News

ບໍລິສັດ ຕັນຈົງມໍເຕີຣ໌ (ລາວ) ເປີດ campaign ໃຫຍ່ຈັບສະຫຼາກຫາຜູ້ໂຊກດີ

ເມື່ອເດືອນກໍລະກົດ ປີ 2019 ທີ່ຜ່ານມາ, ບໍລິສັດ ຕັນຈົງ ມໍເຕີຣ໌ (ລາວ) ຈໍາກັດ Tan Chong Motor (LAO) SOLE. Ltd. (“TCML”),    ເຊິ່ງເປັນຕົວແທນຜູ້ຈັດຈຳໜ່າຍລົດ ນິສສັນ Nissan ໃນກຸ່ມບໍລິສັດຕັນຈົງມໍເຕີຣ໌ໂຫດດີງສ໌ Tan Tan Motor Holdings Bhd (ປະເທດມາເລເຊຍ) ແລະ ຜູ້ເປັນໃຫ້ບໍລິການຫຼັງການຂາຍໃນລາຊະອານາຈັກກໍາປູເຈຍ, ປັດຈຸບັນໄດ້ເປີດແຄມເປນ campaign ໃຫຍ່ທີ່ໜ້າສົນໃຈຄື ‘A WIN A TERRA CAMPAIGN’ ຄືນກຳໄລໃຫ້ກັບລູກຄ້າທີ່ຊື້ລົດຈາກບໍລິສັດ ຕັ້ງແຕ່ຕອນນີ້ຈົນເຖິງເດືອນກຸມພາ ປີ 2020. ນີ້ເປັນຄັ້ງທຳອິດທີ່ບໍລິສັດຕັນຈົງມໍເຕີຣ Tan Chong Motor ໄດ້ເປີດແຄມເປນ campaign ໃໝ່ລ້າສຸດ ‘A WIN A TERRA CAMPAIGN’   ເປັນການຈັບສະຫຼາກຫາຜູ້ໂຊກດີ ໃນໄລຍະ 8 ເດືອນ. ສໍາລັບລູກຄ້າທີ່ຊື້ລົດ Nissan ທຸກລຸ້ນໃນໄລຍະເປີດແຄມເປນ campaign ...

Read More »

ງານວາງສະແດງ ເສດຖະກິດເຕັກນິກ ການຮ່ວມມືແມ່ນໍ້າຂອງ – ແມ່ນໍ້າລ້ານຊ້າງ 2019

ກະຊວງອຸດສາຫະກຳ ແລະ ການຄ້າ ຮ່ວມກັບ ສະພາການຄ້າແຫ່ງຊາດລາວ, ສະຖານທູດຈີນ ປະຈຳ ສປປ ລາວ,  ກົມສົ່ງເສີມການຄ້າ ແລະ ການລົງທຶນ, ສະພາສົ່ງເສີມການຄ້າສາກົນ ສປ ຈີນ. ໄດ້ເປີດງານວາງສະແດງ ເສດຖະກິດເຕັກນິກ ການຮ່ວມມືແມ່ນໍ້າຂອງ ແລະ ແມ່ນໍ້າລ້ານຊ້າງ ປີ 2019 ຄັ້ງທີ 4 ຂຶ້ນຢ່າງເປັນທາງໃນວັນທີ 25  ພະຈິກ 2019  ແລະ ງານນີ້ ຈະໄດ້ດຳເນີນວາງສະແດງຈົນໄປເຖິງວັນທີ 28 ພະຈິກ ທີ່ຈະມາເຖິງນີ້ຢູ່ທີ່ ສູນການຄ້າ ລາໄອເຕັກ (ຕຶກເກົ່າ). ເຊີນຊວນທຸກໆໄປທ່ຽວຊົມງານວາງສະແດງໄດ້. ໂດຍການເຂົ້າຮ່ວມຂອງທ່ານ ບຸນມີ ມະນີວົງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ນາງ ສື ຕົງຫລີ ຮອງຫົວໜ້າກົມ ສົ່ງເສີມການຄ້າ ແລະ ການລົງທຶນ, ສະພາສົ່ງເສີ່ມການຄ້າສາກົນ ສປ ຈີນ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານສະພາການຄ້າ ...

Read More »

ຂ່າວດີ!!! ສຳລັບນັກສຶກສາ ຮຽນເກັ່ງແຕ່ຂາດທຶນຮຽນ ມີທຶນດີໆ ຈາກ ທູດຈີນ ມາໃຫ້

ມະຫາວິທະຍາໄລແຫ່ງຊາດ ຫ້ອງການຄຸ້ມຄອງນັກສຶກສາ ແຈ້ງການ ເປີດສະໝັກຮັບທຶນການສຶກສາຂອງ ສະຖານທູດ ສປ ຈີນ ປະຈຳ ສປປ ລາວ ໃນສົກສຶກສາ 2019-2020. ຂໍຖືເປັນກຽດແຈ້ງມາຍັງ ຄະນະບໍດີທຸກໆຄະນະວິຊາ ແລະ ແຈ້ງເຖິງນັກສຶກສາປີທີ 1 ທີ່ມີຜົນການຮຽນດີ, ມີຄຸນສົມບັດດຄໍີແຕ່ຄອບຄົວທຸກຍາກ ພາຍໃນຄະນະວິຊາຂອງທ່ານ ເພື່ອສະໝັກຮັບທຶນການສຶກສາ ຈາກ ສະຖານທູດຈີນ ປະຈໍາ ສປປ ລາວ. ກະລຸນາສົ່ງແບບຟອມໃຫ້ຫ້ອງການຄຸ້ມຄອງນັກສຶກສາ ຫ້ອງ 104 ກ່ອນວັນທີ 20 ພະຈິກ 2019. ສາມາດຕິດຕໍ່ສອບຖາມໄດ້ທີ່ຫ້ອງການຄຸ້ມຄອງນັກສຶກສາ ມະຫາວິທະຍາໄລແຫ່ງຊາດ ໂທ 021 770392 ດາວໂຫລດແບບຟອມສະໝັກໄດ້ ທີ່ລິ້ງນີ້ ! https://drive.google.com/file/d/1UrLNiopbUqawrWMs6-HRr0PrCxuknbvY/view?usp=drivesdkໝາຍເຫດ: ທຶນຈີນ ແຕ່ຮຽນຢູ່ລາວ

Read More »

ລັດຖະບານເລັ່ງແກ້ໄຂ ການເກັບຄ່າຜ່ານທາງຢູ່ຈຳປາສັກ ເພື່ອຄວາມຍຸຕິທຳຕໍ່ທຸກຝ່າຍ

ເນື່ອງຈາກໄລຍະຜ່ານມາ ມີສຽງຫາງສຽງຈົ່ມວ່າຈາກສັງຄົມ ກໍລະນີການເກັບຄ່າທຳນຽມຜ່ານທາງ ຢູ່ແຂວງຈຳປາສັກ ເຊິ່ງບໍລິສັດເອກະຊົນໄດ້ປັບປຸງ ແລະ ຂະຫຍາຍເສັ້ນທາງໃຫ້ກວ້າງຂວາງ ເພື່ອຮອງຮັບການຄົມມະນາຄົມໃຫ້ສະດວກຂຶ້ນຕື່ມ ໂດຍສະເພາະແມ່ນ ການສຳປະທານ ໂຄງການກໍ່ສ້າງເສັ້ນທາງເລກທີ 16 A (ແຕ່ຂົວປາກເຊ-ຊາຍແດນວັງເຕົ່າ). ສະນັ້ນ, ຕໍ່ກັບບັນຫາດັ່ງກ່າວ ລັດຖະບານ ກໍໄດ້ຮີບຮ້ອນໃຫ້ບັນດາກະຊວງທີ່ຮັບຜິດຊອບເລັ່ງແກ້ໄຂ ເພື່ອຄວາມຍຸຕິທຳແກ່ທຸກຝ່າຍ. ດັ່ງນັ້ນ, ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແຈ້ງການ ສະບັບເລກທີ 1932 /ຫສນຍ ລົງວັນທີ 12 ພະຈິກ 2019 ເຖິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ; ທ່ານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ; ທ່ານລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ທ່ານ ເຈົ້າແຂວງໆຈຳປາສັກ ຈົ່ງໃຫ້ທິດຊີ້ນໍາກ່ຽວກັບຜົນການກວດກາໂຄງການກໍ່ສ້າງເສັ້ນທາງເລກທີ 16 A (ແຕ່ຂົວປາກເຊ-ຊາຍແດນວັງເຕົ່າ) ແລະ (ແຕ່ສາມແຍກສາລາຂຽວຫຼັກ 9 – ທາງແຍກເລກທີ 16 A ຢູ່ເມືອງປາກຊ່ອງ, ແຂວງ ຈໍາປາສັກ). ໂດຍອີງຕາມເອກະສານລາຍງານ ສະບັບເລກທີ 2015/ກຜທ. ລທ ...

Read More »

ລັດຖະບານ ເລັ່ງແກ້ໄຂຂໍ້ຄົງຄ້າງຍູ້ເສດຖະກິດໃຫ້ດີຂຶ້ນ

ປີ 2020 ລັດຖະບານຈະສືບຕໍ່ແກ້ໄຂຂໍ້ຄົງຄ້າງທີ່ເປັນບັນຫາຕໍ່ການພັດທະນາເສດຖະກິດ – ສັງຄົມ ຢ່າງເປັນຮູບປະທຳ, ຂະນະທີ່ທ່ານນາຍົກເຊື່ອວ່າເສດຖະກິດຈະດີຂຶ້ນ ເນື່ອງຈາກວ່າໂຄງການໃຫຍ່ໆຫຼາຍໂຄງການຈະເລີ່ມຈັດຕັ້ງປະຕິບັດ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຊີ້ແຈງຕໍ່ຂໍ້ຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ ໃນວາລະດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ VIII, ໃນວັນທີ 15 ພະຈິກນີ້ ກ່ຽວກັບຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ – ສັງຄົມ ປີ 2019 ແລະ ທິດທາງປີ 2020. ທ່ານນາຍົກ ກ່າວວ່າ: ລັດຖະບານໄດ້ທົບທວນຄືນບັນດາຄາດໝາຍສູ້ຊົນທີ່ໄດ້ຕັ້ງໃຈຜັນຂະຫຍາຍແຜນພັດທະນາ 2019 ແລະ ໄດ້ກຳນົດທິດທາງທີ່ຈະແກ້ໄຂບັນຫາທີ່ຄົງຄ້າງທີ່ໄດ້ລາຍງານຕໍ່ປະຊຸມ ໃນວັນທີ 7 ພະຈິກ 2019 ຜ່ານມາ ເຊິ່ງລັດຖະບານໄດ້ມີຄວາມພະຍາຍາມຢ່າງສູງໃນການຈັດຕັ້ງປະຕິບັດແຜນດັ່ງກ່າວ ໂດຍສະພາບແວດລ້ອມທີ່ທ້າທາຍ ແຕ່ລັດຖະບານກໍໄດ້ສຸມກຳລັງແຮງປຸກລະດົມທົ່ວສັງຄົມ ໂດຍລວມແລ້ວຮັກສາໄດ້ຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມໄວ້ໄດ້. ລັດຖະບານຈະໄດ້ສືບຕໍ່ຄົ້ນຄວ້າບໍລິຫານລັດຢ່າງຮັດກຸມ ປະຕິບັດບັນດາກົດໝາຍ, ດຳລັດຢ່າງເຄັ່ງຄັດ ແລະ ຈຳກັດການຄ້າຂາຍເຖື່ອນ, ປາບປາມຢາເສບຕິດ ແລະ ຈະສືບຕໍ່ແກ້ໄຂບັນດາເຫດການຕ່າງໆ ແລະ ພະຍາຍາມປົກປ້ອງສິ່ງທີ່ຖືກຕ້ອງ ແລະ ບໍລິຫານງານປະເທດດ້ວຍຄວາມເປັນທຳ. ໃນຂະນະທີ່ການຂະຫຍາຍຕົວຂອງເສດຖະກິດປີນີ້ຈະຢູ່ໃນລະດັບ 6,4% ...

Read More »

 ພິທີມອບ-ຮັບ ສະຖາບັນໂພຊະນາການແຫ່ງຊາດ ແລະ ໂຄງການລິເລີ່ມດ້ານໂພຊະນາການ ລາວ-ອາເມລິກາ

ສະຫະລັດອາເມລິກາ ແລະ ກະຊວງສາທາລະນະສຸກຂອງ ສປປ ລາວ ໄດ້ຮ່ວມມືກັນຢ່າງໃກ້ຊິດໃນການເປີດສະຖາບັນໂພຊະນາການແຫ່ງຊາດ ແລະ ໂຄງການລິເລີ່ມດ້ານໂພຊະນາການ ລາວ-ອາເມລິກາ ໃນວັນທີ 14 ພະຈິກ 2019 ທີ່ນະຄອນຫຼວງວຽງຈັນ ເພື່ອຊ່ວຍປັບປຸງວຽກງານໂພຊະນາການຂອງປະຊາຊົນລາວໂດຍສະເພາະເດັກນ້ອຍ. ສະຖາບັນໃຫມ່ແຫ່ງນີ້ ປະກອບ ມີຫ້ອງກວດພະຍາດ ແລະ ຫ້ອງຮຽນ ເຊິ່ງໄດ້ຖືກສ້າງຂື້ນໂດຍຄວາມພະຍາຍາມຂອງ ກອງວິສະວະກອນ ກອງທັບສະຫະລັດ (USACE) ລວມມີມູນຄ່າ 3.9 ລ້ານໂດລາສະຫະລັດ. ໃນພິທີເປີດທີ່ນະຄອນຫຼວງວຽງຈັນໃຫ້ກຽດເຂົ້າຮ່ວມໂດຍ ມີ ທ່ານ ຮສ. ດຣ. ບຸນກອງ ສີຫາວົງ, ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ດຣ. ເນົາ ບຸດຕາ, ຫົວໜ້າຫ້ອງວ່າການ ກະຊວງສາທາລະນະສຸກ, ທ່ານ ໂຄລິນ ຄຣອສບີ, ອຸປະທູດ ສະຫະລັດ ອາເມລິກາ ປະຈຳລາວ, ແລະ ທ່ານ ພົົນ ຈັດຕະວາ ໂທມາສ ເຈ ທິກເນີ, ຜູ້ບັນຊາການ ແລະ ວິສະວະກອນຂັ້ນກອງພົນ ສຳລັບພະແນກມະຫາສະໝຸດປາຊິຟິກ ຂອງກອງວິສະວະກອນກອງທັບສະຫະລັດ ...

Read More »

ຄັ້ງທຳອິດ!!! ຮ້ານອາຫານເລີ ປາແດກ ຈັດງານສົ່ງເສີມສີໄມ້ລາຍມືຂອງຄົນລາວ

ຮ້ານອາຫານ ເລີປາ ແດກ ຮ່ວມກັບບັນດານັກອອກແບບລາວ ໄດ້ຈັດງານຕະຫຼາດນັດ ສືບສານ ແລະ ສົ່ງເສີມຜະລິດຕະພັນ, ສິລະປະງານສີມື , ຄວາມຄິດສ້າງສັນ ໂດຍຄົນລາວ ເປັນຄັ້ງທຳອິດ ” HANDICRAFT MARKET” ໃນວັນເສົາ-ອາທິດ ວັນທີ 16 – 17 ພະຈິກ 2019 ທີ່ຜ່ານມາ. ທັງນີ້, ເພື່ອເປັນການຮັກສາວັດທະນະທຳ-ຮີດຄອງປະເພນີລາວ, ສົ່ງເສີມການນຳໃຊ້ສິນຄ້າຂອງຄົນລາວເອງ ແລະ ເຮັດໃຫ້ເປັນທີ່ຮູ້ຈັກຂອງຄົນລາວ ແລະ ຕ່າງປະເທດຢ່າງກວ້າງຂວາງຂຶ້ນຕື່ມ.   ພາຍໃນງານ ແມ່ນສຳຜັດໄດ້ເຖິງບັນຍາກາດຄວາມເປັນລາວແບບຍຸກສະໄໝໃຫມ່, ໄດ້ມີຫ້າງຮ້ານຫຼາຍກວ່າ 23 ແບຣນຂອງຄົນລາວເຂົ້າຮ່ວມວາງສະແດງ ບໍ່ວ່າຈະເປັນ ຜ້າໃໝລາວ, ເຄື່ອງປະດັບ, ເຄື່ອງນຸ່ງຖື, ເຄື່ອງໃຊ້ຂອງສ້ອຍ, ອາຫານ, ເຄື່ອງດື່ມ ແລະ ອື່ນໆ. ປີນີ້, ງານຕະຫຼາດນັດຮ່ວມສົ່ງເສີມສີໄມ້ລາຍມີຄົນລາວແມ່ນ​ໄດ້ສິ້ນສຸດລົງຢ່າງຈົບງາມ ເຊິ່ງກໍໄດ້ມີຜູ້ຄົນໃຫ້ຄວາມສົນໃຈຫຼາຍທັງສອງມື້ບໍ່ວ່າຈະເປັນຄົນລາວເຮົາເອງ ແລະ ຄົນຕ່າງປະເທດ ເຊື່ອວ່າງານດີໆແບບນີ້ຈະໄດ້ຈັດຂຶ້ນອີກໃນຄັ້ງຕໍ່ໆໄປ. ຢ່າລືມ!!! ຕິດຕາມ ຮ້ານອາຫານ ເລີ ປາແດກ  ເພາະຮ້ານນີ້ເພິ່ນມັກຈະມິກິດຈະກຳຫຼາຍຢ່າງເພື່ອສົ່ງເສີມວັດທະນະທຳ ຮີດຄອງປະເພນີລາວເລື້ອຍໆ. #LePadaek   #ພູມໃຈໃນຄວາມເປັນລາວ #ຄົນລາວສົ່ງເສີມສະໜັບສະໜູນສິນຄ້າລາວ.  

Read More »

ອີທີແອລ ໂສມໜ້າໃຫມ່ ເຄື່ອງໝາຍການຄ້າໃຫມ່, ເຄື່ອຂ່າຍໃຫມ່, ບໍລິການໃຫມ່

ບໍລິສັດ ອີທີແອລ ຈຳກັດ, ໄດ້ຈັດງານເປີດໂຕເຄື່ອງໝາຍການຄ້າໃຫມ່, ເຄືອຂ່າຍໃຫມ່່, ບໍລິການໃຫມ່ ແລະ ເປີດໃຫ້ບໍລິການ 4,5G ຢ່າງເປັນທາງການ. ໃນຕອນຄໍ່າວັນທີ 15 ພະຈິກ 2019, ທີ່ ໂຮງແຮມ ແລນມາກ. ພາຍໃຕ້ການເປັນປະທານຂອງ ທ່ານ ບຸນສະເຫຼີມໄຊ ເຄນນາວົງ ຮອງລັດຖະມົນຕີ ກະຊວງ ໄປສະນີຄົມມະນາຄົມ ແລະ ການສື່ສານ, ໂດຍເປັນກຽດເຂົ້າຮ່ວມມີ ທ່ານ ປອ ທັນສະໄໝ ກົມມະສິດລັດຖະມົນຕີ ກະຊວງ ໄປສະນີຄົມມະນາຄົມ ແລະ ການສື່ສານ, ທ່ານ ຮວງ ສູຢຸນ (Huang SHUYUN) ຜູ້ອຳນວຍການໃຫຍ່ ບໍລິສັດ ອີທີແອລ ຈໍາກັດ ພ້ອມດ້ວຍຄະນະ ແລະ ແຂກຜູ້ມີກຽດຈາກພາກລັດ ແລະ ເອກະຊົນ, ລູກຄ້າ ແລະ ຮ້ານຕົວແທນຈຳໜ່າຍ ຂອງ ອີທີແອລ ເຂົ້າຮ່ວມງານ. ເຄື່ອຂ່າຍ ອີທີແອລ ເລີ່ມເປີດໃຫ້ບໍລິການແຕ່ປີ 2000 ເປັນຕົ້ນມາ, ໃນປີ ...

Read More »

ສູນລາວແລນໂລເວີ ໄດ້ຈັດກິດຈະກຳ ທົດລອງຂັບລົດແບບວິບາກ ຫຼື ອ໋ອບໂຣດ

ສູນລາວແລນໂລເວີ ໄດ້ຈັດກິດຈະກຳ ທົດລອງຂັບລົດແບບວິບາກ ຫຼື ອ໋ອບໂຣດ (The Above & Beyond Tour ) ຢູ່ທີ່ບຶງທາດຫຼວງ ເຂດເສດຖະກິດພິເສດ ໃນວັນທີ 1-3 ພະຈິກ 2019 ທີ່ຜ່ານມາ. ແລະ ຂໍສະແດງຄວາມຍິນດີນຳ ທ່ານ ດານຸພົນ ວົງຄີລີ ທີ່ເປັນຜູ້ຊະນະໃນງານທົດລອງຂັບລົດແບບ ອ໋ອບໂລດ The Above & Beyond Tour ທີ່ຈະໄດ້ໄປຮ່ວມກິດຈະກຳຂອງແລນໂລເວີ ທີ່ປະເທດນາມິເບຍ (ແອບຟຣິກາໃຕ້) ກິດຈະກຳງານ Land Rover The Above & Beyond Tour ຖືເປັນອີກງານໜຶ່ງທີ່ມີຄວາມເປັນເອກະລັກທີ່ບໍ່ຄືໃຜ ເປັນໂອກາດທີ່ດີຫຼາຍສຳລັບລູກຄ້າທີ່ໄດ້ເຂົ້າມາສຳພັດເຖິງສະມັດຖະນະ ແລະ ຄວາມສາມາດຂອງລົດ SUV ອັນດັບໜຶ່ງ ທີ່ບໍ່ມີໃຜທຽບໄດ້. ໂດຍໄດ້ມີຜູ້ຊ່ຽວຊານຈາກຕ່າງປະເທດທີ່ມີປະສົບການດ້ານການຂັບຂີ່ທາງວິບາກແບບອ໋ອບໂຣດ ໄດ້ມາໃຫ້ຄຳແນະນຳໃນການຮັບມືກັບທຸກສະພາບພູມສັນຖານຂອງປະເທດທີ່ຍາກລຳບາກທີ່ສຸດບໍ່ວ່າຈະເປັນພື້ນທີ່ສູງຊັນ, ຂຸຂະ, ລົງນໍ້າບວກ, ຂຸມ ຈົນເຖິງເສັ້ນທາງທີ່ມີຄວາມທ້າທາຍທີ່ສຸດທີ່ເຄີຍມີມາຢ່າງໝັ້ນໃຈ. ໃນປີນີ້ ຮູບແບບການຈັດງານແມ່ນແບບອ໋ອບໂຣດ ຫຼື ທາງວິບາກຂ້າມສິ່ງກີດຂວາງ ແລະ ທາງລາດຊັນທີ່ເປັນເນີນຄ້ອຍ ...

Read More »

ມາເບິ່ງ!!! ເງື່ອນສຸຂານາໄມພືດ ສໍາລັບ ການສົ່ງອອກມັນດ້າງ ຈາກ ສປປ ລາວ ໄປ ສປ ຈີນ

ເພື່ອຮັບປະກັນຄວາມປອດໄພໃນການສົ່ງອອກມັນດ້າງ ຂອງ ສປປ ລາວ ໄປຍັງ ສປ ຈີນ ຈຶ່ງໄດ້ມີຂໍ້ກໍານົດການສົ່ງອອກຈາກລາວ ແລະ ການນໍາເຂົ້າໄປຈີນ. ເຊິ່ງຂໍ້ກໍານົດນີ້ແມ່ນມີຈຸດປະສົງເພື່ອຮັບປະກັນຄວາມປອດໄພທາງດ້ານນິເວດວິທະຍາ ແລະ ອຸດສາຫະກໍາ ຂອງ ສປ ຈີນ ໂດຍອີງໃສ່ຜົນການວິໄຈ, ການປະເມີນຄວາມສ່ຽງສັດຕູພືດ ແລະ ຫຼັກການດ້ານມາດຕະການສຸຂານາໄມ ແລະ ສຸຂານາໄມພືດ ຂອງອົງການ ການຄ້າໂລກ (WTO/SPS). ສະນັ້ນ, ສປປ ລາວ ຕ້ອງໄດ້ປະຕິບັດຕາມ ຂໍ້ກໍານົດ ໃນການສົ່ງອອກມັນດ້າງເຂົ້າໄປຈີນ ຕາມເງື່ອນໄຂ ແລະ ຂັ້ນຕອນ. ຜູ້ປະກອບການ ຫຼື ຊາວກະສິກອນ ທີ່ຜະລິດມັນດ້າງ ຕ້ອງປະຕິບັດຕາມລະບົບຄຸ້ມຄອງເອກະສານ ແລະ ຂໍ້ມູນທີ່ກ່ຽວຂອ້ງ ເຊັ່ນ: ຊື່, ທີ່ຢູ່ ແລະ ເລກລະຫັດຈົດບັນທຶກຕິດຕາມການຜະລິດ ເພື່ອການຕິດຕາມ ແລະ ຄຸ້ມຄອງ ການຜະລິດໃຫ້ໄດ້ປະສິດທິພາບ ແລະ ປອດໄພ ກໍຄື: ຝ່າຍລາວຕ້ອງມີມາດຕະການເຄັງຂັດ ໃນການເຝົ້າລະວັງສັດຕູພືດ ແລະ ກວດກາຄວາມປອດໄພຈາກສານຕົກຄ້າງ ຂອງຢາປາບສັດຕູພືດ, ໂລຫະໜັກ ແລະ ...

Read More »