ອຸປະຕິເຫດ

ອຸບັດເຫດລົດໃຫຍ່ຕຳກັນ ສີ່ແຍກມະໂຫສົດ ບາດເຈັບ 1 ຄົນ

ທ່ານ ພັນໂທ ບຸນແອັດ ສຸບົວຈັນ ຮອງພະແນກຕໍາຫລວດຊີ້ນໍາຈະລາຈອນ ເມືອງສີສັດຕະນາກ ໄດ້ໃຫ້ຂໍ້ມູນ ເບື້ອງຕົ້ນກ່ຽວກັບອຸບັດເຫດລົດໃຫຍ່ຕໍາລົດໃຫຍ່ຢູ່ສີ່ແຍກໂຮງຫມໍມະໂຫສົດນີ້ວ່າ: ເມື່ອເວລາປະມານ 23:40 ໂມງ ຂອງວັນທີ 24 ພຶດສະພາ 2022 ມີເຫດລົດໃຫຍ່ຕໍາລົດໃຫຍ່ຢູ່ສີ່ແຍກໂຮງຫມໍມະໂຫສົດ ເມື່ອເຈົ້າຫນ້າທີ່ລົງ ໄປກວດກາ ເປັນລົດຟໍຈູນເນີ້ທີ່ມຸ່ງຫນ້າມາແຕ່ເສັ້ນທາງໂຮງແຮມດອນຈັນພາເລດ ພໍມາຮອດສີ່ແຍກໂຮງຫມໍ ມະໂຫສົດ ມີລົດກະບະ ມາແຕ່ເສັ້ນທາງໂຮງຫມໍມະໂຫສົດຈະມຸ່ງຫນ້າໄປເສັ້ນທາງແຄມຂອງ ມາຮອດຈຸດສີ່ແຍກ ຕ່າງຝ່າຍຕ່າງບໍ່ຜ່ອນຄວາມໄວຈຶ່ງເຮັດໃຫ້ເກີດອຸບັດເຫດ ມີຄົນໄດ້ຮັບບາດເຈັບເລັກໜ້ອຍ 1 ຄົນ, ສ່ວນລົດ ທັງສອງຄັນແມ່ນເປ່ເພຫລາຍສົມຄວນ. ຂໍ້ມູນ: ລາວພັດທະນາ

Read More »

ປີ 2021 ມີຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ຫຼາຍສິບ ຄົນ

ປີ 2021 ມີຜູ້ຖືກເຄາະຮ້າຍຈາກລະເບີດບໍ່ທັນແຕກ ຫຼາຍຄົນບັນຫາຂອງລະເບີດບໍ່ທັນແຕກ ແມ່ນເປັນອຸປະສັກຕໍ່ການພັດທະນາຢູ່ ສປປ ລາວ ເມື່ອບໍ່ດົນມານີ້ ໄດ້ມີກອງປະຊຸມທາງໄກ ຂອງຄະນະຊີ້ນຳໂຄງການກວດກູ້ລະເບີດບໍ່ທັນແຕກ ໂດຍມີ ຮອງລັດຖະມົນຕີ ກະຊວງ ຮສສ, ຮອງປະທານ ຄຊກລ ແລະ ທ່ານ ນາງ ແຄັດທາລິນ ເຟືອງ ຮອງຜູ້ຕາໜ້າງໜ້າ ອົງການ ສປຊ ປະຈໍາ ສປປ ລາວ, ມີຫົວໜ້າຫ້ອງການ ຄຊກລ, ຄກລ, ບັນດາທູຕານຸທູດ, ຕາງໜ້າປະເທດຜູ້ໃຫ້ທຶນ , ຄະນະຊີ້ນໍາໂຄງການກວດກູ້ລະເບີດບໍ່ທັນແຕກ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງຊຽງຂວາງ ແລະ ແຂວງສະຫວັນນະເຂດ , ພ້ອມແຂກຖືກເຊີນເຂົ້າຮວ່ມ. ກອງປະຊຸມດັ່ງກ່າວ ໄດ້ຄົ້ນຄວ້າ ແລະ ປະກອບຄວາມຄິດຄວາມເຫັນຕໍ່ກັບບັນຫາຕໍ່ໄປນີ້:ບົດລາຍງານຜົນສໍາເລັດໃນການຈັດຕັ້ງປະຕິບັດ ( ປີ 2021) ແລະ ທິດທາງແຜນການ ໄລຍະປີ 2022ການກະກຽມເອກະສານໂຄງການຮ່ວມມື ສະບັບໃໝ່ ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ...

Read More »

ຍົນ​ຂົນ​ສົ່ງ​ສິນຄ້າ​ເບ​ລາຣຸສ​ຕົກ​ຢູ່ຣັດ​ເຊຍ, ​ເສຍ​ຊີວິດ​ທັງ​7​ຄົນ

ເຮືອບິນຂົນສົ່ງສິນຄ້າຂອງເບລາຣູດຕົກ ໄດ້ຕົກ​ຢູ່​ທາງ​ທິດຕາ​ເວັນ​ອອກ​ໄກ​ຂອງຣັດ​ເຊຍ ນັກບິນ ແລະ ລູກເຮືອເສຍຊີວິດທັງໝົດ. ພົບເຫັນເປັນຍົນເກົ່າຈາກຊຸມປີ 1950. ທີ່​ຍັງ​ຄົງ​ມີ​ການ​ນໍາ​ໃຊ້​ຈົນ​ເຖິງ​ໃນ​ປັດ​ຈຸ​ບັນ​ວັນ​ທີ 3 ຕຸລາ​ນີ້, ​ເວັບ​ໄຊ​ຂ່າວ Al Jazeera ​ໄດ້​ລາຍ​ງານ​ວ່າ, ຍົນ​ຂົນ​ສົ່ງ​ສິນຄ້າ​ຂອງ​ເບລາຣຸດ​ລຳ​ໜຶ່ງ​ຕົກ​ຢູ່​ເມືອງ Irkut ພາກ​ຕາ​ເວັນ​ອອກ​ຂອງ Siberian. ເມື່ອ​ເຈົ້າ​ໜ້າ​ທີ່​ກູ້​ໄພ​ໄປ​ຮອດ​ບ່ອນ​ເກີດ​ເຫດ ຊາກ​ຫັກ​ພັງ​ຂອງ​ຍົນ​ໄດ້​ຖືກ​ພົບ​ເຫັນ​ຢູ່​ໃນ​ແປວ​ໄຟ. ນອກຈາກນັ້ນ, ນັກບິນ ແລະ ລູກເຮືອ 7 ຄົນໄດ້ຖືກພົບເຫັນເສຍຊີວິດ, ເຈົ້າໜ້າທີ່ເບລາຣູດກ່າວວ່າ. ​ໃນ​ຈຳນວນ​ຜູ້​ເສຍ​ຊີວິດ​ນັ້ນ​ແມ່ນ​ຊາວ​ເບ​ລາຣຸດ 3 ຄົນ, ຊາວ​ລັດ​ເຊຍ 2 ຄົນ ​ແລະ ຊາວ​ຢູ​ແກຼນ 2 ຄົນ.ລາຍ​ງານ​ຂ່າວ​ກ່າວ​ວ່າ ຍົນລຳດັ່ງກ່າວເປັນຍົນເກົ່າ AN-12 ທີ່ມີເຄື່ອງຈັກ turboprop ສີ່ເຄື່ອງ. ອອກແບບ ແລະ ຜະລິດຢູ່ໃນອະດີດສະຫະພາບໂຊວຽດນັບຕັ້ງແຕ່ຊຸມປີ 1950, ມັນຍັງຖືກນໍາໃຊ້ໃນມື້ນີ້ເປັນການຂົນສົ່ງສິນຄ້າ. ດໍາເນີນການໂດຍບໍລິສັດຂົນສົ່ງ Belarusian Grodno, ຍົນອອກຈາກສະຫນາມບິນ Bilibino. ໃນເຂດ Chukotka ພາກ​ຕາ​ເວັນ​ອອກ​ສ່ຽງ​ເຫນືອ​ຂອງ​ລັດ​ເຊຍ​ແລະ ໄດ້ຢຸດຢູ່ Yakust ກ່ອນທີ່ຈະເດີນທາງໄປ Irkutsk ກ່ອນທີ່ຈະເກີດອຸປະຕິເຫດ ...

Read More »

ສະຖານທີ່ກໍ່ສ້າງຂອງປະເທດ ໄນຈີເຣຍ ໄດ້ພັງລົງ ຄາດວ່າມີຄົນງານຕິດຢູ່ໃຕ້ຊາກຫັກພັງຈຳນວນຫຼາຍ

ຕຶກ​ອາຄານ​ສູງ 22 ຊັ້ນ​ທີ່​ກຳລັງ​ກໍ່ສ້າງ​ຢູ່​ໃນ​ເຂດ​ການ​ຄ້າ Ikoyi ທາງ​ພາກ​ກາງ​ເມືອງ Lagos ໄດ້​ພັງ​ລົງ​ໃນ​ເວລາ 3 ​ໂມງ​ແລງ​ຕາມ​ເວລາ​ທ້ອງ​ຖິ່ນ​ຂອງ​ວັນ​ທີ 1 ພະຈິກ​ນີ້.ໃນເບື້ອງຕົ້ນ, ຢ່າງໜ້ອຍ 7 ສົບໄດ້ຖືກພົບເຫັນເສຍຊີວິດ ແລະ ອີກ 7 ຄົນໄດ້ຖືກຊ່ອຍເຫຼືອ, ແຕ່ເຊື່ອວ່າມີກຳມະກອນຫລາຍກວ່າ 100 ຄົນທີ່ຕິດຢູ່ໃຕ້ຊາກຫັກພັງ, ເຖິງວ່າຈຳນວນດັ່ງກ່າວຍັງບໍ່ໄດ້ຮັບການຢືນຢັນເທື່ອ. ຍ້ອນວ່າມີຄົນງານຜູ້ທີ່ລອດຊີວິດມາເປີດເຜີຍວ່າ ໃນລະຫວ່າງການເຮັດວຽກ, ມີພະນັກງານຫຼາຍກວ່າ 50 ຄົນ, ລວມທັງຜູ້ຈັດການໄດ້ເຮັດວຽກໃນສະຖານທີ່ກໍ່ສ້າງດັ່ງກ່າວ. ຂະນະ​ທີ່​ພວກ​ກູ້​ໄພ​ແຂ່ງ​ກັບ​ເວລາ​ເພື່ອ​ຂຸດ​ຄົ້ນຫາ​ຜູ້​ລອດ​ຊີວິດ​ທີ່​ອາດ​ເປັນ​ໄປ​ໄດ້, ​ ເຈົ້າໜ້າທີ່ຕໍາຫຼວດເວົ້າວ່າ ມັນໄວເກີນໄປທີ່ຈະສາມາດສະຫຼຸບສາເຫດທີ່ຕຶກອາຄານພັງລົງມາໄດ້ແນວໃດ.ຂໍ້ມູນໂດຍ: ໄທຣັດຢ່າງໃດກໍ່ຕາມທາງແອັດມີ້ນແລະທີມງານວາລະສານທາເກັດ ຂໍສົ່ງແຮງໃຈໃຫ້ມີຜູ້ລອດຊີວິດດ້ວຍເທີນ ສະຖານທີ່ກໍ່ສ້າງຂອງປະເທດ ໄນຈີເຣຍ ໄດ້ພັງລົງ

Read More »

ຫົວໜ້າດ່ານສາກົນແດນສະຫວັນ ເຜີຍສາເຫດລົດຂົນສົ່ງຫີນກາວລະເບີດ……..

ໃນວັນທີ 3 ທັນວາ 2020, ທ່ານ ກອງມະນີ ຊົມມີໄຊ ຫົວໜ້າດ່ານສາກົນແດນສະຫວັນ ໄດ້ລາຍງານຕໍ່ເຈົ້າແຂວງໆສະຫວັນນະເຂດ ກ່ຽວກັບສະພາບລົດຂົນສົ່ງຫີນກາວອອກ ສສ ຫວຽດນາມ ຜ່ານດ່ານສາກົນແດນສະຫວັນ ເກີດເຫດລະເບີດຢູ່ສະຖານທີ່ກວດກາຂອງເຈົ້າໜ້າທີ່ພາສີ. ເຊິ່ງທ່ານ ໄດ້ໃຫ້ຮູ້ວ່າ: ໃນເວລາ 08 ໂມງ 20 ນາທີ ຂອງວັນທີ 03 ທັນວາ 2020 ໄດ້ມີລົດຂົນສົ່ງຫີນກາວເກີດມີສຽງແຕກຄ້າຍຄືສຽງລະເບີດ ຢູ່ບໍລິເວນຈຸດກວດກາຂອງເຈົ້າໜ້າທີ່ພາສີ ເຊິ່ງສາເຫດແມ່ນໄດ້ມີກໍາມະກອນຜູ້ຊ່ວຍເຈົ້າໜ້າທີ່ພາສີ ຈໍານວນ 08 ຄົນ ພາກັນກວດຄົ້ນຫີນກາວ ຢູ່ເທິງລົດ ໂດຍພາຍໃຕ້ການຊີ້ນໍາທາງດ້ານວິຊາສະເພາະຂອງເຈົ້າໜ້າທີ່ພາສີ ເຊິ່ງໄດ້ໃຊ້ອຸປະກອນ ປະເພດເຫລັກເສັ້ນຍາວປະມານ 2,5 ແມັດ ງັດ ແລະ ແທງລົງພື້ນຫີນກາວ, ໃນຂະນະທີ່ທໍາການງັດ ແລະ ແທງ ເຮັດໃຫ້ມີສຽງແຕກດັງຂຶ້ນຄ້າຍຄືລະເບີດ ພາໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບ. ຕໍ່ເຫດການດັ່ງກ່າວ, ມີຜູ້ເສຍຊີວິດຄາທີ 3 ຄົນ ຄື: ຜູ້ທີ 1 ແມ່ນ ທ້າວ ອາລັອກ ອາຍຸ 26 ...

Read More »

ເສັ້ນທາງລົດໄຟລາວ-ຈີນ ຍັງພົບບັນຫາທ້າທາຍດ້ານຄວາມປອດໄພ…..

ວັນທີ 14 ພະຈິກ 2020​ ຜ່ານມາ ທ່ານ Xiao Qian Wen ອໍານວຍການໃຫຍ່ບໍລິສັດທາງລົດໄຟຕິດຕາມ ໄດ້ລາຍງານຄວາມຄືບໜ້າການກໍ່ສ້າງໂຄງການເສັ້ນທາງລົດໄຟລາວ-ຈີນ ຕໍ່ຄະນະ ສະມາຊິກສະພາແຫ່ງຊາດ ເນື່ອງໃນໂອກາດຢ້ຽມຢາມ ໂຄງການດັ່ງກ່າວ ໃຫ້ຮູ້ວ່າ: ມາຮອດປັດຈຸບັນ ດ້ານການກໍ່ສ້າງໂດຍລວມທັງໝົດ ແມ່ນສໍາເລັດ 88% ເຊິ່ງລວມທັງການວາງລາງ, ເຈາະອຸໂມງ, ສ້າງສະຖານີ, ໂຄງສ້າງຂົວ ແລະ ລະບົບຄວາມປອດໄພ ເຊິ່ງຄາດວ່າຈະໃຫ້ສຳເລັດ ພ້ອມເປີດນໍາໃຊ້ທ້າຍປີ 2021. ໃນຂະນະດຽວກັນທ່ານໄດ້ຍົກໃຫ້ເຫັນເຖິງບັນຫາທ້າທາຍບາງຢ່າງກ່ຽວກັບລະບົບຄວາມປອດໄພ ຄືໄລຍະຜ່ານມາມີບາງທ້ອງຖິ່ນຍັງຂາດເອົາໃຈໃສ່ ຕໍ່ລະບຽບ ແລະ ຫລັກການດ້ານຄວາມປອດໄພຕໍ່ຊີວິດ ແລະ ໂຄງການ ເຊັ່ນ ລັກເຮັດຂົວຕັດຜ່ານຂ້າມລາງລົດໄຟເອງ ໂດຍບໍ່ແຈ້ງພາກສ່ວນກ່ຽວຂ້ອງ, ປ່ອຍໃຫ້ສັດລ້ຽງເຂົ້າໄປໃນຂອບເຂດທາງລົດໄຟ ແລະ ລັກເອົາຫົວນັອດຈັບລາງລົດໄຟ,​ ມ້າງຮົວກັ້ນ ນັບວ່າເປັນບັນຫາພື້ນຖານຕໍ່ຄວາມປອດໄພ ອາດນຳໄປສູ່ການເກີດອຸປະຕິເຫດ ແລະ ຜົນເສຍຫາຍອັນມະຫາສານໃນພາຍພາກໜ້າໄດ້.​ ດັ່ງນັ້ນ, ທ່ານກ່າວວ່າ ວຽກງານດ້ານຄວາມປອດໄພຖືເປັນຄວາມສຳຄັນສຸດ ແລະ ຍັງເປັນບັນຫາທ້າທາຍເປັນທີ່ສຸດ ພ້ອມນັ້ນ ທ່ານໄດ້ຮຽກຮ້ອງໃຫ້ ບັນດາສະມາຊິກສະມາຊິກສະພາແຫ່ງຊາດແຕ່ລະເຂດ ຊ່ວຍເປັນກະບອກສຽງໂຄສະນາດ້ານຄວາມປອດໄພໃຫ້ກັບປະຊາຊົນທີ່ຢູ່ອ້ອມເສັ້ນທາງຜ່ານລົດໄຟລາວ-ຈີນ ໃຫ້ຫຼາຍຂຶ້ນ.​ ທ່ານ ສາຍທອງ ແກ້ວດວງດີ ...

Read More »

ບໍລິສັດ ພູເບ້ຍ ມາຍນິງ ບັນລຸຂີດໝາຍດ້ານຄວາມປອດໄພທີ່ສຳຄັນ…

ເມື່ອບໍ່ດົນມານີ້, ໂຮງງານ ບ້ານຫ້ວຍຊາຍ ຂອງ ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ໄດ້ສະ ຫລອງ 365 ວັນປາສະຈາກການບາດເຈັບ ແລະ ບໍ່ມີການບາດເຈັບ ທີ່ສາມາດບັນທຶກໄດ້ຫລາຍກວ່າ 1.018 ວັນ, ເຊິ່ງເປັນຂໍ້ພິສູດໄດ້ຢ່າງຊັດເຈນ ເຖິງຫລັກການດຳເນີນງານໂດຍປາສະຈາກການບາດເຈັບຂອງບໍລິສັດ ນັບແຕ່ປີ 2017 ເປັນຕົ້ນມາ, ບໍລິສັດ ພູເບ້ຍ ມາຍນິງ ຈຳກັດ ໄດ້ຕັ້ງມາດຖານດ້ານຄວາມປອດໄພຄືນ ພາຍຫລັງຜົນດຳເນີນງານດ້ານຄວາມປອດໄພ ມີທ່າອ່ຽງທີ່ບໍ່ໜ້າພໍໃຈ ແລະ ໃນປີຜ່ານມາ, ທີມງານໂຮງງານບ້ານຫ້ວຍຊາຍ ກໍໄດ້ມີການປັບປຸງຮອບດ້ານ ໃນການດຳເນີນງານດ້ານຄວາມປອດໄພ, ມາຮອດປັດຈຸບັນ ສາມາດຮັກສາບໍ່ໃຫ້ມີການບາດເຈັບໄດ້ເປັນເວລາ 12 ເດືອນ. ການປ່ຽນແປງນີ້, ໄດ້ເຮັດໃຫ້ບໍລິສັດ ແລະ ພະນັກງານ ມີທັງຄວາມມຸ້ງໝັ້ນ ແລະ ມີເປົ້າໝາຍການດຳເນີນງານໂດຍປາສະຈາກການບາດເຈັບຢ່າງແທ້ຈິງ. ຜົນສຳເລັດດ້ານຄວາມປອດໄພຂອງທີມງານໃນ 12 ເດືອນຜ່ານມາ ເຫັນວ່າມີການຫລຸດອັດຕາຄວາມຖີ່ ການບາດເຈັບທີ່ສາມາດບັນທຶກໄດ້ທັງໝົດເຫລືອສູນຕະຫລອດ 12 ເດືອນ ແລະ ຮັກສາອັດຕາຄວາມຖີ່ການບາດເຈັບ ທີ່ສູນເສຍເວລາເຮັດວຽກຕົວຈິງເທົ່າ 0. ທ່ານ ຈັນເພັງ ບຸນນະຜົນ ປະທານບໍລິສັດ ...

Read More »

ອຸບັດຕິເຫດຢູ່ບໍ່ຖ່ານຫີນ ສປ ຈີນ ເສຍຊີວິດ 16 ຄົນ…

ສຳນັກຂ່າວ ເອເອຟພີ ລາຍງານ ຈາກນະຄອນຫຼວງ ປັກກິງ ຂອງຈີນວ່າ: ວັນທີ 27 ກັນຍາ 2020, ມີຜູ້ເສຍຊີວິດຢ່າງໜ້ອຍ 16 ຄົນ ແລະ ບາດເຈັບໜັກ 1 ຄົນ ຫຼັງຕິດຢູ່ ໃນບໍ່ຖ່ານຫີນ ໃຕ້ພື້ນດິນ ຢູ່ທາງພາກຕາເວັນຕົກສຽງໃຕ້ຂອງ ຈີນ, ຈາກອຸບັດຕິເຫດ ທີ່ບໍ່ຖ່ານຫີນ ຊົງເຈົາ ຂອງບໍລິສັດ ລັດຖະບານ ຈີນ (ສົງຊິງ ອີເນີຈີ) ໃນເມືອງສີຈຽງ ເທດສະບານ ນະຄອນສົງຊິງ, ເຮັດໃຫ້ເກີດມີໄຟໄໝ້ ສາຍພານລຳລຽງ ສົ່ງຜົນໃຫ້ເກີດ ແກັດຄາບອນ ມໍນອກໄຊ ໃນລະດັບ ອັນຕະລາຍ, ໂດຍກຸ່ມຄົນງານທີ່ຕິດຢູ່ໃຕ້ດິນ ຕ້ອງສູບດົມຄວັນແກັດ ທີ່ແຜ່ກະຈາຍໃນອຸມົງ ຈົນໝົດສະຕິ ແລະ ເສຍຊີວິດ. ຂະນະນີ້ ເຈົ້າໜ້າທີ່ ພວມເລັ່ງ ສືບສວນສອບສວນ ຫາສາເຫດຕົ້ນຕໍທີ່ເກີດຂື້ນ ໃນຄັ້ງນີ້. ອຸບັດຕິເຫດ ບໍ່ແຮ່ເກີດຂື້ນທົ່ວໄປໃນປະເທດຈີນ ສາເຫດສ່ວນໃຫຍ່ ເກີດຈາກມາດຕະຖານ ຄວາມປອດໄພຕ່ຳ ແລະ ການບໍ່ເອົາໃຈໃສ່ ກົດລະບຽບ. ...

Read More »

ເຂັ້ມງວດ…! ທ່າວັດຈັນ ນຳໃຊ້ເຈົ້າໜ້າທີ່ຫຼາຍກວ່າ 800 ຄົນ…

ອ້າງຈາກໜັງສືພິມວຽງຈັນທາຍ ໃຫ້ຮູ້ວ່າ: ອຳນາດການປົກຄອງເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ກຽມພ້ອມປ້ອງກັນຄວາມສະຫງົບ ທັງໝົດ 800 ກວ່າຄົນ, ໃນນີ້, ກຳລັງຊາວໜຸ່ມ 300 ກວ່າຄົນ, ພ້ອມທັງກຳລັງເຈົ້າໜ້າທີ່ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫົງບ ເມືອງຈັນທະບູລີ, ປ້ອງກັນຄວາມສະຫງົບບ້ານ 30 ບ້ານ ແລະ ພາກສ່ວນອື່ນໆ ເຂົ້າຮ່ວມໃນການຮັກສາຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍ ພາຍໃນງານບຸນຊ່ວງເຮືອທ່າວັດຈັນ ເນື່ອງໃນໂອກາດບຸນອອກພັນສາ ປະວໍລະນາ ປະຈຳປີ 2020 ທີ່ຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 1 – 3 ຕຸລາ 2020 ທີ່ຈະມາເຖິງໃນມໍ່ໆນີ້. ສຳລັບກຳລັງຮັກສາຄວາມສະຫງົບປອດໄພ ໃນງານນີ້ ແມ່ນຈະໄດ້ມີການຈັດຕັ້ງປະຕິບັດປ້ອງກັນເວນຍາມ ຕະຫຼອດ 24 ຊົ່ວໂມງ ຢູ່ຕາມບ້ານ, ສຳນັກງານອົງການຈັດຕັ້ງຕ່າງໆ ທົ່ວເມືອງ ໃຫ້ມີຄວາມສະຫງົບເປັນລະບຽບຮຽບຮ້ອຍ 100%, ພ້ອມນັ້ນ ຍັງໄດ້ກຳນົດຈຸດປ້ອງກັນເຖິງ 38 ຈຸດດ້ວຍກັນ, ປ້ອມແຈ້ງເຫດ (1191) ມີ 2 ຈຸດ, ມີກ້ອງວົງຈອນ ເພື່ອຕິດຕາມຢູ່ຫ້ອງການສວນເຈົ້າອະນຸວົງ ແລະ ຈຸດປ້ອງກັນອື່ນໆ ໃນຂອບເຂດງານບຸນດັ່ງກ່າວ ...

Read More »

ບໍ່ຫີນອ່ອນ ຢູ່ປາກິດສະຖານ ຖະຫຼົ່ມ ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຜູ້ສູນຫາຍ ຫຼາຍ 10 ຄົນ

ວັນທີ 8 ກັນຍາ 2020 ທີ່ຜ່ານມາ ເກີດເຫດບໍ່ຂຸດຄົ້ນຫີນອ່ອນ (Marble) ຢູ່ເຂດພື້ນທີ່ ເຊຍຣັດ ທາງຕາເວັນຕົກ ຂອງ ປາກິດສະຖານ ໃກ້ກັບຊາຍແດນຂອງ ອາຟະການິດສະຖານ ເກີດເຫດຖະຫຼົ່ມ ລົງມາອັດທາງເຂົ້າ-ອອກ ໃນເບື້ອງຕົ້ນເຮັດໃຫ້ມີຜູ້ເສຍຊີວິດ 17 ຄົນ, ບາດເຈັບ 9 ຄົນ ແລະ ສູນຫາຍ 11 ຄົນ. ເຂດຂຸດຄົ້ນດັ່ງກ່າວຖືໄດ້ວ່າເປັນແຫຼ່ງ ທີ່ຂື້ນຊື່ຫີນອ່ອນຂາວ (Marble) ທີ່ມີຄຸນນະພາບສູງ ສົ່ງອອກໄປຈຳໜ່າຍທັງພາຍໃນ ແລະ ຕ່າງປະເທດ ແລະ ບໍລິເວນທີ່ຂຸດຄົ້ນເປັນເຂດຕີນພູ ຊຶ່ງມີພະນັກງານ ປະມານ 40-50 ຄົນ ເຂົ້າໄປເຮັດວຽກໃນເຂດຂຸດຄົ້ນຫີນອ່ອນດັ່ງກ່າວ ແລະ ທາງເຈົ້າໜ້າທີ່ທີ່ກ່ຽວຂ້ອງໄດ້ຄາດການວ່າສາເຫດທີ່ເຮັດໃຫ້ເຂດດັ່ງກ່າວຖະຫຼົ່ມ ຍ້ອນມີແຮງສັ່ນສະເທືອນທີ່ຮຸນແຮງຈາກການລະເບີດຫີນໃນເຂດນັ້ນ. ຂະນະນີ້ ເຈົ້າໜ້າທີ່ ຕຳຫຼວດ ແລະ ໜ່ວຍກູ້ໄພ ພວມເລັ່ງດຳເນີນການຄົ້ນຫາ ຜູ້ສູນຫາຍດັ່ງກ່າວ.

Read More »