ວັດທະນະທໍາ-ຮີດຄອງປະເພນີ

ລວມພາບການນໍາພັກ-ລັດ ຮ່ວມພິທີໃສ່ບາດ ງານບຸນນະມັດສະການ ພຣະທາດຫຼວງ

ສະບາຍດີ ຊາວເຟສບຸກ ແລະ ເພື່ອນໆເຟສບຸກຂອງ Target Hot News ທີ່ຮັກແພງທຸກໆທ່ານ ມື້ນີ້ ທາງ “ແອ໊ດມິນ” ຈະຂໍນໍາເອົາພາບຂອງບັນດາທ່ານການນໍາພັກ ແລະ ລັດຖະບານ ທີ່ເພິ່ນມາຮ່ວມພິທີເຮັດບຸນ ໃສ່ບາດ ຢາດນໍ້າ ຖະຫວາຍເຄື່ອງສັງຄະທານ ຮ່ວມກັບພໍ່ແມ່ປະຊາຊົນລາວ ບັນດາເຜົ່າໃນທົ່ວປະເທດ ທີ່ມາເຕົ້າໂຮມຈິດໃຈໃສສັດທາ ໃນປາງບຸນໃຫຍ່ ຂອງປະເທດ ທີ່ບໍລິເວນເດີ່ນພຣະທາດຫຼວງວຽງຈັນ ໃນມື້ວັນທີ 22 ພະຈິກ 2018 ເຊິ່ງກົງກັບ ມື້ຂຶ້ນ 15 ຄໍ່າ ເດືອນ 12. ພາບຈາກມູມສູງ ມວນຊົນຊາວລາວ ຈາກທຸກສາລະທິດ ມາເຕົ້າໂຮມແຮງຈິດ ແຮງໃຈ ແຮງສັດທາ ແຮງ ເຫຼື້ອມໃສ ແຕ່ຟ້າຍັງບໍ່ແຈ້ງ ເພື່ອຈັບຈອງບ່ອນນັ່ງໃຫ້ໄດ້ເຂົ້າໃກ້ພຣະທາດຫຼວງ ທີ່ສຸດ ທ່ານ ປະທານປະເທດໃຫ້ກຽດລັ່ນຄ້ອງ ເພື່ອເລີກງາມຍາມດີ ພຣະອາຈານໃຫຍ່ ມະຫາງອນ ດຳລົງບຸນ ປະທານອົງການພຸດທະສາສະໜາສຳພັນລາວ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ...

Read More »

ຝ່າຍປະຊາຊົນສາມາດເອົາຊະນະຝ່າຍປົກຄອງ 5 ຕໍ່ 3

ໃນງານບຸນນະມັດສະການພະທາດຫຼວງວຽງຈັນ ນອກຈາກຈະມີກິດຈະກຳທາງສາສະໜາຫຼາຍຢ່າງ ແລະ ຕະຫຼາດນັດແລ້ວ ຍັງມີກິດຈະກຳໜຶ່ງທີ່ຂາດບໍ່ໄດ້ ແລະ ເປັນປະເພນີທີ່ສຶບຕໍ່ມາແຕ່ດົນນານ ນັັ້ນກໍຄື: ການຕີຄີ ເຊິ່ງເພິ່ນຈະຈັດໃຫ້ມີໃນຕອນບ່າຍຂອງມື້ເພັງ 15 ຄໍ່າ ຫຼັງຕັກບາດແລ້ວ.  ກ່ອນຈະລົງເດີ່ນຕີຄີ ເພິ່ນຈະມີພິທີທາງສາສະໜາ ແລະ ຂະບວນການແຫ່ມະໂຫລີຕ່າງໆຂອງມວນຊົນ ຫຼັງຈາກນັ້ນກໍຈັດແບ່ງຄົນອອກເປັນສອງຝ່າຍຄື: ຝ່າຍໜຶ່ງເປັນຝ່າຍປົກຄອງ ແລະ ອີກຝ່າຍໜຶ່ງເປັນຝ່າຍພົນລະເມືອງ, ເຊິ່ງກຳນົດເອົາຝ່າຍລະ 20-30 ຄົນ. ຜູ້ເຖົ້າຜູ້ແກ່ເພິ່ນເວົ້າວ່າ: ຖ້າຝ່າຍປົກຄອງຊະນະ ກໍທວາຍວ່າ: ປີນັ້ນປະຊາຊົນພົນລະເມືອງບໍ່ຄ່ອຍຢູ່ດີ, ພວກຂຸນນາງຈະບັງຄົບຂົ່ມເຫັ່ງ ຖ້າປີໃດພົນລະເມືອງຊະນະ ກໍທວາຍວ່າ: ປີນັ້ນປະຊາຊົນຈະຢູ່ເຢັນເປັນສຸກ. ສໍາລັບປີ 2018 ຜົນປະກົດວ່າ: ຝ່າຍປະຊາຊົນສາມາດເອົາຊະນະຝ່າຍປົກຄອງ 5 ຕໍ່ 3 ດັ່ງນັ້ນປີນີ້ປະຊາຊົນຈະຢູ່ເຢັນເປັນສຸກ ຢູ່ດີກິນດີ. ຂອບໃຈຮູບຈາກອິນເຕີເນັດ.

Read More »

ພຣະທາດຫຼວງ ຫຼື ພຣະເຈດີໂລກະຈຸນລະມະນີ

ນັບແຕ່ສະໄໝບູຮານນະການສືບທອດກັນມາ ພໍເຖິງເດືອນສິບສອງ (ຕາມປະຕິທິນລາວ) ຊຶ່ງແມ່ນໄລຍະເຂົ້າໃໝ່ປາມັນ ເປັນເວລາທີ່ປະຊາຊົນບັນດາເຜົ່າໄດ້ເກັບກ່ຽວຜົນຜະລິດຂອງຕົນເປັນທີ່ຮຽບຮ້ອຍແລ້ວ ກໍແມ່ນໄລຍະທີ່ເໝາະສົມສຳລັບການກະກຽມເພື່ອເຮັດບຸນນະມັດສະການພະທາດຫຼວງ ຊາວລາວຈາກທົ່ວສາລະທິດກໍຈະໄດ້ຫ້າງຫາສຳພາລະຕ່າງໆເພື່ອເດີນທາງໄປຮ່ວມນະມັດສະການ ແລະ ສະເຫຼີມສະຫຼອງບຸນປາງໃຫຍ່ຂອງຊາດ. ແຕ່ຄິດວ່າມີຫຼາຍທ່ານຍັງບໍ່ທັນຮູ້ເຖິງປະຫວັດຄວາມເປັນມາຂອງ ພຣະທາດຫຼວງ ດັ່ງນັ້ນ ໃນໂອກາດສະເຫຼີມສະຫຼອງບຸນທາດຫຼວງ ປີ 2019 ນີ້  ທາງ Target ຂໍນໍາເອົາປະຫວັດຂອງພຣະທາດຫຼວງມາເລົ່າສູ່ຟັງ, “ພຣະທາດຫຼວງ” ເປັນນາມສາມັນທີ່ປະຊາຊົນໃຊ້ເອີ້ນກັນເຊິ່ງເປັນພຣະທາດທີ່ໃຫຍ່ກວ່າພຣະທາດອື່ນໃນນະຄອນວຽງຈັນ, ສ່ວນຊື່ທາງການອັນເປັນຊື່ແທ້ໆຂອງພຣະທາດອົງນີ້ ເຊິ່ງໄດ້ຕັ້ງມາແຕ່ສະໄໝ ພຣະເຈົ້າໄຊຍະເຊດຖາທິຣາດ ນັ້ນຊື່ວ່າ: “ພຣະເຈດີໂລກະຈຸນລະມະນີ” ອັນເປັນປູຊະນິຍະສະຖານ ທີ່ສໍາຄັນຂອງຊາວລາວ. ພຣະທາດຫຼວງ ເປັ່ງແສງປະກາຍສີຄໍາອັນເຮືອງຮຸ່ງ ຕັ້ງຢູ່ຢ່າງໂດດເດັ່ນທີ່ເຂດບ້ານທາດຫຼວງ ເມືອງໄຊເຊດຖາ ເຊິ່ງເປັນປູຊະນີຍະສະຖານບູຮານອັນເປັນສັນຍາລັກຂອງປະເທດລາວ ພຣະທາດເຈດີໂລກະຈຸນລະມະນີ ທີ່ບັນຈຸພະສາລິຣິກະທາດຂອງພຣະພຸດທະເຈົ້າ ແລະ ເປັນສູນລວມແຫ່ງຈິດວິນຍານຂອງປວງຊົນລາວທັງຊາດ. ພຣະທາດຫຼວງ ຖືກສ້າງຂຶ້ນເທື່ອທໍາອິດໃນປີ ພສ 236 ໂດຍການນໍາພາຂອງເຈົ້າເມືອງວຽງຈັນ ເຈົ້າຈັນທະບູລີ ປະສິດທິສັກ ຫຼື ບູລິຈັນ ແລະ ຖືກຕໍ່ເຕີມເສີມສ້າງຕື່ມອີກໃນປີ ຄສ 1566 ໂດຍເຈົ້າໄຊຍະເຊດຖາທິຣາຊ ກະສັດຜູ້ສະຖາປະນາວຽງຈັນເປັນນະຄອນຫຼວງຂອງອານາຈັກລາວລ້ານຊ້າງ ມາຮອດປີ 1957 ລັດຖະບານລາວ ພາຍໃຕ້ພະບໍລົມມະຊູປະຖໍາຂອງເຈົ້າສີສະຫວ່າງວົງ ກໍໄດ້ນໍາພາປະຊາຊົນປັ້ນພະບໍລົມມະຮູບຂອງເຈົ້າໄຊຍະເຊດຖາທິຣາຊ ປະດິດສະຖານໄວ້ຢູ່ໜ້າທາງເຂົ້າພຣະທາດ ທາງດ້ານຕາເວັນຕົກ ເພື່ອເປັນອະນຸສາວະລີ ...

Read More »

ສິ່ງທີ່ ຜົວ-ເມຍ ຕ້ອງປະຕິບັດຕໍ່ກັນ

ສະບາຍດີບັນດາທ່ານຜູ້ອ່ານທີ່ຮັກແພງ ມື້ນີ້ພວກເຮົາຈະມານໍາສະເໜີບັນດາທ່ານຮູ້ກ່ຽວກັບ “ ຜົວ-ເມຍ ຕ້ອງປະພຶດ ປະຕິບັດ ຕໍ່ກັນແນວໃດ” ເຊິ່ງເລື່ອງນີ້ຄົນບູຮານເພິ່ນສັ່ງສອນ ແລະ ປະຕິບັດສືບມາຫຼາຍເຊັ່ນຄົນ. ສາມີ (ຜົວ) ຕ້ອງປະຕິບັດຕໍ່ເມຍ 5 ປະການ. ຍົກຍ້ອງນັບຖືວ່າເປັນພັນລະຍາ (ເມຍ). ບໍ່ໝີ່ນປະໝາດ. ບໍ່ປະພຶດນອກໃຈ. ມອບຄວາມເປັນໃຫຍ່ໃຫ້ໃນຄອບຄົວ. ໃຫ້ເຄື່ອງແຕ່ງກາຍໃນເວລາອັນສົມຄວນ. ພັນລະຍາ (ເມຍ) ຕ້ອງປະຕິບັດຕໍ່ຜົວ 5 ປະການ. ເຮັດວຽກງານດີ. ຊ່ວຍເຫຼືອສົງເຄາະຍາດພີ່ນ້ອງຂອງຜົວ. ບໍ່ປະພຶດນອກໃຈ. ຮັກສາຊັບສົມບັດທີ່ຜົວຊອກມາໃຫ້. ດຸໝັ່ນບໍ່ກຽດຄ້ານ. ຂອບໃຈຮູບພາບປະກອບຈາກອິນເຕີເນັດ.  

Read More »

ມີບຸນວາດສະໜາຕໍ່ກັນຈຶ່ງໄດ້ມາພົບພໍ້ ແລະ ເປັນຄູ່ຄອງກັນ.

ສະບາຍດີບັນດາທ່ານຜູ້ອ່ານທີ່ຮັກແພງ ມື້ນີ້ພວກເຮົາຈະມານໍາສະເໜີບັນດາທ່ານກ່ຽວກັບ “ຄູ່ຄອງ” ການຊອກຫາຄູ່ຄອງແມ່ນບ່າວ ແລະ ສາວທີ່ໄດ້ພົບພໍ້ກັນ ດັ່ງຄໍາບູຮານທ່ານວ່າ: “ບຸນວາດສະໜາ”. ຄໍາວ່າບຸນ: ແມ່ນຄວາມດີທີ່ເຄີຍໄດ້ສ້າງຮ່ວມກັນ, ຄໍາວ່າວາດ: ອອກມາຈາກ”ວາທີ”ຄືໄດ້ໂອ້ລົມທໍາຄວາມເຂົ້າໃຈກັນ, ຄໍາວ່າ ສະໜາ: ໝາຍເຖິງ ທີິ່ນັ່ງຄືໄດ້ຢູ່ຮ່ວມກັນໃນກິດຈະກໍາຕ່າງໆມີຄວາມເຂົ້າໃຈກັນ. ລວມຄວາມແລ້ວເອີ້ນວ່າ: ມີບຸນວາດສະໜາຕໍ່ກັນຈຶ່ງໄດ້ມາພົບພໍ້ ແລະ ເປັນຄູ່ຄອງກັນ. ການເວລາ ແລະ ການພັດທະນາໄດ້ມີການປ່ຽນແປງໄປຕາມຍຸກຕາມສະໄໝ ດັ່ງນັ້ນການຊອກຫາຄູ່ຄອງຂອງຄົນໃນສະໄໝບູຮານ ຈິ່ງມີຄວາມແຕກຕ່າງກັນກັບຍຸກປັດຈຸບັນໃນບາງດ້ານດັ່ງນີ້: ຄົນສະໄໝບູຮານ ສ່ວນຫຼາຍຈະເປັນພໍ່-ແມ່ຫາໃຫ້ ບາງເທື່ອຄູ່ບ່າວ-ສາວມັກກັນ ແຕ່ຜູ້ເປັນພໍ່ແມ່ບໍ່ມັກ ບາງເທື່ອກໍບໍ່ໄດ້ເອົາກັນຊໍ້າ. ດັ່ງນັ້ນການເລືອກຄູ່ຄອງສະໄໝບູຮານ ເພິ່ນຈຶ່ງເລືອກເບິ່ງວ່າແມ່ຍິງຕໍ່າຫູກທໍໄໝເປັນບໍ່? ຕໍາເຂົ້າເອົາຟືນ ແລະ ອື່ນໆ. ສະນັ້ນສະໄໝບູຮານຈຶ່ງມີທັງສົມຫວັງ ແລະ ບໍ່ສົມຫວັງປະປົນກັນຫຼາຍເລື່ອງ,ຕົວຢ່າງທີ່ດີເຊັ່ນ: ນາງ ມັດທີ ໃນເລື່ອງພະເຫວດ ມີຫຼາຍເລື່ອງທີ່ບໍ່ດີເຊັ່ນ: ນາງອົ້ວແຂວນຄໍຕາຍນໍາທ້າວຂຸນລູ. ແຕ່ໃນປັດຈຸບັນ ກໍຍັງມີບາງທ້ອງຖິ່ນທີ່ເພິ່ນຍັງຮັກສາຮີດຄອງດັ່ງກ່າວໄວ້ ແຕ່ສ່ວນໃຫຍ່ແລ້ວໃນຍຸກແຫ່ງໂລກາພິວັດ,ຍຸກແຫ່ງເຕັກໂນໂລຊີທັນສະໄໝ ຜູ້ເປັນພໍ່-ແມ່ບໍ່ຄ່ອຍສົນໃຈເລື່ອງດັ່ງກ່າວປານໃດ ເພາະຄິດວ່າເລື່ອງຄວາມມັກຮັກເປັນສິດທິຂອງລູກ, ພໍ່ແມ່ຈະເປັນຜູ້ແນະນໍາຢູ່ເບື້ອງຫຼັງ ແຕ່ຈະບໍ່ເປັນຜູ້ຕັດສິນຊີ້ຂາດ. ເມື່ອເຫັນວ່າລູກມັກຮັກກັນ ແລະ ເຫັນສົມມາພາຄວນ,ເຫັນວ່າຄວາມມັກຮັກທີ່ທັງສອງຄົນມີຕໍ່ກັນຢ່າງຖືກຕ້ອງ, ເຫັນວ່າຈະມີອະນາຄົດ ມີຄວາມກ້າວໜ້າ ມີຄວາມພ້ອມທັງທາງກາຍ, ວາຈາໃຈ ແລະ ວິຊາຊີບໝັ້ນຄົງ ທີ່ຈະສາມາດຫາລ້ຽງກຸ້ມຄອບຄົວໃນອະນາຄົດໄດ້ ...

Read More »

ປະກົດການລຶກລັບ ມື້ເພັງ15 ຄໍ່າເດືອນສິບເອັດ

ໃນຄືນເດືອນເພັງ 15 ຄໍ່າເດືອນ 11 ລາວ ທຸກໆປີ ຊຶ່ງກົງກັບມື້ອອກພັນສາ ປະວໍລະນາ ຂອງຊາວລາວໃນທົ່ວປະເທດ ໄດ້ເກີດປະກົດການ ທຳມະຊາດ ເຫັ​ນແລ້ວ ໜ້າອັດສະຈັນ ແລະ ຍັງບໍ່ສາມາດຫາຄໍາຕອບໄດ້ຢ່າງຊັດເຈນ ມີພຽງຄໍາບອກເລົ່າ ລຸ້ນຕໍ່ລຸ້ນ ສືບສານກັນມາຫຼາຍຮ້ອຍ ຫຼາຍພັນປີ ວ່າ: ປະກົດການດັ່ງກ່າວຄື: ບັ້ງໄຟພະຍາແຖນ ຫຼື ບັ້ງໄຟພະຍານາກ. ປະກົດການນີ້ເກີດຂຶ້ນໃນເວລາປະມານ 18ໂມງຫາ 20ໂມງ ຢູ່ສອງສະຖານທີ່ຄື: ບ້ານໂພນສັນ ແລະ ບ້ານເວີນທາດ, ເມືອງທ່າພະບາດ,ແຂວງບໍລິຄໍາໄຊ ລຽບຕາມລຳແມ່ນໍ້າຂອງ. ບັ້ງໄຟພະຍານາກ ແມ່ນເປັນສິ່ງໜຶ່ງທີ່ລຶກລັບ ແລະ ມະຫັດສະຈັນ ທີ່ບໍ່ມີໃຜຈະພິສູດໄດ້. ຕາມການໃຫ້ຂໍ້ມູນຂອງພຣະອາຈານ, ຜູ້ອະວຸໂສ ຢູ່ເຂດນັ້ນບອກຂານຕໍ່ກັນມາວ່າ ເມື່ອເຖິງວັນເພັງ 15ຄໍ່າ ເດືອນ 11 ຂອງທຸກໆປີ ໃນເວລາພ້ອມໆກັບທີ່ຄູບາອາຈານ ແລະ ອອກຕົນຍາດໂຍມຊາວພຸດທັງຫຼາຍ ກຳລັງເຮັດພິທີທາງ ສາສະໜາຢູ່ຕາມວັດ, ວຽນທຽນ, ຕີຄ້ອງ, ຕີກອງ,ໄຫຼເຮືອໄຟ ໃນ​ມື້ບຸນປະວໍລະນາ ອອກພັນສາ,ຈະມີແສງ ຮຸ່ງເປັນປະກາຍ ເໝືອນ​ບັ້ງໄຟດອກ ພົ້ນຂຶ້ນມາຈາກໜ້ານ້ຳ ລອຍຂຶ້ນໄປອາກາດສູງ ປະມານ 10-15 ແມັດ. ຈຸດເລີ່ມອອກຂອງບັ້ງໄຟພະຍານາກນັ້ນ ແມ່ນເລີ່ມຈາກປາກຖ້ຳ ທີ່ຢູ່ທາງເໜືອ ຂອງວັດໂພນສັນ ໄປປະມານ 300-400 ແມັດ, ລົງມາຫາບໍລິເວນ ວັດໂພນສັນ . ສ່ວນຈໍານວນແຕ່ລະປີບໍ່ຄືກັນ ບາງປີກະຂຶ້ນຫຼາຍເປັນຮ້ອຍສອງຮ້ອຍລູກ. ປະກົດການ ...

Read More »