ການເມືອງ

ລັດຖະມົນຕີກະຊວງການເງິນ ໂອ້ລົມພາກທຸລະກິດທົດລອງໂອນຫົວໜ່ວຍທຸລະກິດ ໃຫ້ແຂວງຄຸ້ມຄອງ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໂອ້ລົມພາກທຸລະກິດທົດລອງໂອນຫົວໜ່ວຍທຸລະກິດ ໃຫ້ 9 ແຂວງຄຸ້ມຄອງປະຈໍາປີ 2023 ໃນວັນທີ 17 ມີນາ 2023 ປະກອບມີ: ແຂວງຫລວງພະບາງ, ຫລວງນໍ້າທາ, ໄຊຍະບູລີ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ອັດຕະປື, ເຊກອງ ແລະ ແຂວງຈໍາປາສັກ. ທ່ານລັດຖະມົນຕີ ກະຊວງການເງິນ ໄດ້ມີຄຳເຫັນເນັ້ນຕື່ມວ່າ: ບັນດາຫົວໜ່ວຍທຸລະກິດທີ່ມອບໂອນຈາກສູນກາງ ໄປສູ່ບັນດາແຂວງຄຸ້ມຄອງໃນຄັ້ງນີ້ ໃຫ້ນຳໄປຈັດຕັ້ງປະຕິບັດຖືກຕ້ອງຕາມກົນໄກທີ່ໄດ້ກຳນົດໄວ້ ເປັນຕົ້ນ ຫົວໜ່ວຍທຸລະກິດ ຕ້ອງໄດ້ເອົາໃຈໃສ່ໃນການຈັດຕັ້ງປະຕິບັດການມອບພັນທະສ່ວຍສາອາກອນທຸກປະເພດ, ຄ່າເຊົ່າ, ຄ່າສຳປະທານ, ຄ່າພາກຫລວງ, ຄ່າຊັບພະຍາ ກອນທຳມະຊາດ ແລະ ລາຍຮັບອື່ນໆເຂົ້າງົບປະມານຂອງແຂວງ ໃຫ້ຖືກຕ້ອງ, ຄົບຖ້ວນ… ການເຮັດທົດລອງ ການມອບຫົວໜ່ວຍວິສາຫະກິດທີ່ສູນກາງຄຸ້ມຄອງ ໃນໄລຍະຜ່ານມາໃຫ້ບັນ ດາແຂວງສືບຕໍ່ຄຸ້ມຄອງ ແລະ ຈັດຕັ້ງປະຕິບັດນັບແຕ່ປີ 2023 ເປັນຕົ້ນໄປ ເພື່ອໃຫ້ບັນດາແຂວງມີຄວາມເຂັ້ມແຂງດ້ວຍຕົນເອງເທື່ອລະກ້າວ ແລະ ເປັນແຂວງເກີນດຸນທາງດ້ານງົບປະມານ (ລາຍຮັບກຸ້ມລາຍຈ່າຍ ແລະ ມີສ່ວນເຫລືອດຸ່ນດ່ຽງໃຫ້ສູນກາງ). ທີ່ມາ: ກະຊວງການເງິນ #TargetMagazine

Read More »

ເຈົ້າຄອງນະຄອນຫຼວງ ລົງຕິດຕາມຄວາມຄືບໜ້າໂຄງການ ສ້າງເມືອງໃໝ່ມີຄວາມຄືບໜ້າຫຼາຍດ້ານ

ທ່ານ ນາງ ດຳດວນ ຈັນທະວົງ, ຫົວໜ້າຄະນະຮັບຜິດຊອບຄົ້ນຄວ້າສ້າງຕັ້ງເມືອງໃໝ່ ຂອງນະຄອນຫລວງວຽງຈັນ ໄດ້ລາຍງານໃຫ້ຮູ້ ໃນໂອກາດທີ່ທ່ານ ອາດສະພັງທອງ ສີພັນດອນ, ເຈົ້າຄອງນະຄອນຫຼວງເຄື່ອນໄຫວກວດກາຂອບເຂດພື້ນທີ່ເມືອງໃໝ່ ເມື່ອວັນທີ 10 ກຸມພານີ້ວ່າ: ປີ 2022 ຜ່ານມາ, ຄະນະຮັບຜິດຊອບໄດ້ສໍາເລັດຫລາຍໜ້າວຽກສໍາຄັນ ເປັນຕົ້ນ: ໄດ້ລົງສໍາຫລວດເກັບກໍາຂໍ້ມູນທາງດ້ານເສດຖະກິດ-ສັງຄົມຕ່າງໆ ເຮັດໃຫ້ໄດ້ຂໍ້ມູນປະກອບຂຽນບົດວິພາກສໍາເລັດແລ້ວ, ໄດ້ສໍາຫລວດພົນລະເມືອງຄືນໃໝ່ໃນ 24 ບ້ານເປົ້າໝາຍຂອງເມືອງໄຊທານີ ທີ່ຈະສ້າງເປັນເມືອງໃໝ່, ຊຶ່ງມີພົນລະເມືອງທັງໝົດ 35.224 ຄົນ. ໃນນີ້, ມີເຜົ່າລາວ 32.043 ຄົນ, ເຜົ່າມົ້ງ 2.757 ຄົນ ແລະ ເຜົ່າກຶມມຸ 424 ຄົນ. ມາຮອດປັດຈຸບັນ, ໄດ້ສຳເລັດການກຳນົດທີ່ຕັ້ງສຳນັກງານຕ່າງໆຂອງລັດ ເປັນຕົ້ນ: ຈຸດທີ່ຕັ້ງສຳນັກງານຫ້ອງວ່າການປົກຄອງເມືອງ, ຈຸດທີ່ຕັ້ງກອງບັນຊາການ ປກຊ-ປກສ ແລະ ອື່ນໆ, ພ້ອມນີ້ ໄດ້ສໍາເລັດການກໍານົດຈຸດສຸມພັດທະນາເມືອງໃໝ່ ປະກອບມີ 3 ບ້ານ ຄື: ບ້ານນາໂງມເກົ່າ, ນາໂງມໃໝ່ ແລະ ບ້ານນາຕານ, ສໍາເລັດການເດີນສໍາຫລວດຕອນດິນ 8 ປະເພດ ...

Read More »

ຮອງນາຍົກ ເນັ້ນໃຫ້ ຮສສ ເກັບກໍາຕົວເລກແຮງງານທີ່ໄປເຮັດວຽກຢູ່ຕ່າງປະເທດ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂອງການຄ້າມະນຸດ

ທ່ານ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນຕີ ໄດ້ໂອ້ລົມຕໍ່ກອງປະຊຸມແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ທົ່ວປະເທດ ປະຈໍາປີ 2022 ໃນວັນທີ 10 ກຸມພາ 2023 ໂດຍເນັ້ນບາງຈຸດ ໃຫ້ຄະນະນໍາ ແລະ ພະນັກງານຫລັກແຫລ່ງຂອງ ຮສສ ເອົາໃຈໃສ່ບາງບັນຫາເພື່ອຜັນຂະຫຍາຍບັນດາເປົ້າໝາຍ, ແຜນວຽກຈຸດສຸມ ແລະ ຄາດໝາຍແຜນພັດທະນາແຮງງານ ເປັນຕົ້ນແມ່ນ:. 1). ຄະນະພັກແຕ່ລະຂັ້ນ ຕ້ອງປັບປຸງຢ່າງຈິງຈັງວຽກງານພະນັກງານ ເປັນປັດໄຈສ້າງການຫັນປ່ຽນຢ່າງແຂງແຮງເລິກເຊິ່ງ, ນັບແຕ່ການສ້າງ ແລະ ປະຕິບັດແຜນກຳນົດພະນັກງານ, ການເລືອກເຟັ້ນ ແລະ ຊັບຊ້ອນພະນັກງານ, ການປະຕິບັດນະໂຍບາຍ ແລະ ສະຫວັດດີການຕໍ່ພະນັກງານ. ສິ່ງສໍາຄັນໃນບັນຫາພະນັກງານ ບັນດາສະຫາຍຕ້ອງຕັດສິນໃຈແກ້ດ້ວຍຕົນເອງ ບໍ່ຄອງຄອຍລໍຖ້າໃຫ້ການຈັດຕັ້ງແກ້ ເພື່ອຈະບໍ່ໃຫ້ມີຜົນກະທົບໂດຍກົງຕໍ່ຕົວພະນັກງານເອງ ແລະ ການຈັດຕັ້ງ;. 2). ການພັດທະນາສີມືແຮງງານ ໃຫ້ສືບຕໍ່ພະຍາຍາມຈັດຕັ້ງປະຕິບັດໄດ້ ຕາມຄາດໝາຍທີ່ວາງໄວ້ ປັບປຸງພື້ນຖານໂຄງລ່າງ, ອຸປະກອນເຕັກນິກທັນສະໄໝ, ທັງວິທີການ ແລະ ຫລັກສູດພັດທະນາສີມືແຮງງານໃຫ້ຫລາກຫລາຍ ເພື່ອຕອບສະໜອງໃຫ້ຕະຫລາດແຮງງານໃນຕໍ່ໜ້າ;. 3). ເປັນໃຈກາງປະສານງານ ລະຫວ່າງສະຖາບັນ ຫລື ສູນພັດທະນາສີມືແຮງງານ ກັບ ...

Read More »

ມອບ-ຮັບໜ້າທີ່ ລັດຖະມົນຕີ ກະຊວງ ຍທຂ ຜູ້ເກົ່າ ແລະ ຜູ້ໃໝ່.

ພິທີມອບ-ຮັບໜ້າທີ່ ລະຫວ່າງ ສະຫາຍ ວຽງສະຫວັດ ສີພັນດອນ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ(ຍທຂ) ຜູ້ເກົ່າ ໄປຮັບໜ້າທີ່ໃໝ່ຢູ່ ແຂວງຫລວງນໍ້າທາ ແລະ ສະຫາຍ ງາມປະສົງ ເມືອງມະນີ ເລຂາຄະນະບໍລິຫານງານພັກ ຄະນະປະຈໍາພັກ, ລັດຖະມົນຕີກະຊວງ ຍທຂ ຜູ້ໃໝ່ ຈັດຂຶ້ນໃນວັນທີ 6 ກຸມພາ 2023. ສະຫາຍ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ໄດ້ສະເໜີໃຫ້ ສະຫາຍລັດຖະມົນຕີຜູ້ໃໝ່ ກໍຄືພະນັກງານ, ສະມາຊິກ ແລະ ພະນັກ ງານຫລັກແຫລ່ງທົ່ວກະຊວງ ຍທຂ ໃຫ້ເອົາໃຈໃສ່ບາງບັນຫາຄື: ຕ້ອງເປັນເອກະພາບນຳຂັ້ນເທິງ ໃຫ້ບັນດາສະຫາຍເອົາໃຈໃສ່ວຽກງານ, ບໍ່ໃຫ້ມີການສວຍໂອກາດທັບຖົມ-ໂຈມຕີກັນ ໃນທາງບໍ່ດີ ເປັນຕົ້ນ ໃນຂົງເຂດວຽກງານວິຊາສະເພາະຂອງຕົນ ແລະ ສືບຕໍ່ເອົາໃຈໃສ່ຕ້ານ ແລະ ສະກັດກັ້ນທຸກກົນອຸບາຍເລ່ຫລ່ຽມ ແລະ ຖ້ອຍທຳນອງ ໃສ່ຮ້າຍປ້າຍສີ, ປັ່ນປ່ວນ, ແບ່ງແຍກຄວາມສາມັກຄີ. ນອກນັ້ນ, ຍັງຕ້ອງເອົາໃຈໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ...

Read More »

ມອບ-ຮັບໜ້າທີ່ ເລຂາຄະນະບໍລິຫານງານພັກແຂວງ-ຮັກສາການເຈົ້າແຂວງສະຫວັນນະເຂດ (ຜູ້ໃໝ່)

ພິທີມອບ-ຮັບໜ້າທີ່ ລະຫວ່າງ ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງສະຫວັນນະເຂດ (ຜູ້ເກົ່າ) ແລະ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ຮັກສາການເຈົ້າແຂວງສະຫວັນນະເຂດ (ຜູ້ໃໝ່) ຈັດຂຶ້ນໃນວັນທີ 6 ກຸມພາ 2023 ໃນພິທີ, ທ່ານ ນາງ ບຸດສະດີ ທະນະເມືອງ ກຳມະການສູນກາງພັກ, ຮອງຫົວໜ້າຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານມະຕິຕົກລົງຂອງກົມການເມືອງສູນກາງພັກ ວ່າດ້ວຍການແຕ່ງຕັ້ງ ທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ ເປັນເລຂາຄະນະບໍລິຫານພັກແຂວງ, ຮັກສາການເຈົ້າແຂວງສະຫວັນນະເຂດ (ຜູ້ໃໝ່) ແລະ ຍົກຍ້າຍ ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ເຈົ້າແຂວງສະຫວັນນະເຂດ (ຜູ້ເກົ່າ) ໄປຮັບໜ້າທີ່ໃໝ່ຢູ່ກະຊວງການເງິນ ທ່ານ ທ່ານ ບຸນທອງ ຈິດມະນີ ຮອງປະທານປະເທດ ຍັງໄດ້ເນັ້ນໜັກໃຫ້ຄະນະບໍລິຫານງານພັກແຂວງ ຈົ່ງສືບຕໍ່ເອົາໃຈໃສ່ຕໍ່ວຽກງານການ ເມືອງ-ແນວຄິດ ຢ່າງຕໍ່ເນື່ອງ, ເປັນເອກະພາບ ແລະ ເປັນເຈົ້າການຕື່ນຕົວປະຕິ ບັດແນວທາງນະໂຍບາຍຂອງພັກ, ...

Read More »

ທ່ານ ສັນຕິພາບ ພົມວິຫານ, ໃນອະດີດເຄີຍເປັນ ລັດຖະມົນຕີຊ່ວຍວ່າການ ກະຊວງການເງິນ

ທ່ານ ສັນຕິພາບ ພົມວິຫານ, ໃນອະດີດເຄີຍເປັນ ລັດຖະມົນຕີຊ່ວຍວ່າການ ກະຊວງການເງິນ ໄລຍະປີ 2007 ທ່ານ ສັນຕິພາບ ພົມວິຫານ, ເຄີຍດໍາລົງຕຳແໜ່ງເປັນ ຮັກສາການຫົວໜ້າກົມພາສີ, ກະຊວງການເງິນ; – ຈາກນັ້ນໃນຊຸມປີຕໍ່ມາ, ທ່ານ ສັນຕິພາບ ພົມວິຫານ, ໄດ້ດໍາລົງຕຳແໜ່ງເປັນຫົວໜ້າກົມພາສີ, ກະຊວງການເງິນ; – ຕໍ່ມາໄລຍະປີ 2012 ທ່ານ ສັນຕິພາບ ພົມວິຫານ, ໄດ້ດໍາລົງຕຳແໜ່ງເປັນລັດຖະມົນຕີຊ່ວຍວ່າການ ກະຊວງການເງິນ;- ວັນທີ 5 ມິຖຸນາ 2015, ໄດ້ມີພິທີປະກາດແຕ່ງຕັ້ງທ່ານ ສັນຕິພາບ ພົມວິຫານ, ເປັນຮອງເຈົ້າແຂວງສະຫວັນນະເຂດ; – ວັນທີ 6 ພຶດສະພາ 2016 ໄດ້ແຕ່ງຕັ້ງ ທ່ານ ສັນຕິພາບ ພົມວິຫານ, ເປັນເລຂາພັກແຂວງ, ເຈົ້າແຂວງສະຫວັນນະເຂດ (ຄົນໃໝ່) ປ່ຽນແທນ ທ່ານ ດຣ. ສຸພັນ ແກ້ວມີໄຊ ທີ່ຍົກຍ້າຍໄປຢູ່ກະຊວງແຜນການ ແລະ ການລົງທຶນ; – ວັນທີ 20-21 ...

Read More »

ສ່ອງປະຫວັດ ທ່ານ ປອ. ໂພໄຊ ໄຊຍະສອນ, ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ (ຄົນໃໝ່)

ໃນອະດີດ, ທ່ານ ປອ.ໂພໄຊ ໄຊຍະສອນ, ຮັບຕຳແໜ່ງເປັນ ເຈົ້າເມືອງໄກສອນ ພົມວິຫານ ຫຼື ນະຄອນໄກສອນພົມວິຫານ ໃນປັດຈຸບັນ; ຕໍ່ມາວັນທີ 6 ພຶດສະພາ 2016 ກໍ່ໄດ້ມີການປະກາດ ແຕ່ງຕັ້ງທ່ານ ປອ. ໂພໄຊ ໄຊຍະສອນ, ເປັນຮອງເລຂາພັກແຂວງ, ຮອງເຈົ້າແຂວງສະຫວັນນະເຂດ; ໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ X ຂອງພັກ, ທ່ານ ປອ. ໂພໄຊ ໄຊຍະສອນ ໄດ້ຖຶກຄັດເລືອກເປັນກໍາມະການສໍາຮອງສູນກາງພັກ ວັນທີ 11 ກັນຍາ 2020 ຜ່ານມາ, ທ່ານ ປອ. ໂພໄຊ ໄຊຍະສອນ, ກໍາມະການສໍາຮອງສູນກາງພັກ, ຮອງເຈົ້າແຂວງສະຫວັນນະເຂດ; ໄດ້ຖືກແຕ່ງຕັ້ງເປັນ ຮັກສາການເຈົ້າແຂວງສາລະວັນ (ຜູ້ໃໝ່) ປ່ຽນແທນ ທ່ານ ສີສຸວັນ ວົງຈອມສີ, ເຈົ້າແຂວງສາລະວັນ (ຜູ້ເກົ່າ) ອອກພັກການຮັບອຸດໜູນບໍານານ ວັນທີ 29 ທັນວາ 2020, ກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງສາລະວັນ ຊຸດທີ I ໄດ້ຮັບຮອງເອົາການແຕ່ງຕັ້ງ ...

Read More »

ແຕ່ງຕັ້ງ ແລະ ຍົກຍ້າຍ ລັດຖະມົນຕີ 3 ກະຊວງ

ແຕ່ງຕັ້ງ ແລະ ຍົກຍ້າຍ ລັດຖະມົນຕີ 3 ກະຊວງ ໃນຕອນເຊົ້າວັນທີ 30 ມັງກອນ 2023 ອີງຕາມກອງປະຊຸມຄະນະປະຈໍາສະພາແຫ່ງຊາດ ຊຸດທີ 9 ປະຈໍາເດືອນມັງກອນ ປີ 2023 ໄດ້ຕົກລົງເຫັນດີ ຍົກຍ້າຍ ແລະ ແຕ່ງຕັ້ງສະມາຊິກລັດຖະບານ ດັ່ງນີ້: 1. ຍົກຍ້າຍ – ຍົກຍ້າຍ ທ່ານ ວຽງສະຫວັດ ສີພັນດອນ, ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄປຮັບໜ້າທີ່ໃໝ່ຢູ່ ແຂວງ ຫລວງນໍ້າທາ – ຍົກຍ້າຍ ທ່ານ ບຸນໂຈມ ອຸບົນປະເສີດ, ລັດຖະມົນຕີກະຊວງ ການເງິນ ໄປຮັບໜ້າທີ່ໃໝ່ ຢູ່ແຂວງ ສະຫວັນນະເຂດ. – ຍົກຍ້າຍ ທ່ານ ດາວວົງ ພອນແກ້ວ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ໄປຮັບໜ້າທີ່ຢູ່ ແຂວງສາລະວັນ. 2. ແຕ່ງຕັ້ງ – ແຕ່ງຕັ້ງ ...

Read More »

ເຜີຍແຜ່ດຳລັດ ວ່າດ້ວຍຊັບສິນທີ່ຖືກຢຶດອາຍັດ ແລະ ຮິບເປັນຂອງລັດ.

ຄະນະຮັບຜິດຊອບຈາກກົມຄຸ້ມຄອງຊັບສິນແຫ່ງລັັດ ກະຊວງການເງິນ, ຈັດກອງປະຊຸມເຜີຍແຜ່ດຳລັດສະບັບເລກທີ 280/ລບ, ລົງວັນທີ 9 ສິງຫາ 2022 ວ່າດ້ວຍຊັບສີນທີ່ຖືກຢຶດ, ອາຍັດ ແລະ ຮິບເປັນຂອງລັດ ໃນວັນທີ 26-27 ມັງກອນ 2023 ທີ່ຫ້ອງວ່າກການປົກຄອງແຂວງບໍ່ແກ້ວ. ໂດຍການເປັນປະທານຂອງ ທ່ານ ກົງຈີ ຢ່າງຈື່, ຮອງລັດຖະມົນຕີກະຊວງຍຸຕິທຳ, ຮອງຫົວໜ້າຄະນະຮັບຜິດຊອບດຳລັດດັ່ງກ່າວ, ມີພາກສ່ວນກ່ຽວຂ້ອງຈາກສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ, ພະແນກຍຸຕິທຳແຂວງ, ປກສ-ປກຊ ແຂວງ, ພະ ແນກການເງິນແຂວງ 8 ແຂວງຄື: ແຂວງບໍ່ແກ້ວ, ຫລວງພະບາງ, ໄຊຍະບູລີ, ຫົວພັນ, ອຸດົມໄຊ, ຫລວງນ້ຳທາ, ຊຽງຂວາງ ແລະ ແຂວງຜົ້ງສາລີ ເຂົ້າຮ່ວມ. ໂອກາດນີ້, ທ່ານ ກົງຈີ ຢ່າງຈື່ ໄດ້ໃຫ້ຮູ້ວ່າ: ດໍາລັດ 280/ລບ ໄດ້ກໍານົດຫລັກການ, ລະບຽບການ ແລະ ມາດຕະການ ໃຫ້ເນື້ອໃນຖືກຕ້ອງສອດຄ່ອງໃຫ້ຫລາຍທີ່ສຸດໃນການຄຸ້ມຄອງ ແລະ ຕິດຕາມກວດກາວຽກງານຊັບສິນທີ່ຖືກຢຶດ, ອາຍັດ ແລະ ຮິບເປັນຂອງລັດ, ລວມທັງຊັບສິນທີ່ສານຕັດສິນໃຫ້ລັດຄຸ້ມຄອງເພື່ອປົກປັກຮັກສາຂຶ້ນບັນຊີ, ...

Read More »

ແຕ່ງຕັ້ງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງ ແຂວງສະຫວັນນະເຂດ ເປັນລັດຖະມົນຕີກະຊວງການເງິນ.

ກອງປະຊຸມຄະນະປະຈໍາສະພາແຫ່ງຊາດຊຸດທີ 9 ປະຈໍາເດືອນມັງກອນ 2023 ຈັດຂຶ້ນວັນທີ 30 – ເຫັນດີຍົກຍ້າຍ ແຕ່ງຕັ້ງ ລັດຖະມົນຕີກະຊວງການເງິນ ຍົກຍ້າຍທ່ານບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄປຮັບໜ້າທີ່ໃໝ່ຢູ່ແຂວງສະຫວັນນະເຂດ .- ແຕ່ງຕັ້ງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງ ແຂວງສະຫວັນນະເຂດ ຮັບໜ້າທີ່ໃໝ່ເປັນລັດຖະມົນຕີກະຊວງການເງິນ #TargetMagazine

Read More »