ຂ່າວ ພາຍໃນປະເທດ

ເຕືອນ!! ໄຂ້ຍຸງລະບາດໜັກໃນລາວ ເສຍຊີວິດແລ້ວ… (ນະຄອນຫຼວງເປັນອັນດັບ 1)

ອີງຕາມການໃຫ້ຂໍ້ມູນຂອງສູນຂ່າວສານການແພດສຸຂະສຶກສາ ໄດ້ໃຫ້ຮູ້ວ່າ: ນັບແຕ່ວັນທີ 28 ທັນວາ 2019-7 ພຶດສະພາ 2020 ມີຜູ້ຕິດເຊື້ອໄຂ້ຍຸງລາຍແລ້ວ1.033 ກໍລະນີ ແລະ ເສຍຊີວິດ 01 ກໍລະນີ ໃນນັ້ນ ນະຄອນຫຼວງວຽງຈັນພົບຜູ້ຕິດເຊື້ອໄຂ້ຍຸງລາຍຫຼາຍກວ່າໝູ່ ມີ 309 ກໍລະນີ ແລະ ເສຍຊີວິດ 1 ຄົນ. ຮອງລົງມາແມ່ນ ແຂວງອັດຕະປື 159 ກໍລະນີ, ວຽງຈັນ 123 ກໍລະນີ, ຄຳມ່ວນ 76 ກໍລະນີ, ບໍລິຄຳໄຊ 74 ກໍລະນີ, ສາລະວັນ 72 ກໍລະນີ, ສະຫວັນນະເຂດ 59 ກໍລະນີ, ໄຊຍະບູລີ 46 ກໍລະນີ, ເຊກອງ 41 ກໍລະນີ, ຫຼວງນໍ້າທາ 28 ກໍລະນີ, ອຸດົມໄຊ 21 ກໍລະນີ, ຈຳປາສັກ ແລະ ໄຊສົມບູນ ແຂວງລະ 7 ກໍລະນີ, ...

Read More »

ເມືອງວັງວຽງ ຖືເອົາວິກິດໂຄວິດ-19 ເປັນໂອກາດປັບປຸງສະຖານທີ່ທ່ອງທ່ຽວໃຫ້ດີຂຶ້ນກ່ວາເກົ່າ

ເມືອງ ວັງວຽງ, ແຂວງ ວຽງຈັນ ຖືເອົາວິກິດຈາກການລະບາດຂອງພະຍາດໂຄວິດ-19 ໃຫ້ເປັນໂອກາດເພື່ອປັບປຸງບັນດາສະຖານທີ່ທ່ອງທ່ຽວ ແລະ ຫົວໜ່ວຍທຸລະກິດບໍລິການທ່ອງທ່ຽວ ເປັນຕົ້ນ: ບັນດາໂຮມແຮມ, ເຮືອນພັກ, ຮ້ານອາຫານ ແລະ ອື່ນໆ ຢູ່ພາຍໃນເມືອງຂອງຕົນໃຫ້ມີໃບໜ້າໃຫມ່ ເພື່ອກຽມຕ້ອນຮັບນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດທີ່ຈະເຂົ້າໄປທ່ອງທ່ຽວຫຼັງຈາກພະຍາດໂຄວິດ-19 ເຊົາລະບາດຢູ່ລາວ ກໍຄື ໃນຫຼາຍປະເທດທົ່ວໂລກ. ທ່ານ ບຸນມີ ພົມມະວົງ, ຫົວໜ້າຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງ ວັງວຽງ ໃຫ້ຮູ້ວ່າ: ຈາກການລະບາດຂອງພະຍາດໂຄວິດ-19 ເຮັດໃຫ້ສະຖານທີ່ທ່ອງທ່ຽວ ແລະ ບັນດາຫົວໜ່ວຍທຸລະກິດທີ່ບໍລິການທ່ອງທ່ຽວ ຕ້ອງໄດ້ຢຸດກິດຈະການຊົ່ວຄາວ ເພື່ອປ້ອງກັນພະຍາດດັ່ງກ່າວຕາມມາດຕະການທີ່ລັດຖະບານ ກໍຄື ອົງການປົກຄອງແຂວງ ວຽງຈັນ ວາງອອກ. ດັ່ງນັ້ນ ຫ້ອງ ການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ ໄດ້ແນະນຳຜູ້ປະກອບການໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ການບໍລິການທ່ອງທ່ຽວຂອງຕົນ ຖືໂອກາດທີ່ບໍ່ມີນັກທ່ອງທ່ຽວເຂົ້າໄປໃຊ້ບໍລິການນີ້ ປັບປຸງກິດຈະການຂອງຕົນຄືນໃໝ່ ເພື່ອເຮັດໃຫ້ການບໍລິການດີຂຶ້ນ ແລະ ໄດ້ມາດຕະຖານສາກົນ  ກຽມຕ້ອນຮັບນັກທ່ອງທ່ຽວເຂົ້າໄປໃຊ້ບໍລິການພາຍຫຼັງພະຍາດໂຄວິດ-19 ເຊົາລະບາດ. ນອກຈາກນີ້,​ ເມືອງວັງວຽງ ...

Read More »

ນາຍົກລັດຖະມົນຕີ ສສ ຫວຽດນາມ ວາງພວງມາລາໄວ້ອາໄລ ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ

​ໃນຕອນບ່າຍວັນທີ​ 13​ ພຶດສະພາ​ 2020 ທີ່ສະໂມສອນໃຫຍ່ກະຊວງປ້ອງກັນປະເທດ ນະ​ຄອນຫຼວງວຽງຈັນ,​ ສະຫາຍ ຫງວຽນ ຊວນຝຸກ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ໄດ້ຕາງໜ້າພັກ-ລັດຖະບານ ແລະ ປະຊາຊົນຫວຽດນາມ ເດີນທາງມາວາງພວງມາລາໄວ້ອາໄລແດ່ດວງວິນຍານຂອງສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດນາຍົກລັດຖະມົນຕີ, ອະດີດຮອງປະທານປະເທດ, ອະດີດປະທານສູນກາງແນວລາວສ້າງຊາດ. ເພື່ອສະແດງເຖິງຄວາມຮູ້ບຸນຄຸນ ແລະ ອາໄລອາວອນຢ່າງສຸດຊຶ້ງຕໍ່ການຈາກໄປຂອງສະຫາຍພົນເອກ ສີສະຫວາດ ແກ້ວບຸນພັນ ຢ່າງບໍ່ມີມື້ຫວນກັບຄືນມາ. ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ແມ່ນນັກຮົບປະຕິວັດທີ່ອົງອາດກ້າຫານທີ່ໄດ້ຮ່ວມສໍາພັນສູ້ຮົບຄຽງບ່າຄຽງໄຫລ່ ກັບທະຫານນັກຮົບປະຕິວັດຫວຽດນາມ ເພື່ອຕໍ່ສູ້ກູ້ຊາດຕ້ານກັບພວກຈັກກະພັດລ່າເມືອງຂຶ້ນແບບເກົ່າ ແລະ ໃໝ່, ສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ບໍ່ພຽງແຕ່ເປັນຜູ້ທີ່ເຄົາລົບຮັກຂອງກໍາລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າເທົ່ານັ້ນ, ແຕ່ຍັງແມ່ນຜູ້ທີ່ເຄົາລົບນັບຖືຈາກພັກ-ລັດຖະບານ, ກໍາລັງປະກອບອາວຸດ ແລະ ປະຊາຊົນ ສສ. ຫວຽດນາມ ນໍາດ້ວຍ. ນາຍົກລັດຖະມົນຕີ ສສ.ຫວຽດນາມ ວາງພວງມາລາໄວ້ອາໄລສະຫາຍ ພົນເອກ ສີສະຫວາດ ແກ້ວບຸນພັນ ...

Read More »

ແຮງງານລາວກັບມາຈາກປະເທດໃກ້ຄຽງທັງໝົດ 2.400 ກວ່າຄົນ ສ່ວນຫຼາຍແມ່ນໄປດ້ວຍຕົນເອງ

ໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ນີ້, ຢູ່ນະຄອນຫຼວງວຽງຈັນມີແຮງງານລາວທີ່ກັບຈາກປະເທດໃກ້ຄຽງທັງໝົດ 2.400 ກວ່າຄົນ, ໃນນັ້ນສ່ວນຫຼາຍແມ່ນໄປອອກແຮງງານຢູ່ຕ່າງປະເທດດ້ວຍຕົນເອງ ໂດຍບໍ່ຜ່ານຈຸດບໍລິການຈັດຫາງານຂອງພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫລວງວຽງຈັນ ແລະ ບໍລິສັດຈັດຫາງານອື່ນໆ. ທ່ານນາງ ລຳພອຍ ສີອັກຄະຈັນ ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ນະຄອນຫລວງວຽງຈັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 12 ພຶດສະ ພາ 2020 ນີ້ວ່າ: ຈຳນວນແຮງງານດັ່ງກ່າວ ທີ່ກັບມານັ້ນ ຄະນະຮັບຜິດຊອບໄດ້ນຳໄປເຂົ້າສູນກັກກັນ 14 ວັນ, ພ້ອມທັງມີການສຳສາອົບຮົມແນວຄິດແກ່ບັນດາແຮງງານ ໃຫ້ຮັບຮູ້, ເຂົ້າໃຈກ່ຽວກັບການອອກແຮງງານຢູ່ພາຍໃນປະເທດເຮົາ, ຖ້າໃຜດຸໝັ່ນອອກແຮງງານກໍໄດ້ຮັບຄ່າແຮງງານສູງເຊັ່ນກັນ, ໃຫ້ຮັບຮູ້ເຖິງຄວາມຕ້ອງການດ້ານແຮງງານຢູ່ປະເທດເຮົາ ເຊິ່ງມີຫລາຍຫົວໜ່ວຍແຮງງານທີ່ມີຄວາມຕ້ອງການແຮງງານ, ຫລາຍຫົວໜ່ວຍກໍມີຄວາມສາມາດໃນການສ້າງກຳລັງແຮງງານ, ສ້າງອາຊີບໃຫ້ ດ້ວຍການຈັດຝຶກອົບຮົມໃນສາຂາອາຊີບໃດໜຶ່ງທີ່ບັນດາຫົວໜ່ວຍແຮງງານ ເຂົາເຈົ້າມີຄວາມຕ້ອງການ, ມີສະຖານທີ່ພັກເຊົາ, ມີສະຫວັດດີການສັງຄົມໃຫ້ແກ່ແຮງງານ ແລະ ປະຕິບັດນະໂຍບາຍໃຫ້ຕາມກົດໝາຍແຮງງານ ແລະ ກົດໝາຍການປະກັນສັງຄົມ. ພ້ອມນີ້, ຍັງໄດ້ແນະນຳໃຫ້ເຂົາເຈົ້າ ຖ້າຕ້ອງການຢາກສືບຕໍ່ໄປອອກແຮງງານຢູ່ຕ່າງປະເທດ ແມ່ນໃຫ້ເຂົ້າສູ່ລະບົບແຮງງານຂອງພວກເຮົາ ໂດຍສະເພາະແມ່ນສະເໜີຜ່ານຈຸດບໍລິການຈັດຫາງານ ຂອງພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫລວງວຽງຈັນ ຫລື ສະເໜີຜ່ານບໍລິສັດຈັດຫາງານ, ເຊິ່ງບໍລິສັດຈັດຫາງານແມ່ນຈະຊ່ວຍໃນການຝຶກອົບຮົມວິຊາຊີບ ...

Read More »

ປະເທດຝຣັ່ງ ໄດ້ອະນຸມັດເງິນ 2 ລ້ານເອີໂຣ ຊ່ວຍຄວບຄຸມ ໂຄວິດ-19 ອາຊີຕາເວັນອອກສ່ຽງໃຕ້

ອົງ­ການ​ຝຣັ່ງ​ເພື່ອ​ການ​ພັດ­ທະ­ນາ (AFD) ອະ­ນຸ­ມັດ​ເງິນ​ຊ່ວຍ­ເຫຼືອ​ເພີ່ມ​ຕື່ມ 2 ລ້ານ​ເອີ​ໂຣ ເພື່ອ​ນຳ​ໃຊ້​ໃນ​ໂຄງ­ການ ECOMORE II ທີ່​ໄດ້​ຮັບ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ໂດຍ​ສະ​ຖາ​ບັນປັສ​ເຕີ ປະ­ຈຳ​ລາວ ແລະ ຈັດ​ຕັ້ງ​ປະ­ຕິ­ບັດ​ຢູ່​ບັນ­ດາ​ປະ­ເທດ​ອ້ອມ​ຂ້າງ​ໃນ​ພາກ​ພື້ນ ໂດຍມີ​ເປົ້າ​ໝາຍ​ເພື່ອ​ສ້າງ​ຄວາມ​ເຂັ້ມ­ແຂງ​ໃຫ້​ລະ­ບົບ​ເຝົ້າ​ລະ­ວັງຫ້ອງການ​ວິ­ເຄາະ ແລະ ການ​ຕອບ​ໂຕ້​ການ​ລະ­ບາດ​ຂອງໂຄວິດ-19 ຢູ່​ປະ­ເທດ​ອາ­ຊີ​ຕາ­ເວັນ​ອອກ­ສ່ຽງ​ໃຕ້. ​ເງິນ​ຊ່ວຍ­ເຫຼືອ​ຄັ້ງ​ນີ້​ຈະ​ຊ່ວຍ​ໃນ​ການ​ເຊື່ອມ​ໂຍງ​ການ​ສະ­ໜັບ­ສະ­ໜູນ​ໂດຍ​ກົງ​ໃນ​ວຽກ​ງານ​ການ​ລະ­ບາດ​ຂອງ​ພະ­ຍາດໂຄວິດ-19 ໃນ 5 ປະ­ເທດ​ຄູ່​ຮ່ວມ​ໃນ​ພາກ​ພື້ນ ຄື: ມຽນ​ມາ, ກຳ​ປູເຈຍ, ລາວ, ຟີ​ລິບ​ປິນ ແລະ ຫວຽດ­ນາມ. ​ອົງ­ການ AFD ໄດ້​ຖະແຫຼງວ່າ ໂດຍອີງ​ຕາມ​ຂໍ້​ລິ​ເລີ່ມ​ຮ່ວມ​ກັນ​ຕ້ານ​ພະ­ຍາດໂຄວິດ-19 ເພື່ອ​ສຸ­ຂະ­ພາບ​ຂອງ​ທຸກ​ຄົນ (COVID-19-Health in Common) ທີ່​ໄດ້​ປະ­ກາດໃນ​ວັນ​ທີ 9 ເມ­ສາ 2020 ໄດ້​ມີ​ການ​ອະ­ນຸ­ມັດ​ເງິນ​ຊ່ວຍ­ເຫຼືອ​ເພີ່ມ​ຕື່ມ ໃນວັນ​ທີ 28 ເມ­ສາ ທີ່ຜ່ານ​ມາ ໃຫ້​ໂຄງ­ການ​ທີ່​ປະ­ສານ​ງານ​ໂດຍ​ສະ​ຖາ​ບັນ​ປັສ​ເຕີ ເພື່ອ​ສະ­ໜັບ­ສະ­ໜູນ​ຊ່ວຍເຫຼືອ​ບັນ­ດາ​ຫ້ອງ​ວິ­ເຄາະ​ຂອງ​ປະ­ເທດ​ມຽນ​ມາ, ກຳ­ປູ­ເຈຍ, ລາວ, ຟີ​ລິບ​ປິນ ແລະ ຫວຽດນາມ ແນ­ໃສ່​ສະ­ກັດ​ກັ້ນ​ການ​ລະບາດ​ຂອງ​ພະ­ຍາດໂຄວິດ-19 ເຊິ່ງ​ມີ​ຄວາມ​ຈຳ­ເປັນ​ທີ່​ຕ້ອງ​ໄດ້​ເຮັດ​ໃຫ້ການ​ລະ­ບາດ​ຂອງ​ພະ­ຍາດ​ນີ້ ໃນ​ພາກ​ພື້ນ​ອາ­ຊີ​ຕາເວັນ​ອອກ­ສ່ຽງ​ໃຕ້​ຊ້າ​ລົງ​ໃຫ້​ໄດ້​ຫຼາຍ​ທີ່​ສຸດ. ຫ້ອງ​ວິ­ເຄາະ​ຂອງ​ບັນ­ດາ​ປະ­ເທດ​ທີ່​ກ່າວ​ມາ​ຂ້າງ​ເທິງ ຈະ​ໄດ້​ຮັບ​ການ​ຊ່ວຍ­ເຫຼືອ​ໂດຍ​ກົງ​ໃນ​ການ​ຕອບ​ໂຕ້​ການ​ລະ­ບາດ​ຂອງ​ພະ­ຍາດ​ດັ່ງ­ກ່າວ ເຊັ່ນ: ເພີ່ມ​ຄວາມ​ສາ­ມາດ​ດ້ານ​ອຸ­ປະ­ກອນ, ຊື້​ເຄື່ອງ​ກວດ​ວິ­ເຄາະ, ເຄື່ອງ​ປ້ອງ​ກັນ​ສຳ­ລັບ​ພະ­ນັກ­ງານ​ວິ­ຊາ​ການ, ...

Read More »

ຂ່າວດີ!!! ລາຄານໍ້າມັນປັບລົງອີກທົ່ວປະເທດ ມື້ອື່ນຕອນເຊົ້າ

ກະຊວງອຸດສາຫະກຳ ແລະ ການຄ້າ ແຈ້ງການປັບລົງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ. ລາຄາໃຫມ່ນີ້ ໃຫ້ເລີ່ມປະຕິບັດ ວັນທີ 14 ພຶດສະພາ 2020 ເວລາ 6 ໂມງເຊົ້າ ໃນຂອບເຂດທົ່ວປະເທດ ການປັບລາຄາຄັ້ງນີ້ແມ່ນໄດ້ເພີ່ມຄັງແຮ ແອັດຊັງພິເສດ 400 ກີບ/ລິດ, ແອັດຊັງທຳມະດາ 575 ກີບ/ລິດ ແລະ ກາຊວນ 300 ກີບ/ລິດ ປັບລາຄານໍ້າມັນເຊື້ອໄຟ ແອັດຊັງພິເສດ ປັບລົງ 1.550 ກີບ/ລິດ ແອັດຊັງທຳມະດາ ປັບລົງ 1.070 ກີບ/ລິດ ແລະ ກາຊວນ ປັບລົງ 490 ກີບ/ລິດ

Read More »

ຮ້ານອາຫານແສງລາວ ແລະ ເລີປາແດກ ແບບຢ່າງຮ້ານອາຫານ ທີ່ປອດໂຄວິດ-19

ໜ່ວຍງານກວດກາສະເພາະກິດ COVID-19 ຂອງເມືອງໄຊເສດຖາ ສົມທົບກັບ ບ້ານນາໄຊ ປະຕິບັດຕາມຄຳສັ່ງ ໄດ້ລົງກວດບັນດາຫ້າງຮ້ານ ແລະ ທຸລະກິດທີ່ຈະດຳເນີນການໄດ້ໃນໄລຍະໂຄວິດ-19 ລະບາດຢູ່ ແຕ່ຕ້ອງມີເງື່ອນໄຂ ແລະ ມາດຕະການທີ່ຈະສາມາດເປີດບໍລິການໄດ້ ຕາມຄຳແນະນຳ​ ກ່ຽວກັບເງື່ອນໄຂ ​ແລະ ມາດຕະການສຳລັບການເຄື່ອນໄຫວ ຂອງພາກທຸລະກິດໃນໄລຍະທີ່ມີການລະບາດ ຂອງພະຍາດໂຄວິດ-19​ ຕາມທີໄດ້ກຳນົດ ໃນຄຳແນະນຳ 031/ສພກ,ລົງວັນທີ​ 21​ເມສາ​ 2020 ດັ່ງນີ້: ມີສະຖານທີ່ບໍ່ແອອັດ ເວລານັ່ງກິນອາຫານຕ້ອງມີໄລຍະຫ່າງ 1 ແມັດຂຶ້ນ ພະນັກງານ ຕ້ອງມີຜ້າອັດປາກ-ດັງ, ບ່ອນລ້າງມື, ສະບູ ຫຼື ເຈວລ້າງມື ແລະ ໃສ່ຖົງມື ທຸກຄັ້ງໃນການບໍລິການ ຕ້ອງມີຈຸດກວດອຸນຫະພູມ ແລະ ສະໜອງເຈວລ້າງມື ໃຫ້ພະນັກງານ ແລະ ແຂກທີ່ເຂົ້າມາບໍລິການ ຢູ່ທາງເຂົ້າ-ອອກ ຖ້າພົບຜູ້ທີ່ມີອາການໄຂ້ (ອຸນຫະພູມສູງກວ່າ 37,5 ອົງສາ) ຫຼື ໄອ, ຈາາມ , ຫາຍໃຈຍາກ ແມ່ນບໍ່ອະນຸຍາດໃຫ້ເຂົ້າ ແລະ ຕ້ອງແຈ້ງແພດຫມໍ ຫຼື ໂທຫາສາຍດ່ວນ 166 ...

Read More »

ອ່ານດ່ວນ!!!! ຖ້າຢາກຂໍ ນະໂຍບາຍສິນເຊື່ອ ສຳລັບຜູ້ທີ່ຖືກຜົນກະທົບຈາກໂຄວິດ-19

ທະນາຄານແຫ່ງ ສປປ ລາວ ອອກ ຄໍາແນະນໍາກ່ຽວກັບ ການຈັດຕັ້ງປະຕິບັດ ຂໍ້ຕົກລົງວ່າດ້ວຍ ນະໂຍບາຍສິນເຊື່ອ ເພື່ອແກ້ໄຂຜົນກະທົບ ໂຄວິດ-19 !!!

Read More »

ສ.ເກົາຫລີ ມອບເງິນ 6 ແສນໂດລາ ຊ່ວຍເຫຼືອລັດຖະບານລາວ ປ້ອງກັນໂຄວິດ-19

ໃນຕອນບ່າຍວັນທີ 11 ພຶດສະພາ 2020 ຜ່ານມາ,  ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ຊິນ ຊອງຊູນ ເອກອັກຄະລາດຖະທູດ ສ.ເກົາຫລີ ພ້ອມດ້ວຍຄະນະ ໄດ້ມອບເງິນ 600,000 ໂດລາ ໃນ​ນັ້ນ​ເປັນ​ເງິນ­ສົດ 300.000 ໂດ​ລາ ສ່ວນ 300.000 ໂດ​ລາ ແມ່ນ​ຈະ​ຊ່ວຍ​ເປັນ​ອຸ­ປະ­ກອນ​ປ້ອງ​ກັນ​ພະ­ຍາດ​ໂຄ​ວິດ-19 ນອກຈາກນີ້,  ທ່ານ ຫລີຈຶຢົງ ອໍານວຍການ ທະນາຄານແຫ່ງປະເທດຈີນ ສາຂານະຄອນຫຼວງວຽງຈັນ ກໍໄດ້ເຂົ້າມອບເງິນ 500,000,000 ກີບ ໃຫ້ແກ່ລັດຖະບານລາວ ເພື່ອຊ່ວຍເຫຼືອໃນວຽກງານສະກັດກັ້ນການແຜ່ລະບາດຂອງພະຍາດ ໂຄວິດ 19 ເຊິ່ງເປັນກຽດຮັບໂດຍທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດຕ້ານ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ 19 ໄດ້ສະແດງຄວາມຂອບໃຈທຸກພາກສ່ວນ ທີ່ໄດ້ປະກອບສ່ວນສະໜັບສະໜູນຊ່ວຍເຫຼືອລັດຖະບານລາວໃນຄັ້ງນີ້ ແລະ ທາງຄະນະສະເພາະກິດ ຈະໄດ້ນຳໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ.

Read More »

ສປປ ລາວ ວາງແຜນສ້າງເຂື່ອນໄຟຟ້ານ້ຳຂອງ ທີ່ເມືອງ ຊະນະຄາມ

ເວັບໄຊຂອງຄະນະກໍາມະການ ອົງກອນ ແມ່ນໍ້າຂອງ ຫຼື MRC (Mekong River Commission) ລາຍງານເມື່ອວັນທີ 11​ ພຶດສະພາ 2020 ວ່າ ລັດຖະບານ ສປປ ລາວ ໄດ້ມີການກະກຽມ ການປຶກສາຫາລື ລ່ວງໜ້າ ເພື່ອ ສະເໜີ ໂຄງການ ເຂື່ອນແມ່ນໍ້າຂອງ ທີ່ເມືອງ ຊະນະຄາມ ເຊິ່ງໂຄງການ ດັ່ງກ່າວ ຈະເປັນ 1 ໃນ 6 ເຂື່ອນ ທີ່ ສປປ ລາວ ສະເໜີ ເພື່ອສ້າງຕາມແມ່ນໍ້າຂອງ, ເຂື່ອນທີ່ເມືອງຊະນະຄາມ ຈະມີກໍາລັງຕິດຕັ້ງ ທີ່ 684 ເມກາວັດ. ຈຸດທີ່ຕັ້ງຂອງ ເຂື່ອນນີ້ ແມ່ນລະຫວ່າງ ແຂວງໄຊຍະບູລີ ແລະ ແຂວງວຽງຈັນ ຂອງ ສປປລາວ, ເຊິ່ງຫ່າງຈາກ ຊາຍແດນ ລາວໄທ ເຂດ ແຂວງ ເລີຍ. ປະມານ 2 ກິໂລແມັດ. ຫ່າງຈາກ ...

Read More »