ປະກົດການຍໍ້ທໍ້

ສະຫະພາບເອີຣົບ ແລະ ອົງການຢູນີເຊັບ ປະຈຳລາວ ຊ່ວຍເຫຼືອກຸ່ມເດັກນ້ອຍລຸ່ມ 5 ປີ……..

ສະຫະພາບເອີຣົບ ແລະ ອົງການຢູນີເຊັບ ປະຈຳລາວ ໄດ້ມອບອຸປະກອນ ແລະ ຢາປິ່ນປົວໃຫ້ກະຊວງສາທາລະນະສຸກ ມູນຄ່າ 793.555 ໂດລາສະຫະລັດ ເພື່ອເພີ່ມຄວາມເຂັ້ມແຂງໃນການຕອບໂຕ້ບັນຫາການຂາດສານອາຫານຂອງເດັກນ້ອຍທີ່ມີອັດຕາສູງໃນລາວໂດຍສະເພາະໃນໄລຍະໂຄວິດ 19 ທີ່ມີທ່າອ່ຽງເພີ່ມສູງຂຶ້ນ. ພິທີມອບ-ຮັບຈັດຂຶ້ນໃນຕອນເຊົ້າວັນທີ 27 ພະຈິກ 2020 ທີ່ກະຊວງສາທາລະນະສຸກ ໂດຍກ່າວມອບຂອງທ່ານ ນາງ ອີນາ ມາຊິວລີໂອນິແຕ ເອກອັກຄະລັດຖະທູດສະຫະພາບເອີຣົບ ປະຈຳລາວ ແລະ ທ່ານ ນາງ ດຣ ເປຍ ລີເບວໂລ ບີຮໂຕ ຜູ້ຕາງຫນ້າອົງການຢູນີເຊບ ປະຈຳລາວ ໃຫ້ກຽດກ່າວຮັບຂອງ ຮອງສາສະດາຈານ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ. ​ຮອງສາສະດາຈານ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກມີຄຳເຫັນວ່າ:ອຸປະກອນແລະຢາປິ່ນປົວທີ່ໄດ້ຮັບການຊ່ວຍເຫຼືອຈາກສະຫະພາບເອີຣົບ ແລະ ອົງການຢູນີເຊັບປະຈຳລາວຄັ້ງນີ້ຈະໄດ້ນຳໃຊ້ເຂົ້າຊ່ວຍໃນວຽກງານປິ່ນປົວ ແລະ ປ້ອງກັນການຂາດສານອາຫານໃນກຸ່ມເດັກນ້ອຍລຸ່ມ 5 ປີ. ລວມມີອາຫານເສີມທາງການແພດ, ຢາແລະອຸປະກອນການແພດສຳລັບປິ່ນປົວເດັກຂາດສານອາຫານຮ້າຍແຮງທີ່ນອນໃນໂຮງຫມໍ,ນອກນີ້ຍັງມີອຸປະກອນຕິດຕາມການເຕີບໂຕເກນມາດຕະຖານຂອງເດັກເຊັ່ນ:ຊິງສັ່ງນ້ຳຫນັກ,ກະດານແທກລວງສູງແລະແນວວັດແທກຮອບເຄິ່ງກາງແຂນໃຫ້ເດັກ.ຢາວິຕາມິນອາເຊິ່ງເປັນຫນຶ່ງໃນຢາທີ່ໄດ້ມອບໃຫ້ກະຊວງສາທາລະນະສຸກເພື່ອແຈກຢາຍໃຫ້ເດັກລຸ່ມ 5 ປີທົ່ວປະເທດເພື່ອໃຫ້ເຂົາເຈົ້າສາມາດສ້າງພູມຄຸ້ມກັນຮ່າງກາຍແລະ ຫຼດຜ່ອນການເຈັບເປັນ.​ ຮອງສາສະດາຈານ ດຣ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກມີຄຳເຫັນຕື່ມວ່າ:ສະພາບການລະບາດຂອງພະຍາດໂຄວິດ ...

Read More »

ລັດຖະບານ ໄດ້ກຳນົດວຽກງານຈຸດສຸມ ຂອງ ເດືອນທັນວາ 2020…………

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພະຈິກ 2020 ໄດ້ຈັດຂຶ້ນໃນວັນທີ 24 ພະຈິກ 2020 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ. ສໍາລັບວຽກງານຈຸດສຸມປະຈໍາເດືອນທັນວາ 2020, ກອງປະຊຸມ ໄດ້ຊີ້ນຳໃຫ້ບັນດາຂະ ແໜງການກ່ຽວຂ້ອງ ແລະ ທ້ອງຖິ່ນ ສຸມໃສ່ຈັດຕັ້ງປະຕິບັດດັ່ງນີ້: ໃຫ້ກະຊວງການຕ່າງປະເທດສືບຕໍ່ກະກຽມແຜນການເຄື່ອນໄຫວໃຫ້ແກ່ການນໍາພັກ-ລັດໃນການເຂົ້າຮ່ວມກອງປະຊຸມສາກົນທີ່ຈະຈັດຂຶ້ນໃນທ້າຍປີ 2020 ໃຫ້ມີເນື້ອໃນລະອຽດຮັດກຸມ; ໃຫ້ກະຊວງການເງິນ ສືບຕໍ່ຕິດຕາມການຈັດເກັບລາຍຮັບງົບປະມານໃຫ້ໄດ້ຕາມແຜນການທີ່ກໍານົດເປັນຕົ້ນການເຊົ່າສໍາປະທານ, ພັນທະຕາມກົດໝາຍຂອງບັນດາຫົວໜ່ວຍທຸລະກິດ, ຮີບຮ້ອນເລັ່ງທວງໜີ້ຄ້າງມອບຄ່າສໍາປະທານການຊອກຄົ້ນ, ສໍາຫລວດ ຫລື ຂຸດຄົ້ນແຮ່ທາດ, ໜີ້ຄ້າງມອບຄ່າພາກຫລວງໄຟຟ້າ, ສືບຕໍ່ປັບປຸງບັນດາລັດວິສາຫະກິດໃຫ້ມີຄວາມຄືບໜ້າ ແລະ ການຫັນບັນດາຫົວໜ່ວຍວິຊາການຈໍານວນໜຶ່ງທີ່ມີລາຍຮັບໃຫ້ກຸ້ມຕົນເອງດ້ານງົບປະມານ; ໃຫ້ຄະນະຮັບຜິດຊອບຕາມຂໍ້ຕົກລົງເລກທີ 98/ນຍ,ລົງວັນທີ 20 ຕຸລາ 2020 ວ່າດ້ວຍການຫັນຊັບສິນຂອງລັດເປັນທຶນ ຮີບຮ້ອນເລັ່ງລັດການຂຶ້ນບັນຊີບັນດາລັດວິສາຫະກິດ, ໂຄງການໄຟຟ້າ, ໂຄງການບໍ່ແຮ່, ທີ່ດິນ ແລະ ຊັບສິນອື່ນໆຂອງລັດ ເພື່ອຄົ້ນຄວ້າການຫັນເປັນທຶນ, ແກ້ໄຂສະພາບຄ່ອງຂອງການດໍາເນີນທຸລະກິດໃຫ້ມີປະສິດທິຜົນ ແລະ ສ້າງລາຍຮັບໃຫ້ແກ່ລັດ; ໃຫ້ຄະນະສະເພາະກິດສົ່ງເສີມການລົງທຶນແລະ ການຜະລິດສິນຄ້າສືບຕໍ່ປັບປຸງສະພາບແວດລ້ອມ ໃນການລົງທຶນໃຫ້ດີຂຶ້ນ, ສ້າງເງື່ອນໄຂອໍານວຍຄວາມສະດວກໃຫ້ແກ່ນັກລົງທຶນ ...

Read More »

ກອງປະຊຸມລັດຖະບານ ໄດ້ສຸມໃສ່ຊີ້ນຳຫຼາຍໜ້າວຽກທີ່ສຳຄັນ…..

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນພະຈິກ 2020 ໄດ້ຈັດຂຶ້ນໃນວັນທີ 24 ພະຈິກ 2020 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ເຂົ້າຮ່ວມ. ກອງປະຊຸມ ໄດ້ຮັບຟັງການລາຍງານຈາກຂະແໜງການກ່ຽວຂ້ອງ ກ່ຽວກັບສະພາບພົ້ນເດັ່ນພາຍໃນ ແລະ ຕ່າງປະເທດ; ຕໍ່ສະພາບການພາຍໃນ ກອງປະຊຸມໄດ້ຊີ້ນໍາໃຫ້ທຸກພາກສ່ວນ ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພຂອງຄົນບໍ່ຫວັງດີ, ເອົາໃຈໃສ່ແກ້ໄຂປະກົດການຫຍໍ້ທໍ້ໍໃນສັງຄົມ ເປັນຕົ້ນ ຢາເສບຕິດ ແລະ ແກ້ໄຂບັນຫາອຸບັດເຫດຕາມທ້ອງຖະໜົນ, ເພີ່ມທະວີການຕິດຕາມກວດກາສື່ສັງຄົມອອນລາຍທີ່ອອກຂ່າວບໍ່ມີມູນຄວາມຈິງ ຫຼື ໃສ່ຮ້າຍປ້າຍສີ, ສື່ມວນຊົນລາວຕ້ອງເປັນກະບອກສຽງທີ່ແຫຼມຄົມ ເພື່ອໃຫ້ຂໍ້ມູນຖືກຕ້ອງ ແລະ ຊັດເຈນແກ່ສັງຄົມຢ່າງທັນການ. ກ່ຽວກັບສະພາບການຂອງສາກົນໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຕິດຕາມຢ່າງໃກ້ຊິດ, ມີການວິເຄາະວິໄຈຢ່າງລະອຽດ ເຖິງຜົນກະທົບທີ່ອາດມີຕໍ່ປະເທດເຮົາ ເພື່ອກຳນົດນະໂຍບາຍ ໃຫ້ສອດຄ່ອງກັບສະພາບປັດຈຸບັນ, ພ້ອມນີ້ ໃຫ້ພາກສ່ວນກ່ຽວຂ້ອງຈັດຕັ້ງຜັນຂະຫຍາຍຜົນການຕົກລົງຂອງກອງປະຊຸມສຸດຍອດອາຊຽນຄັ້ງທີ 37 ໃຫ້ມີປະສິດທິຜົນ. ກອງປະຊຸມ ຮັບຟັງການລາຍງານ ກ່ຽວກັບສະພາບການແຜ່ລະບາດຂອງພະຍາດ ໂຄວິດ-19, ການກວດພົບຜູ້ຕິດເຊື້ອໃໝ່ທີ່ເດີນທາງມາຈາກຕ່າງປະເທດ ແລະ ເຫັນດີຕໍ່ທິດທາງແຜນການໃນຕໍ່ໜ້າ. ພ້ອມທັງ ໄດ້ຊີ້ນໍາໃຫ້ຄະນະສະເພາະກິດສືບຕໍ່ເຂັ້ມງວດຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ...

Read More »

ລັດຖະບານປະຊຸມດ່ວນ ຫຼັງພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ…

ລັດຖະບານປະຊຸມດ່ວນ..!! ພິຈາລະນາຖີ່ຖ້ວນຕໍ່ການອະນຸມັດໃຫ້ຍົນເຊົ່າເໝົາຈາກປະເທດທີ່ມີການລະບາດຂອງພະຍາດໂຄວິດ-19 ຄະນະສະເພາະກິດ ໄດ້ຖະແຫຼງຂ່າວ ໃນວັນທີ 23 ພະຈິກ 2020, ໂດຍ ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ລາຍງານກ່ຽວກັບຜູ້ຕິດເຊື້ອໃໝ່ ທັງ 14 ກໍລະນີ, ໃນນັ້ນ ຄົນລາວ 1 ຄົນ, ຄົນຕ່າງປະເທດ 13 ຄົນ(ເພດຊາຍ 11 ຄົນ,ຍິງ 3 ຄົນ) ທັງໝົດແມ່ນເດີນທາງມາຈາກຕ່າງປະເທດ. ຈາກການກວດເບື້ອງຕົ້ນ ທຸກຄົນແມ່ນມີອາການປົກກະຕິ (ບໍ່ສະແດງອາການຫຍັງເຊັ່ນ: ຫວັດ, ໄຂ້, ໄອ, ອຸນຫະພູມສູງ) ແຕ່ກວດພົບເຊື້ອ. ທັງໝົດ 14 ຄົນ ແມ່ນໄດ້ຖືກນຳໄປປິ່ນປົວແຍກປ່ຽວ ຢູ່ໂຮງໝໍມິດຕະພາບຈາກກໍລະນີດັ່ງກ່າວນີ້, ທ່ານ ພູທອນ ຍັງໄດ້ເປີດເຜີຍວ່າ: ທາງ ພັກ ແລະ ລັດຖະບານ ກໍ່ໄດ້ມີຄວາມເປັນຫ່ວງເປັນໃຍ ແລະ ທ່ານນາຍົກລັດຖະມົນຕີ ກໍ່ໄດ້ຮຽກປະຊຸມຄະນະສະເພາະກິດດ່ວນ ເພື່ອໃຫ້ທິດຊີ້ນຳໃນຫຼາຍບັນຫາ ເຊີ່ງໜື່ງໃນນັ້ນ ແມ່ນໃຫ້ຄະນະສະເພາະກິດ ພິຈາລະນາຖີ່ຖ້ວນຕໍ່ການອະນຸມັດໃຫ້ຍົນເຊົ່າເໝົາລຳຈາກປະເທດທີ່ມີການລະບາດຂອງໂຄວິດ-19 ລວມທັງການອອກວີຊ່າໃຫ້ກັບຄົນຕ່າງປະເທດ ທີ່ຢູ່ປະເທດກຳລັງມີການລະບາດພະຍາດໂຄວິດ-19. ພ້ອມນີ້, ...

Read More »

ຮອງເຈົ້າແຂວງ ທົບທວນຄືນ ການປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ……

ເພື່ອປຶກສາຫາລືການຈັດຕັ້ງຜັນຂະຫຍາຍເນື້ອໃນຄວາມໝາຍໝັ້ນ ຂອງບັນດາຮອງເຈົ້າແຂວງ ໃນການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ ເພື່ອນຳໃຊ້ກາລະໂອກາດພັດທະນາທ່າແຮງຂອງເດັກລາວບັນດາເຜົ່າ ຮອດປີ 2030 ແລະ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ 1.2 ທີ່ໄດ້ລົງນາມ ແລະ ຮັບຮອງເອົາໃນປີຜ່ານມາ, ທົບທວນຜົນການວິໄຈຄວາມຂາດເຂີນແບບທັບຊ້ອນຫຼາຍມິຕິ ສໍາລັບເດັກຢູ່ ສປປ ລາວ. ໃນວັນທີ 23 ພະຈິກ 2020 ທີ່ຫໍປະຊຸມແຫ່ງຊາດ, ຄະນະກຳມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ (ຄຊກມດ) ຮ່ວມກັບ ອົງການອຸຍນີເຊັບ ໄດ້ຈັດກອງປະຊຸມ ຄວາມໝາຍໝັ້ນຂອງບັນດາຮອງເຈົ້າແຂວງ ຕໍ່ການຈັດຕັ້ງປະຕິບັດສົນທິສັນຍາວ່າດ້ວຍສິດທິເດັກ. ໂດຍສະເພາະບັນດາຕົວຊີ້ວັດ, ຄາດໝາຍ ແລະ ແຜນວຽກຈຸດສຸມ ເພື່ອແກ້ໄຂຄວາມທຸກຍາກຂອງເດັກໃນຫລາຍມິຕິຢູ່ ສປປ ລາວ ຕິດພັນກັບການສ້າງແຜນດຳເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ ໄລຍະ 2021-2025 ໂດຍແຜນງານແກ້ໄຂສະພາບຄວາມທຸກຍາກຂອງເດັກຫລາຍມິຕິ ຢູ່ ສປປ ລາວ ທີ່ກ່ຽວຂ້ອງກັບ ດ້ານໂພຊະນາການ, ສຸຂະພາບ, ການປົກປ້ອງເດັກ, ນໍ້າສະອາດ, ສຸຂະອານາໄມ, ການສຶກສາ, ການພັດທະນາເດັກກ່ອນໄວຮຽນ, ຂໍ້ມູນຂ່າວສານ ແລະ ທີ່ຢູ່ອາໃສ. ທ່ານ ອາລຸນແກ້ວ ...

Read More »

ວັນສົນທິສັນຍາ ວ່າດ້ວຍສິດທິເດັກ ແລະ ລະນຶກວັນສາກົນຢຸດຕິຄວາມຮຸນແຮງຕໍ່ແມ່ຍິງ………..

ກະຊວງໄປສະນີ, ໂທລະ ​ຄົມມະນາຄົມ ແລະ ການ​ສື່ ສານ (ປທສ) ຮ່ວມ​ກັບ​ ມະຫາ ວິທະຍາໄລ​ແຫ່ງ​ຊາດ, ຄະນະ​ກຳມາ​ທິ​ການ ເພື່ອ​ຄວາມ​ກ້າວ ໜ້າ​ຂອງ​ແມ່ຍິງ ແລະ ແມ່​ -​ເດັກ (ຄກມດ) ໄດ້​ຈັດ​ຂະບວນ​ການສະເຫຼີມສະຫຼອງ​ວັນ​ສົນ ທິສັນຍາ​ວ່າ​ດ້ວຍ​ສິດທິ​ເດັກ 20 ພະຈິກ ແລະ ລະນຶກວັນ​ ສາກົນ​ ເພື່ອ​ຢຸດຕິ​ຄວາມ​ຮຸນ​ ແຮງ​ຕໍ່​ແມ່ຍິງ 25 ພະຈິກ ໂດຍ ​ການ​ຈັດ​ງານ​ຂຶ້ນ​ທະບຽນ​ເລກ ​ໝາຍ​ໂທລະສັບ ຊຶ່ງ​ຈັດ​ຂຶ້ນ​ໃນ​ວັນ​ທີ 18 ພະຈິກ​ຜ່ານ​ມາ ທີ່ ມະຫາວິທະຍາໄລ​ແຫ່ງ​ຊາດ ໃຫ້​ກຽດ​ເປັນ​ປະທານ​ຮ່ວມ ແລະ ກ່າວ​ເປີດ​ພິທີ​ໂດຍ ທ່ານ ທອງ​ໃສ ຊານ​ໄຊ​ຍະ ຮອງ​ລັດຖະມົນຕີ ປະທານຄະນະ​ກຳມາ​ທິ​ການ​ເພື່ອ​ຄວາມ​ກ້າວໜ້າ​ຂອງ​ແມ່ ຍິງ ແລະ ແມ່​-​ເດັກ ກະຊວງ ປທສ ແລະ ທ່ານ ໂພ​ສີ ທິບ​ດາວັນ ຮອງ​ອະທິການບໍດີມະ ຫາວິທະຍາໄລ​ແຫ່ງ​ຊາດ, ມີ​ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ. ທ່ານ ທອງ​ໃສ ຊານ​ໄຊຍະ ໄດ້​ກ່າວວ່າ: ...

Read More »

ທະນາຄານກາງຟີລີປິນ ປັບຫຼຸດອັດຕາດອກເບ້ຍ ເນື່ອງຈາກເສດຖະກິດມີຄວາມຫຍຸ້ງຍາກ……

ສຳນັກຂ່າວ ຣອຍເຕີ​້ ລາຍງານໃນວັນທີ 19 ພະຈິກ 2020 ໂດຍໃຫ້ຮູ້ວ່າ: ທະນາຄານກາງຂອງຟີລິປິນ ປັບຫຼຸດອັດຕາດອກເບ້ຍ ໃນວັນທີ 18 ພະຈິກ ທີ່ຜ່ານມາ ຊຶ່ງເປັນການຫຼຸດລົງຄັ້ງທີ 5 ໃນປີນີ້ ເນື່ອງຈາກ ຄວາມເສຍຫາຍຈາກພາຍຸໄຕ້ຝຸ່ນ ຫຼາຍລູກ ແລະ ການແຜ່ລະບາດຂອງ ໂຄວິດ-19 ເພີ່ມຂຶ້ນ ເຮັດໃຫ້ເກີດແຮງກົດດັນຕໍ່ເສດຖະກິດຢ່າງໜັກ. Bangko Sentral ng Pilipinas (BSP) ໄດ້ຫຼຸດອັດຕາການຊື້ຄືນ ສິນຄ້າກາງຄືນລົງທີ 0,25% ສູ່ລະດັບຕໍ່າສຸດເຖິງ 2,​0%. ນອກຈາກນີ້, ຍັງຫຼຸດອັດຕາດອກເບ້ຍເງິນຝາກຂ້າມຄືນ ແລະ ສິ່ງອຳນວຍຄວາມສະດວກໃຫ້ກູ້ຍືມເຫຼືອ 1,​5% ແລະ 2,​5% ຕາມລຳດັບ.​ ນັກເສດຖະສາດພຽງ 2 ໃນ 11 ຄົນ ຂອງຣອຍເຕີ້ ທີ່ສຳຫຼວດການທົບທວນນະໂຍບາຍຂອງ BSP ທີ່ໄດ້ໃຫ້ທັດສະນະວ່າຈະຫຼຸດອັດຕາດອກເບ້ຍລົງ 0,25%,​ ພວກເຂົາສ່ວນໃຫຍ່ໄດ້ຄາດການວ່າ ທະນາຄານກາງຍັງຄົງຖືກລະງັບ ເນືື່ອງຈາກປະເມີນຜົນກະທົບຂອງການຜ່ອນຜັນກ່ອນໜ້ານີ້.BSP ກ່າວວ່າ: ນະໂຍບາຍຜ່ອນຜັນໃນອີກບໍ່ພໍເທົ່າໃດເດືອນຕໍ່ໜ້ານີ້ ແລະ ໄລຍະເວລາ ໃນການອອກຈາກມາດຕະການຜ່ອນຜັນຢ່າງບໍ່ເຄີຍມີມາກ່ອນ ...

Read More »

ສະມາຊິກສະພາແຫ່ງຊາດ ຈຳນວນໜຶ່ງບໍ່ເຄີຍປະກອບຄຳເຫັນຕໍ່ກອງປະຊຸມສະພາແຫ່ງຊາດຕະຫລອດໄລຍະ 5 ປີ…..

ມີສະມາຊິກສະພາແຫ່ງຊາດ ຊຸດທີ VIII ຈໍານວນໜ້ອຍໜຶ່ງໃນຈໍານວນທັງໝົດ 149 ທ່ານ ບໍ່ເຄີຍປະກອບຄໍາເຫັນໃນກອງປະຊຸມສະພາແຫ່ງຊາດຕະຫລອດໄລຍະ 5 ປີ ຫລື ຈົນໝົດສະໄໝຂອງການເປັນສະມາຊິກສະພາແຫ່ງຊາດ ຊຸດທີ VIII. ຂະນະດຽວກັນ ມີອີກຫລາຍທ່ານບໍ່ຍາດເວລາເຂົ້າຮ່ວມກອງປະຊຸມສໍາຄັນຕ່າງຯ ຂອງສະພາແຫ່ງຊາດ, ລວມເຖິງການລົງພົບປະກັບປະຊາຊົນຕາມສິດ ແລະ ໜ້າທີ່ສໍາຄັນຂອງຕົນເອງ. ໃນໂອກາດຕາງໜ້າໃຫ້ອົງການຈັດຕັ້ງມະຫາຊົນຂຶ້ນປະກອບຄໍາເຫັນຕໍ່ກອງປະ ຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VIII ໃນວັນທີ 16 ພະຈິກ 2020 ທ່ານ ນາງ ຄໍາຈັນ ພົມແສງສະຫວັນ, ຮອງປະທານສູນກາງແນວລາວສ້າງຊາດ ກ່າວວ່າ: ການເຂົ້າຮ່ວມກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດແຕ່ລະເທື່ອຍັງມີສະມາຊິກສະພາແຫ່ງຊາດຂາດຫລາຍ ຊຶ່ງສັງຄົມເຫັນໄດ້ຜ່ານຕົວເລກການສະເໜີຕົວຜູ້ເຂົ້າຮ່ວມຈາກການລົງຄະແນນສຽງແຕ່ລະຄັ້ງຍັງມີບ່ອນນັ່ງວ່າງຫລາຍ ຊຶ່ງຕາມທໍາມະດາແລ້ວສະມາຊິກສະພາແຫ່ງຊາດທຸກທ່ານຕ້ອງໄດ້ເຂົ້າຮ່ວມກອງປະຊຸມແຫ່ງຊາດ ປີລະ 2 ຄັ້ງ ຢ່າງຄົບຖ້ວນ, ສ່ວນການຄົ້ນຄ້ວາ, ປະກອບຄໍາເຫັນໃນກອງປະຊຸມ ສ່ວນຫລາຍແມ່ນຜູ້ເກົ່າທີ່ເຄີຍອອກຄໍາເຫັນຫລາຍຄັ້ງເປັນປະຈໍາ ແລະ ເປັນໜ້າຊົມເຊີຍ, ແຕ່ຂະນະດຽວກັນສັງເກດເຫັນວ່າສະມາຊິກສະພາແຫ່ງຊາດຈໍານວນໜ້ອຍໜຶ່ງບໍ່ຄ່ອຍອອກຄໍາເຫັນ ຫຼືບໍ່ອອກຄໍາເຫັນເລີຍ ຕະຫລອດໄລຍະ 5 ປີ ຊຶ່ງເຫັນຄວນຕ້ອງໄດ້ເພີ່ມເຂົ້າມາດຖານເງື່ອນໄຂຜູ້ສະໝັກເລືອກຕັ້ງຄັ້ງຕໍ່ໄປ ຕ້ອງແມ່ນຜູ້ທີ່ມີພອນສະຫວັນໃນການເວົ້າຕື່ມອີກ. ຮອງປະທານສູນກາງແນວລາວສ້າງຊາດກ່າວຕື່ມວ່າ: ສະມາຊິກສະພາແຫ່ງຊາດ ບາງທ່ານທີ່ປະຈໍາຢູ່ຂະແໜງການ, ກົມກອງຂັ້ນສູນກາງຍັງບໍ່ທັນຍາດເວລາເພື່ອເຂົ້າຮ່ວມກອງປະຊຸມສະໄໝສາມັນ ຫຼື ກອງປະຊຸມຂອງກໍາມາທິການສະພາແຫ່ງຊາດ, ...

Read More »

ປະຊາຊົນສະເໜີບັນຫາຕໍ່ສະພາກ່ຽວກັບບາງກົດໝາຍທີ່ຍັງ…..

ກອງປະຊຸມສະໄຫມສາມັນເທື່ອທີ 10 ຂອງສະພາແຫ່ງຊາດຊຸດທີ VII ໃນວັນທີ 16 ພະຈິກຜ່ານມາ, ທ່ານນາງ ຄໍາຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງຊາດ, ຕາງຫນ້າໃຫ້ອົງການ ມະຫາຊົນຂັ້ນສູນກາງ ໄດ້ນໍາເອົາຄໍາຄິດຄໍາເຫັນຂອງພະນັກງານ, ປະຊາຊົນລາວບັນດາເຜົ່າ ມາສະເຫນີ ຜ່ານສະພາແຫ່ງຊາດ ໄປຍັງພາກສ່ວນກ່ຽວຂ້ອງຄົ້ນຄ້ວາພິຈາລະນາແກ້ໄຂ. ທ່ານນາງ ຄໍາຈັນ ພົມແສງສະຫວັນ ກ່າວວ່າ: ສະເຫນີໃຫ້ສະພາແຫ່ງຊາດປະເມີນຜົນສະພາບ ຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມ, ຄວາມຮັບຮູ້ເຂົ້າໃຈຂອງປະຊາຊົນຕໍ່ການສ້າງກົດໝາຍຈໍານວນໜຶ່ງ ຍັງບໍ່ທັນກວ້າງຂວາງ ແລະ ເລິກເຊິ່ງ ເຮັດໃຫ້ກົດໝາຍທີ່ສ້າງແລ້ວ ຍັງມີບາງເນື້ອໃນບໍ່ສອດຄ່ອງເຊັ່ນ: ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າທີ່ເຫັນວ່າ ການປະຕິບັດຕົວຈິງຍາກ, ນອກຈາກນີ້ ການປະຕິບັດກົດໝາຍການລົງທຶນກໍຍັງມີຄວາມຫຍຸ້ງຍາກຕ້ອງຜ່ານຫຼາຍຂັ້ນ, ຫຼາຍຂອດ ໃຊ້ເວລາຍາວ 3 ເດືອນ ເຮັດໃຫ້ເສຍໂອກາດດ້ານການລົງທຶນ. ຖ້າເປັນໄປໄດ້ສະພາແຫ່ງຊາດ ຄວນມີຄະນະສະເພາະກິດຫນຶ່ງ ທີ່ປະກອບດ້ວຍພະນັກງານອາວຸໂສ, ຜູ້ຊ່ຽວຊານດ້ານກົດຫມາຍ ເພື່ອຊ່ວຍຄົ້ນຄ້ວາປະກອບຄໍາເຫັນ, ເປັນຂໍ້ມູນໃຫ້ຄະນະປະຈໍາສະພາແຫ່ງຊາດ ໃນການພິຈາລະນາຮ່າງກົດໝາຍ ແລະ ຄວນເພີ່ມເວລາໃນການພິຈາລະນາຕໍ່ຮ່າງກົດໝາຍຕື່ມ ເພື່ອຄວາມລະອຽດກ່ອນລົງຄະແນນສຽງຮັບຮອງ. ສະເຫນີໃຫ້ສະພາແຫ່ງຊາດ ເພີ່ມທະວີການຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ທີ່ກ່ຽວຂ້ອງກັບການອະນຸມັດໃຫ້ບໍລິສັດເອກະຊົນທັງພາຍໃນ ແລະ ຕ່າງປະເທດ ສໍາປະທານທີ່ດິນ ເພື່ອປູກຕົ້ນໄມ້ອຸດສາຫະກໍາ ແລະ ກະສິກໍາ, ...

Read More »

ປະຊາຊົນທ້ອງຖິ່ນ ໄດ້ຮັບຜົນກະທົບໜັກຈາກການເກັບເງິນຄ່າຜ່ານທາງ…

ອຳນາດການປົກຄອງ ແຂວງຈຳປາສັກ ແລະພາກສ່ວນທີ່ກ່ຽວຂ້ອງກຳລັງກຽມປຶກສາຫາລື ກັບ 2 ບໍລິສັດ ກໍ່ສ້າງເອກະຊົນ ທີ່ໄດ້ສຳປະທານກໍ່ສ້າງເສັ້ນທາງແຕ່ເມືອງປາກເຊ-ເມືອງປາກຊ່ອງ ເພື່ອຊ່ວຍປະຊາຊົນທ້ອງຖິ່ນທີ່ໄດ້ຮັບຜົນກະທົບໜັກຈາກການເກັບເງິນຄ່າຜ່ານທາງ. ປະຊາຊົນແຂວງຈຳປະສັກ ໂດຍສະເພາະປະຊາຊົນທີ່ທຽວເສັ້ນທາງ ເມືອງປາກເຊ-ເມືອງປາກຊ່ອງເປັນປະຈຳ ໄດ້ຮັບຜົນກະທົບໜັກຈາກການເກັບເງິນຄ່າທຽວເສັ້ນທາງ ຊຶ່ງເສັ້ນທາງດັ່ງກ່າວມີໄລຍະທາງ 45 ກິໂລແມັດ, ໂດຍມີການເກັບຄ່າຜ່ານທາງຢູ່ 2 ຈຸດຄື: ຫຼັກ 8 ຫາຫຼັກ 21 ແລະ ຫຼັກ 21 ຫາຫຼັກ 45 ຊຶ່ງຈຸດ 1 ແມ່ນຈະໄດ້ເສຍຄ່າຜ່ານທາງ 15,000 ຕໍ່ຄັ້ງ(ຕອນໄປ 15.000 ແລະຕອນກັບ 15.000) . ໝາຍຄວາມວ່າຖ້າປະຊາຊົນທຽວເສັ້ນທາງດັ່ງກ່າວຜ່ານ 2 ຈຸດພ້ອມກັນ ໄປ-ກັບ ແຕ່ຫຼັກ 8 ຫາຫຼັກ 21 ຕໍ່ໄປຮອດຫຼັກ 45 ແມ່ນຕ້ອງໄດ້ເສຍຄ່າຜ່ານທາງຕອນໄປ 30.000 ຕໍ່ຄັ້ງ ແລະ ຕອນກັບ 30.000ຕໍ່ຄັ້ງ ລວມແລ້ວເປັນ 60.000 ຕໍ່ຄັ້ງ. ການເກັບເງິນມີ 2 ຈຸດດັ່ງກ່າວນີ້ ຍ້ອນມີ ...

Read More »