ເສດຖະກິດ

ການຫຼຸດຜ່ອນຄວາມທຸກຍາກ ສປປ ລາວ ມາຈາກປັດໄຈໃນການຂັບເຄື່ອນດ້ານ….

ບົດຄວາມ Catching Up and Falling Behind ຂອງ world bank ສະແດງໃຫ້ເຫັນວ່າ: ສປປ ລາວ ຖືວ່າມີຄວາມຄືບໜ້າໃນພາລະກິດຫຼຸດຜ່ອນຄວາມທຸກຍາກ ໃນ 25 ປີຜ່ານມາ, ແຕ່ສິ່ງທີ່ໄດ້ມາພ້ອມດຽວກັບພາລະກິດຕ້ານຄວາມທຸກຍາກ ແມ່ນໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ຕໍ່ເສດຖະກິດຂອງລາວ. ອັດຕາຄວາມທຸກຍາກແມ່ນຫຼຸດລົງກວ່າເຄິ່ງໜຶ່ງໃນລະຫວ່າງປີ 1993 ແລະ 2019, ຫຼຸດລົງຈາກ 46% ເປັນ 18% ສະທ້ອນໃຫ້ເຫັນການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນ (GDP) ປະຈໍາປີໂດຍສະເລ່ຍແມ່ນ 7.3 % ໃນໄລຍະດຽວກັນ. ການແຜ່ລະບາດຂອງ ໂຄວິດ-19 ຄາດວ່າຈະເຮັດໃຫ້ເກີດຜົນກະທົບຕໍ່ການຫຼຸດຜ່ອນຄວາມທຸກຍາກໃນລະຫວ່າງປີ 2013–19 ເຮັດໃຫ້ຂະແໜງການທີ່ບໍ່ແມ່ນກະສິກຳມີການເຕີບໂຕຊ້າລົງ, ບວກກັບການຫຼຸດລົງຂອງກະແສເງິນທີ່ສົ່ງມາຈາກຕ່າງປະເທດ ກໍຄາດວ່າຈະໄດ້ັຮັບຜົນກະທົບໃນທາງລົບຕໍ່ກັບບັນຫາຄວາມທຸກຍາກເຊັ່ນດຽວກັນ. ລາຍຮັບທີ່ເພີ່ມຂຶ້ນຈາກຂະແໜງກະສິກຳ ໄດ້ກາຍເປັນປັດໄຈຂັບເຄື່ອນໃຫ້ແກ່ການຫຼຸດຜ່ອນຄວາມທຸກຍາກ ຊຶ່ງນັບແຕ່ປີ 2013, ຄົວເຮືອນທີ່ມີອາຊີບກະສິກຳ ໄດ້ປ່ຽນຈາກການປູກເຂົ້າ ເພື່ອກຸ້ມຢູ່ກຸ້ມກິນ ໄປສູ່ການຜະລິດກາຍເປັນສິນຄ້າ ແລະ ຂະແໜງອຸດສາຫະກຳໄດ້ສ້າງວຽກເຮັດງານທຳໄດ້ໃນລະດັບໜຶ່ງ, ໃນຂະນະທີ່ຂະແໜງການບໍລິການ ແມ່ນຂະຫຍາຍຕົວຢ່າງຊ້າໆ. ການສົ່ງເງິນມາຈາກແຮງງານຢູ່ຕ່າງປະເທດ ໄດ້ມີສ່ວນຟື້ນຟູບັນຫາການສູນເສຍລາຍຮັບຈາກອາຊີບທີ່ບໍ່ແມ່ນກະສິກຳ ໃນລະຫວ່າງປີ 2013 ແລະ 2019, ເງິນທີ່ໄດ້ຈາກແຮງງານຢູ່ຕ່າງປະເທດໄດ້ກາຍເປັນແຫຼ່ງລາຍຮັບສຳຄັນ ປະມານ ...

Read More »

ເປີດແລ້ວບາງດ່ານປະເພນີ ແລະ ດ່ານທ້ອງຖິ່ນທີ່ຈຳເປັນຕໍ່ການຂົນສົ່ງສິນຄ້າ…

ສປປ ລາວແຈ້ງເປີດບາງດ່ານປະເພນີ ແລະ ດ່ານທ້ອງຖິ່ນ ທີ່ຈຳເປັນໃນການຂົນສົ່ງສິນຄ້າ. ໃນປັດຈຸບັນນີ້, ຖືວ່າພະຍາດລະບາດໂຄວິດ-19 ຍັງໜັກໜ່ວງ ແລະ ໜ້າເປັນຫ່ວງທີ່ສຸດໃນທົ່ວຂົງເຂດອາຊີ ແລະ ໃນທົ່ວໂລກ ເຖິງຢ່າງໃດກໍຕາມ, ພັກ ແລະ ລັດຖະບານ ກໍໄດ້ມີຄວາມພະຍາຍາມອັນສູງສຸດ ທີ່ຈະນຳໃຊ້ມາດຕະການທີ່ເຄັ່ງຄັດ ເພື່ອປົກປ້ອງຊີວິດການເປັນຢູ່ຂອງປະຊາຊົນລາວ ແລະ ຍັງພະຍາຍາມດຸ່ນດ່ຽງເສດຖະກິດມະຫາພາກໃຫ້ມີການເໜັງຕີງຢ່າງຕໍ່ເນື່ອງ ແລະ ປົກກະຕິທີ່ສຸດ. ສະນັ້ນ, ລັດຖະບານ ຈຶ່ງໄດ້ມີແຈ້ງການຜ່ອນຜັນການຂົນສົ່ງຜ່ານຊາຍແດນ ຂອງບາງແຂວງ ເພື່ອໃຫ້ທຸກພາກສ່ວນໄດ້ຮັບຜົນປະໂຫຍດຕາມຄວາມເໝາະສົມໃນສະພາບການແບບນີ້. ສະນັ້ນ, ລັດຖະບານຈຶ່ງໄດ້ມີການແຈ້ງການເປີດດ່ານຊົ່ວຄາວໃນບາງແຂວງ ທີ່ມີຄວາມຈຳເປັນ ແລະ ສຳຄັນຕໍ່ການພັດທະນາ ຄື: ດ່ານປະເພນີໜອງມ້າ ເມືອງບົວລະພາ ແຂວງຄຳມ່ວນ ເພື່ອຮັບໃຊ້ໃຫ້ແກ່ການສົ່ງອອກ ແຮ່ບາລິດສຳເລັດຮູບ ຂອງບໍລິສັດ ແຮ່ບາລິດກວາງຈຸງລາວ ຈຳກັດຜູ້ດຽວ, ດ່ານບ້ານວັງ ເມືອງໝື່ນ ແຂວງວຽງຈັນ ເພື່ອຮັບໃຊ້ໃຫ້ແກ່ການສົ່ງອອກແຮ່ບາລິດຂອງບໍລິສັດ ເພັດທອງຄຳ ບໍ່ແຮ່ຈຳກັດ, ດ່ານປະເພນີທ່າສະອາດ ເມືອງປາກກະດິງ ແຂວງບໍລິຄຳໄຊ ຊົ່ວຄາວໃຫ້ບໍລິສັດໄຟຟ້ານ້ຳເທີນ 1 ຈຳກັດ ເພື່ອນຳເຂົ້າວັດສະດຸອຸປະກອນທີ່ຈຳເປັນ ແລະ ຮີບດ່ວນທີ່ສຸດໃນການສ້າງໂຄງການເຂື່ອນໄຟຟ້ານ້ຳເທີນ 1 ແລະ ດ່ານທ້ອງຖິ່ນປາງໄຮ ...

Read More »

ເບຍລາວສະໜັບໜຸນ 600 ລ້ານກີບ ໃນການແຂ່ງຂັນບານເຕະທົ່ວປະເທດ…

ສະຫະພັນບານເຕະແຫ່ງປະເທດລາວໄດ້ຖະແຫຼງຂ່າວຜູ້ສະໜັບສະໜູນການແຂ່ງຂັນບານເຕະທົ່ວປະເທດ ເພື່ອຄຳນັບຮັບຕ້ອນວັນຊາດທີ 2 ທັນວາ ຄົບຮອບ 45 ປີຂຶ້ນ ທີ່ຫ້ອງການສະຫະພັນບານເຕະແຫ່ງຊາດລາວໃນວັນທີ 21 ຕຸລາ 2020 ໃນພິທີດັ່ງກ່າວ ທ່ານ Henrik Juel Andresen ຜູ້ອຳນວຍການໃຫຍ່ບໍລິສັດເບຍລາວ ຈຳກັດ ໄດ້ໃຫ້ກຽດມອບເງິນສະໜັບສະໜູນເຖິງ 600 ລ້ານກີບ ໂດຍການກ່າວຮັບຂອງທ່ານ ວີເພັດ ສີຫາຈັກຣ ປະທານສະຫະພັນບານເຕະແຫ່ງຊາດລາວ ການແຂ່ງຂັນລາຍການດັ່ງກ່າວຈະມີຂຶ້ນລະຫວ່າງວັນທີ 7-21 ພະຈິກ 2020 ເງິນລາງວັນທີມຊາຍ ແລະ ທີມຍິງແມ່ນໄດ້ເທົ່າກັນ ໂດຍຊະນະເລີດໄດ້ຂັນລາງວັນ 100 ລ້ານກີບ ແລະ ຮອງຊະນະເລີດໄດ້ 40 ລ້ານກີບ. ນອກນັ້ນ ກໍຍັງມີລາງວັນນັກເຕະດີເດັ່ນ, ດາວຍິງສູງສຸດ, ຄູຝຶກດີເດັ່ນ ແລະ ອື່ນໆ. ທີມຊາຍທີ່ເຂົ້າຮ່ວມການແຂ່ງຂັນມີ 18 ທີມ ຈາກນະຄອນຫຼວງ 1 ແລະ 17 ແຂວງ ປະກອບມີ: ແຂວງຄໍາມ່ວນ, ແຂວງສາລະວັນ, ແຂວງໄຊສົມບູນ, ນະຄອນຫຼວງວຽງຈັນ ( ນວ ...

Read More »

ຫຼາຍພາກສ່ວນ ຮ່ວມສະໜັບສະໜູນການຖ່າຍທອດສົດບານເຕະທົ່ວປະເທດ ຊີງຂັນວັນຊາດ…

ໃນວັນທີ 22 ຕຸລາ 2020 ໄດ້ມີຖະແຫຼງຂ່າວທີ່ ສະຫະພັນບານເຕະແຫ່ງຊາດລາວ: ລາວໂທລະຄົມ ຮ່ວມກັບ ໂທລະພາບ ລາວສະຕ້າ ( LAO STAR ) ແລະ ໂທລະພາບ ນະຄອນຫຼວງ ( Vte9 ) ເປັນຜູ້ສະໜັບສະໜູນການຖ່າຍທອດສົດການແຂ່ງຂັນກີລາບານເຕະທົ່ວປະເທດ. ພິທີດັ່ງກ່າວໃຫ້ກຽດເຂົ້າຮ່ວມໂດຍທ່ານ ວີເພັດ ສີຫາຈັກ ປະທານສະຫະພັນບານເຕະແຫ່ງຊາດລາວ, ທ່ານ ສີສຸກ ທອງປັດສາ ຜູ້ອໍານວຍການໃຫຍ່ ບໍລິສັດ ລາວສະຕ້າ ອິນເຕີເນຊັ່ນແນລ ຈໍາກັດ ຜູ້ດຽວ, ທ່ານ ພອນປະເສີດ ອິນທະສອນ ປະທານບໍລິຫານ ສະຖານີໂທລະພາບນະຄອນຫຼວງວຽງຈັນ ແລະ ທ່ານ ລັດຖະປັນຍາ ຂຽວວົງພະຈັນ ຮອງອຳນວຍການໃຫຍ່ ບໍລິສັດ ລາວໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມເປັນສັກຂີພິຍານ. ກ່ອນໜ້ານີ້ ບໍລິສັດ ເບຍລາວ ສະໜັບສະໜູນຫຼັກຂອງການແຂ່ງຂັນຈໍານວນ 600 ລ້ານກີບ ແລະ ຫຼ້າສຸດ ລາວໂທລະຄົມ ຈະສະໜັບສະໜູນດ້ານອິນເຕີເນັດໃນການຖ່າຍທອດສົດທັງໝົດມູນຄ່າ ...

Read More »

ຫສນຍ ເນັ້ນໃຫ້ພະນັກງານລັດຖະກອນ ສ້າງລາຍຮັບນອກໂມງລັດຖະການ ໃຫ້ຫຼາຍຂຶ້ນ…

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນກ່ຽວກັບການສ້າງເສດຖະກິດຄອບຄົວນອກໂມງລັດຖະການ ແລະ ການເຂົ້າເຖິງແຫຼ່ງທຶນຂອງສະມາຊິກສາມອົງການຈັດຕັ້ງມະຫາຊົນ ໃນວັນທີ 22 ຕຸລາ 2020 ນີ້ ໂດຍການເປັນປະທານຂອງ ສະຫາຍ ຄໍາລາວັນ ຈັນທະລາວັນ ຮອງເລຂາຄະນະພັກ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຜູ້ຊີ້ນໍາສະຫະພັນກຳມະບານຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ; ມີບັນດາສະມາຊິກສາມອົງການຈັດຕັ້ງມະຫາຊົນທົ່ວ ຫສນຍ ແລະ ແຂກຖືກເຊີນຈາກທະນາຄານຊາຄອມແບງ ເຂົ້າຮ່ວມ. ໃນກອງປະຊຸມ, ສະຫາຍ ປອ ເຂີງຄໍາ ແກ້ວໜູຈັນ ປະທານສະຫະພັນກຳມະບານ ຫ້ອງວ່າການສໍານັກງານນາ ຍົກລັດຖະມົນຕີ ຕາງໜ້າໃຫ້ສາມອົງການຈັດຕັ້ງມະຫາຊົນ ໄດ້ກ່າວຈຸດປະສົງຂອງການຈັດກອງປະຊຸມແລກປ່ຽນບົດ ຮຽນໃນຄັ້ງນີ້ວ່າ: ເພື່ອເປັນການສ້າງຂະບວນການຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນປະຕິ ວັດລາວ ແລະ ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເພື່ອສ້າງຄວາມສາມາດ ແລະ ທ່າແຮງຂອງພະນັກງານ-ລັດຖະກອນ ພາຍໃນ ຫສນຍ ໃນການສ້າງລາຍຮັບເສີມໃຫ້ແກ່ຄອບຄົວ ໂດຍບໍ່ສົ່ງຜົນກະທົບຕໍ່ການເຮັດວຽກທາງລັດຖະການ ກໍຄື ການປະຕິບັດໜ້າທີ່ຄວາມຮັບຜິດຊອບຂອງຕົນ, ບໍ່ຂັດກັບກົດໝາຍ ແລະ ລະບຽບການ, ສອດຄ່ອງກັບແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ເພື່ອຊຸກຍູ້ສົ່ງເສີມການຜະລິດເປັນສິນຄ້າ ແນໃສ່ສ້າງຄວາມເຂັ້ມແຂງ ...

Read More »

ຜ່ານຜົນ ການສຳຫຼວດເສດຖະກິດທົ່ວປະເທດ ຄັ້ງທີ III…

ສູນ​ສະຖິຕິ​ແຫ່ງ​ຊາດໄດ້​ ຈັດ​ກອງ​ປະຊຸມ​ຄະນະ​ຊີ້ນໍາ ​ຜ່ານ​ຜົນ​ເບື້ອງ​ຕົ້ນການ​ຂຶ້ນບັນ ຊີ​ຄົວ​ເຮືອນ ແລະ ຜົນ​ການ ​ສຳຫຼວດ​ເສດຖະກິດ​ທົ່ວ​ປະ ເທດ​ ຄັ້ງ​ທີ III ຂຶ້ນ​ໃນ​ວັນ​ທີ 22 ຕຸລາ​ນີ້ ທີ່​ກະຊວງການ​ເງິນ​ ໂດຍ​ການ​ເປັນ​ປະທານ ຂອງ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາຍົກລັດຖະມົນຕີ ລັດຖະ ມົນຕີ​ກະຊວງ​ການ​ເງິນ ຫົວໜ້າ​ຄະນະ​ຊີ້​ນຳ​ລະດັບ​ຊາດ​ການ​ສຳຫຼວດ​ເສດຖະກິດ​ທົ່ວ​ປະເທດ ຄັ້ງ​ທີ III ຊຶ່ງ​ມີ​ຄະນະ​ຊີ້​ນຳ​ສອງ​ການ​ສຳຫຼວດ ແລະ ຫ້ອງການ​ສອງ​ການ​ສຳຫຼວດເຂົ້າ​ຮ່ວມ ກອງ​ປະຊຸມ​ຈະ​ໄດ້​ຜ່ານ​ຜົນ​ການ​ຂຶ້ນ​ບັນຊີ​ຄົວ​ເຮືອນ​ແລະ ​ເຜີຍແຜ່​ຜົນ​ການ​ວິໄຈ​ການ​ສຳຫຼວດ​ເສດຖະກິດ​ທົ່ວ​ປະເທດ ຄັ້ງ​ທີ III ປີ 2020 ຊຶ່ງ​ຂໍ້​ມູນ​ດັ່ງກ່າວ​ແມ່ນ​ມີ​ຄວາມ​ສຳຄັນໃນ​ການ​ສະໜອງ​ຂໍ້​ມູນ​ສະຖິຕິ​ທາງ​ການ ໃນ​ການຈັດຕັ້ງ​ປະຕິບັດ​ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ 5 ປີ ຄັ້ງ​ທີ VIII ກໍຄື​ການ​ກະກຽມແຜນການ​ພັດທະນາເສດຖະ​ກິດ ​-​ ສັງຄົມ​ແຫ່ງ​ຊາດ 5 ປີ ຄັ້ງ​ທີ IX, ການ​ຕິດຕາມເປົ້າ​ໝາຍ​ການ​ພັດທະນາ​ແບບ​ຍືນ​ຍົງ (SDG) ແລະ ​ການ​ປະ​ເມີນ​ປະເທດ​ຂອງ​ເຮົາ​ໃນ​ການ​ຫຼຸດ​ພົ້ນ​ປະເທດ​ທີ່​ດ້ອຍ​ພັດທະນາ (LDC). ສະນັ້ນ, ຈຶ່ງ​ຮຽກຮ້ອງ​ໃຫ້​ມີ​ການ​ປັບ​ປຸ​ງ​ຄຸນ​ນະ​ພາບ ຂອງ​ຂໍ້​ມູນ​ສະຖິຕິ​ໃຫ້​ຫຍັບ​ເຂົ້າ​ສູ່​ມາດຕະຖານ ຂອງ​ສາກົນ​ໃຫ້​ຫຼາຍ​ຂຶ້ນ ເພື່ອ​ຮັບປະກັນ​ໃນ​ການ​ເຊື່ອມ​ໂຍງ​ຂໍ້​ມູນ​ສະຖິຕິ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ທ່ານ ສົມ​ດີ ...

Read More »

ໂຄງການລົດໄຟລາວ-ຈີນ ກ້າວເຂົ້າສູ່ຄວາມສຳເລັດຄັ້ງສຳຄັນ…

ໂຄງການລົດໄຟລາວ-ຈີນ ກ້າວເຂົ້າສູ່ຄວາມຄວາມສຳເລັດຄັ້ງສຳຄັນ… ຕາມແຫຼ່ງຂ່າວ CGTN ໄດ້ລາຍງານໃນວັນທີ 21 ຕຸລາ 2020 ວ່າ: ໂຄງສ້າງຫຼັກຂອງຂົວ Super ໃນທາງລົດໄຟຈີນ – ລາວ ສຳເລັດແລ້ວ ເນື່ອງຈາກທັງສອງຝັ່ງຂົ້ວຂ້າມແມ່ນ້ຳ Amo ທີ່ມີຄວາມຍາວ 617 ແມັດ ໄດ້ເຊື່ອມຕໍ່ກັນແລ້ວ. ນັບວ່າເປັນກ້າວທີ່ສຳຄັນໃນການກໍ່ສ້າງທາງລົດໄຟຂ້າມຊາຍແດນ. ລົດໄຟລາວ – ຈີນເປັນໂຄງການເຊື່ອມຕໍ່ທາງຍຸດທະສາດໃນໂຄງການລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ (Belt and Road Initiative) ທີ່ສະເໜີໂດຍຈີນ. ຄາດວ່າຈະໃຫ້ສຳເລັດ ແລະ ເປີດໃຫ້ບໍລິການໄດ້ພາຍໃນທ້າຍປີ 2021, ຊຶ່ງໃນເວລານັ້ນການເດີນທາງຈາກເມືອງຄຸນໝິງ, ແຂວງຢຸນນານ, ຫາ ນະຄອນຫຼວງວຽງຈັນຂອງລາວ ຈະຖືກຕັດລົງເປັນເວລາພຽງໜຶ່ງຄືນ. ຂໍ້ມູນລາຍລະອຽດເພີ່ມຕື່ມ: https://news.cgtn.com/news/

Read More »

ລັດຖະມົນຕີ ອຄ ລົງຢ້ຽມຢາມຊຸກຍູ້ 3 ຫົວໜ່ວຍທຸລະກິດ…

ທ່ານ ນາງ ເຂັມມະນີ ພົນ ເສນາ ລັດຖະມົນຕີກະຊວງ     ອຸດສາຫະກຳ ແລະ ການຄ້າ  ( ອຄ ) ພ້ອມການນໍາກະຊວງ ແລະ ຂະແໜງການກ່ຽວຂ້ອງໄດ້ລົງຕິດຕາມ ແລະ ຊຸກຍູ້ການຜະລິດສະບຽງອາຫານ ແລະ ອຸດສາຫະກຳໃນນະຄອນຫຼວງວຽງຈັນ ໃນວັນທີ 21 ຕຸລາ 2020 ໂດຍໄດ້ລົງໄປຟາມປູກຜັກສະອາດຂອງ ບໍລິສັດ ເມືອງລາວຟູດ, ລັດວິສາຫະກິດສະບຽງອາຫານນະຄອນຫຼວງວຽງຈັນ ( ໂຮງງານຂ້າສັດທັນສະໄໝດອນດູ່ ), ໂຮງງານຜະລິດນໍ້າສີ ບໍລິສັດ ອຸໄລພານິດ ( ປະເທດລາວ ) ຈໍາກັດ ແລະ ໂຮງງານຜະລິດຢາເລກ 3. ການລົງຊຸກຍູ້ການຜະລິດຄັ້ງນີ້ໄດ້ຮັບການລາຍງານສະພາບການຜະລິດພືດຜັກສະອາດ, ປອດສານເຄມີຈາກ ທ່ານ ບຸນທ່ຽງ ລັດຕະນະວົງ ອໍານວຍການ ບໍລິສັດ ເມືອງລາວຟູດ ເຊິ່ງທ່ານໄດ້ກ່າວວ່າ: ບໍລິສັດເມືອງລາວຟູດ ສ້າງຕັ້ງຂຶ້ນໃນປີ 2018 ດໍາເນີນທຸລະກິດ 3 ກິດຈະກໍາຫຼັກ ຄື: ຜະລິດກະສິກໍາປູກພືກຜັກສະອາດ, ລ້ຽງປາ, ລ້ຽງກົບ, ສົ່ງເສີມປະຊາຊົນຜະລິດ ...

Read More »

koica ຊ່ວຍເຫຼືອລ້າ 11 ລ້ານໂດລາ ໃນໂຄງການສ້າງລະບົບຄຸ້ມຄອງນ້ຳງື່ມ…

ອົງການຮ່ວມມືສາກົນ ສ.ເກົາຫຼີ ຫຼື koica ໄດ້ຕົກລົງໃຫ້ການຊ່ວຍເຫຼືອລ້າ 11 ລ້ານໂດລາສະຫະລັດ ສຳລັບໂຄງການສ້າງລະບົບຄຸ້ມຄອງນ້ຳທີ່ມີປະສິດທິຜົນ ແລະ ເສີມຂະຫຍາຍຄວາມພ້ອມໃນການຮັບມືກັບໄພພິບັດຂອງນ້ຳງື່ມ ຊຶ່ງໂຄງການດັ່ງກ່າວຈະດຳເນີນການແຕ່ປີ 2020-2025. ໂຄງການດັ່ງກ່າວ ຈະສ້າງຄວາມເຂັ້ມແຂງໃຫ້ໜ່ວຍງານທີ່ກ່ຽວຂ້ອງໂດຍລວມເຊັ່ນ: ອົງການທີ່ກ່ຽວຂ້ອງກັບນ້ຳ ແລະ ປະຊາຊົນອາໄສຢູ່ລຽບຕາມນ້ຳງື່ມ ເພື່ອການຄຸ້ມຄອງຊັບພະຍາກອນນ້ຳ, ຮັບມືກັບໄພພິບັດ, ສ້າງ ແລະ ນຳໃຊ້ລະບົບຄຸ້ມຄອງນ້ຳແບບຢ່າງ. ນອກຈາກນີ້ ຍັງມີການທົດລອງ ແລະ ການຝຶກຊ້ອມ ເພື່ອປ້ອງກັນຄວາມປອດໄພໃນກໍລະນີ ນ້ຳຖ້ວມແທ້ ເພື່ອຄວາມປອດໄພ ແລະ ຫຼຸດຜ່ອນຄວາມເສຍຫາຍຂອງຊັບສິນຂອງປະຊາຊົນ. ອົງການ koica ໄດ້ຈັດຕັ້ງປະຕິບັດໂຄງການສ້າງແຜນແມ່ບົດ ກ່ຽວກັບການຄຸ້ມຄອງແຫຼ່ງນ້ຳແບບປະສົມປະສານ ຂອງນ້ຳງື່ມຢູ່ ສປປ ລາວ ຈາກປີ 2016-2019 ເພື່ອການຄຸ້ມຄອງທີ່ມີປະສິດທິຜົນຂອງແຫຼ່ງນ້ຳ ແລະ ເພີ່ມທະວີການຮັບມືໄພພິບັດ ພ້ອມທັງສ້າງລະບົບຄຸ້ມຄອງແມ່ນ້ຳ, ການເຕືອນໄພນ້ຳຖ້ວມ ແລະ ແຜນການໃຫ້ຂໍ້ມູນກ່ຽວກັບສະພາບສຸກເສີນການຍົກຍ້າຍໃນກໍລະນີ ນ້ຳຖ້ວມ ແລະ ໄພແຫ້ງແລ້ງ ຢູ່ນ້ຳງື່ມ. ພິທີເຊັນບົດບັນທຶກການຮ່ວມມືດັ່ງກ່າວ ໄດ້ຈັດຂຶ້ນຫວ່າງບໍ່ດົນມານີ້, ທີ່ນະຄອນຫຼວງວຽງຈັນ ລະຫວ່າງອົງການ koica ປະຈຳ ສປປ ລາວ ແລະ ...

Read More »

ກອງປະຊຸມທາງໄກ ITU ໃນການພັດທະນາເສດຖະກິດ ດິຈີຕອນ…

ທ່ານ ທັນສະໄໝ ກົມມະສິດ, ລັດຖະມົນຕີ ກະຊວງ ໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ) ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມໂຕະມົນ ລະດັບລັດຖະມົນຕີ ຂອງອົງການ ສະຫະພາບໂທລະຄົມມະນາຄົມສາກົນ (ITU) ໃນງານ ໄອທີຢູ ດິຈີຕອນ ໂລກ 2020 (ITU Virtual Digital World 2020) ຜ່ານລະບົບກອງປະຊຸມທາງໄກ, ໃນລະຫວ່າງວັນທີ 20-22 ຕຸລາ 2020. ເຊິ່ງານດັ່ງກ່າວແມ່ນຈັດຂຶ້ນໂດຍ ອົງການ ITU ຮ່ວມກັບ ກະຊວງຖະແຫຼ່ງຂ່າວ ແລະ ການສື່ສານ ສສ.ຫວຽດນາມ. ງານ ITU Virtual Digital World ຈັດຂຶ້ນພາຍໃຕ້ຫົວຂໍ້ “ການສ້າງໂລກດິຈີຕອນດ້ວຍກັນ” ເພື່ອສຳຫຼວດການຫັນເປັນດິຈີຕອນ ໃນພາກພື້ນ ແລະ ທົ່ວໂລກ. ໂດຍເປັນເວທີສຳລັບພາກລັດ, ຜູ້ວາງນະໂຍບາຍ ໄອຊີທີ, ຜູ້ປະກອບການ ແລະ ສະຕາດອັບຕ່າງໆ ໄດ້ມາພົບປະ, ສົນທະນາກັນ, ແລກປ່ຽນຄວາມຄິດເຫັນ ໂດຍສຸມໃສ່ບັນຫາ ...

Read More »