ການເມືອງ

ສະຫະພັນແມ່ຍິງ ຫສນຍ ສະຫຼຸບການເຄື່ອນໄຫວວຽກງານແລະ ຫວນຄືນມູນເຊື້ອວັນແມ່ຍິງສາກົນ

ໃນຕອນເຊົ້າ ຂອງວັນທີ 05 ມີນາ 2021 ສະຫະພັນແມ່ຍິງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານແມ່ຍິງ, ສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ປະຈຳປີ 2020 ແລະ ຫວນຄືນມູນເຊື້ອວັນແມ່ຍິງສາກົນ ຄົບຮອບ 111 ປີ (8 ມີນາ 1910 – 8 ມີນາ 2021) ຢູ່ຫ້ອງວ່າການສຳນັກງານນາຍົກລັດຖະມົນ, ໂດຍໃຫ້ກຽດເຂົ້າ ຮ່ວມ ແລະ ເປັນປະທານຂອງ ສະຫາຍ ຄຳເຈນ ວົງໂພສີ, ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີບັນດາສະຫາຍຄະນະພັກຮາກຖານ, ຄະນະໜ່ວຍພັກ, ສະມາຊິກສະຫະພັນແມ່ຍິງ ຫສນຍ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ເພື່ອສະຫຼຸບຕີລາຄາຄືນການເຄື່ອນໄຫວວຽກ ງານແມ່ຍິງ ແລະ ການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ປະຈຳປີ 2020 ແລະ ຜ່ານແຜນການເຄື່ອນໄຫວວຽກງານ ແລະ ເປີດຂະບວນການແຂ່ງຂັນວຽກງານ 3 ດີ ...

Read More »

ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ສະໄໝທີ XI

ກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະ ບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ດໍາເນີນຢ່າງເປັນທາງການ ໃນລະຫວ່າງວັນທີ 1-3 ມີນາ 2021 ທີ່ສໍານັກງານສູນກາງພັກ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໂດຍມີບັນດາສະຫາຍ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ບັນດາສະຫາຍ ກໍາມະການສູນກາງພັກສົມບູນ ແລະ ສໍາຮອງ ເຂົ້າຮ່ວມຢ່າງພ້ອມພຽງ.ກອງປະຊຸມໄດ້ຄົ້ນຄວ້າປຶກສາຫາລື ແລະ ຮັບຮອງເອົາບັນຫາສໍາຄັນດັ່ງນີ້: ຕີລາຄາຜົນສໍາເລັດຂອງການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ປຶກສາຫາລື ກ່ຽວກັບຄວາມຮັບຜິດຊອບຂອງສູນກາງ ຕໍ່ການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍທີ່ກອງປະຊຸມໃຫຍ່ຄັ້ງທີ XI ວາງອອກ, ຮັບຮອງເອົາແຜນການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ເພື່ອແນໃສ່ການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານໃນທຸກຂົງເຂດຂອງຊີວິດສັງຄົມ, ສາມາດກໍານົດແຈ້ງບັນດາເນື້ອໃນ ແລະ ວຽກງານຈຸດສຸມທີ່ຕ້ອງເອົາໃຈໃສ່ ນໍາພາ-ຊີ້ນໍາ ໃນແຕ່ລະຂົງເຂດວຽກງານ ຕິດພັນກັບການຍົກສູງຄວາມເປັນເຈົ້າການ ຂອງຄະນະພັກບັນດາກະຊວງ-ອົງການ, ບັນດາແຂວງ, ນະຄອນຫລວງ ໃນການຫັນມະຕິກອງປະຊຸມ ...

Read More »

ຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບບໍ່ເປັນທາງການ ແບບທາງໄກ

ໃນວັນທີ 2 ມີນາ 2021 ທີ່ຜ່ານມາ, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບບໍ່ເປັນທາງການ (ຮູບແບບທາງໄກ), ພາຍໃຕ້ການເປັນປະທານຂອງ ບຣູໄນ ດາຣູຊາລາມ (ປະເທດປະທານອາຊຽນ ສົກປີ 2021) ແລະ ມີການເຂົ້າຮ່ວມຂອງບັນດາລັດຖະມົນຕີຕ່າງປະເທດອາຊຽນອື່ນ ແລະ ເລຂາທິການໃຫຍ່ອາຊຽນ. • ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວິໄສທັດປະຊາຄົມອາຊຽນ 2025; ການກະກຽມຮ່າງວິໄສທັດປະຊາຄົມອາຊຽນ ຫຼັງປີ 2025; ການຈັດຕັ້ງປະຕິບັດບັນດາຂໍ້ລິເລີ່ມອາຊຽນ ເພື່ອຮັບມື ແລະ ແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນ: ການຜັນຂະຫຍາຍແຜນຟື້ນຟູຮອບດ້ານອາຊຽນ, ການນໍາໃຊ້ກອງທຶນອາຊຽນສ່ວນໜຶ່ງເພື່ອຈັດຊື້ຢາວັກແຊງຕ້ານພະຍາດໂຄວິດ-19 ສໍາລັບປະຊາຊົນອາຊຽນ, ການສ້າງແລວການເດີນທາງອາຊຽນ; ແລະ ອື່ນໆ. ກອງປະຊຸມ ຄັ້ງນີ້ ຍັງໄດ້ຢໍ້າຄືນຄວາມສໍາຄັນຂອງການສືບຕໍ່ຮັກສາຄວາມສາມັກຄີເປັນປຶກແຜ່ນ ແລະ ຄວາມເປັນແກນກາງຂອງອາຊຽນ ແລະ ການຍຶດຖືຫຼັກການຮ່ວມມືຫຼາຍຝ່າຍ ເພື່ອຮັບມື ແລະ ແກ້ໄຂບັນດາສິ່ງທ້າທາຍທີ່ອາດຈະເກີດຂຶ້ນຢູ່ລະດັບພາກພື້ນ ແລະ ສາກົນ ລວມທັງການປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ແກ່ປະຊາຄົມອາຊຽນ. ພ້ອມນີ້, ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບການຮ່ວມມື ລະຫວ່າງ ອາຊຽນ ກັບພາຍນອກ ...

Read More »

ສປປ ລາວ ເນັ້ນການຊ່ວຍເຫລືອຈາກບັນດາຄູ່ຮ່ວມພັດທະນາ ໃຫ້ມີປະສິດທິຜົນ ແລະ ຕາມທິດການພັດທະນາແບບຍືນຍົງ

ກະຊວງແຜນການ ແລະ ການລົງທຶນ ສະເໜີ ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງເອົາໃຈໃສ່ບັນຫາສຳຄັນຕ່າງໆ ເພື່ອຮັບປະກັນເຮັດໃຫ້ແຜນງານ/ໂຄງການ ທີ່ໄດ້ຮັບການສະໜັບສະໜູນຊ່ວຍເຫລືອຈາກບັນດາຄູ່ຮ່ວມພັດທະນາຢູ່ໃນ ສປປ ລາວ ໄດ້ຮັບການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະ ຕາມທິດການພັດທະນາແບບຍືນຍົງ. ທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ກ່າວໃນກອງປະຊຸມ ສະຫລຸບຜົນການຈັດຕັ້ງປະຕິບັດວຽກງານຊ່ວຍເຫລືອທາງການເພື່ອການພັດທະນາ ທົ່ວປະເທດ ຄັ້ງທີ IV ໃນອາທິດຜ່ານມາ, ໂດຍເນັ້ນວ່າ: ບັນຫາທີ່ຈະຕ້ອງສືບຕໍ່ເອົາໃຈໃສ່ມີ ຄື: ໃຫ້ເພີ່ມທະວີຄວາມເປັນເຈົ້າການຂອງຂະແໜງການ ໃນການຈັດຕັ້ງປະຕິບັດບັນດາແຜນງານ/ໂຄງການ ທີ່ໄດ້ຮັບການສະໜັບສະໜູນຈາກຄູ່ຮ່ວມພັດທະນາ ໃຫ້ໄດ້ຮັບຜົນສຳເລັດຕາມແຜນການທີ່ວາງໄວ້ ແລະ ທັນເວລາ, ເອົາໃຈໃສ່ໃນວຽກງານການປະສານງານໃຫ້ມີຄວາມວ່ອງໄວ ແລະ ຮອບດ້ານ, ອໍານວຍຄວາມສະດວກໃນຂັ້ນຕອນບໍລິຫານ ແລະ ຮັບປະກັນການຈັດຕັ້ງປະຕິບັດ ບັນດາແຜນງານ/ໂຄງການ ໄປຕາມແຜນການທີ່ວາງໄວ້ແລະ ມີປະສິດທິຜົນ. ຂະນະດຽວກັນ, ກໍໃຫ້ເອົາໃຈໃສ່ໃຫ້ບັນດາຊ່ຽວຊານທີ່ມາປະຈໍາຢູ່ແຕ່ລະແຜນງານ/ໂຄງການ ຖ່າຍທອດຄວາມຮູ້ ຄວາມອາດສາມາດໃຫ້ແກ່ພະນັກງານລັດຖະກອນ ໃນການຈັດຕັ້ງປະຕິບັດແຜນງານ/ໂຄງ ການ ໂດຍສະເພາະແມ່ນການຖ່າຍທອດຄວາມຮູ້ ໃຫ້ແກ່ພະນັກງານທ້ອງຖິ່ນໃນການປະຕິບັດໜ້າທີ່ວຽກງານ ເພື່ອຮັບປະກັນຄວາມຍືນຍົງຂອງແຜນງານ/ໂຄງການຕ່າງໆ, ພ້ອມທັງເອົາໃຈໃສ່ໃນປະຕິບັດດໍາລັດຂອງລັດຖະບານ ສະບັບເລກທີ 357/ລບ, ລົງວັນທີ 9 ຕຸລາ 2019 ວ່າດ້ວຍການຄຸ້ມຄອງ ...

Read More »

ລັດຫາລືແຜນສືບຕໍ່ປະຕິບັດໂຄງການກໍ່ສ້າງດ່ານສາກົນວັງເຕົ່າ ແຂວງຈຳປາສັກ

ໃນວັນທີ 24 ກຸມພາ 2021 ທີ່ຫ້ອງວ່າການແຂວງຈຳປາສັກ, ມີກອງປະຊຸມປຶກສາຫາລື ແຜນທີ່ຈະສືບຕໍ່ການຈັດຕັ້ງປະຕິບັດ ໂຄງການກໍ່ສ້າງດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈຳປາສັກ ໃຫ້ເປັນດ່ານສາກົນທີ່ທັນສະໄໝ, ຫລ້າສຸດປະຕິບັດສຳເລັດ 82,96%, ໂດຍການເປັນປະທານ ຮ່ວມຂອງທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ທ່ານ ວຽງສະຫວັດ ສີພັນດອນ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີຜູ້ຕາງໜ້າ ຈາກກະຊວງແຜນການ ແລະ ການລົງທຶນ, ກະຊວງການເງິນ, ຫົວໜ້າພະແນກການທີ່ກ່ຽວຂ້ອງຂອງແຂວງ, ທ່ານເຈົ້າເມືອງໂພນທອງ, ຫົວໜ້າດ່ານສາກົນວັງເຕົ່າ ແລະ ບໍລິສັດ ພົງຊັບທະວີ ຜູ້ຮັບເໝົາກໍ່ສ້າງ ເຂົ້າຮ່ວມ. ໂຄງການກໍ່ສ້າງດ່ານສາກົນວັງເຕົ່າ ເມືອງໂພນທອງ ແຂວງຈຳປາສັກ ໃຫ້ເປັນດ່ານສາກົນທີ່ທັນສະໄໝ, ໄດ້ຮັບການຈັດຕັ້ງປະຕິບັດມາແຕ່ຕົ້ນປີ 2013, ມູນຄ່າກໍ່ສ້າງໂຄງການ 98.3 ຕື້ກີບ ໂດຍແມ່ນພະແນກໂຍທາທິການ ແລະ ຂົນສົ່ງແຂວງຈຳປາສັກ ເປັນເຈົ້າຂອງໂຄງການ ແລະ ບໍລິສັດ ພົງຊັບທະວີ ເປັນຜູ້ຮັບເໝົາກໍ່ສ້າງ ໃນສັນຍາ 36 ເດືອນ ປະກອບມີ 7 ...

Read More »

ລັດຖະມົນຕີ ຮສສ ຕ້ອນຮັບເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳລາວ ຄົນໃໝ່

ໃນວັນທີ 23 ກຸມພາ 2021 ທີ່ນະຄອນຫລວງວຽງຈັນ, ທ່ານ ຄຳແພງ ໄຊສົມແພງ ລັດ ຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ອີນາ ມາຊິວລີໂອນິແຕ (Ina Marciulionyte) ເອກອັກຄະລັດຖະທູດ ແຫ່ງສະຫະພາບເອີ ຣົບ ປະຈຳ ສປປ ລາວ ໃນໂອກາດມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດຄົນ ໃໝ່ປະຈຳ ສປປ ລາວ, ພ້ອມປຶກສາຫາລື ກ່ຽວກັບວຽກງານການຮ່ວມມືສອງຝ່າຍ. ໂອກາດດຽວກັນນີ້, ທ່ານ ຄຳແພງ ໄຊສົມແພງ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ ທ່ານ ນາງ ອີນາ ມາຊິວລີໂອນິແຕ ທີ່ໄດ້ຮັບການແຕ່ງຕັ້ງ ໃຫ້ມາດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ແຫ່ງ ສະຫະພາບເອີຣົບ ປະຈຳ ສປປ ລາວ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນ ມິດຕະພາບອັນຍາວນານ ແລະ ຫວັງວ່າ ທ່ານເອກອັກຄະລັດຖະທູດຄົນໃໝ່ ຈະສືບຕໍ່ຊຸກຍູ້ ...

Read More »

ລັດຖະມົນຕີຕ່າງປະເທດ ຕ້ອນຮັບທູດອົດສະຕຣາລີ ຄົນໃໝ່

ໃນວັນທີ 22 ກຸມພາ 2021 ທີ່ຜ່ານມາ ທີ່ນະຄອນຫລວງວຽງຈັນ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ໂພຣ ແຄລີ (Paul Kelly) ເນື່ອງໃນໂອກາດ ທີ່ຖືກແຕ່ງຕັ້ງໃຫ້ດຳລົງຕໍາແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ ຄົນໃໝ່. ໃນໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີ ແລະ ຊົມເຊີຍຕໍ່ ທ່ານ ໂພຣ ແຄລີ ທີ່ໄດ້ຮັບການແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ແຫ່ງ ອົດສະ ຕຣາລີ ປະຈໍາ ສປປ ລາວ ແລະ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍາວນານ ແລະ ຫວັງວ່າ ທ່ານເອກອັກຄະລັດຖະທູດຄົນໃໝ່ ຈະສືບຕໍ່ຊຸກຍູ້ ແລະ ປະກອບສ່ວນເຂົ້າ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີປະສິດທິພາບ ລະຫວ່າງ ສປປ ...

Read More »

ຢ່າລືມ!​!! ໄປໃຊ້ສິດເລືອກຕັ້ງ ສສຊ​ ແລະ​ ສສຂ​ ພ້ອມກັນທົ່ວປະເທດ

ທ່ານຮູ້ບໍ່ ?ທົ່ວປະເທດ​ ມີຜູ້ມີສິດປ່ອນບັດເລືອກຕັ້ງ​ສະມາຊິກສະພາແຫ່ງຊາດຊຸດທີ IX​ ແລະ​ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ II​ ທັງໝົດ​ 4.279.243 ຄົນ,​ ເພດຍິງ 2.128.167 ຄົນ. ການເລືອກຕັ້ງສະມາຊິກສະແຫ່ງຊາດ (ສສຊ) ຊຸດທີ 9 ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ (ສສຂ) ຊູດທີ 2 ທີ່ຈະມີຂຶ້ນໃນວັນທີ 21 ກຸມພາ 2021: -ທົ່ວປະເທດມີ 18 ເຂດເລືອກຕັ້ງ (ນະຄອນຫລວງວຽງຈັນ+17ແຂວງ).-ທົ່ວປະເທດມີ 7.217 ໜ່ວຍປ່ອນບັດ. -ໜ່ວຍປ່ອນບັດເລືອກຕັ້ງຢູ່ຕ່າງປະເທດ ມີ 40 ໜ່ວຍ (ສະຖານເອກອັກຄະລັດຖະທູດ-ກົງສຸນໃຫຍ່).-ຜູ້ສະໝັກຮັບເລືອກຕັ້ງ ມີທັງໝົດ 224 ທ່ານ, ເພດຍິງ 49 ທ່ານ ເລືອກເອົາ 164 ທ່ານ.

Read More »

ປຶກສາຫາລືປະເມີນຜົນກະທົບທີ່ອາດຈະເກີດຂຶ້ນຕໍ່ມໍລະດົກໂລກ

ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຈັດກອງປະຊຸມປຶກສາ ຫາລືປະກອບຄຳຄິດຄຳເຫັນຕໍ່ບົດລາຍງານກ່ຽວກັບການປະເມີນຜົນກະທົບທີ່ອາດຈະເກີດຂຶ້ນຕໍ່ມໍລະດົກ ໂລກຈາກໂຄງການກໍ່ສ້າງເຂື່ອນໄຟຟ້າພະລັງນໍ້າ ທີ່ບ້ານຫ້ວຍຢໍ້ ເມືອງຈອມເພັດ ແຂວງຫຼວງພະບາງ ຊຶ່ງໄດ້ຈັດຂຶ້ນໃນວັນທີ 18 ກຸມພານີ້ ທີ່ໂຮງແຮມລາວພລາຊາ, ພາຍໃຕ້ການເປັນປະທານຂອງທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງ ຖວທ, ທ່ານ ແວນ ຮວ່າງດາວ ປະທານບໍລິສັດຫຼວງພະບາງ ພາວເວີ ຈຳກັດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ວັນສີ ກົວມົວ ກ່າວວ່າ: ກອງປະຊຸມຄັ້ງນີ້, ຈັດຂຶ້ນເພື່ອພ້ອມກັນຮັບຟັງບົດລາຍ ງານຂອງ ບໍລິສັດ ຫຼວງພະບາງພາວເວີ ຈຳກັດ ກ່ຽວກັບບັນຫາທີ່ຕິດພັນກັບຂໍ້ກັງວົນຂອງອົງການ ອຸຍແນັດສະໂກ ຕໍ່ຜົນກະທົບດ້ານມໍລະດົກທີ່ອາດຈະເກີດຂຶ້ນໄດ້ໃນໂຄງການສ້າງເຂື່ອນໄຟຟ້າພະລັງ ງານນໍ້າຂອງ ທີ່ແຂວງຫຼວງພະບາງ ພ້ອມນັ້ນກອງປະຊຸມຈະໄດ້ປຶກສາຫາລືແລກປ່ຽນຄຳ ຄິດຄຳເຫັນຮ່ວມກັບຜູ້ຕາງໜ້າຈາກກະຊວງ, ຂະແໜງການທີ່ກ່ຽວຂ້ອງເພື່ອເປັນການກະກຽມ ຂໍ້ມູນທີ່ຈຳເປັນໃຫ້ແກ່ກອງປະຊຸມຮ່ວມກັບອົງການອຸຍແນັດສະໂກທີ່ຈະຈັດຂຶ້ນໃນໄວໆນີ້, ຫວັງຢ່າງຍິ່ງວ່າບັນດາທ່ານທີ່ເຂົ້າຮ່ວມກອງປະຊຸມຈະຕັ້ງໜ້າປະກອບທຸກຄຳເຫັນຢ່າງມີເນື້ອໃນ ແລະ ເຕັມໄປດ້ວຍບັນຍາກາດຟົດຟື້ນເພື່ອໃຫ້ກອງປະຊຸມດຳເນີນໄປດ້ວຍຜົນສຳເລັດຕາມລະດັບຄາດໝາຍ. ແຫຼ່ງຂ່າວ: ປະຊາຊົນ

Read More »

ຄະນະກໍາມະການເລືອກຕັ້ງລະດັບຊາດ ຮັບປະກັນໃຫ້ບັ້ນເລືອກຕັ້ງຄັ້ງນີ້ ບັນລຸສາມຄາດໝາຍ

ການກະກຽມດ້ານຕ່າງໆໃຫ້ແກ່ບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 9 ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຊຸດ ທີ 2 ໃນຂອບເຂດທົ່ວປະເທດ ພວມດຳເນີນໄປຢ່າງເປັນຂະ ບວນຟົດຟື້ນຕໍ່ເນື່ອງ ເພື່ອຮັບປະກັນໃຫ້ບັ້ນເລືອກຕັ້ງຄັ້ງນີ້ ບັນລຸຕາມລະດັບຄາດໝາຍ 3 ຮ້ອຍສ່ວນຮ້ອຍ ຄື: ຮັບປະກັນໃຫ້ຜູ້ໄປໃຊ້ສິດຮ້ອຍສ່ວນຮ້ອຍ, ບໍ່ໃຫ້ມີບັດຕາຍຮ້ອຍສ່ວນຮ້ອຍ ແລະ ໃຫ້ມີຄວາມສະຫງົບຮ້ອຍສ່ວນຮ້ອຍ.ທ່ານ ສົມພູ ດວງສະຫວັນ, ຄະນະປະຈໍາສະພາແຫ່ງຊາດ, ກໍາມະການອະນຸກໍາມະການເລຂາ ນຸການ, ໂຄສົກຂອງຄະນະກໍາມະການເລືອກຕັ້ງລະດັບຊາດ ໄດ້ໃຫ້ສຳພາດເມື່ອບໍ່ນານມານີ້ວ່າ: ມາຮອດປັດຈຸບັນ ອະນຸກຳມະການຕ່າງໆ ທີ່ໄດ້ຮັບການແຕ່ງຕັ້ງຈາກຄະນະກຳມະການເລືອກຕັ້ງລະດັບຊາດ ປະກອບດ້ວຍ 5 ອານຸກໍາມະການ ເປັນຕົ້ນອານຸກໍາມະການເລຂານຸການ, ບຸກຄະລາກອນ ແລະໂຄງປະກອບ, ໂຄສະນາ ແລະ ຂະບວນການ, ງົບປະມານ ແລະ ອະນຸກຳມະການປ້ອງກັນຊາດປ້ອງກັນຄວາມສະຫງົບ ພວມສຸມໃສ່ຈັດຕັ້ງປະຕິບັດວຽກງານດ້ວຍຄວາມຮັບຜິດຊອບສູງ ເພື່ອເຄື່ອນໄຫວຕາມ 4 ບາດກ້າວສໍາຄັນ ໂດຍສະເພາະການເຜີຍແຜ່ເອກະສານຕ່າງໆ ກ່ຽວກັບການເລືອກຕັ້ງຢູ່ຂັ້ນແຂວງ, ຂັ້ນເມືອງ ແລະ ບ້ານ ເພື່ອໃຫ້ປະຊາຊົນຮັບຮູ້ເຂົ້າໃຈ ແລະ ກຳໄດ້ຄວາມໝາຍຄວາມສຳຄັນຂອງການເລືອກຕັ້ງ, ທີ່ຕັ້ງພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ກໍ່ຄື ສະມາຊິກສະ ພາແຫ່ງຊາດ ...

Read More »