News

ມຊ ກຳນົດສອບເສັງ ວັນ 3 ສິງຫາ 2019 ນ້ອງໆນັກສຶກສາກຽມພ້ອມກັນແລ້ວບໍ່?

    ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ (ມຊ) ກຳ­ນົດ​ວັນ​ສອບ­ເສັງ​ເຂົ້າ​ສຶກ​ສາ​ຢູ່ ມຊ ສົກ​ສຶກ​ສາ 2019-2020 ວັນ​ທີ 3 ສິງ­ຫາ 2019 ພ້ອມ​ທັງ​ໄດ້​ແນະ­ນຳ​ການ​ກະ­ກຽມ​ກ່ອນ​ສະ­ໝັກ​ເຂົ້າ​ສອບ­ເສັງ ເພື່ອ​ຮັບ­ປະ­ກັນ​ດ້ານ​ຄວາມ​ພ້ອມ ແລະ ເຮັດ​ໃຫ້­ການ​ສອບ­ເສັງ​ມີ​ປະ​ສິດ­ທິ​ຜົນ​ສູງ. ອີງ​ຕາມ​ໜັງ­ສື​ແຈ້ງ​ການ​ສະ­ບັບ​ເລກ​ທີ 1735/ມຊ ນະ­ຄອນ­ຫຼວງ​ວຽງ​ຈັນ ລົງ​ວັນ​ທີ 3 ມິ­ຖຸ­ນາ 2019 ເລື່ອງ​ການ­ຈັດ­ຕັ້ງ​ປະ­ຕິ­ບັດ​ການ​ລົງ­ທະ­ບຽນ ເພື່ອ​ຮັບ​ສະ­ໝັກ​ສອບ­ເສັງ​ຄັດ​ເລືອກ​ເອົາ​ນັກ​ສຶກ​ສາ​ເຂົ້າ​ຮຽນ​ຢູ່ ມຊ ສົກ​ສຶກ​ສາ 2019-2020 ໂດຍ​ການ​ລົງ­ທະ­ບຽນ​ສອບ­ເສັງ​ປີ​ນີ້ ມຊ ຈະ​ໄດ້​ປະ­ຕິ­ບັດ​ການ​ສອບ­ເສັງ​ຄັດ​ເລືອກ​ເອົາ​ນັກ­ຮຽນ ເພື່ອ​ເຂົ້າ​ສຶກ​ສາ​ຕໍ່​ຢູ່ ມຊ ໂດຍ​ໄດ້​ກຳ­ນົດ​ວັນ​ສອບ­ເສັງ ວັນ​ທີ 3 ສິງ­ຫາ 2019 ເຊິ່ງ​ຈະເປີດ​ລົງ­ທະ­ບຽນ​ອອນ​ລາຍ ເລີ່ມ​ແຕ່​ວັນ​ທີ 1-30 ກໍ­ລະ­ກົດ 2019 ແລະ ນຳ​ເອ­ກະ­ສານ​ມາ​ສະ­ເໜີ ຮັບ​ບັດ​ອະ­ນຸ­ຍາດ​ເຂົ້າ​ຫ້ອງ​ສອບ­ເສັງ​ຈາກ​ການ​ລົງ​ອອນ​ລາຍ ແຕ່​ວັນ​ທີ 8-30 ກໍ­ລະ­ກົດ 2019 ຢູ່ ມຊ (ສະ­ໂມ­ສອນ​ໃຫຍ່) ກໍ­ລະ­ນີ​ຜູ້​ບໍ່​ສາ­ມາດ​ລົງ­ທະ­ບຽນ​ເອງ​ໄດ້ ແລະ ບໍ່​ເຂົ້າ­ໃຈ ສາ­ມາດ​ລົງ­ທະ­ບຽນ​ທາງ​ອອນ​ລາຍ ຢູ່ ມຊ ແຕ່​ວັນ​ທີ 8-30 ...

Read More »

ແລນໂລເວີລາວ ເປີດຕົວລົດໃຫມ່ລ່າສຸດ New Range Rover Evoque 2020 ຢ່າງເປັນທາງການ

ໃນວັນທີ 13 ມິຖຸນາ 2019 ທີ່ຜ່ານມາ, ຢູ່ທີ່ຫໍປະຊຸມແຫ່ງຊາດຫຼັກ 6, ນະຄອນຫຼວງວຽງຈັນ. ບໍລິສັດ ແລນໂລເວີ ລາວ ໄດ້ເປີດຕົວລົດລຸ້ນໃຫມ່ລ່າສຸດ New Range Rover Evoque 2020 ຢ່າງເປັນທາງການ, ໂດຍການກ່າວເປີດງານໂດຍທ່ານ Mr. Robin Colgan ກຳມະການຜູ້ຈັດການ  ແລນໂລເວີ ພາກພື້ນອາຊີປາຊີຟິກ, ມີບັນດາຄະນະຜູ້ບໍລິຫານ ແລນໂລເວີ ລາວ, ມີບັນດາ ລູກຄ້າ ແລະ ແຂກຄົນພິເສດ, ນັກສິລະປິນລາວ ເຂົ້າຮ່ວມງານຢ່າງຄຶກຄື້ນມ່ວນຊື່ນ. RANGE ROVER EVOQUE ເປັນລົດ SUV ,ຂັບເຄື່ອນ 4 ລໍ້,ອອກແບບການຂັບຂີ່ໃຫ້ມີຄວາມຄ່ອງໂຕແບບລົດ Sport ໃນຮູບໂສມລົດ 5 ບ່ອນນັ່ງທີ່ຍັງຄົງຄວາມເປັນ LUXURY ແລະ SPORTY ເພີ່ມຄວາມໂດດເດັ່ນດ້ວຍລາຍເສັ້ນອ້ອມຄັນແຕ່ດ້ານໜ້າຈົນເຖິງດ້ານຫຼັງ. ສຳຫຼັບ NEW RANGE ROVER EVOQUE ໄດ້ປັບຄວາມສວຍງາມແຕກຕ່າງຈາກເກົ່າໂດຍການເພີ່ມຄວາມກວ້າງຂອງໂຕລົດຂຶ້ນນເປັນ 96 ມິນລີແມັດ ແລະ ຄວາມສູງ ...

Read More »

ລັດຖະບານເຮົາຈິງຈັງໃນການແກ້ໄຂບັນຫາການຄຸ້ມຄອງທີ່ດິນ ໃຫ້ເຊົ່າ ແລະ ສຳປະທານ

ຄວາມພູມໃຈຂອງປະຊາຊົນ ໃນການບໍລິຫານປະເທດ ຂອງຄະນະລັດຖະບານຊຸດປັດຈຸບັນ ແມ່ນມີຫຼາຍແນວ ແຕ່ໜຶ່ງໃນນັ້ນ ເພິ່ນໄດ້ຮັບຟັງບັນຫາ, ຍອມຮັບຂໍ້ຜິດພາດໃນອາດີດ ເພື່ອປັບປຸງ ແລ້ວມຸ່ງສູ່ຫົນທາງທີ່ດີກວ່າເກົ່າ ໂດຍສະເພາະ ເລື່ອງທີ່ກ່ຽວຂ້ອງກັບ ຊັບພະຍາກອນທຳມະຊາດ ເຊັ່ນ ທີ່ດິນ. ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ກ່າວ ໃນກອງປະຊຸມສະພາ ສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 8 ເມື່ອວັນທີ 7 ມິຖຸນາຜ່ານມານີ້ ວ່າ “ພາຍໃຕ້ກົດໝາຍ, ກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ມີໜ້າທີ່ໃນການຄຸ້ມຄອງທີ່ດິນ ແຕ່ໃນປັດຈຸບັນ ກະຊວງດັ່ງກ່າວພັດ ບໍ່ໄດ້ໄປມີສ່ວນຮ່ວມ ໃນການ ສຳປະທານທີ່ດິນຢ່າງເຕັມສ່ວນ ເມື່ອເປັນແນວນັ້ນ ຈຶ່ງບໍ່ສາມາດສະໜອງຂໍ້ມູນຢ່າງພຽງພໍແກ່ ກະຊວງການເງິນ ເພື່ອເກັບກຳພາສີດັ່ງກ່າວຢ່າງຄົບຖ້ວມ”. ທ່ານາຍົກລັດຖະມົນຕີ ຍັງກ່າວຕຶ່ມວ່າ “ປະເທດລາວໄດ້ໃຫ້ເຊົ່າ ແລະສຳປະທານທີ່ດິນ ຫຼາຍໂຄງການໃນທົດສະວັດທີ່ຜ່ານມາ ແຕ່ບໍ່ໄດ້ເຮັດບົດລາຍງານ ເປັນທາງການ ກ່ຽວກັບຈຳນວນລາຍຮັບ ທີ່ລັດຖະບານໄດ້ຮັບ ຈາກການຂຸດຄົ້ນ ຊັບພະຍາກອນທຳມະຊາດ”. ສິ່ງດັ່ງກ່າວ ມັນໄດ້ກາຍເປັນເລື່ອງຈິງທີ່ໜ້າເສົ້າ ແລະໄດ້ບົ່ງບອກ ເຖິງເຫດຜົນວ່າ ເປັນຫຍັງ ພວກເຮົາມີ ໂຄງການລົງທຶນຢ່າງຫຼວງຫຼາຍ ແຕ່ບໍ່ສາມາດ ເກັບກູ້ລາຍຮັບຕາມແຜນການ, ...

Read More »

ເຕືອນ!!! ປະຊາຊົນອັດຕະປື ຢ່າເກັບ ວັດຖຸຄືຄຳດິບ ທີ່ບໍ່ມີຄຸນຄ່າ ແລະ ອາດເປັນອັນຕະລາຍ

ວິຊາການເຕືອນ: ວັດຖຸຄືຄຳດິບຢູ່ແຂວງ ອັດຕະປື ມີຄຸນຄ່າທາງດ້ານເສດຖະກິດຕ່ຳ ແລະອາດຈະເປັນອັນຕະລາຍຕໍ່ສຸຂະພາບ ກຳລັງເປັນເລື່ອງທີ່ສັງຄົມໃຫ້ຄວາມສົນໃຈຫຼາຍ ກໍລະນີປະຊາຊົນ ແຫ່ກັນໄປເກັບວັດຖຸຄືຄຳດິບທີ່ຕິດຕາມເສດກ້ອນຫີນບົດໃນເຂດຫົນທາງສ້ອມແປງໃໝ່ ຈຸດບ້ານທ່າຫີນຫາບ້ານນາສະຄາວ ເມືອງ ສາມັກຄີໄຊ. ແຫຼ່ງຂ່າວຈາກແຂວງອັດຕະປື ໃຫ້ຮູ້ວ່າ: ທ່ານ ວິທະຍາ ພົມມະຈັນ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແຂວງອັດຕະປືຢັ້ງຢືນໃນວັນທີ 15 ມິຖຸນານີ້ວ່າ: ທີ່ປະຊາຊົນເຂົ້າໃຈວ່າເປັນຄຳທີ່ຕິດກັບຫີນນຳມາປູທາງ ແລ້ວພາກັນແຫ່ໄປເກັບຢ່າງຫຼວງຫຼາຍນັ້ນ ແມ່ນເປັນຄວາມສ່ຽງຕໍ່ການສັນຈອນ, ເປັນຄວາມສ່ຽງໃນການເກີດອຸບັດຫດ ຖ້າວ່າມີຍາດຕິພີ່ນ້ອງໄດ້ພົບເຫັນປະຊາຊົນຍັງເກັບຢູ່ໃນຂອບເຂດດັ່ງກ່າວນີ້ ກະລຸນາຊ່ວຍກັນແຈ້ງໃຫ້ຊາບວ່າ ວັດຖຸນັ້ນ ບໍ່ມີຄຸນຄ່າຫຍັງ ພຽງແຕ່ເປັນໂລຫະຕິດກັນຊື່ໆ . ທ່ານກ່າວຕື່ມອີກວ່າ: ວັດຖຸດັ່ງກ່າວ ຖ້າວ່າມີລາຄາຄົງຈະບໍ່ໄດ້ຮັບການຂຸດຄົ້ນດັ່ງທີ່ສັງຄົມໃຫ້ຄວາມສົນໃຈໃນປັດຈຸບັນ. ຕໍ່ກັບບັນຫານີ້ ມີແຫຼ່ງຂໍ້ມູນໃຫ້ຮູ້ອີກວ່າ: ຫີນຂົບທີພະແນກ ຍທຂ ແຂວງອັດຕະປືອະນຸຍາດເອົາ ໄປປູທາງ ເປັນແຮ່ໃນຕະກຸນ ປີຣາຍ pyrite ທີ່ມີກຳມະຖັນສູງ ແລະ ມີພິດເມື່ອຖືກຄວາມຮ້ອນລະເຫີຍເປັນອາຍ, ມີຄຸນຄ່າທາງເສດຖະກິດຕ່ຳ(ບໍ່ມີລາຄາສູງ). ດັ່ງນັ້ນ, ຈຶ່ງແຈ້ງເຕືອນມາຍັງພໍ່ແມ່ປະຊາຊົນ ບໍ່ຈຳເປັນຕ້ອງໄປເກັບໃຫ້ເມື່ອຍເສຍແຮງ ຖ້າເກັບຮັກສາໄວ້ໃກ້ເປັນຈຳນວນຫຼາຍອາດຈະເປັນອັນຕະລາຍຕໍ່ສຸຂະພາບຂອງທ່ານ.​ ໂດຍ: ມາລາທິບ ທີ່ມາ: ຂ່າວສານປະເທດລາວ.

Read More »

ຊົມເຊີຍ!!! ຄູລາວ ຄົນທີ 3 ໄດ້ຮັບລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ຂອງພະເທບ ປີ 2019

ໃນວັນທີ 14 ມິຖຸນາ 2019 ນີ້, ທີ່ສະຖານທູດໄທ, ນະຄອນຫຼວງວຽງຈັນ.  ຄະນະມູນລະນິທິລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ( Princess Mahachakri Award: PMCA ) ໄດ້ເດີນທາງມາຢ້ຽມຢາມ ຄູລາວ ທີ່ໄດ້ຮັບລາງວັນວັນສົມເດັດເຈົ້າຟ້າມະຫາຈັກກຣີ ຄົນທຳອິດ ໃນປີ 2015 ຄູ ຄຳສ້ອຍ ວົງສຳພັນ ຄູຈາກໂຮງຮຽນ ມສ ວຽງຈັນ  ແລະ ຜູ້ທີ 2 ໃນປີ 2017 ຄູ ຄູນວິໄລ ເຄນກິຕິສັກ ຄູຈາກໂຮງຮຽມປະຖົມທົ່ງກາງ ແລະ ຈາກນັ້ນກໍໄດ້ເດີນທາງໄປພົບປະຢ້ຽມຢາມ ຄູຜູ້ທີ 3 ທີໄດ້ຮັບລາງວັນ ໃນປີນີ້ ຢູ່ທີ່ແຂວງຫຼວງພະບາງ. ນຳພາຄະນະໂດຍທ່ານ ດ.ຣ ກິດຕິພົງ ກິລະຕິກອນ ປະທານຄະນະກຳມະການ PMCA , ທ່ານ ຈັກກະພັດ ວະທາ ແລະ  ທ່ານ ນາງ ເບັນຈະລັດ ນໍ້າຟ້າ ຜູ້ຈັດການຄະນະກຳມະການມູນລະນິທິ PMCA. ຄູລາງວັນສົມເດັດເຈົ້າຟ້າ ມາຫະຈັກກຣີ ...

Read More »

ປີ 2019 ລັດຖະບານ ຈັດງົບປະມານ 500 ຕື້ກີບ ຟື້ນຟູໄພພິບັດ ໃນ 4 ຂະແໜງການ ທີ່ເປັນບູລິມະສິດ

ໃນວັນທີ 12 ມິຖຸນາ 2019 ທີ່ນະຄອນວງວຽງຈັນ, ໄດ້ຈັດກອງປະຊຸມ ຄະນະກໍາມະການປ້ອງກັນ ແລະ ຄວບຄຸມ ໄພພິບັດ ແຫ່ງຊາດ (ຄພຊ) ໂດຍການເປັນປະທານ ຂອງ ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການ ສັງຄົມ (ຮສສ ), ມີບັນດາທ່ານ ຮອງລັດຖະມົນຕີ, ຮອງປະທານ ແລະ ກໍາມະການ ຄະນະກໍາມະການ ປ້ອງກັນ ແລະ ຄວບຄຸມ ໄພພິບັດ ແຫ່ງຊາດ, ພ້ອມດ້ວຍ ຂະແໜງການ ກຽ່ວຂ້ອງ ເຂົ້າຮ່ວມ. ລັດຖະບານ ໄດ້ອະນຸມັດເງິນ ແກ້ໄຂສຸກເສີນ 100 ຕື້ກີບ ຈັດແບ່ງໃຫ້ຂະແໜງກະສິກໍາ ແລະ ປ່າໄມ້ ແລະ ຂະແໜງໂຍທາທິການ ແລະ ຂົນສົ່ງ, ໄດ້ຫັນງົບປະມານ ລົງທຶນໂຄງການ ຂອງລັດ ປີ 2019 ເຂົ້າໃນການແກ້ໄຂ ຟື້ນຟູຫລັງໄພພິບັດ ມູນຄ່າ 500 ຕື້ກີບ ເພື່ອແກ້ໄຂຟື້ນຟູໃນ 4 ຂະແໜງ ...

Read More »

ລາວ-ອັງກິດ ເຊັນສັນຍາຮ່ວມມື ເປີດໂຮງຮຽນ Pingu’s English Laos

ວັນທີ 12 ມິຖຸນາ 2019, ທີ່ລອນດອນ, ປະເທດອັງກິດ ໄດ້ຈັດພິທີເຊັນສັນຍາຮ່ວມມື ເປີດໂຮງຮຽນ Pingu’s English In Laos ລະຫວ່າງ ກຸ່ມບໍລິສັດລິນກົວໂຟນ (Linguaphone Group) ສະຫະຣາຊະອານາຈັກອັງກິດ ແລະ ບໍລິສັດ K&C Group Sole Co.,LTDປະເທດລາວ. ຝ່າຍລາວລົງນາມໂດຍ ທ່ານ ນາງ ເກດສະຫັວນ ປັນຍາທິບ ອຳນວຍການບໍລິສັດ K&C Group  ສຳລັບຝ່າຍອັງກິດລົງນາມໂດຍ ທ່ານ Derek Price, ປະທານບໍລິສັດ Linguaphone Group.  ການເຊັນສັນຍາຮ່ວມມືເປີດໂຮງຮຽນ Pingu’s English In Laos ຄັ້ງນີ້ ໄດ້ຮັບກຽດເຂົ້າຮ່ວມເປັນສັກຂີພະຍານ ໂດຍທ່ານ Rt. Hon Ed Vaizey M.P ທູດການຄ້າອັງກິດ ປະຈຳລາວ, ກຳປູເຈຍ ແລະ ຫວຽດນາມ, ທ່ານ ພົງສະຫວັນ ສີສຸລາດ ເອກອັກຄະລັດຖະທູດລາວ ...

Read More »

ລັດຖະບານ ຮຽກຮ້ອງໃຫ້ບໍລິສັດຊື້-ຂາຍລົດ ຕິດລາຄາ ແລະ ຊຳລະເປັນເງິນກີບເທົ່ານັ້ນ.

ຕະຫຼາດພາຫະນະບ້ານເຮົາຍອດຈຳໜ່າຍແມ່ນຂະຫຍາຍຕົວຢ່າງຕໍ່ເນື່ອງແຕ່ສ່ວນຫຼາຍຍັງນຳໃຊ້ເງິນຕາຕ່າງປະເທດເຂົ້າໃນການຕິດປະກາດລາຄາ ແລະຊຳລະສະສາງ ຊຶ່ງເປັນການກະທຳທີ່ຂັດກັບລະບຽບກົດໝາຍ ທັງເປັນຫຼຸດຄຸນຄ່າເງິນກີບລາວລົງ. ແນວໃດກໍດີຈາກສະພາບບັນຫາຄືດັ່ງກ່າວ ໃນປີນີ້ທະນາຄານແຫ່ງ ສປປ ລາວ ຈະສືບຕໍ່ຊຸກຍູ້ສົ່ງເສີມພາກລັດ ແລະພາກທຸລະກິດເປັນຕົ້ນແມ່ນບໍລິສັດຊື້-ຂາຍລົດໃຫ້ ຮັບຊຳລະເປັນເງິນກີບ ໂດຍຜ່ານລະບົບທະນາຄານຫຼາຍຂຶ້ນ. ຢ່າງໃດກໍຕາມ ຈາກສະພາບສັງຄົມ ທີ່ມີຄວາມເຄີຍຊິນກັບການນຳໃຊ້ເງິນຕາຕ່າງປະເທດບວກກັບສະຕິເຄົາລົບ ກົດໝາຍຍັງບໍ່ສູງຕະຫຼອດຮອດການຄຸ້ມຄອງຕາມລະບຽບກົດໝາຍຍັງບໍ່ທັນເຂັ້ມງວດ ຈິ່ງເຮັດໃຫ້ປັດຈຸບັນໃນສັງຄົມຍັງມີການນຳໃຊ້ເງິນຕາຕ່າງປະເທດເຂົ້າໃນການຊຳລະສະສາງຢ່າງກວ້າງຂວາງຂະນະດຽວກັນນັ້ນບາງຫົວໜ່ວຍທຸລະກິດທີ່ມີມູນຄ່າສູງໂດຍສະເພາະຮ້ານຊື້-ຂາຍລົດ ແມ່ນຍັງມີການຮ້ອງປະກາດລາຄາ ແລະ ຊຳລະເປັນເງິນຕາຕ່າງປະເທດ ແຕ່ຖ້າຊຳລະເປັນເງິນກີບຜູ້ຂາຍກໍກຳນົດໃນອັດຕາແລກປ່ຽນສູງ ຊຶ່ງຖືເປັນການເອົາປຽບຜູ້ຊື້ຢ່າງຫຼີກລຽງບໍ່ໄດ້.   ສະນັ້ນ, ທາງ ທຫລ ຈະກຳນົດລະບຽບການເຄື່ອນຍ້າຍເງິນສົດ ພ້ອມທັງສືບຕໍ່ຊຸກຍູ້ ສົ່ງເສີມພາກລັດ ແລະພາກທຸລະກິດມູນຄ່າສູງເປັນຕົ້ນແມ່ນບໍລິສັດຊື້-ຂາຍລົດໃຫ້ຮັບ ແລະ ຊຳລະເປັນເງິນກີບ ໂດຍ ຜ່ານລະບົບທະນາຄານ ຊຶ່ງຈະມີການປັບປຸງການຊຳລະຮ່ວມກັນຂອງບັນດາທະນາຄານທຸລະກິດໃຫ້ກວ້າງຂວາງຜ່ານຕູ້ເອທີເອັມ ແລະສ້າງຜະລິດຕະພັນໃໝ່ໆ ເພື່ອສ້າງແຮງຈູງໃຈໃຫ້ມີການຊຳລະຜ່ານລະບົບທະນາຄານຫຼາຍຂຶ້ນ.ແຕ່ທັງນີ້ທັງນັ້ນ ພໍ່ແມ່ປະຊາຊົນ ລວມທັງຜູ້ປະກອບການເອງກໍດີຈົ່ງໄດ້ມີສະຕິຄວາມເປັນເຈົ້າສູງຕໍ່ການນຳໃຊ້ເງິນກີບ ເພື່ອເປັນສ່ວນໜຶ່ງໃນການສ້າງຄຸນຄ່າໃຫ້ກັບເງິນກີບລາວໄດ້ທຽບເທົ່າກັບເງິນຕາຕ່າງປະເທດ. ປັດຈຸບັນ ທຫລ ໄດ້ມີມາດຕະການຄຸ້ມຄອງ ໂດຍສະເພາະແມ່ນກຳນົດວົງເງິນທີ່ຈຳກັດໃນການແລກປ່ຽນເອົາເງິນຕາຕ່າງປະເທດຢູ່ບັນດາທະນາຄານ ແຕ່ບັນດາຮ້ານແລກປ່ຽນທົ່ວໄປຍັງເຫັນວ່າເປີດແລກປ່ຽນແບບເສລີຢູ່ໂດຍໃນອັດຕາທີ່ຂ້ອນຂ້າງສູງສົມຄວນຖ້າທຽບໃສ່ອັດຕາອ້າງອີງຂອງ ທຫລ ໃນແຕ່ລະວັນບັນຫານີ້ທະນາຄານແຫ່ງ ສປປ ລາວ ກໍຄວນເບິ່ງຕື່ມ. ໃນກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດສະບັບປີ 2014 ມາດຕາ 49 ກ່ຽວກັບມາດຕະການປັບໃໝ ໄດ້ລະບຸໄວ້ວ່າ ຖ້າຫາກບຸກຄົນໃດ, ນິຕິບຸກຄົນໃດ ແລະການຈັດຕັ້ງທີ່ຕິດປະກາດ ຫຼື ໂຄສະນາລາຄາ ...

Read More »

ກວດພົບ ພະນັກງານລັດສໍ້ລາດບັງຫຼວງ 970 ລາຍ ເສຍຫາຍ 999 ຕື້ກີບ, 67 ລ້ານກ່ວາ ໂດລາ (ມີຄລິບ)

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດຫຼາຍໆບັນຫາໃນກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດ ຊຸດທີ VIII ພ້ອມຍົກໃຫ້ເຫັນບັນຫາສໍ້ລາດບັງຫຼວງ ໂດຍທ່ານນາຍົກລັດຖະມົນຕີໄດ້ກ່າວວ່າ ໃນປີ 2018 ຜ່ານມາ ອົງການກວດກາລັດຖະບານໄດ້ດຳເນີນການຕິດຕາມກວດກາ ສະເພາະ 1213 ເປົ້າໝາຍ ກວດກາປົກກະຕິ 408 ເປົ້າໝາຍ ກວດກາຕາມຄຳສັ່ງ 129 ເປົ້າໝາຍ ກວດກາຕາມຜົນຂອງການກວດສອບ 545 ເປົ້າໝາຍ ກວດກາການລົງທຶນຂອງລັດ 131 ເປົ້າໝາຍ ພົບເຫັນຜົນເສຍຫາຍທັງໝົດ 999 ຕື້ກີບ, 67 ລ້ານກ່ວາ ໂດລາ ເກັບກູ້ຄືນມາໄດ້ 26.5 ຕື້ກີບ ກັບ 17 ລ້ານໂດລາ ຜ່ານການຕິດຕາມກວດກາກວດພົບເຫັນຜູ້ມີພຶດຕິກຳສໍ້ລາດບັງຫຼວງທັງໝົດ 1285 ລາຍ ໃນນັ້ນມີພະນັກງານລັດທັງໝົດ 970 ລາຍ, ຜູ້ປະກອບການ 315 ລາຍ ກຳລັງດຳເນີນມາດຕະການຕາມລະບຽບກົດໝາຍຕໍ່ໄປ ພະນັກງານລັດຖືກລົງວິໄນແລ້ວ 849 ລາຍ, ດຳເນີນການສືບສວນ ສອບສວນ 153 ...

Read More »

ລັດຖະມົນຕີ ກະຊວງການຕ່າງປະເທດ ຕີມໍ ເລສເຕ ຕີລາຄາສູງຕໍ່ ສປປ ລາວ… 

ລັດຖະມົນຕີ ກະຊວງການຕ່າງປະເທດ ຕີມໍ ຕີລາຄາສູງຕໍ່ ສປປ ລາວ  ໃນການສະໜັບສະໜູນ ເຂົ້າເປັນສະມາຊິກອາຊຽນຂອງ ຕີມໍ ເລສເຕ ທ່ານ ດິໂອນິຊິໂອ ດາ ຄອສຕາ ບາໂບ ໂຊອາເຣສ ລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຮ່ວມມືຕີມໍ-ເລສເຕ ໄດ້ຕາງໜ້າໃຫ້ລັດຖະບານ ຕີມໍ ເລສເຕ ຕີລາຄາສູງ ແລະ ສະແດງຄວາມຂອບໃຈຕໍ່ລັດຖະບານລາວ ທີ່ໄດ້ໃຫ້ການຊ່ວຍເຫຼືອປຶກສາຫາລື ການສະໝັກເຂົ້າເປັນສະມາຊິກອາຊຽນ ຂອງ ຕີມໍ ເລສເຕ ໃນໄລຍະຜ່ານມາ, ພ້ອມສະແດງຄວາມຍິນດີ ຕໍ່ການເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດ ໃຫ້ນັບມື້ໄດ້ຮັບການຍົກລະດັບສູງຂຶ້ນ ແລະ ມີບາດກ້າວອັນໃໝ່ໃນອະນາຄົດ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ. ທີ່ມາ: ຂ່າວສານປະເທດລາວ

Read More »