ຂ່າວ ພາຍໃນປະເທດ

ກະຊວງ ຖວທ ແຈ້ງໃຫ້ຜູ້ສ້າງຂ່າວອອນລາຍມາລົງທະບຽນ ໃຫ້ຖືກຕ້ອງຕາມລະບຽບການ…

ຫ້ອງການ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ແຈ້ງມາຍັງບັນດາທ່ານ ຜູ້ອຳນວຍການ, ຫົວໜ້າບັນນາທິການ ແລະ ເຈົ້າຂອງໜ້າຂ່າວ (Admin) ສື່ສັງຄົມອອນລາຍ ຂອງບຸກ ຄົນ, ນິຕິບຸກຄົນ, ການຈັດຕັ້ງຂອງພາກລັດ ແລະ ເອກະຊົນ ທີ່ເຄື່ອນໄຫວຢູ່ພາຍໃນ ສປປ ລາວ ຊາບວ່າ: ເພື່ອເຮັດໃຫ້ວຽກງານການ ໂຄສະນາຜ່ານສື່ສັງຄົມອອນລາຍ ກໍຄື ການສ້າງຕັ້ງໜ້າຂ່າວ ເຟສບຸກ (Face book), ຢູທູບ (Youtube) ແລະ ເວັບໄຊ (Website) ທີ່ເຮັດໜ້າທີ່ບໍລິການຂ່າວ ແລະ ສະ ໜອງຂໍ້ມູນຂ່າວສານ ໃຫ້ແກ່ສັງຄົມ ໃຫ້ໄດ້ຮັບຂໍ້ມູນຂ່າວສານທີ່ຖືກຕ້ອງ, ເປັນຈິງ, ໜ້າເຊື່ອຖື ແລະ ເປັນປະໂຫຍດຕໍ່ການ ພັດທະນາເສດຖະກິດ-ສັງຄົມ. ໃນໄລຍະຜ່ານມາ ພາຍຫລັງໄດ້ອອກແຈ້ງການເລກທີ 256/ຖວທ ລົງວັນທີ 12 ກໍລະກົດ 2019 ກ່ຽວກັບການສ້າງຕັ້ງໜ້າຂ່າວ (Social Media) ເພື່ອສະໜອງຂ່າວສານຮັບໃຊ້ສັງຄົມ ເຊິ່ງບັນດາຜູ້ອຳນວຍການ, ຄະນະບັນນາທິການ ແລະ ເຈົ້າຂອງໜ້າຂ່າວອອນລາຍຈຳນວນໜຶ່ງ ...

Read More »

ຮ່ວມຈັດກິດຈະກຳກິລາສີ ເພື່ອການກຸສົນ ແກ່ຜູ້ບົກຜ່ອງທາງການໄດ້ຍິນ…

ໃນວັນທີ 28 ກັນຍາ 2020 ທີ່ສູນກິລາໃນຮົ່ມລ້ານຊ້າງ ນະຄອນຫລວງວຽງຈັນ ສູນການສຶກສາຜູ້ບົກຜ່ອງທາງການໄດ້ຍິນ ສູນແຫ່ງຄວາມຫວັງ ໄດ້ສ້າງກິດຈະກຳກິລາສີ ເພື່ອການກຸສົນຄັ້ງທີ 1 ຮ່ວມສົມທົບທຶນການສຶກສາ ແກ່ຜູ້ບົກຜ່ອງທາງການໄດ້ຍິນ ເຂົ້າຮ່ວມໂດຍທ່ານ ນາງ ໂສພາພອນ ເຮືອງລິດ ຜູ້ອຳນວຍການສູນການສຶກສາຜູ້ບົກຜ່ອງທາງການໄດ້ຍິນ ສູນແຫ່ງຄວາມຫວັງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ, ຜູ້ສະໜັບສະໜູນ ແລະ ນັກກິລາ ເຂົ້າຮ່ວມ. ໂອກາດດັ່ງກ່າວ ທ່ານ ນາງ ໂສພາພອນ ເຮືອງລິດ ໄດ້ໃຫ້ຮູ້ວ່າ: ຈຸດປະສົງໃນການຈັດງານຄັ້ງນີ້, ເພື່ອເປັນການປຸກລະດົມໃຫ້ໃນສັງຄົມ ເຫັນໄດ້ຄວາມສໍາຄັນ ຂອງຜູ້ບົກຜ່ອງທາງການໄດ້ຍິນ ຫລື ຜູ້ພິການຫູ-ປາກ ເພື່ອສົ່ງເສີມຊ່ວຍເຫລືອ ແລະ ເປີດໂອກາດໃຫ້ເຂົາເຈົ້າ ໄດ້ພັດທະນາຕົນເອງ ທາງດ້ານການການຮຽນ-ການສຶກສາ, ດ້ານກິລາ, ສ້າງໂອກາດໃຫ້ເຂົາເຈົ້າມີໂອກາດສະແດງ ສັກກະຍາພາບ ຄວາມຮູ້ຄວາມສາມາດຂອງຕົນເທົາທີ່ຈະເຮັດໄດ້ ແລະ ຄາດການວ່າ ງານນີ້ຈະສາມາດເຮັດໃຫ້ພາກສ່ວນໃດໜຶ່ງໃນສັງຄົມ ເຫັນຄວາມສຳຄັນໃຫ້ການສະໜັບສະໜຸນ. ງານນີ້, ເກີດຈາກການຮ່ວມຕົວຂອງໄວໜຸ່ມ ຈາກຫລາຍໂຮງຮຽນ ແລະ ວິທະຍາໄລຕ່າງໆ ມາຮ່ວມຕົວກັນ, ພວກເຮົາມີຄວາມແຕກຕ່າງກັນບໍ່ວ່າຈະເປັນຄວາມເຊື່ອ, ເອກະລັກ, ຊົນເຜົ່າ, ສາສາໜາ ແຕ່ພວກເຮົາມີເປົ້າໝາຍອັນດຽວກັນຄື ...

Read More »

ອັດຕາການຖືພາໂດຍບໍ່ໄດ້ວາງແຜນໃນ ສປປ ລາວ ຍັງເປັນບັນຫາ…

ອີງຕາມຂໍ້ມູນຂອງອົງການສະຫະປະຊາຊາດ ກອງທືນສຳລັບປະຊາກອນ (UNFPA) ໃຫ້ຮູ້ວ່າ: ໃນບັນດາປະເທດອາຊຽນ ສປປ ລາວ ມີອັດຕາການເກີດລູກໃນໄວໜຸ່ມສູງທີ່ສຸດ ປະ ມານ 83 ຕໍ່ເດັກຍິງ 1.000 ຄົນ ອາຍຸ 15-19 ປີ ທີ່ໄດ້ມີການເກີດລູກ, ອັດຕາການຕາຍຂອງແມ່ຍັງສູງ ແລະ ຄາດວ່າຈະເພີ່ມຂຶ້ນຍ້ອນຜົນກະທົບທີ່ກ່ຽວຂ້ອງ ກັບພະຍາດຕິດເຊື້ອ COVID-19. ພາບປະກອບ ທຸກ 2 ປີ ໃນ ສປປ ລາວ ມີການຖືພາໂດຍບໍ່ໄດ້ວາງແຜນປະມານ 286.000 ຄົນ, ສ່ວນໃຫຍ່ແມ່ນຢູ່ໃນກຸ່ມຜູ້ທີ່ບໍ່ສາມາດເຂົ້າເຖິງຂໍ້ມູນ ແລະ ການບໍລິການ ກ່ຽວກັບການຄຸມກຳເນີດແບບສະໝັກໃຈ ການຖືພາທີ່ບໍ່ໄດ້ວາງແຜນເປັນຈຳນວນຫລາຍ ແມ່ນໃນບັນດາແມ່ຍິງອາຍຸຍັງນ້ອຍ ແລະ ທຸກຍາກທີ່ສຸດໃນຊີວິດຂອງເຂົາເຈົ້າ ແລະ ໂອກາດຂອງພວກເຂົາກໍມີຈຳກັດຫລາຍ ຍ້ອນການຖືພາທີ່ບໍ່ໄດ້ວາງແຜນ ແລະ ເດັກນ້ອຍຍັງບໍ່ໄດ້ຮັບຜົນປະໂຫຍດຈາກໂພຊະນາການທີ່ດີ. ສະນັ້ນ, ຈຶ່ງເປັນສິ່ງທ້າທາຍສືບຕໍ່ເປັນວົງຈອນຂອງຄວາມທຸກຍາກ, ຈຳນວນການເກີດທີ່ບໍ່ໄດ້ວາງແຜນ ຄາດວ່າຈະເພີ່ມຂຶ້ນໃນປະເທດລາວ. ພາບປະກອບ ເນື່ອງຈາກຜົນກະທົບທີ່ກ່ຽວຂ້ອງກັບການລະບາດຂອງພະຍາດ COVID-19, ໃນໄລ ຍະ 2 ປີ ຄາດວ່າຈະເພີ່ມຂຶ້ນເຖິງ 331.000 ຫລື ...

Read More »

ໃນທຸກໆມື້ ທົ່ວໂລກ ຍັງມີຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ…

ວັນທີ 28 ກັນຍາ 2020 ທົ່ວໂລກມີຜູ້ຕິດເຊື້ອພະຍາດໂຄວິດ-19 ມີທັງໝົດ 33.307.363 ຄົນ, ເພີ່ມຂຶ້ນ 237.618 ຄົນ, ເສຍຊີວິດ 1.002.389 ຄົນ, ໃນນັ້ນສະຫະລັດອາເມຣິກາເປັນອັນດັບໜຶ່ງ ມີຜູ້ຕິດເຊື້ອ 7.321.343 ຄົນ, ເພີ່ມຂຶ້ນ 34.603 ຄົນ, ເສຍຊີວິດ 209.453 ຄົນ, ອັນດັບສອງ ແມ່ນອິນເດຍ ມີຜູ້ຕິດເຊື້ອ 6.073.348 ຄົນ, ເພີ່ມຂຶ້ນ 80.816 ຄົນ, ເສຍຊີວິດ 95.574 ຄົນ, ອັນດັບສາມ ແມ່ນ ເບຼຊິນ ຜູ້ຕິດເຊື້ອ 4.732.309 ຄົນ, ເພີ່ມຂຶ້ນ 14.194 ຄົນ, ເສຍຊີວິດ141.776 ຄົນ, ສ່ວນ ສປປ ລາວ ຢູ່ອັນດັບທີ 206 ຂອງໂລກ ມີຜູ້ຕິດເຊື້ອສະສົມ 23ຄົນ ປົວດີແລ້ວ 22ຄົນ, ພວມປິ່ນປົວຢູ່ໂຮງໝໍມິດຕະພາບ 1ຄົນ. ດຣ. ສີສະຫວາດ ...

Read More »

ທົ່ວໂລກ ບໍ່ມີວຽກເຮັດງານທຳ ຫຼາຍ ເນື່ອງມາຈາກ…

ອົງການແຮງງານ ສາກົນ(ໄອແອລໂອ) ພາຍໃຕ້ ອົງການ ສະຫະ ປະຊາຊາດ ລະບຸວ່າ: ປັດຈຸບັນ ພາກທຸລະກິດ ປັບຫລຸດ ການຈ້າງງານ ຫລື ຫລຸດຊົ່ວໂມງ ການເຮັດວຽກ ເພື່ອຫລຸດຕົ້ນທຶນ ຊຸກຍູ້ທຸລະກິດ ສາມາດດຳເນີນ ຕໍ່ໄປໄດ້, ຊຶ່ງສະເລ່ຍແລ້ວ ຊົ່ວໂມງ ການເຮັດວຽກ ຂອງແຮງງານ ທົ່ວໂລກໃນໄຕມາດ 2 ປີ 2020 ຫລຸດລົງ ປະມານ 17,3% ຈາກລະດັບ ກ່ອນເກີດການ ແຜ່ລະບາດ ຫລືທຽບເທົ່າ ການສູນເສຍ ຕຳແໜ່ງ ວຽກເຮັດ ງານທຳ ປະຈຳ(ເຮັດວຽກ 48 ຊົ່ວໂມງ ຕໍ່ອາທິດ) ປະມານ 495 ລ້ານຕຳແໜ່ງ ຫລັງຈາກ ສະຖານະການ ແຮງງານ ທົ່ວໂລກ ບໍ່ຄ່ອຍດີ ຈາກການ ແຜ່ລະບາດ ຂອງພະຍາດ ໂຄວິດ-19 ທີ່ສົ່ງຜົນໃຫ້ ພາກທຸລະກິດ ຕ້ອງປັບຫລຸດ ຊົ່ວໂມງ ການເຮັດວຽກ ແລະ ເລິກຈ້າງ ...

Read More »

ກາເຟ ແລະ ຊາ ໄດ້ຮັບໃບຢັ້ງຢືນຖິ່ນກຳເນີດ ….

ໃນວັນທີ 25 ກັນຍາ 2020 ທີ່ເມືອງປາກຊ່ອງ ແຂວງຈຳປາສັກ, ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ໄດ້ມອບຮັບໃບຢັ້ງຢືນຖິ່ນກຳເນີດ ເລກທີ LA/GI/03 ໃຫ້ແກ່ສະມາຄົມ ກາເຟບໍລະເວນ ແລະ ໃບຢັ້ງຢືນຖິ່ນກຳເນີດເລກທີ LA/GI /04, ລົງວັນທີ 14 ກັນຍາ 2020 ໃຫ້ຊາປາກຊ່ອງ(ຖິ່ນກຳເນີດຢູ່ລາວ LAO GEOGRA PHICAL INDICATION) ຊຶ່ງໃບຢັ້ງຢືນນີ້ໄດ້ຈົດເຂົ້າຢູ່ໃນການຂຶ້ນທະບຽນຖິ່ນກຳເນີດແຫ່ງຊາດ. ທ່ານ ບໍ່ວຽງຄຳ ວົງດາລາ ກ່າວວ່າ: ການຈົດທະບຽນປົກປ້ອງຖິ່ນກຳເນີດຊາປາກຊ່ອງ ແລະ ກາເຟບໍລະເວນ ແມ່ນແນໃສ່ປົກປ້ອງຊື່ສຽງ ແລະ ອະນຸລັກ ຮັກສາຄຸນນະພາບທີ່ມີເອກະລັກສະ ເພາະຂອງຊາປາກຊ່ອງ ແລະ ກາເຟບໍລະເວນ, ມີປະຫວັດຄວາມເປັນມາທີ່ຍາວນານ ຕິດພັນກັບວັດທະນະທໍາ ແລະ ວິຖີການດໍາລົງຊີວິດຂອງປະຊາຊົນຢູ່ພູພຽງບໍລະເວນ ມາໄດ້ຫລາຍສະຕະວັດແລ້ວ, ການປົກປ້ອງພູມປັນຍາທອ້ງຖິ່ນແບບດັ້ງເດີມ ໃຫ້ເປັນຊັບສິນທາງປັນຍາຂອງທ້ອງຖິ່ນນັ້ນ ທີ່ເປັນການສົ່ງເສີມໃຫ້ມີການສືບທອດພູມປັນຍາທ້ອງຖິ່ນ ຈາກບັນພະບູລຸດສູ່ຄົນລຸ້ນປັດຈຸບັນ ແລະ ຈະອະນຸລັກ ຕໍ່ໆໄປຢ່າງຍືນຍົງ. ພ້ອມດຽວກັນນັ້ນ, ການອະນຸລັກດັ່ງກ່າວຍັງຈະເປັນການສົ່ງເສີມ ການທ່ອງທ່ຽວ, ...

Read More »

ອັດຕາເງິນເຟີ້ ເດືອນສິງຫາ ເພີ່ມຂຶ້ນຢູ່ທີ່ 5,84%

ອີງຕາມບົດລາຍງານອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນສິງຫາ 2020 ຂອງສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ສະບັບເລກທີ 291/ສຖຕ2.2 ລົງວັນທີ 23 ກັນຍາ 2020 ໃຫ້ຮູ້ວ່າ: ດັດຊະນີລາຄາຊົມໃຊ້ ແລະ ອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນສິງຫາ 2020 ເພີ່ມຂຶ້ນຢູ່ໃນລະດັບ 5,84% ສູງກວ່າເດືອນຜ່ານມາເລັກໜ້ອຍ ( ເດືອນກໍລະກົດ 2020 ຢູ່ລະດັບ 5,12% ), ປັດໄຈທີ່ສົ່ງຜົນໃຫ້ອັດຕາເງິນເຟີ້ໃນເດືອນນີ້ປັບຕົວສູງຂຶ້ນນັ້ນ ແມ່ນມາຈາກການເໜັງຕີງເພີ່ມຂຶ້ນຂອງໝວດສິນຄ້າຄື: ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າທຽບປີຕໍ່ປີ ເພີ່ມຂຶ້ນ 9,91%, ໝວດໄປສະນີ ແລະ ໂທລະຄົມມະນາຄົມ ເພີ່ມຂຶ້ນຢ່າງກະໂດດ ຈາກ 0,80% ໃນເດືອນກໍລະກົດ ມາເປັນ 7,96%; ໝວດເຄື່ອງນຸ່ງ ແລະ ເກີບ ປັບຕົວສູງຂຶ້ນເລັກໜ້ອຍ 5,33%, ໝວດສິນຄ້າ ແລະ ບໍລິການອື່ນໆຢູ່ລະດັບ 10,65%. ສໍາລັບໝວດຄົມມະນາຄົມ ແລະ ຂົນສົ່ງແມ່ນ ...

Read More »

ຄຳເຫັນ ຂອງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໃນກອງປະຊຸມ ສປຊ ສະໄໝ ທີ 75…

ກອງປະຊຸມສະມັດຊາໃຫຍ່ ສປຊ ສະໄໝ ທີ 75 ພາກອະພິປາຍທົ່ວໄປ ໃນປີນີ້ ຈັດຂຶ້ນໃນວັນທີ 22-29 ກັນຍາ 2020, ທີ່ສຳນັກງານໃຫຍ່ອົງການ ສປຊ ທີ່ນິວຢອກ, ສະຫະລັດອາເມລິກາ ພາຍໃຕ້ຫົວຂໍ້ “ອະນາຄົດທີ່ພວກເຮົາຢາກໄດ້, ອົງການ ສປຊ ທີ່ພວກເຮົາຕ້ອງມີ: ຢືນຢັນຄືນຄວາມໝາຍໝັ້ນຮ່ວມກັນຕໍ່ຂອບການຮ່ວມມືຫລາຍຝ່າຍ” (The future we want, the United Nations we need: reaffirming our collective commitment to multilateralism). ແຕ່ເນື່ອງຈາກສະພາບການແພ່ລະບາດຂອງ ພະຍາດ ໂຄວິດ-19, ຈຶ່ງເຮັດໃຫ້ຄະນະຜູ້ແທນຂອງບັນດາປະເທດຕ່າງໆ ບໍ່ສາມາດເດີນທາງເຂົ້າຮ່ວມກອງປະຊຸມຄັ້ງນີ້ໄດ້ດ້ວຍຕົນເອງ. ດັ່ງນັ້ນ ອົງການ ສປຊ ຈຶ່ງຈັດກອງປະຊຸມໃນຮູບແບບທາງໄກ ແລະ ໃຫ້ບັນດາຜູ້ນໍາຂອງປະເທດຕ່າງໆກ່າວຄຳເຫັນ ໂດຍຜ່ານການບັນທຶກວີດີໂອ ແທນການເຂົ້າຮ່ວມແບບປົກກະຕິ. ວີດີໂອບົດປາໄສ ຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ຫົວໜ້າຄະນະຜູ້ແທນ ແຫ່ງ ສປປ ລາວ ໄດ້ຖືກນໍາສະເໜີ ...

Read More »

ກອງປະຊຸມ ການກ້າວໄປສູ່ອະນາຄົດຮ່ວມກັນ ໃນການລືບລ້າງຄວາມທຸກຍາກ …

ໃນຕອນແລງຂອງວັນທີ 26 ກັນຍາ 2020, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມລະດັບສູງທາງໄກ ກ່ຽວກັບການລືບລ້າງຄວາມທຸກຍາກ ແລະ ການຮ່ວມມືຂອບໃຕ້-ໃຕ້ ຫລື ຂອບການຮ່ວມມື ລະຫວ່າງ ປະເທດກຳລັງພັດທະນາ, ໃນຫົວຂໍ້: “ການກ້າວໄປສູ່ອະນາຄົດຮ່ວມກັນ ຂອງບັນດາປະເທດກຳລັງພັດທະນາ, ສົ່ງເສີມການລຶບລ້າງຄວາມທຸກຍາກ ແລະ ການພັດທະນາແບບຍືນຍົງ ໂດຍຜ່ານການຮ່ວມມືໃນຂອບໃຕ້-ໃຕ້ (Toward a Shared Future for Developing Countries: Promoting Poverty Eradication and Sustainable Development through Deepened South-South Cooperation)”, ຈຸດປະສົງຕົ້ນຕໍ ແມ່ນເພື່ອຮ່ວມກັນປຶກສາຫາລື ບາງບັນຫາສໍາຄັນ ຄື: ການຮ່ວມຕໍ່ສູ້ຕ້ານກັບ ໂຄວິດ-19 ແລະ ແກ້ໄຂບັນດາສິ່ງທ້າທາຍຮ່ວມກັນ ໃນການພັດທະນາເສດຖະກິດ-ສັງຄົມ; ການລຶບລ້າງຄວາມທຸກຍາກ ໂດຍຜ່ານການແລກປ່ຽນປະສົບການ ແລະ ລົງເລິກການຮ່ວມມືໃນຂອບໃຕ້-ໃຕ້; ແລະ ການສ້າງຄວາມເຂັ້ມແຂງໃຫ້ແກ່ການເຊື່ອມໂຍງ ລະຫວ່າງ ຂໍ້ລິເລີ່ມໜຶ່ງແລວທາງໜຶ່ງເສັ້ນທາງ ແລະ ...

Read More »

ລ້ານຊ້າງ ມິເນໂຣນສ໌ ເລີ່ມຂຸດຄົ້ນ, ປຸງແຕ່ງ, ຫຼອມຄຳຄືນໃໝ່ໃຫ້ໄດ້ 250.000 ອອນຕໍ່ປີ

ພິທີເປີດໂຮງງານຫຼອມຄຳຄືນໃໝ່ ຂອງໂຄງການຂຸດຄົ້ນ, ປຸງແຕ່ງຄຳ-ທອງ ເຊໂປນ ໄດ້ຈັດຂຶ້ນໃນວັນທີ 24 ກັນຍາ 2020 ຢູ່ໂຄງການຂຸດຄົ້ນ, ປຸງແຕງ ຄຳ-ທອງ ເຊໂປນ ໂດຍການເຂົ້າຮ່ວມຂອງ ທ່ານ ປອ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່; ທ່ານ ປອ ຈະເລີນ ເຢຍປາວເຮີ ລັດຖະມົນຕີປະຈຳສຳນັກງານຍົກ, ໂຄສົກລັດຖະບານ, ທ່ານ ທ່ອນແກ້ວ ພຸດທະໄກຍະລາດ ຮອງເຈົ້າແຂວງໆ ສະຫວັນນະເຂດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ພາບປະກອບ ທ່ານ ພໍ ແຮຣິສ ຜູ້ຈັດການໃຫຍ່ ບໍລິສັດ ລ້ານຊ້າງ ມິເນໂຣນສ໌ ລິມີເຕັດ ກ່າວວ່າ: ພວກເຮົາສະແດງຄວາມຮູ້ບຸນຄຸນຢ່າງສູງຕໍ່ ລັດຖະບານ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນໂຄງການຄຳ-ທອງເຊໂປນ ສະເໝີມາ ເຊິ່ງໄດ້ຊ່ວຍໃຫ້ ບໍລິສັດ ບັນລຸຂີດໝາຍສຳຄັນຫຼາຍປະການ ໃນການກັບຄືນມາຜະລິດຄຳ ໄວກວ່າແຜນການທີ່ວາງໄວ້. ພາບປະກອບ ທ່ານວ່າ ຕັ້ງແຕ່ເລີມດຳເນີນຂຸດຄົ້ນ-ຜະລິດຄຳ-ທອງ ໃນປີ 2002 ...

Read More »