News

ເຜີຍແຜ່ຄວາມຮູ້ ໃນການສົ່ງເສີມສຸຂະພາບຂອງແມ່ ແລະ ເດັກ ໃຫ້ແກ່ແມ່ຍິງຖືພາ ແລະ ແມ່ຫລັງເກີດລູກ…

ອົງການສະຫະປະຊາຊາດເພື່ອປະຊາກອນ ຮ່ວມກັບ ກົມການສຶກສາ ສາທາລະນະສຸກ ກະຊວງສາທາລະນະສຸກ ໄດ້ຈັດກິດຈະກຳ ການບໍລິການສຸຂະພາບຂອງແມ່ ແລະ ເດັກ ໃຫ້ບັນດາແມ່ຍິງຖືພາ ແລະ ແມ່ຫລັງເກີດລູກ ໃນວັນທີ 23 ກໍລະກົດ 2020 ນີ້, ຢູ່ໂຮງໝໍແມ່ ແລະ ເດັກ ນະຄອນຫລວງວຽງຈັນ ເພື່ອເປັນການສົ່ງເສີມສຸຂະພາບຂອງແມ່ຍິງໃນໄລຍະຖືພາ, ເກີດ ແລະ ຫລັງເກີດ, ພ້ອມທັງໃຫ້ຄວາມຮູ້ແກ່ແມ່ຖືພາ, ສາມີ, ຄອບຄົວໄດ້ຮູ້ ແລະ ເຂົ້າໃຈ ກ່ຽວກັບການກັນ, ຕອບໂຕ້ ແລະ ຄວບຄຸມພະຍາດອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່. ນອກຈາກນີ້, ກໍເພື່ອເປັນການແລກປ່ຽນປະສົບການຮ່ວມກັນ ລະຫວ່າງຜະດຸງຄັນ, ແມ່ຖືພາ, ຄອບຄົວ ກ່ຽວກັບການລ້ຽງລູກດ້ວຍນົມແມ່ ແລະ ໂພຊະນາການ ໃນແມ່ຍິງຖືພາ ແລະ ເພື່ອເປັນການສະເຫລີມສະຫລອງ ວັນຜະດຸງຄັນສາກົນ ກໍຄື ວັນຜະດຸງຄັນລາວ ຄົບຮອບ 10 ປີ ທີ່ຈະມາເຖິງນີ້. ທ່ານ ດຣ. ຜາສຸກ ວົງວິຈິດ ຫົວໜ້າກົມການສຶກສາ ສາທາລະນະສຸກ ໄດ້ກ່າວວ່າ: ...

Read More »

ຈີນເປີດນ່ານຟ້າໃຫ້ 3 ສາຍການບິນຕ່າງປະເທດ ໃນນັ້ນມີລາວນຳ…

ເຈົ້າໜ້າທີ່ຄວບຄຸມການບິນພົນລະເຮືອນຂອງຈີນກ່າວໃນວັນທີ 17 ກໍລະກົດຜ່ານມາວ່າ: ສາຍການບິນຍີ່ປຸ່ນ, ສາຍການບິນລາວ, ແລະ ສາຍການບິນ Hainan ໄດ້ຮັບອະນຸຍາດໃຫ້ເພີ່ມຈຳນວນຖ້ຽວບິນລະຫວ່າງປະເທດເນື່ອງຈາກມີມາດຕະການຄວບຄຸມ COVID-19 ທີ່ມີປະສິດຕິຜົນ. ຖ້ຽວບິນ JL829/0 ໂຕກຽວ-Dalian, ຖ້ຽວບິນ QV815/6 ນະຄອນຫຼວງວຽງຈັນ-ຄຸນໝິງ, ຖ້ຽວບິນ HU491/2 ປັກກິ່ງ-ບຣຸກແຊນ ແລະ ຖ້ຽວບິນ HU7975 / 6 ປັກກິ່ງ-Toronto. ຈຳນວນຖ້ຽວບິນເຫຼົ່ານີ້ສາມາດເພີ່ມຂື້ນຈາກ 1-2 ຖ້ຽວຕໍ່ອາທິດ ຈົນຮອດວັນທີ 24 ຕຸລາ, ອີງຕາມຂໍ້ມູນຈາກ CAAC. ສາຍການບິນຍີ່ປຸ່ນ ແລະ ສາຍການບິນລາວແມ່ນສາຍການບິນຕ່າງປະເທດ 2 ແຫ່ງທຳ ອິດທີ່ໄດ້ຮັບອະນຸຍາດໃຫ້ບິນ. ອີງຕາມນະໂຍບາຍຂອງ CAAC, ຖ້າວ່າຜູ້ໂດຍສານທັງໝົດ ທີ່ເຂົ້າມາກວດແຕ່ບໍ່ພົບເຊື້ອພະຍາດ Covid-19 ເປັນເວລາ 3 ອາທິດຕິດຕໍ່ກັນ, ສາຍການບິນຈະໄດ້ຮັບອະນຸຍາດໃຫ້ເພີ່ມຈຳນວນຖ້ຽວບິນ 2 ຮອບຕໍ່ອາທິດ. ຖ້າຈຳນວນຜູ້ໂດຍສານທີ່ເຂົ້າມາກວດ ພົບຜູ້ຕິດເຊື້ອຮອດ 5 ຄົນ, ສາຍການບິນຈະຖືກໂຈະເປັນເວລາໜຶ່ງອາທິດ. ຖ້າຫາກຈຳນວນຜູ້ໂດຍສານທີ່ເຂົ້າມາກວດ ພົບຜູ້ຕິດເຊື້ອຮອດ 10 ຄົນ ...

Read More »

ວຽກງານການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຂອງສື່ມວນຊົນ…

ໃນວັນທີ 22 ກໍລະກົດ 2020 ທີ່ສູນຝຶກອົບຮົມສູນກາງແນວລາວສ້າງຊາດ, ນະຄອນຫລວງວຽງຈັນ, ໂຄງການຫຼຸດດຜ່ອນຄວາມສ່ຽງຈາກການຄ້າມະນຸດ ຂອງອົງການວິນຣອກສາກົນ ຮ່ວມກັບກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດການສຳມະນາກ່ຽວກັບບົດບາດຂອງສື່ມວນຊົນ ໃນວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໂດຍມີຈຸດປະສົງເພື່ອໃຫ້ສື່ມວນຊົນ ຫລືນັກຂ່າວ ມີສ່ວນຮ່ວມໃນການໂຄສະນາໃຫ້ຄວາມຮູ້ກ່ຽວກັບ ຮູບແບບຂອງການຄ້າມະນຸດ ແລະ ການປ້ອງກັນຕົນເອງ, ສະມາຊິກຄອບຄົວ ຈາກການຄ້າມະນຸດໃຫ້ກັບກຸ່ມສ່ຽງ ໂດຍສະເພາະໄວໜຸ່ມ, ນັກຮຽນ-ນັກສຶກສາ, ປະຊາຊົນ ທົ່ວໄປໃນສັງຄົມ. ພ້ອມກັນນັ້ນ, ຍັງໄດ້ເນັ້ນການສົ່ງເສີມການເຄື່ອນຍ້າຍແຮງງານທີ່ຖືກຕ້ອງ ແລະ ການເຮັດວຽກ ທີ່ປອດໄພ ເພື່ອຫລຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ. ທ່ານ ອິນປອນ ນະຄອນສີ ຮອງຫົວໜ້າກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວວ່າ: ການຄ້າມະນຸດຍັງເປັນບັນຫາ ແລະ ປະກົດການຫຍໍ້ທໍ້ ທີ່ເປັນຜົນກະທົບ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ປະເທດອື່ນໆ ໃນອະນຸພາກພື້ນລຸ່ມແມ່ນ້ຳຂອງ, ສາເຫດຕົ້ນຕໍທີ່ປະຊາຊົນລາວເຮົາຖືກຕົວະຍົວະຫລອກລວງ ໃຫ້ເຂົ້າສູ່ຄະບວນການຄ້າມະນຸດ ກໍຍັງແມ່ນຄວາມທຸກຍາກ, ຄວາມແຕກໂຕນທາງດ້ານເສດຖະກິດ ແລະ ...

Read More »

ມະຫາວິທະຍາໄລ Oxford ຄົ້ນຄິດວັກຊິນທີ່ສາມາດກະຕຸ້ນພູມຄຸ້ມກັນ Covid-19 ໄດ້ສໍາເລັດ…

ການທົດລອງວັກຊິນປ້ອງກັນພະຍາດໂຄວິດ-19 ທີ່ພັດທະນາໂດຍມະຫາວິທະຍາໄລ Oxford ກັບອາສາສະໝັກ ພົບວ່າມີຄວາມປອດໄພ ແລະ ສາມາດຝຶກລະບົບພູມຄຸ້ມກັນໄດ້ສໍາເລັດ ໂດຍຮ່າງກາຍຂອງອາສາສະໝັກທີ່ໄດ້ຮັບວັກຊິນສ້າງແອນຕີ້ບໍດີ້ ແລະ ເມັດເລືອດຂາວທີ່ສາມາດຕໍ່ສູ້ກັບໄວຣັສສາຍພັນໃໝ່ໄດ້.  ງານວິໄຈນີ້ເຮັດໃຫ້ເກີດຄວາມຄາດຫວັງທ່າມກາງຄວາມພະຍາຍາມໃນການຕໍ່ສູ້ກັບພະຍາດ Covid-19 ທີ່ກຳລັງລະບາດຢູ່ ແຕ່ຍັງຖືວ່າໄວເກີນໄປທີ່ຈະຮູ້ວ່າວັກຊິນສາມາດປ້ອງກັນ Covid-19 ໄດ້ ແລະ ນັກວິໄຈກຳລັງດໍາເນີນການທົດລອງທີ່ມີອາສາສະໝັກເຂົ້າຮ່ວມຫຼາຍກວ່ານີ້, ແຕ່ເຖິງຢ່າງໃດກໍຕາມ ປັດຈຸບັນທາງການຂອງອັງກິດໄດ້ສັ່ງຊື້ວັກຊິນຊະນິດນີ້ 100 ລ້ານເຂັມແລ້ວ. ວັກຊິນທີ່ໄດ້ຮັບການພັດທະນາຂຶ້ນຢ່າງໄວວານີ້ມີຊື່ວ່າ ChAdOx1 nCoV-19 ເປັນວັກຊິນທີ່ພັດທະນາຂຶ້ນ ຈາກເຊື້ອໄວຣັສທີ່ກໍ່ໃຫ້ເກີດພະຍາດໄຂ້ຫວັດໃນຊິມແປນຊີ ທີ່ຖືກນໍາມາດັດແປງຈົນບໍ່ສາມາດກໍ່ໃຫ້ເກີດການຕິດເຊື້ອໃນມະນຸດໄດ້ ແລະ ເຮັດໃຫ້ມີລັກສະນະທີ່ຄ້າຍຄືເຊື້ອໄວຣັສໂຄໂຣນາສາຍພັນໃໝ່ ເຊິ່ງລະບົບພູມຄຸ້ມກັນຂອງມະນຸດສາມາດຮຽນຮູ້ວ່າຈະຈັດການໄດ້ແນວໃດ. ວັກຊິນດັ່ງກ່າວມີຄວາມປອດໄພ, ແຕ່ກໍມີຜົນຂ້າງຄຽງທີ່ບໍ່ອັນຕະລາຍ ເຖິງຢ່າງໃດກໍຕາມ ອາສາສະໝັກທີ່ເຂົ້າຮ່ວມການທົດລອງປະມານ 70% ບອກວ່າມີອາການຮ້ອນຕົວ ແລະ ເຈັບຫົວ ເຊິ່ງນັກວິໄຈລະບຸວ່າ ສາມາດໃຊ້ຢ່າ ປາຣາ ບັນເທົາອາການດັ່ງກ່າວໄດ້.​ ສາດສະດາຈານ Sarah Gilbert ແຫ່ງມະຫາວິທະຍາໄລ Oxford ໄດ້ກ່າວວ່າ ຍັງຕ້ອງເຮັດການທົດລອງເພີ່ມຕື່ມອີກ ກ່ອນຈະຢືນຢັນໄດ້ວ່າວັກຊິນຊະນິດນີ້ຈະໃຊ້ປ້ອງກັນການລະບາດຂອງພະຍາດ Covid-19 ໄດ້ ແຕ່ຜົນການທົດລອງໃນເບື້ອງຕົ້ນນີ້ຖືວ່າພໍໃຈ. ວິທີຮັກສາອື່ນໆ ກ່ອນໜ້ານີ້ ຜົນການທົດລອງໃນເບື້ອງຕົ້ນໂດຍ (Synairgen) ບໍລິສັດເຕັກໂນໂລຊີຊີວະພາບຂອງອັງກິດພົບວ່າ ການໃຊ້ໂປຣຕີນທີ່ຊື່ວ່າ ...

Read More »

ເພີ່ມຄວາມຮູ້ໃຫ້ບັນນາທິການກ່ຽວກັບກົດໝາຍ ແລະ ລະບຽບການຄຸ້ມຄອງສື່ມວນຊົນ…

ໃນວັນທີ 22 ກໍລະກົດ 2020 ສະຖາບັນສື່ມວນຊົນ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຍົກລະດັບຄວາມຮູ້ໃຫ້ບັນນາທິການກ່ຽວກັບ “ກົດໝາຍ ແລະ ລະບຽບ ໃນການຄຸ້ມຄອງສື່ມວນຊົນ ໂດຍສະເພາະສື່ສັງຄົມອອນລາຍ”, ລວມທັງລະບຽບການຄຸ້ມຄອງການສື່ສານ ຜ່ານໂທລະສັບມືຖື ແລະ ອິນເຕີເນັດ ແລະ ອື່ນໆ ເພື່ອໃຫ້ຜູ້ເຂົ້າຮ່ວມ ກໍຄືບັນດາບັນນາທິການ ໄດ້ແລກປ່ຽນຄຳຄິດຄຳເຫັນ ແລະ ທິດທາງໃນການຄຸ້ມຄອງ ການເຄື່ອນໄຫວຂອງສື່ແບບໃໝ່. ທ່ານ ປິ່ນປາດຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຍົກໃຫ້ເຫັນກ່ຽວກັບກົດໝາຍ ແລະ ລະບຽບການຄຸ້ມຄອງສື່ມວນຊົນ-ສື່ສັງຄົມອອນລາຍ, ຂໍ້ມູນຂ່າວສານຜ່ານສື່ສັງຄົມອອນລາຍ, ຂໍ້ມູນຂ່າວສານປອມ (ຂ່າວປອມ ຫລື Fake News), ບັນດາສື່ອອນລາຍຕ່າງໆ ທີ່ຜິດກົດໝາຍ, ການຄຸ້ມຄອງຕາມກົດໝາຍ ແລະ ລະບຽບການ, ຄວາມເຂົ້າໃຈກ່ຽວກັບຂ່າວລື-ຂ່າວຫລອກລວງ ແລະ ອື່ນໆ. ປັດຈຸບັນ ການນຳໃຊ້ອິນເຕີເນັດ ເຮັດໃຫ້ການສື່ສານ ແລະ ການຮັບສົ່ງຂ່າວສານສະດວກວ່ອງໄວຫລາຍຂຶ້ນ ເຮັດໃຫ້ປະຊາຊົນ ຫັນມາບໍລິໂພກຂ່າວ ຜ່ານສື່ທາງອິນເຕີເນັດ ...

Read More »

ຈີນຄິດລະບົບສາກໄຟໄວແບບສຸດໆແຕ່ປອດໄພແນ່ນອນ ພຽງ 20 ນາທີສາກແບັດເຕີຣີ 4.000 mAh ເຕັມ 100%…

ໂທລະສັບ Smart Phone ເປັນອຸປະກອນທີ່ມີການໃຊ້ງານເລື້ອຍໆ ຈົນເກືອບຈະກາຍເປັນໜຶ່ງໃນອະໄວຍະວະທີ່ສໍາຄັນຂອງຄົນເຮົາໄປແລ້ວ ຈາກການສົມທຽບໃນອະດີດໂທລະສັບ Smart Phone 3G ສາກໃຫ້ເຕັມ 100% ຈະສາມາດຢູ່ໄດ້ປະມານ 1 ມື້ແລ້ວຈະນໍາໄປສາກຕອນກາງຄືນ , ແຕ່ໃນຍຸກ 4G ມີການໃຊ້ງານຫຼາຍຂຶ້ນເລື້ອຍໆ ຂະໜາດພຽງເຄິ່ງມື້ກໍຕ້ອງນໍາກັບໄປສາກຄືນອີກ. ຫຼາຍຄ່າຍໂທລະສັບ Smart Phone ຈຶ່ງພະຍາຍາມອ້າງວ່າ ຕົນເອງມີແບັດເຕີຣີ ທີ່ທົນທານຕໍ່ການໃຊ້ງານໄດ້ຢ່າງຍາວນານ, ແຕ່ໃນຄວາມເປັນຈິງແບັດເຕີຣີທີ່ທົນທານແມ່ນແບັດເຕີຣີຂະໜາດໃຫຍ່ ທີ່ມີປະລິມານບັນຈຸໄຟຟ້າສູງ, ແຕ່ກໍມີຂໍ້ດ້ອຍໃນເລື່ອງຂອງການສາກທີ່ຕ້ອງໃຊ້ເວລາດົນຫຼາຍຂຶ້ນ, ຄ່າຍໂທລະສັບຈຶ່ງພະຍາຍາມຄິດຄົ້ນເຕັກໂນໂລຊີ ໃນການສາກໄຟໃຫ້ມີຄວາມໄວສູງຂຶ້ນທັງໃນຮູບຂອງ Quick Charge, SuperCharge ຫຼື Fast Charge. ໂດຍ OPPO ໃນປະເທດຈີນໄດ້ຄິດຄົ້ນແບັດເຕີຣີ ຂະໜາດ 4.000mAh ພ້ອມດ້ວຍເຕັກໂນໂລຊີ Flash Charge ທີ່ຮອງຮັບການສາກສູງເຖິງ 125 ວັດ ເຊິ່ງສູງທີ່ສຸດໃນຕະຫຼາດ. ໃນຂະນະທີ່ iPhone11 Pro Max ຮອງຮັບການສາກໄວສູງສຸດ 18 ວັດ, ສ່ວນ Huawei ລຸ້ນດີໆຮອງຮັບການສາກໄວສູງສຸດ 22,5 ວັດ, ...

Read More »

ລາວ-ຈີນ ເສີມຂະຫຍາຍການພົວພັນ ຮ່ວມມືແບບຄູ່ຮ່ວມຍຸດທະສາດ ຕາມທິດ 4 ດີ…

ໃນວັນທີ 21 ກໍລະກົດ 2020, ທີ່ສຳນັກງານນາຍົກລັດຖະມົນຕີ, ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ປະຊຸມພົບປະແບບທາງໄກ ກັບ ສະຫາຍ ຫລີ ເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໂດຍມີຈຸດປະສົງເພື່ອເສີມຂະຫຍາຍການພົວພັນຮ່ວມມື ແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ແລະ ຍາວນານ ຕາມທິດ 4 ດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ສະຫາຍທີ່ດີ, ເພື່ອນມິດທີ່ດີ, ບ້ານໃກ້ເຮືອນຄຽງທີ່ດີ ແລະ ຄູ່ຮ່ວມມືທີ່ດີ; ນັບທັງການຜັນຂະຫຍາຍ ແຜນແມ່ບົດຄູ່ຮ່ວມຊະຕາກຳ ລາວ-ຈີນ, ຈີນ-ລາວ ໃຫ້ປະກົດຜົນເປັນຈິງ. ໃນກອງປະຊຸມພົບປະດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີ ທີ່ໄດ້ມີໂອກາດພົບປະກັບ ສະຫາຍ ນາຍົກລັດຖະມົນຕີ ຫລີ ເຄີ້ສຽງ ຜ່ານລະບົບທາງໄກ ຊຶ່ງຖືເປັນກົນໄກອັນໃໝ່ ຍ້ອນສະພາບໂຄວິດ-19. ພ້ອມທັງສະແດງຄວາມເຫັນອົກເຫັນໃຈ ແລະ ເສົ້າສະຫລົດໃຈຢ່າງສຸດຊຶ້ງ ...

Read More »

ປະຊາກອນ 1 ລ້ານຄົນ ໃນປະເທດອັງກິດໄດ້ເຊົາສູບຢາ ລະຫວ່າງການແຜ່ລະບາດຂອງ Covid-19…

ການວິເຄາະໃໝ່ສະແດງໃຫ້ເຫັນວ່າ ປະຊາຊົນໃນປະເທດອັງກິດຫລາຍກວ່າ 1 ລ້ານຄົນ ຄາດວ່າຈະເຊົາສູບຢາໃນໄລຍະ 4 ເດືອນຜ່ານມາ ເຊິ່ງຢູ່ໃນລະຫວ່າງການແຜ່ລະບາດຂອງພະຍາດ Covid-19. ພ້ອມກັນນັ້ນ, ອີກ 440,000 ຄົນ ໃນປະເທດຍັງໄດ້ນຳໃຊ້ການແຜ່ລະບາດຂອງພະຍາດ Covid-19 ເປັນໂອກາດທີ່ຈະພະຍາຍາມເຊົາສູບຢາ, ອີງຕາມການວິເຄາະໂດຍອົງການ Action on Smoking and Health (ASH) ແລະ ມະຫາວິທະຍາໄລ London London (UCL), ເຊິ່ງໄດ້ໃຊ້ການສຳຫຼວດ YouGov, ໂດຍຮຽກຮ້ອງໃຫ້ຜູ້ສູບຢາທີ່ມີອາຍຸຫຼາຍເຊົາສູບຢາ ເພາະວ່າ Covid-19 ມີຄວາມຮຸນແຮງໃນຜູ້ປ່ວຍຜູ້ສູງອາຍຸຫຼາຍກ່ວາຄົນປົກກະຕິ. ປະຊາຊົນໃນກຸ່ມອາຍຸ 16-29 ປີ ໄດ້ເຊົາສູບຢາໃນອັດຕາຫຼາຍກວ່າອັດຕາການສູບຢາຂອງຜູ້ທີ່ມີອາຍຸຫຼາຍກວ່າ 50 ປີ. ລັດຖະບານອັງກິດໄດ້ແນະນຳວ່າ ຜູ້ສູບຢາອາດຈະມີຄວາມສ່ຽງສູງໃນການເປັນໂຣກຮ້າຍແຮງທີ່ກ່ຽວຂ້ອງກັບ Covid-19. ວິທະຍາສາດໄດ້ເວົ້າກ່ຽວກັບຜົນກະທົບທີ່ແຕກຕ່າງກັນຕໍ່ຜູ້ສູບຢາ ແລະ ຜູ້ທີ່ບໍ່ສູບຢາ. ການສູບຢາເປັນສາເຫດຕົ້ນຕໍຂອງພະຍາດມະເຮັງ, ພະຍາດຫົວໃຈ ແລະ ປອດ. ASH ກ່າວໃນການຖະແຫຼງຂ່າວວ່າຜູ້ຕິດເຊື້ອCovid-19 ທີ່ສູບຢາມີແນວໂນ້ມທີ່ຈະໄດ້ຮັບຜົນທີ່ຮ້າຍແຮງກ່ວາຜູ້ທີ່ບໍ່ສູບຢາ. ທ່ານ ໝໍ Ruth Sharrock, ຜູ້ຊ່ຽວຊານດ້ານຢາປົວພະຍາດລະບົບຫາຍໃຈກ່າວວ່າ "ຂ່າວສານຂອງຂ້າພະເຈົ້າຕໍ່ຜູ້ທີ່ສູບຢາໃນມື້ນີ້ແມ່ນ ກະລຸນາຢ່າລໍຖ້າ". ...

Read More »

ນາຍົກອັງກິດ Boris Johnson ເຈັບຫົວນຳປະຊາຊົນອີກແລ້ວ (ດ້ວຍຄວາມເປັນຫ່ວງແທ້ໆ).

ຜູ້ປະທ້ວງຈຳນວນຫຼາຍ ໄດ້ອອກມາປະທ້ວງລັດຖະບານອັງກິດ ພາຍຫຼັງທີ່ໄດ້ປະກາດມາດຕະການໃຫມ່ ກໍຄື ປະຊາຊົນທຸກຄົນ ທີ່ອອກໄປທີ່ສາທາລະນະ ເປັນຕົ້ນແມ່ນ ບັນດາຮ້ານຄ້າ ແລະ ຫ້າງຊັບພະສິນຄ້າຕ່າງໆ ຕ້ອງໄດ້ໃສ່ໜ້າກາກປ້ອງກັນ (ກ່ອນໜ້ານີ້ ຈຳກັດການໃສ່ໜ້າກາກ ສະເພາະຕອນທີ່ນຳໃຊ້ລະບົບຂົນສົ່ງສາທາລະນະ).ການຊຸມນຸມເລີ່ມຂຶ້ນໂດຍກຸ່ມທີ່ຮ້ອງຕົນເອງວ່າ Keep Britain Free ຊຶ່ງອ້າງໃນເວັບໄຊທາງການວ່າສະໜັບສະໜູນ “ສິດເສລີພາບໃນການສະແດງອອກ ເສລີພາບແຫ່ງການເລືອກ ແລະ ເສລີພາບແຫ່ງຄວາມຄິດ” ເຖິງຢ່າງໃດກໍ່ຕາມ ປະກົດວ່າ ມີຜູ້ຊຸມນຸມຈໍານວນໜຶ່ງ ຍັງໃສ່ໜ້າກາກມາຊຸມນຸມ, ຊຶ່ງສ້າງຄວາມສັບສົນຢູ່ບໍ່ໜ້ອຍ (ເພາະມາຊຸມນຸມຮຽກຮ້ອງເພື່ອບໍ່ໃສ່ໜ້າກາກ No mask ແຕ່ພັດໃສ່ໜ້າກາກ). Johnson ຍັງບອກຕື່ມວ່າ ຜູ້ຝ່າຝຶນ ຈະຖືກເຈົ້າໜ້າທີ່ປັບໄໝສູງສຸດ 100 ປອນ (ປະມານ 1,1 ລ້ານກີບ )#BorisJohnson ເຄີຍຕິດເຊື້ອ Covid ມາກ່ອນ ແລະ ຮັກສາຫາຍດີແລ້ວ.

Read More »

Rivian ໄດ້ລະດົມເງິນ 2,5 ພັນລ້ານໂດລາສະຫະລັດ ເພື່ອຜະລິດລົດບັນທຸກໄຟຟ້າ ແລະ ລົດ SUV…

ຫຼັງຈາກທີ່ເຮົາໄດ້ຮູ້ແລ້ວວ່າ ບໍລິສັດ Tesla ກຳລັງຜະລິດລົດໄຟຟ້າ ໂດຍມີການຮັບສົ່ງຂໍ້ມູນດ້ວຍຄວາມໄວສູງໃນລະດັບ 5G, ແຕ່ໃນວັນສຸກທີ່ຜ່ານມາ ບໍລິສັດ​ Rivian​ ຜູ້ຜະລິດລົດ SUV ແລະ​ ລົດບັນທຸກ ໄດ້ປະກາດວ່າ ໄດ້ລະດົມເງິນ ຈຳນວນ 2,5 ຕື້ໂດລາສະຫະລັດ ເພື່ອຜະລິດລົດໄຟຟ້າ Upstart, ເປັນການລະດົມທຶນຄັ້ງທີ 5 ຂອງບໍລິສັດໃນເວລາພຽງ 18 ເດືອນ, ເຊິ່ງບໍລິສັດໄດ້ລະດົມທຶນຈຳນວນ 2,85 ຕື້ໂດລາສະຫະລັດ ໃນ 4 ຮອບ ລະຫວ່າງເດືອນກຸມພາ ຫາ ເດືອນທັນວາຂອງ ປີ 2019. ສິ່ງເຫຼົ່ານີ້ ເຮັດໃຫ້ Rivian ໃຊ້ທຶນຫຼາຍກ່ວາ 5 ຕື້ໂດລາສະຫະລັດ ເພື່ອໃຊ້ຈ່າຍໃນການຜະລິດລົດບັນທຸກໄຟຟ້າ ແລະ ລົດ SUV ທີ່ກຳລັງຈະສົມບູນໃນໄວໆນີ້. ບໍລິສັດ Rivian ກຳລັງວາງແຜນທີ່ຈະສ້າງພາຫະນະເພື່ອຕອບສະໜອງຜູ້ບໍລິໂພກໃໝ່ສອງແບບ, ເຊິ່ງພວກເຂົາໄດ້ນຳສະເໜີ ຕໍ່ສາທາລະນະຊົນໃນ ປີ 2018 ວ່າມີລົດບັນທຸກໄຟຟ້າທີ່ເອີ້ນວ່າ R1T ແລະ ລົດ SUV ຫຼືທີ່ເອີ້ນວ່າ ...

Read More »