News

ປັດຈຸບັນ Elon Musk ກາຍເປັນຄົນຮັ່ງມີກວ່າ Mark Zuckerberg ຫຼັງຈາກແຍກຫຸ້ນຈາກ Tesla

ໃນຂະນະທີ່ທົ່ວໂລກກຳລັງປະເຊີນກັບວິກິດໂຄວິດ-19 ເຊິ່ງສົ່ງຜົນເຮັດໃຫ້ເສດຖະກິດຕົກຕໍ່າ ຫຼາຍບໍລິສັດຍັກໃຫຍ່ລະດັບໂລກໄດ້ມີການປິດຕົວລົງ ແລະ ບາງບໍລິສັດກໍໄດ້ປົດພະນັກງານອອກເພື່ອຄວາມຢູ່ລອດຂອງທຸລະກິດ ແຕ່ບາງທຸລະກິດກໍໄດ້ພິກວິກິດໃຫ້ເປັນໂອກາດ ສ້າງກຳໄລໄດ້ຢ່າງຫຼວງຫຼາຍ… ເຊິ່ງ Elon Musk ເປັນອີກໜຶ່ງນັກລະກິດທີ່ປະສົບຄວາມສຳເລັດໄດ້ໃນສະຖານະການໂຄວິດ-19 ໂດຍມີຊັບສິນເພີ່ມຂຶ້ນເຖິງ 87.8 ພັນລ້ານໂດລາສະຫະລັດໃນປີນີ້ ເນື່ອງຈາກຫຸ້ນຂອງ Tesla ພຸ່ງຂຶ້ນເກືອບ 500% ແລະ ປັດຈຸບັນ Elon Musk ມີຊັບສິນມູນຄ່າຫຼາຍກວ່າ 115.4 ພັນລ້ານໂດລາສະຫະລັດ ເຊິ່ງກາຍເປັນບຸກຄົນທີ່ລໍ່າລວຍອັນດັບ 3 ຂອງໂລກ ແຊງ Mark Zuckerberg ຜູ້ຮ່ວມກໍ່ຕັ້ງ Facebook Inc. Tesla ເປັນທີ່ນິຍົມໃນບັນດານັກລົງທຶນສະມັກຫຼີ້ນໃນບໍລິສັດການຄ້າອອນລາຍ Robinhood Financial ເປັນໜຶ່ງໃນຜູ້ທີ່ໄດ້ຮັບຜົນປະໂຫຍດຫຼາຍທີ່ສຸດຈາກການເຕີບໃຫຍ່ຂອງການລົງທຶນໃນການຄ້າລາຍຍ່ອຍ ເຊິ່ງໃນຊ່ວງທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19. ເມື່ອຮອດຈຸດໜຶ່ງຂອງເດືອນ ບັນຊີຂອງ Robinhood ເກືອບ 40,000 ບັນຊີ ໄດ້ເພີ່ມຫຸ້ນຂອງ Tesla ພຽງ 4 ຊົ່ວໂມງ ແລະ ມີແນວໂນ້ມທີ່ບໍ່ຈໍາກັດ ຢູ່ໃນສະຫະລັດອາເມລິກາເທົ່ານັ້ນ. ມູນຄ່າຕະຫຼາດ 464 ພັນລ້ານໂດລາສະຫະລັດ ຂອງ Tesla ຕອນນີ້ສູງກວ່າມູນຄ່າການຄ້າຍ່ອຍຂອງ ...

Read More »

ສປ. ຈີນ ຫ້າມ ແລະ ຈຳກັດການສົ່ງອອກສິນຄ້າ

ຕາມການລາຍງານຂອງສຳນັກຂ່າວຊິນຮວາ ໃຫ້ຮູ້ວ່າ: ກະຊວງການຄ້າຂອງ ສປ ຈີນ ໄດ້ອອກຖະແຫຼງການເຜີຍແຜ່ລົງເວັບໄຊຂອງກະຊວງການຄ້າ, ກະຊວງວິທະຍາສາດ ແລະ ເຕັກໂນໂລຊີວ່າ ຈີນໄດ້ຂຶ້ນບັນຊີສິນຄ້າເຕັກໂນໂລຊີຫ້າມສົ່ງອອກ 4 ລາຍການໄດ້ແກ່: ເຕັກໂນໂລຊີປຸ໋ຍຈຸລິນຊີ, ເຕັກໂນໂລຊີການຜະລິດກະເຟອິນ, ເຕັກໂນໂລຊີການຜະລິດໄຮໂບຟຣາວິນ, ເຕັກໂນໂລຊີການໝັກໃນຜະລິດຕະພັນວິຕາມິນ ນອກຈາກນີ້, ຍັງມີເຕັກໂນໂລຊີຈຳກັດການສົ່ງອອກ 5 ລາຍການໄດ້ແກ່: ເຕັກໂນໂລຊີວັກແຊັງປ້ອງກັນພະຍາດນີວຄາສເຊິລ, ເຕັກໂນໂລຊີການຜະລິດຢາຈາກທຳມະຊາດ, ເຕັກໂນໂລຊີການກຽມ ແລະ ແປຮູບຂອງວັດສະດຸພໍລີເມີ, ເຕັກໂນໂລຊີການຜະລິດຢາເຄິ່ງສັງເຄາະ ແລະ ສັງເຄາະທາງເຄມີ ແລະ ເຕັກໂນໂລຊີໄຟວອລ ປ້ອງກັນຄວາມປອດໄພຂອງຂໍ້ມູນ. ເຊິ່ງບັນຊີດັ່ງກ່າວຍັງໄດ້ເພີ່ມຕື່ມລາຍຊື່ເຕັກໂນໂລຊີທີ່ຈຳກັດການສົ່ງອອກລວມ 23 ລາຍການ, ໃນຄະນະທີ່ເຕັກໂນໂລຊີອີກ 21 ລາຍການ ຕ້ອງແກ້ໄຂເລື່ອງພາຣາມີເຕີທາງເຕັກນິກຕື່ມອີກ. ຖະແຫຼງການຍັງລະບຸວ່າ: ການຖ່າຍໂອນເຕັກໂນໂລຊີທັງໝົດໄປຍັງຕ່າງປະເທດດ້ວຍວິທີການທາງການຄ້າ – ການລົງທຶນ ຫຼື ວິທີການອື່ນໆ ຈະຕ້ອງປະຕິບັດຕາມກົດລະບຽບທີ່ກ່ຽວຂ້ອງໃນການນຳເຂົ້າ ແລະ ສົ່ງອອກເຕັກໂນໂລຊີຂອງປະເທດນັ້ນຢ່າງເຂັ້ມງວດ.

Read More »

ຮອງປະທານບໍລິສັດຊຳຊຸງ ຖືກຟ້ອງຢູ່ສານ ສ.​ເກົາຫຼີ​

ໄອຍາການຂອງເກົາຫຼີໃຕ້ຟ້ອງ Jay Y. Lee ຮອງປະທານບໍລິສັດ Samsung Electronics Co. ໃນຂໍ້ກ່າວຫາ ລວມເຖິງການປັ່ນຫຸ້ນ ເຊິ່ງເຮັດໃຫ້ຕົວຈິງທີ່ເປັນຫົວໜ້າບໍລິສັດ Electronics ທີ່ໃຫຍ່ທີ່ສຸດໃນໂລກຈະຕ້ອງສູ້ໄດ້ຄະດີເປັນເວລາຫຼາຍປີ ສໍານັກງານໄອຍາການເຂດກາງຂອງກຸງໂຊໄດ້ຮ້ອງຟ້ອງ 11 ຄົນລວມທັງ Jay Y. Lee ແລະ ອະດີດຜູ້ບໍລິຫານ. ໃນການຕັດສິນໃຈຟ້ອງ Jay Y. Lee ໃນຄັ້ງນີ້ເປັນການທ້າທາຍຄໍາແນະນໍາຂອງຄະນະກຳມະການ ແລະ ເພີ່ມຄວາມທ້າທາຍທາງກົດໝາຍສໍາຫຼັບ ບໍລິສັດ ທີ່ມີຄຸນຄ່າທີ່ສຸດຂອງປະເທດ, ການພິຈາລະນາຄະດີດັ່ງກ່າວ ອາດຈະໃຊ້ເວລາເຖິງ 18 ເດືອນ ຫຼືອາດຈະຍາວໄປອີກ 2 ປີ ແລະ ຄະດີນີ້ໄດ້ຮັບການຕັດສິນຈາກສານຊັ້ນສູງຂອງປະເທດ. Jay Y. Lee ອາຍຸ 52 ປີ ມີສ່ວນກ່ຽວຂ້ອງເລື່ອງທີ່ຜິດກົດໝາຍເຮັດໃຫ້ປະເທດເຊື່ອມເສຍ ເຊິ່ງເປັນເຫດເຮັດໃຫ້ສານໄອຍາການພິເສດຟ້ອງຮ້ອງໃນຕົ້ນປີ​ ພສ 2560 ທີ່ຜ່ານມາ ຍ້ອນ ສໍ້ໂກງ ແລະ ກ່າວຫາວ່າ Samsung ໃຊ້ເງິນໃຫ້ກັບຄົນສະນິດຂອງອະດີດປະທານາທິບໍດີ Park ເພື່ອແລກກັບການສະໜັບສະໜູນຈາກລັດຖະບານໃນການສືບທອດຕໍາແໜ່ງ.​ ນອກຈາກການກວດສອບການສໍ້ໂກງໃນຄັ້ງນີ້ແລ້ວ ຍັງໄດ້ມີກວດສອບການຄວບຄຸມກິດຈະການທີ່ມີຂໍ້ຂັດແຍ່ງກັນລະຫວ່າງໜ່ວຍງານຂອງ ...

Read More »

ທູດລາວປະຈຳ ສສ ຫວຽດນາມ ເຂົ້າອວຍພອນຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ແລະ ກະຊວງຕ່າງປະເທດ

ໃນລະຫວ່າງວັນທີ 27-28 ສິງຫາ 2020 ທີ່ ຜ່ານມາ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ໄດ້ນຳພາຄະນະ ແລະ ພະນັກງານສະຖານທູດລາວ ເຂົ້າອວຍພອນສະຫາຍ ຫງວຽນ ຮຸຍຕັ້ງ ຮອງຫົວໜ້າ, ຜູ້ປະ ຈຳການ ຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຫວຽດນາມ ແລະ ສະຫາຍ ຫງວຽນ ກວັກ ຊຸງ ຮອງລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ເນື່ອງໃນໂອກາດວັນຊາດຂອງ ສສ ຫວຽດ ນາມ ຄົບຮອບ 75 ປີ (2/9/1945-2/9/2020) ແລະ ວັນສ້າງສາຍພົວພັນການທູດລະຫວ່າງສອງປະ ເທດ ຄົບຮອບ 58 ປີ (5/9/1962-5/9/2020). ໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມດີໃຈ ແລະ ຄວາມຊົມເຊີຍຕໍ່ບັນດາໝາກຜົນ ທີ່ປະຊາຊົນຫວຽດນາມພາຍໃຕ້ການຊີ້ນນຳ-ນຳພາ ຂອງພັກກອມມູນິດຫວຽດນາມ ໄດ້ຮັບຜົນສຳເລັດ ແລະ ...

Read More »

ສະຫລຸບ ຖອດຖອນບົດຮຽນ ຜູ້ບໍລິຫານ – ຄຸ້ມຄອງ ໂຮງຮຽນການເມືອງ ແລະ ການປົກຄອງ ທົ່ວປະເທດ ປະຈຳສົກປີ 2019 – 2020

ກອງປະຊຸມສະຫຼຸບ ຖອດຖອນບົດຮຽນ ວຽກງານຜູ້ບໍລິຫານ – ຄຸ້ມຄອງ ໂຮງຮຽນການເມືອງ ແລະ ການປົກຄອງແຂວງ, ນະຄອນຫລວງວຽງຈັນ ປະຈຳສົກປີ 2019 – 2020 ໄດ້ຈັດຂຶ້ນ ວັນທີ 31 ສິງຫານີ້ ຢູ່ທີ່ຫ້ອງປະຊຸມ ຫ້ອງວ່າການແຂວງ ອຸດົມໄຊ ໂດຍການເປັນປະທານຮ່ວມຂອງ ທ່ານ ປອ ຄຳພັນ ເຜີຍຍະວົງ ເລຂາພັກແຂວງ, ເຈົ້າແຂວງອຸດົມໄຊ ແລະ ທ່ານ ຮສ ພູວົງ ອຸ່ນຄຳແສນ ຮັກສາການຫົວຫນ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ມີບັນດາຄະນະສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ,ຄະນະອຳນວຍການໂຮງຮຽນການເມືອງ ແລະ ການປົກຄອງ 18 ແຂວງ ຕະຫລອດຮອດພາກສ່ວນທີ່ກ່ຽວຂ້ອງພາຍໃນແຂວງອຸດົມໄຊ ເຂົ້າຮ່ວມ. ກອງປະຊຸມນີ້ຈັດຂຶ້ນ ເພື່ອຕີລາຄາຄືນຜົນການເຄື່ອນໄຫວຈັດຕັ້ງປະຕິບັດຫນ້າທີ່ການເມືອງຂອງໂຮງຮຽນການເມືອງ ແລະ ການປົກຄອງແຂວງ ໃນຂອບເຂດທົ່ວປະເທດ ໃນໄລຍະ 1 ປີ ຜ່ານມາ, ພ້ອມທັງກຳນົດທິດທາງແຜນການ ເຄື່ອນໄຫວໃນສົກປີຕໍ່ໜ້າ, ເພື່ອປັບປຸງ, ແກ້ໄຂ ແລະ ຍົກລະດັບ ດ້ານຄຸນນະພາບ ...

Read More »

ເດືອນກໍລະກົດ ລາວ ນໍາເຂົ້າ-ສົ່ງອອກ ສິນຄ້າບັນລຸ 790 ລ້ານກວ່າໂດລາ

ໃນເດືອນ ກໍລະກົດ ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຂອງ ສປປ ລາວ ບັນລຸໄດ້ເຖິງ 792 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 372 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 419 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າປະມານ 47 ລ້ານໂດລາສະຫາລັດ. ຈາກສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ໃຫ້ຮູ້ວ່າ: ສິນຄ້າສົ່ງອອກຫລັກຂອງ ສປປ ລາວ ລວມມູນຄ່າປະມານ 372 ລ້ານໂດລາສະຫະລັດ, ໃນນັ້ນມີ ແຮ່ທອງ ມູນຄ່າປະມານ 41 ລ້ານໂດລາສະຫະລັດ, ທອງແດງ ແລະ ເຄື່ອງທີ່ເຮັດດ້ວຍທອງແດງ ມູນຄ່າປະມານ 17 ລ້ານໂດລາສະຫະລັດ, ໝາກກ້ວຍ ມູນຄ່າປະມານ 19 ລ້ານໂດລາສະຫະລັດ, ເຍື່ອໄມ້, ເສດເຈ້ຍ ມູນຄ່າປະມານ 23 ລ້ານໂດລາສະຫະລັດ, ໂຄງຮ່າງ ແລະ ຊິ້ນສ່ວນກ້ອງບັນທຶກພາບ ມູນຄ່າປະມານ 11 ລ້ານໂດລາສະຫະລັດ, ເຄື່ອງດື່ມ ...

Read More »

ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ສານຂອງທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ ສົກຮຽນ 2020-2021. ພໍ່ແມ່ພີ່ນ້ອງປວງຊົນລາວໃນທົ່ວປະເທດທີ່ເຄົາລົບ;ບັນດາຜູ້ບໍລິຫານການສຶກສາ, ຜູ້ຊົງຄຸນວຸດທິ, ຄູອາຈານໃນທົ່ວປະເທດ ທີ່ນັບຖື ແລະ ຮັກແພງ;ບັນດາລູກຫຼານນັກຮຽນ ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ 1 ກັນຍາ ແລະ ວັນເປີດໂທລະພາບການສຶກສາ ຢ່າງເປັນທາງການ, ຂ້າພະເຈົ້າຂໍຕາງໜ້າກົມການເມືອງສູນກາງພັກ ແລະ ລັດຖະບານ ຂໍສົ່ງຄວາມຢ້ຽມຢາມຖາມຂ່າວ ອັນອົບອຸ່ນ, ​ຄວາມຮັກແພງອັນຈິງໃຈມາຍັງຜູ້ບໍລິຫານກາສຶກສາທຸກຂັ້ນ, ຄູອາຈານ ແລະ ນັກຮຽນ-ນັກສຶກສາທຸກຊັ້ນ, ທຸກສາຍ ທຸກລະດັບ ທຸກຂົງເຂດໃນຂອບເຂດທົ່ວປະເທດມານະໂອກາດນີ້. ດັ່ງທີ່ພວກເຮົາເຂົ້າໃຈກັນເປັນຢ່າງດີ ແລະ ເລິກເຊິ່ງນຳກັນແລ້ວວ່າ ແມ່ນການສ້າງຊັບພະຍາກອນມະນຸດ, ຊັບພະຍາກອນບຸກຄົນ, ເປັນກຳລັງແຮງ, ເປັນປັດໃຈສຳຄັນຍິ່ງ ທີ່ມີລັກສະນະຕັດສິນກວ່າໝູ່ ໃນການພັດທະນາປະເທດຊາດຂອງທຸກຍຸກທຸກສະໄໝ. ຍ້ອນເຫັນຄວາມສຳຄັນຍິ່ງ ຂອງວຽກງານການສຶກສາ ພວກເຮົາຍາມໃດກໍໃຫ້ທິດທາງ,​ ນະໂຍບາຍທີ່ໜັກແໜ້ນຕະຫຼອດມາວ່າ: ການສຶກສາຕ້ອງໄປກ່ອນກ້າວໜຶ່ງ. ຕະຫຼອດໄລຍະທີ່ຜ່ານມາ ລັດຖະບານທຸກຍຸກທຸກສະໄໝ ໄດ້ເອົາໃຈໃສ່ວຽກງານການພັດທະນາການສຶກສາ ຂອງຊາດເຮົາຕໍ່ໄປ ແລະ ໄດ້ມີການພັດທະນາ ເປັນຮູບປະທຳຕະຫຼອດມາ ແລະ ຈະສືບຕໍ່ໃຫ້ຄວາມເອົາໃຈໃສ່ວຽກງານພັດທະນາການສຶກສາຂອງຊາດເຮົາຕໍ່ໄປ ເພື່ອສ້າງຄົນລາວໃຫ້ມີຄວາມຮູ້, ຄວາມສາມາດສູງຂຶ້ນ ແລະ ...

Read More »

ແຈ້ງການ ມອດໄຟຟ້າ

ຝ່າຍປະຕິບັດການ ໄຟຟ້ານະຄອນຫລວງ ສາຂາໄຟຟ້າເມືອງນາຊາຍທອງ ແຈ້ງການມອດໄຟຟ້າ ໃນວັນອັງຄານ 1 ກັນຍາ 2020 ຢູ່ບ້ານອິໄລເໜືອ ນົກແກ້ວລີສອດ ນັບແຕ່ເວລາ 9:00 ໂມງ ຫາ 14:00 ໂມງ

Read More »

ມະຫາວິທະຍາໄລແຫ່ງຊາດ ຈະຮັບນັກສຶກສາ 9 ພັນກວ່າຄົນ

ມະຫາວິທະຍາໄລ ແຫ່ງຊາດ (ມຊ) ຈັດການສອບເສັງຄັດເລືອກ ເອົານັກສຶກສາເຂົ້າຮຽນສົກສຶກສາ 2020-2021 ຢ່າງເປັນທາງການ ໃນວັນທີ 29 ສິງຫາ 2020 ທີ່ຜ່ານມາ, ໂດຍມີນັກສຶກສາມາສອບເສັງທັງໝົດ 14.300 ກວ່າຄົນ ແລະ ຈະຮັບເອົາຕົວຈິງ 9 ພັນກວ່າຄົນ, ໃນນັ້ນລວມທັງນັກສຶກສາໃນແຜນ ແລະ ລະບົບຕໍ່ເນື່ອງ ເຂົ້າໃນລະບົບປະລິນຍາຕີ (ຮຽນປົກກະຕິ) ທັງໝົດ 107 ສາຂາ, ລະບົບອະນຸປະລິນຍາ 4 ສາຂາ ເຊິ່ງນອນໃນ 13 ຄະນະ, ເຊິ່ງຄະນະວິຊາ ທີ່ນັກຮຽນໃຫ້ຄວາມສົນໃຈ ລົງທະບຽນເຂົ້າສອບເສັງຫລາຍກວ່າໝູ່ ແມ່ນຄະນະອັກສອນສາດ (ສາຍພາສາຈີນ, ພາສາອັງກິດ), ຄະນະເສດຖະ ສາດ ແລະ ບໍລິຫານທຸລະກິດ (ສາຍວິຊາບໍລິຫານທຸລະກິດ, ການເງິນການທະນາຄານ ແລະ ການບັນຊີ). ທ່ານ ຄໍາຜົງ ນາມມະວົງມີໄຊ ຮອງອະທິການບໍດີ ມຊ, ຜູ້ຊີ້ນໍາວຽກງານວິຊາການ ລາຍງານໃຫ້ຮູ້ວ່າ: ການສອບເສັງໃນປີນີ້, ມີ 1 ສູນສອບເສັງໃຫຍ່ ຄື (ວິທະຍາເຂດດົງໂດກ), ...

Read More »

ທົ່ວໂລກມີຜູ້ຕິດເຊື້ອທະລຸ 25 ລ້ານກວ່າຄົນແລ້ວ

ໃນຕອນເຊົ້າ ວັນທີ 31/08/2020 ທົ່ວໂລກໄດ້ຢັ້ງຢືນມີຜູ້ຕິດເຊື້ອພະຍາດ Covid – 19 ຈຳນວນ 25.125.084 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ 845.361 ຄົນ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິແມ່ນ 17.343.425 ຄົນ. ອາເມລິກາຍັງຄົງແມ່ນປະເທດຖືກຮັບຜົນສະທ້ອນຢ່າງຮ້າຍແຮງທີ່ສຸດຈາກໂລກລະບາດ Covid – 19 ດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 6.132.930 ຄົນ, ໃນນັ້ນມີ 186.727 ຄົນເສຍຊີວິດ.

Read More »