້າຂອງຍີ່ປຸ່ນມາໂດຍຕາຫຼອດ ເຊັ່ນ: ແປ້ງເຂົ້າໜົມໂມຈິ, ເຫຼົ້າສາເກ ລ້ວນແຕ່ໃຊ້ວັດຖຸດິບຫຼັກຄືເຂົ້າຍີ່ປຸ່ນ. ຈາກການສະໜັບສະໜູນທາງພາກລັດ ລວມເຖິງການບໍລິໂພກ ແລະ ຕໍ່ຍອດຜະລິດຕະພັນເຮັດໃຫ້ລາຄາເຂົ້າສານໃນຍີ່ປຸ່ນ ມີລາຄາຕັ້ງແຕ່ 300 ຫາ 400 ເຢນ ປະມານ 80 ຫາ 105 ບາດຕໍ່ກິໂລ. ຂໍ້ມູນ: ລົງທຶນແມນ

Read More »

ອິນເດຍ (RBI) ປັບຂຶ້ນອັດຕາດອກເບ້ຍຢືນຢັນວ່າວິທີນີ້ເໝາະສົມໃນການໃຊ້ກະກັດກັ້ນເງິນເຟີ້.

ທະນາຄານກາງອິນເດຍ (RBI) ປັບຂຶ້ນອັດຕາດອກເບ້ຍຢືນຢັນວ່າວິທີນີ້ເໝາະສົມໃນການໃຊ້ກະກັດກັ້ນເງິນເຟີ້. ເມື່ອວັນທີ 4 ພຶດສະພາທີ່ຜ່ານມານີ້, ທະນາຄານກາງອິນເດຍ (RBI) ໄດ້ປະກາດປັບຂຶ້ນອັດຕາດອກເບ້ຍຊື້ຄືນພັນທະບັດ (repo rate) 0,40% ສູ່ລະດັບ 4,40% ໃນກອງປະຊຸມ ໂດຍລະບຸວ່າ ເງິນເຟີ້ທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງໄດ້ສ້າງແຮງກົດດັນຕໍ່ເສດຖະກິດຂອງປະເທດ. ອັດຕາຜົນຕອບແທນພັນທະບັດລັດຖະບານອິນເດຍອາຍຸ 10 ປີເພີ່ມຂຶ້ນທີ່ລະດັບ 7,41% ຫຼັງຈາກທະນາຄານກາງປະກາດປັບຂຶ້ນອັດຕາດອກເບ້ຍໄດ້ບໍ່ດົນ. ທ່ານ ຊັດຕິຄານຕາ ຄາສ ຜູ້ວ່າການທະນາຄານກາງອິນເດຍກ່າວວ່າ ຄະນະກຳມະການກຳນົດນະໂຍບາຍຂອງທະນາຄານກາງອິນເດຍໄດ້ພິຈາລະນາເຖິງທ່າອ່ຽງເງິນເຟີ້ ແລະ ຊີ້ໃຫ້ເຫັນວ່າ ການປັບຂຶ້ນອັດຕາດອກເບ້ຍເພື່ອສະກັດກັ້ນເງິນເຟີ້ ຖືວ່າເປັນເລື່ອງທີ່ເໝາະສົມ. ນອກຈາກນີ້, ຄະນະກຳມະການກຳນົດນະໂຍບາຍຂອງທະນາຄານກາງອິນເດຍຍັງເຫັນວ່າ ການໃຊ້ນະໂຍບາຍການເງິນເພື່ອຮັບມືກັບວິກິດການໃນປັດຈຸບັນຈະຊ່ວຍສ້າງສະຖຽນລະພາບດ້ານການເງິນລະດັບມະຫາພາກ ທ່າມກາງຕະຫຼາດການເງິນທີ່ແປປ່ວນຫຼາຍຂຶ້ນໃນຂະນະນີ້. ຂໍ້ມູນ: ປະຊາຊົນ

Read More »

ລົດໄຟຟ້າ ກາຍເປັນທາງເລືອກໃໝ່ ໃນສະພາບນ້ຳມັນແພງທົ່ວໂລກ

ວັນທີ4ພຶດສະພານີ້, ລາຄາ​ ນ້ຳມັນ ​ເຊື້ອ​ໄຟທີ່​ເພີ່ມ​ສູງ​ຂຶ້ນ​ທົ່ວ​ໂລກ​ເຮັດ​ໃຫ້ ລົດ​ໄຟຟ້າ ກາຍ​ເປັນ​ທາງ​ເລືອກ​ໃໝ່ ​ໃນ​ຍຸກ​ນນ້ຳ​ແພງ ​ໂດຍ​ສະ​ເພາະຊາວບຣາຊິນຈຳນວນ​ຫລາຍ ຫັນ​ໄປ​ໃຊ້​ລົດຖີບໄຟຟ້າ ​ແລະ ລົດ​ໄຟຟ້າ ທີ່​ເປັນ​ ພະລັງງານ​ສະອາດ ​ເພີ່ມ​ສູງ​ຂຶ້ນ 27% ​ເມື່ອ​ທຽບ​ໃສ່​ ປີ​ກາຍ ​ແລະ ຄາດ​ວ່າປີ​ນີ້ຍອດ​ຈຳໜ່າຍລົດ​ໄຟຟ້າ ​ຈະ​ຂະຫຍາຍຕົວເພີ່ມ​ຂຶ້ນ​ເຖິງ50% ​ໂດ​ຍລົດຖີບ ​ໄຟຟ້າ​ໄດ້​ຮັບ​ຄວາມ​ນິຍົມເພີ່ມ​ຂຶ້ນ​ ຢ່າງ​ຕໍ່​ເນື່ອງຍ້ອນ​ລາຄານ້ຳມັນ​ແພງ​ ເຮັດ​ໃຫ້​ຊາວບຣາຊິນ ຕ່າງ​ພາກັນຢຸດ​ໃຊ້​ລົດພະລັງງານເຊື້ອ​ເພີງ ​ແລະ ​ຫັນ​ມາ​ໃຊ້​ລົດ​ໄຟຟ້າແທນໃນການ​ຂັບ​ຂີ່ໃນ​ຊີວິດ​ປະຈຳ​ວັນ. ຂໍ້ມູນ: ປະເທດລາວ

Read More »

3ເດືອນຕົ້ນປີໄທໄດ້ລາຍຮັບຈາກນັກທ່ອງທ່ຽວຕ່າງຊາດຫຼາຍກວ່າ 2 ໝື່ນລ້ານບາດ ພາຍຫຼັງເປີດປະເທດເຕັມຮູບແບບຄາດວ່າຈະເພີ່ມຂຶ້ນສູງເຖິງ 9 ແສນລ້ານບາດ.

3ເດືອນຕົ້ນປີໄທໄດ້ລາຍຮັບຈາກນັກທ່ອງທ່ຽວຕ່າງຊາດຫຼາຍກວ່າ 2 ໝື່ນລ້ານບາດ ພາຍຫຼັງເປີດປະເທດເຕັມຮູບແບບ ໃນວັນທີ 1 ພຶດສະພາ ຄາດວ່າຈະເພີ່ມຂຶ້ນສູງເຖິງ 9 ແສນລ້ານບາດ. ສະຖິຕິ 3 ເດືອນຕົ້ນປີ ທີ່ໄທເປີດປະເທດຮັບນັກທ່ອງທ່ຽວຕ່າງຊາດ ໄດ້ມີນັກທ່ອງທ່ຽວເຂົ້າປະເທດໃນແຕ່ລະເດືອນທັງໝົດ: ເດືອນມັງກອນ: 133, 903 ຄົນ ເດືອນກຸມພາ: 152,954 ຄົນ ເດືອນມີນາ: 210,836 ຄົນ ລາຍຮັບຈາກນັກທ່ອງທ່ຽວຕ່າງຊາດ: ເດືອນມັງກອນ: 8,640 ລ້ານບາດ ເດືອນກຸມພາ: 8, 689 ລ້ານບາດ ເດືອນມີນາ: 11,541 ລ້ານບາດ ຫຼັງຈາກທີ່ໄທປະກາດເປີດປະເທດເຕັມຮູບແບບໃນວັນທີ 1 ພຶດສະພາ ໄດ້ມີນັກທ່ອງທ່ຽວເຂົ້າປະເທດເພີ່ມຫຼາຍຂຶ້ນ ສຳລັບການເປີດປະເທດຄັ້ງນີ້ໄທຄາດວ່າເສດຖະກິດການທ່ອງທ່ຽວຈະກະໂດດຂຶ້ນສູງເຖິງ 9 ແສນລ້ານບາດ. ຂໍ້ມູນ: ລົງທຶນແມນ

Read More »

ລາຄານ້ຳມັນປາມ ເພີ່ມຂຶ້ນ ຫຼັງອິນໂດເນເຊຍ ໂຈະການສົ່ງອອກ

ລາຄານ້ຳມັນປາມ ເພີ່ມຂຶ້ນ ຫຼັງອິນໂດເນເຊຍ ໂຈະການສົ່ງອອກ. ຫາກມາດຕະການແກ່ຍາວຈະເຮັດໃຫ້ອັດຕາເງິນເຟີ້ທົ່ວໂລກເພີ່ມສູງຂຶ້ນ. ສັນຍາການສົ່ງມອບນ້ຳມັນປາມລ່ວງໜ້າທີ່ຕະຫຼາດຊື້ – ຂາຍໃນນະຄອນຫຼວງກົວລາລຳເປີ ຂອງມາເລເຊຍ ງວດສົ່ງມອບເດືອນກໍລະກົດ 2022 ເພີ່ມຂຶ້ນ 6% ຢູ່ທີ່ລະດັບ 6.738 ຣິງກິດ ຫຼື ປະມານ 1.550 ໂດລາສະຫະລັດຕໍ່ໂຕນ ເຊິ່ງເປັນລະດັບສູງສຸດ ນັບແຕ່ເດືອນມີນາຜ່ານມາ. ທັງນີ້, ລັດຖະບານອິນໂດເນເຊຍ ໄດ້ອອກມາດຕະການສັ່ງໂຈະການສົ່ງອອກນ້ຳມັນປາມ ນັບແຕ່ວັນທີ 28 ເມສາ 2022 ເປັນຕົ້ນໄປ ຈົນກວ່າລັດຖະບານອິນໂດເນເຊຍ ຈະຊອກໃຫ້ເຫັນເຖິງສາເຫດທີ່ນ້ຳມັນປາມພາຍໃນປະເທດຂາດແຄນ ແລະ ໄດ້ຮັບການແກ້ໄຂແລ້ວ. ອິນໂດເນເຊຍ ເປັນຜູ້ຜະລິດ ແລະ ສົ່ງອອກນ້ຳມັນປາມລາຍໃຫຍ່ທີ່ສຸດຂອງໂລກ ກວມເອົາປະມານ 60% ຂອງການຜະລິດນ້ຳມັນປາມທົ່ວໂລກ ແລະ ຖ້າຫາກວ່າມາດຕະການດັ່ງກ່າວແກ່ຍາວອອກໄປ ຈະສົ່ງຜົນເຮັດໃຫ້ອັດຕາເງິນເຟີ້ທົ່ວໂລກເພີ່ມສູງຂຶ້ນອີກ ເນື່ອງຈາກລາຄາອາຫານເພີ່ມສູງຂຶ້ນ, ເພີ່ມຄວາມສ່ຽງໃຫ້ເກີດວິກິດອາຫານຮຸນແຮງຂຶ້ນອີກ. ຂໍ້ມູນ: ເສດຖະກິດການຄ້າ

Read More »

ມາກຣົງ ຊະນະການເລືອກຕັ້ງ ຈະດໍາລົງຕໍາແໜ່ງປະທານາທິບໍດີ ສະໄໝທີ2

ໄຊຊະນະຄັ້ງນີ້ເຮັດໃຫ້ປະທານາທິບໍດີ Emmanuel Macron ກາຍເປັນຜູ້ນໍາຝຣັ່ງຄົນທຳອິດໃນຮອບ 20 ປີ ທີ່ໄດ້ຮັບການເລືອກຕັ້ງໃຫ້ເປັນປະທານາທິບໍດີສະໄໝທີ 2 ຕິດຕໍ່ກັນ. ຄວ້າໄຊຊະນະໃນການເລືອກຕັ້ງດ້ວຍຄະແນນສຽງ 57% ຕໍ່43% ຫຼັງຈາກ ໄດ້ຮັບໄຊຊະນະຈາກການເລືອກຕັ້ງແລ້ວ ທ່ານ ມາກຣົງ ໄດ້ກ່າວຂອບໃຈຜູ້ທີ່ສະໜັບສະໜູນທີ່ລົງຄະແນນເລືອກໃຫ້ຕົນເອງກັບເຂົ້າມາ. ແຕ່ໃນຂະນະດຽວກັນ ທ່ານ ມາກຣົງ ເອງກໍຍອມຮັບວ່າຫຼາຍຄົນຊ່ວຍລົງຄະແນນໃຫ້ຕົນເອງແມ່ນພຽງເພື່ອຢຸດຝ່າຍກົງກັນຂ້າມທີ່ມີແນວຄິດອະນຸລັກນິຍົມຂວາຈັດເທົ່ານັ້ນ ຄືກັບເຄີຍເກີດຂຶ້ນໃນການເລືອກຕັ້ງເມື່ອປີ 2017. ຂໍ້ມູນ: the Guardian

Read More »

6 ເຫດຜົນຫຼັກ ທີ່ຫວຽດນາມດຶງດູດບໍລິສັດຕ່າງຊາດ

ປະຕິເສດບໍ່ໄດ້ວ່າປັດຈຸບັນຫວຽດນາມກຳລັງເນື້ອຫອມດຶງດູດການລົງທຶນຕ່າງປະເທດເຂົ້າມາໄດ້ຢ່າງຕໍ່ເນື່ອງ! ແລ້ວເຫດຜົນຫຍັງຫວຽດນາມຈຶ່ງຖືກໃຈບໍລິສັດຕ່າງປະເທດ? ມີ 6 ປັດໄຈຫຼັກ ທີ່ຫວຽດນາມດຶງດູດນັກລົງທຶນໄດ້. 1. ຄວາມມີສະຖຽນລະພາບຂອງລັດຖະບານ ຫວຽດນາມປົກຄອງດ້ວຍລະບອບສັງຄົມນິຍົມ. ຜູ້ນຳປະເທດມີວິໄສທັດທີ່ຊັດເຈນໃນການບໍລິຫານປະເທດ ແລະ ມີຄວາມມຸ້ງໝັ້ນໃນການພັດທະນາເສດຖະກິດຢ່າງຈິງຈັງ ຊຶ່ງຊ່ວຍສ້າງຄວາມຫມັ້ນໃຈໃຫ້ແກ່ນັກລົງທຶນຕ່າງປະເທດ ທີ່ສົນໃຈເຂົ້າມາລົງທຶນໃນຫວຽດນາມ. 2. ຊັບພະຍາກອນທຳມະຊາດອຸດົມສົມບູນ ໂດຍສະເພາະພະລັງງານ ແລະ ແຮ່ທາດ ເຊັ່ນ ມີແຫຼ່ງນ້ຳມັນດິບກະຈາຍຢູ່ທົ່ວທຸກພາກ ເປັນປະເທດຜູ້ສົ່ງອອກນ້ຳມັນດິບລາຍສຳຄັນອັນດັບ 3 ຂອງພູມິພາກອາຊີຕາເວັນອອກສ່ຽງໃຕ້. ມີປະລິມານນ້ຳມັນເຊື້ອໄຟສຳຮອງ ເຊັ່ນ ກ໊າຊທຳມະຊາດ ປິໂຕລຽມ ແລະຖ່ານຫີນຢູ່ຫລາຍ ລວມທັງແຮ່ທາດສຳຄັນ ຄື ບອກໄຊ ໂປແຕດຊຽມ ແລະເຫຼັກ ນອກຈາກນີ້ ຍັງມີປ່າໄມ້ ມີຊັບພະຍາກອນດິນ ແລະນ້ຳຢ່າງພຽງພໍ ທັງໃນດ້ານປະລິມານແລະຄຸນນະພາບເອື້ອຕໍ່ການປູກຝັງ. 3. ເປັນຕະຫລາດຂະໜາດໃຫຍ່ທີ່ມີສັກກະຍະພາບ ຫວຽດນາມມີປະຊາກອນຫລາຍເຖິງ 90 ລ້ານຄົນ ຊາວຫວຽດນາມເລີ່ມມີກຳລັງຊື້ຫລາຍຂຶ້ນຕາມການຂະຫຍາຍຕົວທາງເສດຖະກິດ. ຊາວຫວຽດນາມສ່ວນໃຫຍ່ຕ້ອງການສິນຄ້າອຸປະໂພກບໍລິໂພກທີ່ມີຄຸນນະພາບດີຈຳນວນຫລາຍ ແລະ ເພີ່ມຂຶ້ນທຸກປີ 4. ເນັ້ນນະໂຍບາຍເປັນມິດກັບທຸກປະເທດ ຫວຽດນາມໃຫ້ຄວາມສຳຄັນກັບມິດປະເທດ ລວມເຖິງນະໂຍບາຍດ້ານຄວາມປອດໄພ ເຮັດໃຫ້ຫວຽດນາມບໍ່ເຄີຍຕົກເປັນເປົ້າໝາຍຂອງການກໍ່ການຮ້າຍ ແລະເກືອບບໍ່ມີບັນຫາອາດຊະຍາກອນຂັ້ນຮ້າຍແຮງ ປະກອບກັບຫວຽດນາມມີກົດຫມາຍທີ່ເຂັ້ມງວດແລະມີບົດລົງໂທດຮຸນແຮງ ສົ່ງຜົນໃຫ້ຫວຽດນາມເປັນປະເທດທີ່ມີຄວາມປອດໄພສູງແຫ່ງໜຶ່ງຂອງໂລກ ຊຶ່ງເປັນປັດໄຈສຳຄັນທີ່ເຮັດໃຫ້ນັກລົງທຶນເກີດຄວາມເຊື່ອໝັ້ນແລະຕັດສິນໃຈເຂົ້າໄປລົງທຶນ. 5. ໃຫ້ຄວາມສໍາຄັນກັບການພັດທະນາເສັ້ນທາງຄົມມະນາຄົມຂົນສົ່ງ ມີການພັດທະນາເສັ້ນທາງຄົມມະນາຄົມຂົນສົ່ງ ...

Read More »