Sport

ກະຕໍ້ລອດຮ່ວງ ຍິງ ທີມຊາດລາວ ກຽມເຂົ້າຊີງຫລຽນ ຄຳກັບ ເຈົ້າພາບໄທ

ກະຕໍ້ລອດຮ່ວງ ຍິງ ທີມຊາດລາວ ກຽມເຂົ້າຊີງຫລຽນ ຄຳກັບ ເຈົ້າພາບໄທ ເວລາ 9 ໂມງ!! ກະຕໍ້ຊີງແຊ້ມໂລກ ຄັ້ງທີ 35 ທີ່ ບາງກອກ ປະເທດ ໄທ (ຊີງຖ້ວຍພະລາດຊະທານ ຄິງຄັບ) ລະຫວ່າງວັນທີ 24-31 ກໍລະກົດ 2022 ເຊິ່ງມີ 25 ປະເທດ ທົ່ວໂລກເຂົ້າຮ່ວມ. ຮ່ວມສົ່ງແຮງໃຈເຊຍ ລາວ ( ນັກກິລາ ກະຕໍ້ລອດຮ່ວງ ທີມຍິງ) ສູ້ໆ! ຂໍ້ມູນຈາກ : sanamtakraw, Jai KeophaserdLao Youth Radio FM 90.0 Mhz

Read More »

7 ລ້ານດວງໃຈລາວ

7 ລ້ານດວງໃຈລາວ ສົ່ງກຳລັງໃຈເຊຍ ສາມາດລົ້ມທິມໃຫຍ່ 70 ລ້ານຄົນໄດ້ ນີ້ຄືຄວາມພາກພູມໃຈຂອງຄົນລາວທົ່ວປະເທດ ກ້າວຕໍ່ໄປເສັ້ນທາງສູ່ “ແຊ້ມ” ຢູ່ບໍ່ໄກເກີນເອື້ອມ!

Read More »

ຈົບເກມ! ທີມຊາດລາວ ເອົາຊະນະ ທີມຊາດໄທ 2-0

ຈົບເກມ! ທີມຊາດລາວ ເອົາຊະນະ ທີມຊາດໄທ 2-0 ກຽມເຂົ້າສູ່ຮອບຊີງ!!!ຄວາມພາກພູມໃຈຂອງຄົນລາວທົ່ວປະເທດAFF U19 BOY’S CHAMPIONSHIP 2022 | SEMI-FINALS #ລາວສູ້ໆ#ເຊຍລາວໝົດໃຈ

Read More »

ທ່ານ ກິດສະໜາ ວົງໄຊ ຈະມອບເງິນຈຳນວນ 50 ລ້ານກີບໃຫ້ນັກກິລາທີມຊາດລາວ ຮຸ່ນອາຍຸບໍ່ເກີນ19 ປີ

ຂໍສະແດງຄວາມຂອບໃຈ ແລະ ຊົມເຊີຍຕໍ່ ທ່ານ ກິດສະໜາ ວົງໄຊ ທີ່ສະໜັບສະໜູນທີມຊາດລາວ ຮຸ່ນອາຍຸບໍ່ເກີນ19 ປີ ໃນການເຂົ້າຮ່ວມການແຂ່ງຂັນ AFF U19 Championship 2022. ທ່ານ ກິດສະໜາ ວົງໄຊ ຈະມອບເງິນຈຳນວນ 50 ລ້ານກີບໃຫ້ນັກກິລາທີມຊາດລາວ ຮຸ່ນອາຍຸບໍ່ເກີນ19 ປີ ທີ່ສ້າງຜົນງານເຂົ້າຮອບຮອງຊະນະເລີດ AFF U19 Championship 2022. ທີ່ມາ: ສະຫະພັນບານເຕະແຫ່ງຊາດລາວ Lao Football Federation

Read More »

“Alice Sombath” ດາວຮຸ່ງເຊື້ອສາຍລາວ 🇱🇦 ຂອງສະໂມສອນ ລີຢົງ ປະເທດ ຝຣັ່ງ ຄວ້າແຊ້ມ ສະໂມສອນ ເອີຣົບ ຍິງ

ອາລິດ ສົມບັດ ກອງຫຼັງທີມຊາດຝຣັ່ງ ເຊື້ອສາຍ ລາວ ອາຍຸ 18 ປີ ລົງສະໜາມນຳທັບ ໂອລິມປິກ ລີຢົງ ຈາກຝຣັ່ງ ເອົາຊະນະ ບາເຊໂລນາ ຈາກສະເປນ 3-1 ຄວ້າແຊ້ມ UEFA Women’s Champion league 2021-2022 ຫຼືສະໂມສອນບານເຕະຍິງເອີຣົບໃນລະດູການນີ້. ປະຫວັດສ່ວນຕົວຂອງ “ອາລິດ ສົມບັດ” ເກີດໃນຄອບຄົວຄົນລາວ ທີ່ຕັ້ງຖິ່ນຖານຢູ່ປະເທດຝຣັ່ງ. ເປັນຄົນຮັກ ແລະ ມັກກິລາບານເຕະ. ກ່ອນ​ທີ່​ຈະ​ໄປ​ຝຶກ​ຊ້ອມ​ກິລາບານເຕະກັບ ອາເກວ, ປາຣີ FC, ປາຣີ ແຊງ​ແຊກ​ແມງ ​ແລະ ລີ​ຢົງ ຕາມ​ລຳດັບ, ແລະ ໄດ້ຮັບສັນຍາອາຊີບເຕັມຕົວກັບສະໂມສອນ​ໂອ​ລິ​ມປິກ ລີຢົງ ​ໃນ​ປັດຈຸບັນ. ກັບທີມຊາດຝຣັ່ງ “ນ້ອງ ອາລິດ ” ເຄີຍຕິດທີມຊາດ U-16,17,19 ແລະ U19 ໃນປັດຈຸບັນ ປີນີ້ ນ້ອງ ອາລິດ ໄດ້ຖືກວາລະສານ GOAL ຍົກໃຫ້ເປັນໜຶ່ງໃນຜູ້ຫຼິ້ນ ດາວຮຸ່ງຍິງ ...

Read More »

ຊີເກມ ຄັ້ງທີ 31 ທັບນັກກິລາລາວ ຄວ້າໄດ້ທັງໝົດ 42 ຫຼຽນ 2ຫຼຽນຄຳ, 7ຫຼຽນເງິນ, 33ຫຼຽນທອງ.

ໃນມະຫະກໍາກິລາຊີເກມ ຄັ້ງທີ 31 ຈັດຂຶ້ນທີ່ ສສ ຫວຽດນາມ, ທັບນັກກິລາລາວສາມາດຍາດມາໄດ້ 42 ຫລຽນ ໃນນັ້ນຫລຽນຄໍາ 2 ຫລຽນ, ຫລຽນເງິນ 7 ຫລຽນ ແລະ ຫລຽນທອງ 33 ຫລຽນ.ສໍາລັບ ຫລຽນຄໍາ ແມ່ນໄດ້ຈາກກິລາ ໂວວີນາມ ປະເພດຟ້ອນດາບຄູ່ຍິງ ນາງ ພິກສະໄໝ ອິນສຸມັງ ແລະ ນາງ ມາລາ ຈັນທະລັກສາ ແລະ ປະເພດຟ້ອນດ່ຽວຊາຍ (ກະບອງ) ທ້າວ ໄພລັດ ທຳມະວົງສາ. ສ່ວນ ຫລຽນເງິນ 7 ຫລຽນ ໄດ້ຈາກນັກກິລາໂວວີນາມ ປະເພດຕໍ່ສູ້ຮຸ່ນນໍ້າໜັກ 60 ກິໂລ, ນັກກິລາກາຣາເຕໂດ ຮຸ່ນນໍ້າໜັກ 84 ກິໂລ, ກິລາເປຕັງ ຊຸດຕີ້ງຍິງ, ທີມຊຸດປະສົມ ຍິງ 2 ຊາຍ 1, ກິລາຢູໂດ ຄູ່ຍິງ, ກິລາກະຕໍ້ ຄູ່ຍິງ ແລະ ...

Read More »

ທີມນັກກິລາຍິງປືນສາວ ທີມຊາດລາວ ໄດ້ຫຼຽນທອງ ລາຍການ ຣັນນິ້ງທາເກັດ ຮ່າໂນ້ຍ ເກມ.

ທີມນັກກິລາຍິງປືນສາວທີມຊາດລາວ ປະເພດປືນຣັນນິ້ງທາເກັດ ທີມຍິງ ອະດີດ 2 ຫຼຽນຄຳ ວຽງຈັນ ເກມ 2009 ລົງແຂ່ງຂັນກິລາຍິງປືນ ລາຍການດັ່ງກ່າວ ໃນຮ່າໂນ້ຍ ເກມ ສາມາດຍາດໄດ້ອັນດັບທີ 3 ໄດ້ຫຼຽນທອງ ໃຫ້ທີມນັກກິລາລາວ. ສຳລັບຜົນງານຂອງທີມນັກກິລາຍິງປືນສາວ ທີມຊາດລາວ ໃນລາຍການ ຣັນນິ້ງທາເກັດ ປະເພດດ່ຽວ ແລະ ທີມຍິງ ສາມາດຍາດໄດ້ ຫຼຽນທອງ ພຽງລາຍການດຽວ ຈາກປະເພດທີມຍິງສ້າງຄະແນນໄດ້ 1.475 ຄະແນນ ໄດ້ທີ 3 ມາຄອງ ສ່ວນຫຼຽນຄຳຕົກເປັນຂອງນັກກິລາຈາກ ອິນໂດເນເຊຍ ຍິງໄດ້ ທັງໝົດ 1.600 ຄະແນນ ສ່ວນຫຼຽນເງິນ ແມ່ນ ຫວຽດນາມ 1.588 ຄະແນນ ແລະ ໄດ້ທີ 4 ກຳປູເຈຍ ຍິງໄດ້ 667 ຄະແນນ ບໍ່ໄດ້ຫຼຽນລາງວັນ. ຂໍ້ມູນ: ປະຊາຊົນ

Read More »

ກະຕໍ້ທີມ 4 ຄົນຍິງ ຍາດໄດ້ຫຼຽນທອງ ຮ່າໂນ້ຍ ເກມ

ທີມນັກກິລາກະຕໍ້ທີມ 4 ຄົນຍິງ ປະກອບມີ ຮ້ອຍຕີ ນາງ ກ້ອຍ ໄຊຍະວົງ, ຮ້ອຍໂທ ນາງ ນໍຄໍາ ວົງໄຊ, ນາງ ສອນສະຫວັນ ແກ້ວສຸລິຍາ, ນາງ ນວນດໍາ ວໍລະບຸດ ແລະ ອອນອຸມາ ພະວິເສດ ສ້າງຜົນງານໄດ້ເພີ່ມອີກ 1 ຫຼຽນທອງ ລວມຜົນງານຍາດມາໄດ້ 1 ຫຼຽນເງິນ ຄູ່ຍິງ ແລະ ຫຼ້າສຸດ 1 ຫຼຽນທອງ ໃຫ້ທີມນັກກິລາກະຕໍ້ທີມຊາດລາວ ໃນງານມະຫະກຳກິລາຊີເກມ ຄັ້ງທີ 31 ຂ່າວ: ປະຊາຊົນ

Read More »

ຊົມເຊີຍ ນັກກິລາຢູໂດທີມຊາດລາວ ຮຸ່ນ -60 ກິໂລກຣາມ ຍາດມາໄດ້ເພິ່ມອີກ 1 ຫລຽນເງິນ

ຜົນການແຂ່ງຂັນຢູໂດ ໃນງານມະຫະກຳກິລາຊີເກມ ຄັ້ງທີ 31 ທີ່ ສສ ຫວຽດນາມ ປີ 2021 (2022)ມື້ທີ3 ວັນທີ 20 ພຶດສະພາ 2022*ນັກກິລາຢູໂດທີມຊາດລາວ ສົ່ງເຂົ້າແຂ່ງຂັນ 3 ຮຸ່ນ ຄື: -60 ກກ ທ້າວ ສຸກພະໄຊ ສິດທິສານ, -66 ກກ ທ້າວ ຄຳສີ ຄູນນີວາດ ແລະ -52 ກກ ນາງ ຕຸກກີ້ ແສງດາກີ *ຜົນປາກົດວ່າ ທີມຊາດລາວສາມາດຍາດມາໄດ້ 1 ຫລຽນເງິນ ຈາກທ້າວ ສຸກພະໄຊ ສິດທິສານ ຮຸ່ນ -60 ກກ ໂດຍທີ່ຮອບ 8 ຄົນສຸດທ້າຍ ທີມຊາດລາວ ເອົາຊະນະ ທີມຊາດ ອິນໂດນີເຊຍ ໄດ້ 10 ຕໍ່ 0 ຄະແນນ ຫລື 1 ippon, ຮອບຮອງຊະນະເລີດ ...

Read More »

ໂວວິນາມ ກິລາທີ່ມີສາດການປ້ອງກັນໂຕຈາກປະເທດຫວຽດນາມ!

ໂວວິນາມ ເປັນກິລາມວຍປະເພດໜຶ່ງ ຖືເປັນສິລະປະການຕໍ່ສູ້ປະຈຳຊາດຂອງຫວຽດນາມ ເຊິ່ງການແຂ່ງຂັນຈະເນັ້ນໄປທີ່ລີລາທ່າທາງການຕໍ່ສູ້ໃນການໂຈມຕີຝ່າຍກົງກັນຂ້າມ ໂດຍໃຊ້ເຕັກນິກທີ່ເປັນປັດໄຈເຂົ້າມາມີສ່ວນໃນການແຂ່ງຂັນອີກຫຼາຍຢ່າງ. ໂວວິນາມ ກິລາປະເພດນີ້ເລີ່ມຕົ້ນຄັ້ງທຳອິດໃນປີ 1938 ໃນປະເທດຫວຽດນາມ ເພື່່ອເປັນການປູກຝັງ ແລະ ເຝິກຝົນໃຫ້ຄົນໃນຊາດມີທັກສະການຕໍ່ສູ້ ແລະ ປ້ອງກັນໂຕໃຫ້ປອດໄພ ເຊິ່ງຮູບແບບການໂຈມຕີມີຫຼາກຫຼາຍປະເພດທີ່ຖືກຈໍາແນກອອກໄປ ນັກກິລາສາມາດໃຊ້ເກືອບທຸກສ່ວນຂອງຮ່າງກາຍໃນການໂຈມຕີຄູ່່ຕໍ່ສູ້ເຊັ່ນ ສອກ, ຊົກ, ເຕະ, ການປໍ້າ, ເພື່ອຢຸດຢັ້ງຄູ່ຕໍ່ສູ້ ໂດຍປະສົມປະສານກັບການໃຊ້ອາວຸດເຊັ່ນ ດາບ, ຂວັນ…ການໃຊ້ອາວຸດຈະບໍ່ເນັ້ນໃຫ້ຜູ້ເຂົ້າແຂ່ງຂັນເກີດອັນຕະລາຍ ສ່ວນໃຫຍ່ແມ່ນຈະເນັ້ນໂຈມຕີໄປທີ່ການຮັດຄໍ ການຕໍ່ສູ້ດ້ວຍມືເປົ່າເປັນຫຼັກ. ຂໍ້ມູນ: sportyouside ຮູບພາບປະກອບ

Read More »