ເສດຖະກິດ

ມຽນມາປະກາດ ຫ້າມໃຊ້ “ສະກຸນເງິນຕ່າງປະເທດ” ຊຳລະເງິນຢູ່ພາຍໃນ

ທະນາຄານກາງມຽນມາ (CMB) ໄດ້ມີຄໍາສັ່ງຫ້າມໃຊ້ສະກຸນເງິນຕ່າງປະເທດສໍາລັບການຊໍາລະເງິນໃນມຽນມາ ເພື່ອເປັນການຮັກສາສະຖຽນລະພາບຂອງອັດຕາແລກປ່ຽນເງິນຕາຕ່າງປະເທດພາຍໃນປະເທດ. ໂດຍ CMB ຮ້ອງຂໍໜ່ວຍງານລັດຖະບານຊໍາລະເງິນດ້ວຍສະກຸນເງິນຈ໊າດ (kyat) ມຽນມາເທົ່ານັ້ນ ເນື່ອງຈາກການໃຊ້ສະກຸນເງິນຕ່າງປະເທດຊໍາລະເງິນໃນທ້ອງຖິ່ນອາດຈະນໍາໄປສູ່ຄວາມຕ້ອງການໃຊ້ເງິນ ໂດລາສະຫະລັດທີ່ສູງຂຶ້ນ ແລະສົ່ງຜົນໃຫ້ອັດຕາການແລກປ່ຽນບໍ່ສະຖຽນ. ຖະແຫຼງການຈາກ CMB ທີ່ອອກມາໃນວັນທີ 25 ພຶດສະພາທີ່ຜ່ານມາ ລະບຸວ່າການດໍາເນີນດັ່ງກ່າວມີຂຶ້ນຫຼັງຈາກ CBM ພົບວ່າໜ່ວຍງານແລະອົງກອນຂອງລັດຖະບານບາງແຫ່ງໃຊ້ສະກຸນເງິນຕ່າງປະເທດໃນການຊໍາລະເງິນໃນມຽນມາ. ທາງດ້ານ ວິນ ທໍ ຮອງຜູ້ວ່າການ CBM ເຜີຍວ່າໜ່ວຍງານຂອງລັດຖະບານບາງແຫ່ງໃຊ້ຈ່າຍ ແລະຍອມຮັບສະກຸນເງິນຕ່າງປະເທດໃນບາງກິດຈະກໍາ ເຊິ່ງລວມເຖິງການເຊົ່າທີ່ດິນ, ການລົງທຶນໃນທຸລະກິດປະກັນໄພ ແລະ ລາຍໄດ້ຈາກກິດຈະກໍາຮ່ວມການຄ້າ ພ້ອມເສີມອີກວ່າ CBM ຍັງພົບການໃຊ້ສະກຸນເງິນໂດລາສະຫະລັດໃນບາງໂຮງແຮມ, ໂຮງຮຽນນານາຊາດ, ຮ້ານຈໍາໜ່າຍຂອງທີ່ລະນຶກ ແລະ ການໃຫ້ຊາວຕ່າງປະເທດເຊົ່າອະສັງຫາລິມະຊັບໃນປະເທດ. CBM ໄດ້ແຈ້ງເຕືອນທຸກກະຊວງ, ລັດຖະບານລະດັບພາກພື້ນ, ລະດັບລັດ ແລະ ຄະນະກໍາມະການເທສະບານເມືອງເນປີດໍ, ຢ່າງກຸ້ງ ແລະ ມັນທະເລ ໃຫ້ໃຊ້ສະເພາະສະກຸນເງິນຈ໊າດມຽນມາສໍາລັບການຊື້ແລະຈໍາໜ່າຍສິນຄ້າແລະບໍລິການ ແລະ ການຊໍາລະເງິນໃນປະເທດແລ້ວ. ທັງນີ້ ເມື່ອເດືອນເມສາ CMB ມີຄໍາສັ່ງໃຫ້ປະຊາຊົນທຸກຄົນຜູ້ທີ່ຖືຄອງສະກຸນເງິນຕ່າງປະເທດ ຍົກເວັ້ນອົງການຕ່າງປະເທດ ແລະ ຜູ້ຄ້າທີ່ໄດ້ຮັບການຍົກເວັ້ນໃນພາຍຫຼັງ ແລກປ່ຽນສະກຸນເງິນເງິນຈ໊າດມຽນມາພາຍໃນ 1 ມື້ເຮັດວຽກຫຼັງຈາກນັ້ນ. ...

Read More »

ໂອນເງິນຜິດບັນຊີ_ຕ້ອງເຮັດແນວໃດ?

ໂອນເງິນຜິດບັນຊີ_ຕ້ອງເຮັດແນວໃດ? 👉 ໃນກໍລະນີທີ່ທ່ານ ໂອນເງິນຜິດບັນຊີ ຈະຕ້ອງເຮັດແນວໃດ? ຕ້ອງດຳເນີນການແນວໃດກ່ອນ? ໂພສນີ້ມີຄຳຕອບ! ຕິດຕໍ່ຫາທະນາຄານທັນທີ ເມື່ອຮູ້ວ່າທ່ານໂອນເງິນຜິດບັນຊີ.ເຂົ້າໄປທີ່ທະນາຄານ ເພື່ອປະກອບເອກະສານ ແລະ ແຈ້ງຫຼັກຖານໃນການໂອນເງິນຂອງທ່ານ ຕໍ່ກັບພະນັກງານທະນາຄານ ເພື່ອດຳເນີນການກວດສອບ.ທະນາຄານຈະຕິດຕໍ່ຫາທ່ານ ພາຍຫຼັງທີ່ໄດ້ກວດສອບຂໍ້ມູນ ຮຽບຮ້ອຍແລ້ວ ເພື່ອແຈ້ງຜົນໃຫ້ລູກຄ້າຮັບຊາບ ແລະ ດໍາເນີນການແກ້ໄຂ ຕາມລະບຽບຂອງທະນາຄານ. ໂອນເງິນຜິດບັນຊີ_ຕ້ອງເຮັດແນວໃດ?

Read More »

ທະນາຄານໂລກ ອະນຸມັດທຶນ132 ລ້ານ USD ພັດທະນາຕາມແລວທາງ ເສດຖະກິດໃໝ່ ເພື່ອຍົກລະດັບການຂົນສົ່ງ-ການຄ້າ

ອາທິດຜ່ານມາ ທີ່ນະຄອນຫລວງວຽງຈັນ, ຄະນະຜູ້ບໍລິຫານຂອງ ທະນາຄານໂລກ ໄດ້ອະນຸມັດງົບປະມານ 132 ລ້ານໂດລາສະຫະລັດ ເພື່ອຈັດຕັ້ງປະຕິບັດ ໂຄງການພັດທະນາຕາມແລວທາງເສດຖະກິດ ອາຊີຕາເວັນອອກສ່ຽງໃຕ້ ແລະ ການເຊື່ອມຈອດ-ເຊື່ອມໂຍງ ເພື່ອແນໃສ່ປັບປຸງການຂົນສົ່ງທີ່ມີຄວາມຄົງທົນ ຕໍ່ກັບສະພາບດິນຟ້າອາກາດ ແລະ ປັບປຸງການຄ້າ ໃນຂົງເຂດພາກພື້ນ ຕາມແລວທາງທິດຕາເວັນອອກ-ຕາເວັນຕົກ ໂດຍຜ່ານພາກເໜືອຂອງ ສປປ ລາວ. ໂຄງການດັ່ງກ່າວ ຈະປະກອບສ່ວນເຂົ້າໃນການຈັດຕັ້ງແຜນແມ່ບົດ ໃນການເຊື່ອມຈອດ-ເຊື່ອມໂຍງຂອງອາຊຽນ ດ້ວຍການຍົກລະດັບເສັ້ນທາງເລກ 2 (NR2) ໃຫ້ໄດ້ມາດຕະຖານຂອງເສັ້ນທາງຫລວງອາຊີ. ເສັ້ນທາງດັ່ງກ່າວນີ້ຍັງໄດ້ຕັດຜ່ານ ເສັ້ນທາງລົດໄຟລາວ-ຈີນ ຢູ່ທີ່ແຂວງອຸດົມໄຊ ເຊິ່ງເປັນການສ້າງໂອກາດ ໃນການເຊື່ອມໂຍງດ້ານການຂົນສົ່ງລະຫວ່າງ ຈີນ, ລາວ, ໄທ ແລະ ຫວຽດນາມ. ເປົ້າໝາຍອີກຢ່າງໜຶ່ງຂອງໂຄງການ ແນໃສ່ສົ່ງເສີມຄວາມສາມາດ ຂອງຜູ້ຜະລິດກະສິກຳຂະໜາດນ້ອຍ ເພື່ອໃຫ້ສາມາດຜະລິດສິນຄ້າໄດ້ຫລາຍຂຶ້ນ ແລະ ສາມາດຊື້-ຂາຍຜ່ານເຄືອຄ່າຍການຂົນສົ່ງແຫ່ງໃໝ່ນີ້ ເຊິ່ງມັນຈະເປັນການນຳໃຊ້ປະໂຫຍດສູງສຸດ ຈາກການເຊື່ອມໂຍງໃນພາກພື້ນໄດ້. ທ່ານ ອາເລັກສ໌ ເຄຣມເມີ ຫົວໜ້າຫ້ອງການທະນາຄານໂລກ ປະຈຳ ສປປ ລາວ ໄດ້ກ່າວວ່າ: ໂຄງ ການແລວທາງເສດຖະກິດໃໝ່ນີ້ ບໍ່ພຽງແຕ່ຈະຊ່ວຍໃນການຍົກລະດັບເສັ້ນທາງ ໃນຂົງເຂດພາກພື້ນເທົ່ານັ້ນ, ແຕ່ຍັງຈະຊ່ວຍເຫລືອປະຊາຊົນ ໃນການຜະລິດສິນຄ້າ ...

Read More »

ເມື່ອບັດ ATM ຖືກຕູ້ກືນທ່ານຈະມີວິທີແກ້ໄຂບັນຫາໃນເບື້ອງຕົ້ນແນວໃດ?

ເມື່ອບັດ ATM ຖືກຕູ້ກືນທ່ານຈະມີວິທີແກ້ໄຂບັນຫາໃນເບື້ອງຕົ້ນແນວໃດ? 💳 ໃນກໍລະນີທີ່ບັດ ATM ຂອງທ່ານ ຖືກຕູ້ກືນ ທ່ານຄວນປະຕິບັດ ຕາມຂັ້ນຕອນລຸ່ມນີ້: 1️⃣ ໂທຫາພະນັກງານ ຕາມເບີສາຍດ່ວນທີ່ຕິດໜ້າຕູ້ ATM: ແຈ້ງຊື່-ນາມສະກຸນ ແລະ ເບີໂທລະສັບ ຂອງເຈົ້າຂອງບັດ;ເລກລະຫັດຕູ້ ATM;ວັນທີ ທີ່ໃຊ້ຕູ້ ATM. 2️⃣ ລໍຖ້າພະນັກງານ ຕິດຕໍ່ຫາທ່ານ: ເພື່ອນັດໝາຍວັນເວລາ ໃຫ້ລູກຄ້າມາຮັບເອົາບັດ ATM ຄືນ. 3️⃣ ຫຼັງຈາກທ່ານໄດ້ຮັບແຈ້ງຈາກ ທພລ ທ່ານສາມາດໄປຮັບບັດ ATM ທີ່ຈຸດບໍລິການທີ່ທ່ານໄດ້ໂທແຈ້ງໄປເບື້ອງຕົ້ນ: ພ້ອມດ້ວຍເອກະສານຢັ້ງຢືນຕົວຕົນ ເຊັ່ນ: ບັດປະຈຳຕົວ ຫຼື ພາສປອດ ຫຼື ສຳມະໂນຄົວ.

Read More »

ກຽມເຊື່ອມຕໍ່ທາງລົດໄຟລາວ-ຈີນ (ວຽງຈັນໃຕ້-ທ່າບົກທ່ານາແລ້ງ) ພາຍໃນເດືອນມິຖຸນາ ປີນີ້

ນັບແຕ່ເປີດບໍລິການຢ່າງເປັນທາງການໃນວັນທີ 4 ທັນວາ 2021 ມາຮອດເດືອນເມສາ 2022, ທ່າບົກທ່ານາແລ້ງຢູ່ນະຄອນຫລວງວຽງຈັນ ໄດ້ບໍລິການຂົນສົ່ງສິນຄ້າຜ່ານລົດໄຟລາວ-ຈີນ ແລ້ວ 11.000 ຕູ້ ແລະ ພາຍໃນທ້າຍເດືອນມິຖຸນາ ປີນີ້ ຈະເປີດການເຊື່ອມຕໍ່ທາງລົດໄຟລາວ-ຈີນ ຈາກສະຖານີວຽງຈັນໃຕ້ ຫາ ສະຖານີທ່າບົກທ່ານາແລ້ງ. ໃນຈໍານວນສິນຄ້າ 11.000 ຕູ້, 80% ແມ່ນເປັນສິນຄ້າຜ່ານແດນ ເຊີ່ງເປັນສິນຄ້າຈາກ ສປ ຈີນ ຜ່ານລາວໄປໄທ, ມຽນມາ, ກໍາປູເຈຍ, ຫວຽດນາມ ແລະ ມາເລເຊຍ. ໃນນີ້, ສ່ວນໃຫຍ່ແມ່ນສິນຄ້າອຸດສາຫະກໍາ ເປັນຕົ້ນ: ເຄື່ອງອຸປະກອບອີເລັກໂຕຣນິກ, ປຸ໋ຍ, ຊີ້ນສ່ວນປະ ກອບເຄື່ອງໃຊ້ໄຟຟ້າ, ສິນຄ້າຕັດຫຍິບ ແລະ ແຜ່ນແພ. ສ່ວນທີ່ເຫລືອແມ່ນການບໍລິການຂົນສົ່ງສິນຄ້າຈາກລາວ ແລະ ໄທ ໄປຈີນ, ໃນນີ້ ສະເພາະສິນຄ້າຈາກລາວສ່ວນໃຫຍ່ແມ່ນສົ່ງອອກແຮ່ເຫລັກ, ແປ້ງມັນຕົ້ນ, ຢາງພາລາ, ໝາກໄມ້ ແລະ ແຮ່ທາດ ອື່ນໆ, ສ່ວນສິນຄ້າຈາກໄທ ສ່ວນໃຫຍ່ແມ່ນການສົ່ງອອກ ເຂົ້າ, ໝາກໄມ້ ແລະ ຢາງພາລາ. ...

Read More »

ການຈອງຖ້ຽວບິນ “ທ່ອງທ່ຽວ-ທຸລະກິດ” ທົ່ວໂລກເພີ່ມຂຶ້ນສູງ

ການຈອງຖ້ຽວບິນ “ທ່ອງທ່ຽວ-ທຸລະກິດ” ທົ່ວໂລກເພີ່ມຂຶ້ນສູງ ເປັນສັນຍານດີສຳລັບອຸດສະຫະກຳການເດີນທາງ. ສະຖາບັນເສດຖະກິດ ມາສເຕີກາດ ໄດ້ເຜິຍແຜ່ບົດລາຍງານການທ່ອງທ່ຽວ 2022 ດ້ານທ່າອ່ຽງ ແລະ ການຫັນປ່ຽນ (Travel 2022: Trends & Transitions) ໂດຍລະບຸວ່າ ຫຼັງຈາກການວິເຄາະຕະຫຼາດ 37 ແຫ່ງທົ່ວໂລກພົບວ່າ ໃນທ້າຍເດືອນມີນາ 2022 ການເດີນທາງຂ້າມປະເທດເພີ່ມຂຶ້ນລະດັບດຽວກັບໃນໄລຍະກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19 ຊຶ່ງເປັນຈຸດໝາຍສຳຄັນສຳລັບອຸດສາຫະກຳການເດີນທາງ. ຖ້ຽວບິນເພື່ອການພັກຜ່ອນ ແລະ ເພື່ອທຸລະກິດ ເພີ່ມຂຶ້ນສູງສຸດນັບຕັ້ງແຕ່ປີ 2019 ຊຶ່ງຖືວ່າເປັນການເພີ່ມຂຶ້ນຄັ້ງທຳອິດຕັ້ງແຕ່ເກີດການແຜ່ລະບາດຂອງພະຍາດໂຄວິດ-19. ທ່ານ ເດວິດ ແມນ ຫົວໜ້ານັກເສດຖະສາດຝ່າຍກິດຈະການອາຊີ-ປາຊີຟິກ, ຕາເວັນອອກກາງ ແລະ ອາຟຣິກາໃຕ້ຂອງສະຖາບັນເສດຖະກິດ ມາສເຕີກາດ ກ່າວວ່າ ອຸດສາຫະກຳການເດີນທາງມີທ່າອ່ຽງຟື້ນໂຕ ບົດລາຍງານຂອງ ມາສເຕີກາດ ລະບຸວ່າ ການຈອງຖ້ຽວບິນທົ່ວໂລກເພື່ອການພັກຜ່ອນນັ້ນເພີ່ມຂຶ້ນ 25% ໃນເດືອນເມສາ ສູງກວ່າໃນໄລຍະກ່ອນເກີດການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍໄດ້ແຮງໜູນມາຈາກຖ້ຽວບິນໄລຍະໃກ້ ແລະ ໄລຍະກາງ ຊຶ່ງປັບໂຕສູງຂຶ້ນກວ່າໃນໄລຍະດຽວກັນຂອງປີ 2019. ນອກຈາກນີ້, ຈຳນວນການຈອງຖ້ຽວບິນທຸລະກິດກໍປັບໂຕຂຶ້ນເຊັ່ນດຽວກັນ ໂດຍໃນທ້າຍເດືອນມີນາ 2022 ຈຳນວນການຈອງຖ້ຽວບິນທຸລະກິດເພີ່ມຂຶ້ນສູງກວ່າລະດັບໃນປີ 2019 ເປັນຄັ້ງທຳອິດນັບຕັ້ງແຕ່ເກີດການແຜ່ລະບາດຂອງພະຍາດໂຄວິດ-19. ຂໍ້ມູນ: ...

Read More »

ຄາດວ່າເສດຖະກິດຂອງອາຊີຕາເວັນອອກສຽງໃຕ້ມີທ່າອ່ຽງຂະຫຍາຍໂຕສູງຂຶ້ນ 5,2% ໃນປີ 2023.

ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນສະໄໝພິເສດປີ 2022 ທີ່ກຳປູເຈຍເປັນ ປະທານ ໄດ້ຈັດຂຶ້ນຢູ່ເກາະບາຫຼີປະເທດອິນໂດເນເຊຍ ໂດຍຄາດວ່າ, ຈັງຫວະການ ເຕີບໂຕຂອງເສດຖະກິດໃນພາກພື້ນອາຊີຕາເວັນອອກສຽງໃຕ້ໃນປີນີ້ຈະບັນລຸເຖິງ 4,9% ແລະປີ 2023 ຈະບັນລຸ 5,2%. ກອງປະຊຸມເຫັນວ່າ: ເສດຖະກິດທົ່ວໂລກໄດ້ປ່ຽນແປງຢ່າງວ່ອງໄວ ເຊິ່ງ ໄດ້ນຳເອົາໂອກາດ ແລະ ສິ່ງທ້າທາຍໃໝ່ມາໃຫ້ແກ່ພາກພື້ນ. ເຕັກນິກດີຈີຕອນ ແລະ ການພັດທະນາແບບຍືນຍົງ ພວມກາຍເປັນພະລັງຂັບເຄື່ອນໃໝ່ສຳລັບການເຕີບໂຕ ຂອງອາຊຽນໃນອະນາຄົດ. ນອກນີ້, ກອງປະຊຸມໄດ້ເນັ້ນໜັກວ່າ, ອາຊຽນຕ້ອງສືບຕໍ່ ຮັກສາສະຕິລະວັງຕົວ ແລະ ສືບຕໍ່ເລັ່ງຂະບວນການຟື້ນຟູຢ່າງຮອບດ້ານຂອງອາຊຽນ ເພື່ອຮັບມືກັບສິ່ງທ້າທາຍລັກສະນະທົ່ວໂລກ ແລະ ຮັບປະກັນໃຫ້ເສດຖະກິດອາຊຽນ ສາມາດຟື້ນຟູໄດ້ດີກວ່າເກົ່າ ແລະ ແຂງແຮງກວ່າເກົ່າ. ຂໍ້ມູນ: ທະນາຄານ ມາຣູຮານ ເຈເເປນ ລາວ

Read More »

ໃນເດືອນພຶດສະພາ ສປ. ຈີນ ນຳເຂົ້ານ້ຳມັນຈາກ ຣັດເຊຍ ເກືອບ 2ລ້ານຖັງ

ໃນເດືອນພຶດສະພາ ສປ. ຈີນ ນຳເຂົ້ານ້ຳມັນຈາກ ຣັດເຊຍ ເກືອບ 2ລ້ານຖັງ ນຳ​ເຂົ້າ ຜ່ານ​ການ​ຂົນ​ສົ່ງທາງ​ທະ​ເລ 1,1ລ້ານ​ຖັງ ແລະ​ແບບ​ສົ່ງ ຜ່ານ​ທໍ່ອີກ​ປະມານ 800.000ຖັງ. ຈີນ ຊື້​ນ້ຳມັນ ຈາກຣັດ​ເຊຍ ​ໃນ​ລາຄາ ​ຖືກ​ກວ່າ​ ປະ​ເທດ​ອື່ນ ຄິດ​ເປັນ​ ປະລິມານ ​ເກືອບ 2 ລ້ານ​ຖັງ​ ໃນ​ເດືອນ ​ພຶດສະພາ​ນີ້ ກວມ​ເອົາ 15% ຂອງ​ຄວາມ​ຕ້ອງການນຳ​ໃຊ້​ ໃນ​ຈີນ ​ໂດຍອີງ​ຕາມ ຂໍ້ມູນຈາກບໍລິສັດ Vortesa Analytics ຊຶ່ງ​ເປັນ​ຜູ້​ໃຫ້​ບໍລິການວິ​ເຄາະ ຂໍ້​ມູນ ​ກ່ຽວ​ກັບການ​ຂົນ​ສົ່ງ​ນ້ຳມັນ ​ແລະ ອາຍ​ແກັສ ສາກົນ​ ​ເມື່ອ​ບໍ່​ດົນ​ມາ​ນີ້ ລະບຸ​ວ່າ:ຈີນ ນຳ​ເຂົ້າ ນ້ຳມັນ ​ຈາກຣັດ​ເຊຍ ຜ່ານ​ການ​ຂົນ​ສົ່ງທາງ​ທະ​ເລ 1,1ລ້ານ​ຖັງ​ ຕໍ່​ວັນ ​ໃນ​ເດືອນ​ພຶດສະພາ ​ເພີ່ມ​ຈາກ 750.000 ຖັງ​ຕໍ່​ວັນ ​ໃນ​ໄລຍະ ​ໄຕ​ມາດ​ທຳ​ອິດ ​ແລະ​ເພີ່ມ​ຂຶ້ນ​ຈາກ ສະຖິຕິ​ ວັນ​ລະ 800.000 ຖັງ​ຕໍ່​ວັນ ເມື່ອ​ປີ​ກາຍ. ...

Read More »

#ເຕືອນໄພ‼️ ມິດສາຊີບໄດ້ນຳໃຊ້ຫຼາຍຮູບແບບ ໃນການຫຼອກເອົາຊັບສິນເງິນຄຳ ດ້ວຍການໃຊ້ຊ່ອງທາງ Social Media

#ເຕືອນໄພໃນປັດຈຸບັນ ມິດສາຊີບໄດ້ນຳໃຊ້ຫຼາຍຮູບແບບ ໃນການຫຼອກເອົາຊັບສິນເງິນຄຳມາເປັນຂອງຕົນເອງ ດ້ວຍການໃຊ້ຊ່ອງທາງ Social Media ມາເປັນເຄື່ອງມື ໃນການຫຼອກລວງປະຊາຊົນ ດັ່ງນັ້ນ, ເພື່ອ ມີສະຕິ ແລະ ຮູ້ທັນກົນລະຍຸດ ຂອງມິດສາຊີບ ທ່ານສາມາດ ສຶກສາຂໍ້ມູນ ຢູ່ໃນໂພສດ້ານລຸ່ມນີ້ໄດ້ ເພື່ອກຽມພ້ອມຮັບມືໄດ້ທັນເຫດການ

Read More »

ຫວຽດນາມ ປັບຂຶ້ນອັດຕາດອກເບ້ຍເງິນຝາກ0,1%-0,6%

ວັນ​ທີ18​ ພຶດສະພາ​, ທະນາຄານ ​ຫລາຍ​ແຫ່ງ ​ໃນ​ຫວຽດນາມ ປະກາດ​ ປັບ​ຂຶ້ນ​ ອັດຕາດອກ​ເບ້ຍເງິນ​ຝາກ 0,1% ຫາ 0,6% ​ເຮັດ​ໃຫ້​ອັດຕາ ດອກ​ເບ້ຍເງິນ​ຝາກນັບ​ຕັ້ງ​ແຕ່​ເດືອນ​ນີ້ເປັນຕົ້ນ​ໄປ ເພີ່ມ​ຂຶ້ນ 6,5%-7,4%. ປັດຈຸບັນ ທະນາຄານ NamABankສະ​ເໜີ ​ດອກ​ເບ້ຍ​ ສູງ​ສຸດລະດັບ 7,4%​ໃຫ້​ກັບ ​ລູກ​ຄ້າທີ່​ດຳ​ເນີນການ​ຝາກ​ເງິນ ຜ່ານ​ທາງແອບ​ພລິ​ເຄຊັນ ທະນາຄານຂອງ​ສະມາດ​ໂຟນ ​ເປັນ​ເວລາ 16-36​ເດືອນ. ການ​ປັບ​ຂຶ້ນ ອັດຕາ​ ດອກ​ເບ້ຍ​ເງິນ​ຝາກ ມີ​ຂຶ້ນ​ໃນ​ໄລຍະ​ ທີ່​ຕ້ອງການຂໍ​ສິນ​ເຊື່ອ​ເພີ່ມ​ສູງ​ຂຶ້ນ​ຫລາຍ ​ໂດຍ​ຄາດ​ ການ​ວ່າ ​ແຮງ​ກົດ​ດັນເງິນ​ເຟີ້ ​ແລະການ​ແຂ່ງຂັນ​ກັນຫລາຍ​ຂຶ້ນ ຈາກ​ຊັບ​ສິນຊະນິດ​ອື່ນໆ​ເຊັ່ນ ອະສັງຫາ ລິມະ​ຊັບ ​ແລະ ຫລັກ​ຊັບ ຈະ​ກົດ​ດັນ​ ໃຫ້​ອັດຕາດອກ​ເບ້ຍ​ເງິນ​ຝາກ​ ປັບ​ຕົວ​ສູງ​ຂຶ້ນ. ອັດຕາ​ ດອກ​ເບ້ຍ​ເງິນ​ຝາກ ມີ​ທ່າ​ອ່ຽງ ປັບ​ຕົວ​ສູງ​ຂຶ້ນ 0,3%-0,5% ສູ່​ລະດັບ 5,9%-6,1%​ໃນ​ປີ​ນີ້. ຂໍ້ມູນ: ຂປລ

Read More »