News

ເຈົ້າແຂວງຫຼວງພະບາງ ລົງຢ້ຽມຢາມປະຊາຊົນ 8 ບ້ານຖືກໄພພິບັດ ຢູ່ເມືອງນານ

ວັນທີ 1 ສິງຫາ 2019 ທ່ານ ຄໍາຂັນ ຈັນທະວີສຸກ ເຈົ້າແຂວງຫຼວງພະບາງ ພ້ອມຄະນະໄດ້ລົງຢ້ຽມຢາມປະຊາຊົນ 8 ບ້ານ ທີ່ຖືກຜົນກະທົບ ຈາກໄພພິບັດນໍ້າຖ້ວມ ຢູ່ເມືອງນານ, ພ້ອມກັບມອບເຂົ້າສານ, ອາຫານແຫ້ງ ແລະ ເງິນ ຈຳນວນ 50,290,000 ກີບ ໂອກາດນີ້, ທ່ານ ບຸນທີ ມະນີວົງ ຮອງເຈົ້າເມືອງໄດ້ລາຍງານ ສະພາບໄພພິບັດນໍ້າຖ້ວມວ່າ: ໃນວັນທີ 30 ກໍລະກົດ ໄດ້ມີຝົນຕົກໜັກຫຼາຍຊົ່ວໂມງຕິດຕໍ່ກັນ ເຮັດໃຫ້ນ້ຳນານຍຶ່ງຂຶ້ນ ແລະ ໄຫຼຖ້ວມເຮືອນ, ເນື້ອທີ່ການຜະລິດ ແລະ ສັດລ້ຽງ ຂອງປະຊາຊົນ 8 ບ້ານ ຄື: ບ້ານນາຝາຍ, ນາເລົາ, ປ່າໄຜ, ສີບຸນເຮືອງ, ສີມຸງຄຸນ, ໂພນຫີນ, ນາເຄີນ ແລະ ບ້ານທາດ, ມີຜູ້ຖືກຜົນກະທົບທັງໝົດ 338 ຄອບຄົວ ພົນລະເມືອງ 1.722 ຄົນ, ຍິງ 885 ຄົນ ໃນນັ້ນ, ...

Read More »

ນາຍົກລັດຖະມົນຕີລາວ ນໍາໃຊ້ລົດເມ ໃນການເດີນທາງລົງຊຸກຍູ້ການຜະລິດ

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ນຳພາຄະນະເດີນທາງດ້ວຍລົດເມ ເຄື່ອນໄຫວພົບປະໂອ້ລົມປະຊາຊົນ ເມືອງຫາດຊາຍຟອງ ພ້ອມທັງລົງຊຸກຍູ້ຂະບວນການຜະລິດພືດຜັກປອດສານເຄມີ ຂອງກຸ່ມຜະລິດກະສິກຳສະອາດ ບ້ານຫາດກັນຊາ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ. ໃນຕອນບ່າຍ ວັນທີ 5 ສິງຫາ 2019,  ການເຄື່ອນໄຫວພົບປະໂອ້ລົມຈັດຂື້ນຢູ່ວັດປ່າເປົ້າ ບ້ານບໍ່ໂອ ໂດຍມີ ທ່ານ ວົງເດືອນ ບຸນຍະແສງ ເຈົ້າເມືອງ ເມືອງຫາດຊາຍຟອງ, ພ້ອມດ້ວຍປະຊົນ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນເຂົ້າຮ່ວມ.
 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ໃຫ້ທິດຊີ້ນໍາຕໍ່ອົງການປົກຄອງເມືອງ ກໍ່ ຄືປະຊາຊົນ ພາຍໃນເມືອງຫາດຊາຍຟອງ ເອົາໃຈໃສ່ຈັດຕັ້ງປະຕິບັດທຸກຂົງເຂດວຽກງານທີ່ຕົນເອງຮັບໃຫ້ສໍາເລັດຜົນ ໂດຍສະເພາະການຜະລິດກະສິກໍາເປັນສີນຄ້າ, ການປ້ອງກັນ ແລະ ສະກັດກັ້ນ ການລະບາດຂອງພະຍາດໄຂ້ຍຸງລາຍ, ພະຍາດອາຫິວາຫມູອາຟຣິກກາ ພ້ອມທັງກະກຽມຄວາມພ້ອມດ້ານຕ່າງໆໃຫ້ແກ່ກອງປະຊຸມໃຫຍ່ສາມຂັ້ນຂອງເມືອງ ໃຫ້ປະສົມຜົນສໍາເລັດ.   ໂອກາດດຽວກັນນີ້ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ໄປເບິ່ງການປູກຜັກເປັນສິນຄ້າ ຂອງກຸ່ມປູກຜັກສະອາດ ຂອງປະຊາຊົນ ບ້ານຫາດກັນຊາ ເມືອງຫາດຊາຍຟອງ ຕື່ມອີກ, 
 ໄດ້ຮັບຟັງການລາຍງານຫຍໍ້ ...

Read More »

ເຍົາວະຊົນລາວ ໄດ້ຮັບ 2 ລາງວັນ ການແຂ່ງຂັນຫຸ່ນຍົນນາໆຊາດ ທີ່ ສ ເກົາຫຼີ

ເຍົາວະຊົນລາວ ຈາກສູນຮຽນຮູ້ VF Learning Center ກວດ 2 ລາງວັນ ການແຂ່ງຂັນຫຸ່ນຍົນນາໆຊາດ (2019 International Youth Robot Competition Korea) ທີ່ຈັດຂຶ້ນໃນລະຫວ່າງວັນທີ 2-3 ສິງຫາ 2019 ທີ່ ເດຊອນ (Daejeon) ສ ເກົາຫຼີ. ສໍາລັບການແຂ່ງຂັນຄັ້ງນີ້, ມີຜູ້ເຂົ້າຮ່ວມແຂ່ງຂັນຈຳນວນ 2,000 ກວ່າຄົນ ແລະ 30 ກວ່າປະເທດ, ໂດຍນ້ອງໆ ສາມາດຍາດໄດ້ 2 ລາງວັນຄື: ໄດ້ອັນດັບ 2 ປະເພດການແຂ່ງຂັນນໍາໃຊ້ຫຸ່ນຍົນ ຕີມວຍ HUMANOID BOXING COMPETITION ແລະ ໄດ້ອັນດັບ 3 ປະເພດ ຄວາມຄິດສ້າງສັນໃນການອອກແບບຮຸ່ນຍົນ CREATIVE DESIGNS SENIOR COMPETITION.

Read More »

ສະຫວັນນະເຂດ ວາງສີລາເລີກໂຄງການກໍ່ສ້າງຕ້ານເຈື່ອນແຄມແມ່ນ້ຳຂອງ

ພິທີເປີດໂຄງການກໍ່ສ້າງ ຕ້ານເຈື່ອນແຄມແມ່ນ້ຳຂອງ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 1 ສິງຫາ 2019 ທີ່ສາລາແຄມຂອງ, ນະຄອນ ໄກສອນ ພົມວິຫານ ແຂວງສະ ຫວັນນະເຂດ,ໂດຍການ ເປັນ ກຽດເຂົ້າຮ່ວມໃນພິທີຂອງ ທ່ານ ທ່ອນແກ້ວ ພຸດທະໄກຍະ ລາດ ຮອງເຈົ້າແຂວງສະຫວັນ ນະເຂດ, ທ່ານ ຄຳທະວີ ໄທ ພະຈັນ ຫົວໜ້າກົມເຄຫາ-ຜັງ ເມືອງ ກະຊວງ ຍທຂ, ມີເຈົ້າ ນະຄອນ ໄກສອນ ພົມວິຫານ, ຫົວໜ້າພະແນກ ຍທຂ, ຫົວ ໜ້າໂຄງການ GMS, ປະທານ ບໍລິສັດລາວມີໄຊ ກໍ່ສ້າງຈຳກັດ, ພະແນກການກົມກອງອ້ອມ ຂ້າງແຂວງ, ແຂກຖືກເຊີນ ແລະພາກສ່ວນກ່ຽວຂ້ອງເຂົ້າ ຮ່ວມ. ໃນພິທີ, ທ່ານ ພົມມາ ວົງ ພະຈິດ ຫົວໜ້າໂຄງການ ພັດທະນາຕົວເມືອງຕາມແລວເສດ ຖະກິດຕາເວັນອອກ-ຕາເວັນ ຕົກອະນຸພາກພື້ນແມ່ນ້ຳຂອງ (SMS) ໄດ້ຂຶ້ນກ່າວລາຍງານ ໂດຍຫຍໍ້ກ່ຽວກັບຄວາມເປັນ ມາຂອງໂຄງການ ເຊິ່ງໂຄງການ ...

Read More »

ສະພາບເສັ້ນທາງ ເຂດບ້ານນາທົ່ມ ເມືອງໄຊທານີ ນະຄອນຫລວງວຽງຈັນ (ເບິ່ງຄລິບ)

Read More »

ກວດພົບການຫັນປ່ຽນປະເພດດິນ ບໍ່ຖືກກົດໝາຍ ເນື້ອທີ່ເກືອບ 6 ແສນຕາແມັດ

ຕາມການຕິດຕາມກວດກາ ເຫັນວ່າມີການຫັນປ່ຽນ, ປ່ຽນເປົ້າໝາຍ ໃນການນໍາໃຊ້ທີ່ດິນພາຍໃນແຂວງເປັນຈຳນວນຫຼາຍ ທ່ານ ສົມສະຫງວນ ສຸວັນນະລາດ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ລາຍງານ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາປະຊາຊົນແຂວງບໍລິຄຳໄຊ ຊຸດທີ I ໃນວັນທີ 30 ກໍລະກົດ 2019 ຢູ່ຫ້ອງປະຊຸມສະພາແຫ່ງຊາດແຂວງບໍລິຄຳໄຊ. ໄລຍະຜ່ານມາທາງພະແນກໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ໄດ້ລົງກວດກາຊຸ່ມບາງບ້ານເປົ້າໝາຍ ໃນ 5 ເມືອງ, 35 ບ້ານ ພົບເຫັນການຫັນປ່ຽນປະເພດດິນ ແລະ ປ່ຽນເປົ້າໝາຍການນໍາໃຊ້ທີ່ດິນ ໂດຍບໍ່ໄດ້ຮັບອະນຸຍາດ ແລະ ບໍ່ຖືກຕ້ອງຕາມລະບຽບ, ກົດໝາຍ ຕອນດິນທີ່ຫັນປ່ຽນປະເພດ ມີຈຳນວນ 141 ຕອນ ເນື້ອທີ່ 384.484 m2 ແລະ ຕອນດິນທີ່ປ່ຽນເປົ້າໝາຍການນຳໃຊ້ 128 ຕອນ ເນື້ອທີ່ 213.043 m2, ສ່ວນໃຫຍ່ ແມ່ນການຖົມເນື້ອທີ່ດິນກະສິກໍາ ເຂດໃຈກາງເມືອງ, ອ້ອມຂ້າງໃຈກາງເມືອງ ແລະ ເຂດຊົນນະບົດຂອງແຕ່ລະເມືອງ ມາເປັນປະເພດດິນປຸກສ້າງທີ່ຢູ່ອາໃສ ແລະ ດິນອຸດສາຫະກໍາ-ການຄ້າການບໍລິການ, ສ່ວນຢູ່ເຂດຊົນນະບົດ-ພູດອຍ ແມ່ນປ່ຽນເປົ້າໝາຍການນໍາໃຊ້ເນື້ອທີ່ດິນຈາກທີ່ດິນປ່າໄມ້ ...

Read More »

ອີກແລ້ວ!!!! ແຈ້ງການ ປັບຂຶ້ນລາຄາຂາຍຍ່ອຍນໍ້າມັນທົ່ວປະເທດ ເລີ່ມ 2 ສິງຫານີ້

ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ມີການປັບລາຄານ້ຳມັນໜ້າປ້ຳຂຶ້ນ ໃນຂອບເຂດທົ່ວປະເທດ ເລີ່ມປະຕິບັດ ວັນທີ 2 ສິງຫາ 2019 ເວລາ 06:00ໂມງ ຫຼັງຈາກຫາກໍຂຶ້ນລາຄານໍ້າມັນໄດ້ບໍ່ຮອດເດືອນໃນວັນທີ 17 ກໍລະກົດ ທີ່ຜ່ານມາ ກໍປັບຂຶ້ນອີກຄັ້ງ ໃນມຶ້ນີ້. ນ້ຳມັນແອັດຊັງພິເສດ ປັບຂື້ນ 220 ກີບ/ລິດ ນ້ຳມັນແອັດຊັງທຳມະດາ ປັບຂື້ນ 110 ກີບ/ລິດ ນ້ຳມັນກາຊວນປັບຂຶ້ນ 100 ກີບ

Read More »

ສາເຫດສຳຄັນທີ່ເຮັດໃຫ້ເງິນກີບອ່ອນຄ່າລົງ ແລະ ອັດຕາເງິນເຟີ້ປັບຕົວສູງຂຶ້ນ

ການຂາດດຸນການຄ້າກັບຕ່າງປະເທດຂອງລາວ ຄືສາເຫດສຳຄັນທີ່ເຮັດໃຫ້ເງິນກີບອ່ອນຄ່າລົງ ແລະອັດຕາເງິນເຟີ້ປັບຕົວສູງຂຶ້ນ ເມື່ອບໍ່ດົນມານີ້ ເຈົ້າໜ້າທີ່ຂັ້ນສູງຂອງກອງທຶນການເງິນສາກົນ ຫຼື IMF ປະຈຳອາຊຽນ ເປີດເຜີຍວ່າ ການຂາດດຸນການຄ້າຕ່າງປະເທດຂອງລາວ ຄືສາເຫດສຳຄັນທີ່ເຮັດໃຫ້ເງິນ ກີບອ່ອນຄ່າລົງ ແລະ ອັດຕາເງິນເຟີ້ກໍປັບຕົວສູງຂຶ້ນດ້ວຍເຊັ່ນກັນ ທັງຍັງເຮັດໃຫ້ທຶນສຳຮອງ ເງິນຕາຕ່າງປະເທດຂອງລັດຖະບານລາວ ຫຼຸດລົງຢ່າງຕໍ່ເນື່ອງ ເພາະການຂາດດຸນການຄ້າຕ່າງປະເທດ ເຮັດໃຫ້ລັດຖະບານລາວ ຕ້ອງໃຊ້ເງິນຕາຕ່າງປະເທດ ເພື່ອຊຳລະລາຄາສິນຄ້າທີ່ນຳເຂົ້າຫຼາຍກວ່າ ການສົ່ງອອກໄປຕ່າງປະເທດນັ້ນເອງ. ຈາກລາຍງານຂອງກະຊວງອຸດສາຫະກຳ ແລະການຄ້າໃຫ້ຮູ້ວ່າ ແຕ່ເດືອນ 1-6 ປີ 2019 ມູນຄ່າການນໍາເຂົ້າ ແລະ ສົ່ງອອກທັງໝົດປະມານ 5.469,47 ລ້ານໂດລາສະຫະລັດ ໃນນັ້ນສົ່ງອອກປະມານ 2.743,69 ລ້ານໂດລາສະຫະລັດ ແລະ ນໍາເຂົ້າປະມານ 2.725,77 ລ້ານໂດລາສະຫະລັດ ເກີນດຸນການຄ້າປະມານ 17,92 ລ້ານໂດລາສະຫະລັດ. ທາງດ້ານ ນັກຊ່ຽວຊານດ້ານການເງິນຂອງທະນາຄານໂລກ ປະຈຳລາວ ບອກວ່າ ລັດຖະບານລາວ ຍັງຈະຕ້ອງປະເຊີນກັບການເປັນໜີ້ເພີ່ມຂຶ້ນດ້ວຍ ໂດຍມີສາເຫດມາຈາກການກູ້ຢືມເງິນຕ່າງປະເທດ ເພື່ອນຳມາໃຊ້ເພື່ອການດຸ່ນດ່ຽງ ດ້ານລາຍຈ່າຍທີ່ສູງກວ່າລາຍຮັບໃນແຕ່ລະປີ ໂດຍປີ 2018 ໜີ້ສິນຂອງລັດຖະບານລາວ ມີມູນຄ່າລວມຫຼາຍກວ່າ 12.104 ລ້ານໂດລາ ຄິດເປັນ 65.3 ...

Read More »

ລັດຖະມົນຕີກະຊວງການຕ່າງປະເທດລາວ ພົບປະກັບ ລັດຖະມົນຕີຕ່າງປະເທດລັດເຊຍ

ໃນໂອກາດກອງປະຊຸມລະດັບເຈົ້າໜ້າທີ່ອາວຸໂສອາຊຽນ, ໃນວັນທີ 31 ກໍລະກົດ 2019 ທີ່ ບາງກອກ ປະເທດໄທ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ເຊຣເກ ລາວາຣົບ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສະຫະພັນລັດເຊຍ. ສອງຝ່າຍ ໄດ້ປຶກສາຫາລືກັນ ກ່ຽວກັບສະພາບການ ແລະ ທິດທາງໃນການພັດທະນາການພົວພັນຮ່ວມມືສອງຝ່າຍ ໂດຍເນັ້ນໜັກເຖິງການຈັດຕັ້ງປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ໃນລະດັບສູງສຸດ ກ່ຽວກັບການປຶກສາຫາລືດ້ານການເມືອງແບບເລິກເຊິ່ງ, ເພີ່ມທະວີການຮ່ວມມືດ້ານເສດຖະກິດ-ການຄ້າ ແລະ ວຽກງານດ້ານການຊ່ວຍເຫຼືອມະນຸດສະທຳ, ຮັດແໜ້ນການປະສານງານ ເຊິ່ງກັນ ແລະ ກັນ ໃນວຽກງານສາກົນ. ທີ່ມາ: ຂ່າວສານປະເທດລາວ.  

Read More »

ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 52 ໄດ້ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ຄັ້ງທີ 52 ແລະ ກອງປະຊຸມທີ່ກ່ຽວຂ້ອງ ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 31 ກໍລະກົດ 2019 ທີ່ນະຄອນຫຼວງບາງກອກ ແຫ່ງ ລາຊະອານາຈັກໄທ, ໂດຍການໃຫ້ກຽດເຂົ້າຮ່ວມ ແລະ ກ່າວປາໄສໄຂກອງປະຊຸມຂອງ ທ່ານ ພົນເອກ ປຣະຢຸດ ຈັນໂອຊາ ນາຍົກລັດຖະມົນຕີແຫ່ງລາຊະອານາຈັກໄທ. ຜູ້ແທນຂັ້ນສູງຂອງລາວເຮົາ ເຂົ້າຮ່ວມກອງປະຊຸມຄັ້ງນີ້ ນໍາໂດຍ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປລາວ . ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນຄັ້ງທີ 52 ແລະກອງປະຊຸມທີ່ກ່ຽວຂ້ອງ ດຳເນີນຂຶ້ນໃນລະຫວ່າງວັນທີ 29 ກໍລະກົດ-3 ສິງຫາ 2019.

Read More »