ຂ່າວການຈາລະຈອນ-ເສັ້ນທາງ

ເປີດນໍາໃຊ້ຂົວຫ້ວຍໝາກແງວ ທຽວໄດ້ສະເພາະລົດຂະໜາດນ້ອຍ ໜັກບໍ່ເກີນ 12 ໂຕນ

ເປີດນໍາໃຊ້ຂົວຫ້ວຍໝາກແງວ ທຽວໄດ້ສະເພາະລົດຂະໜາດນ້ອຍ ໜັກບໍ່ເກີນ 12 ໂຕນ ເພາະເປັນການແກ້ໄຂສຸກເສີນເປີດນໍາໃຊ້ຂົວຫ້ວຍໝາກແງວ ເມືອງບາຈຽງ ແຂວງຈໍາປາສັກ (ຕາມເສັນທາງເລກທີ 20) ທີ່ໄດ້ຮັບການແກ້ໄຂສ້ອມແປງສຸກເສີນ. ໃນວັນທີ 7 ກັນຍາ 2022ເປັນການ ສ້ອມແປງແກ້ໄຂແບບຊົ່ວຄາວ ທີ່ສາມາດຮັບນ້ໍາຫນັກໄດ້ພຽງແຕ່ບໍ່ເກີນ 12 ໂຕນ ແລະ ອະນຸຍາດໃຫ້ພາຫະນະທີ່ ມີຄວາມສູງບໍ່ເກີນ 3 ແມັດ ແລະ ນໍາໃຊ້ແຕ່ພາຫະນະລົດກະບະ, ລົດໂດຍສານຂະຫນາດນ້ອຍ.ການແກ້ໄຂສ້ອມແປງສຸກເສີນແມ່ນແກ້ໄຂພຽງແຕ່ຊົ່ວຄາວ ເຊິ່ງບໍ່ໄດ້ແກ້ໄຂແບບຖາວອນ ທີ່ມີມາດຕາຖານ ເຕັກນິກສູງສໍາລັບ ພາຫະນະລົດບັນທຸກນໍ້າຫນັກເກີນ 12 ໂຕນຂຶ້ນໄປ ແລະ ພາຫະນະທີ່ມີຄວາມສູງເກີນ 3 ແມັດຂຶ້ນໄປ ແມ່ນໃຫ້ໄປນໍາໃຊ້ເສັ້ນທາງອື່ນ. ລາຍລະອຽດແຈ້ງການກ້ອງຄອມເມັ້ນ ທີ່ມາ: ກະບອກສຽງ ບ້ານເຮົາ #TargetMagazine

Read More »

ຫາລືເລັ່ງແກ້ໄຂການບໍລິການ ລົດໄຟລາວ-ຈີນ ທັງຂະບວນໂດຍສານ ແລະ ສົ່ງສິນຄ້າ

ວັນທີ 31 ສິງຫາ 2022 ນີ້ 3 ພາກສ່ວນຄື: ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ບໍລິສັດ ທາງລົດໄຟ ລາວ-ຈີນ ໄດ້ເຂົ້າຮ່ວມກອງປະຊຸມທຸລະກິດລາວ ໃນນັ້ນໄດ້ມີສຳມະນາກ່ຽວກັບການຂົນສົ່ງສິນຄ້າ ແລະ ການຂົນສົ່ງຜູ້ໂດຍສານ ຜ່ານທາງລົດໄຟ ລາວ-ຈີນ. ທ່ານ ວັນທອງ ສິດທິກຸນ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ກ່າວວ່າ: ກອງປະຊຸມສຳມະນາໃນຄັ້ງນີ້ ໄດ້ເນັ້ນໜັກໃຫ້ເຫັນເຖິງຄວາມສໍາຄັນຂອງການຂົນສົ່ງຜ່ານທາງລົດໄຟ ລາວ-ຈີນ. ຜູ້ເຂົ້າຮ່ວມກອງປະຊຸມໄດ້ຍົກປະເດັ່ນເລື່ອງການຊື້ປີ້ໂດຍສານລົດໄຟຂອງບໍລິສັດທ່ອງທ່ຽວ ແລະ ບຸກຄົນທົ່ວໄປມີຄວາມຫຍຸ້ງຍາກ, ບັນຫານາຍໜ້າຂາຍປີ້ຕໍ່, ການຂໍຕູ້ຂົນສົ່ງສິນຄ້າ ແລະ ສະເໜີໃຫ້ເພີ່ມບ່ອນບໍລິການຂາຍປີ້ໃນຕົນເມືອງ, ຈັດການຂາຍຜ່ານທາງອອນລາຍ ເພື່ອໃຫ້ສະດວກ ແລະ ວ່ອງໄວແກ່ການບໍລິການ. ທີ່ມາ: ເສດຖະກິດການຄ້າ #targetmagazine

Read More »

ນາຍົກລັດຖະມົນຕີ ຊີ້ນຳສະຖານີລົດໄຟຫລວງພະບາງ ໃຫ້ປັບປຸງການບໍລິການ

ວັນທີ 7 ສິງຫາ 2022 ນີ້, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ໄດ້ຊີ້ນຳໃຫ້ຄະນະຮັບຜິດຊອບສະຖານີລົດໄຟ ສືບຕໍ່ປັບປຸງລະບົບການຂາຍປີ້ລົດໄຟ ໃຫ້ມີຄວາມທັນສະໄໝ ແລະ ສາມາດກວດສອບຕາມລາຍຊື່ຂອງຜູ້ໃຊ້ບໍລິການ, ລວມທັງປັບປຸງຈຸດລໍຖ້າຂຶ້ນລົດ ແລະ ເຂົ້າສະຖານີ ໃຫ້ມີຄວາມສະດວກ ແກ່ຜູ້ມາໃຊ້ບໍລິການ. ສະຖານີລົດໄຟ ຫລວງພະບາງ ໃນອາຄານສາມາດຮອງຮັບຜູ້ໂດຍສານໄດ້ 1.200 ຄົນ ໂດຍຜ່ານການອອກ ມີພະນັກງານທັງໝົດ ເກືອບ 100 ຄົນ ໃນນັ້ນ ເປັນຄົນລາວສ່ວນຫລາຍ ແລະ ພະນັກງານຄົນລາວທີ່ຜ່ານການຝຶກອົບຮົມ ກ່ຽວກັບວຽກງານທາງລົດໄຟຫລາຍກວ່າ 30 ຄົນ. ປັດຈຸບັນ ກຳລັງສືບຕໍ່ປັບປຸງສິ່ງອຳນວຍຄວາມສະດວກ ເປັນຕົ້ນ ຈຸດຂາຍປີ້ລົດໄຟ, ຈຸດລໍຖ້າຂຶ້ນລົດໄຟ ແລະອື່ນໆ. ທີ່ມາ: ຂປລ

Read More »

ບໍລິສັດລົດໄຟລາວ-ຈີນ ກຳລັງສ້າງລະບົບຂາຍປີ້ອອນລາຍ ຄາດຈະນໍາໃຊ້ທ້າຍປີນີ້!

ບໍລິສັດລົດໄຟລາວ-ຈີນ ກຳລັງສ້າງລະບົບຂາຍປີ້ອອນລາຍ ຄາດຈະນໍາໃຊ້ທ້າຍປີນີ້! ທ່ານ ດາວຈິນດາ ສີຫາລາດ ຮອງຜູ້ອຳນວຍການໃຫຍ່ ບໍລິສັດທາງລົດໄຟ ລາວ-ຈີນ ໄດ້ຊີ້ແຈງ ໃນວັນທີ 3 ສິງຫາ 2022 ນີ້ວ່າ: ການບໍລິການຊື້-ຂາຍປີ້ລົດໄຟ ປັດຈຸບັນ ບໍລິສັດກຳລັງດໍາເນີນການສ້າງລະບົບຂາຍປີ້ ຜ່ານທາງອອນລາຍ ຜ່ານແອບເທິງມືຖືເຊິ່ງບໍລິສັດທາງລົດໄຟລາວ-ຈີນ ໄດ້ມີການຄົ້ນຄວ້າ, ຊຸກຍູ້ພາກສ່ວນທີ່ຮັບຜິດຊອບໃຫ້ດຳເນີນການໃຫ້ສຳເລັດໂດຍໄວ. ມາຮອດປັດຈຸບັນ, ການດໍາເນີນການໄດ້ສຳເລັດໂດຍພື້ນຖານໃນລະບົບ software, ຂັ້ນຕອນຕໍ່ໄປກໍຈະໄດ້ດໍາເນີນການປັບປຸງໃຫ້ສົມບູນແບບ ແລະ ດຳເນີນການຈັດຊື້ອຸປະກອນ ເພື່ອມາຕິດຕັ້ງ, ຄາດວ່າຈະໃຫ້ສຳເລັດ ແລະ ສາມາດນຳໃຊ້ໄດ້ໃນທ້າຍປີ 2022 ນີ້. ຂໍ້ມູນ: ຂປລ

Read More »

ບໍລິສັດທາງລົດໄຟລາວ-ຈີນ ເລັ່ງແກ້ໄຂການຊື້-ຂາຍປີ້ ແລະອີກຫຼາຍບັນຫາ

ບໍລິສັດເສັ້ນທາງລົດໄຟລາວ-ຈີນ ເລັ່ງແກ້ໄຂບັນຫາຕ່າງທີ່ເກີດຂຶ້ນໂດຍສະເພາະການຊື້-ຂາຍປີ້, ຄວມເປັນລະບຽບຮຽບຮ້ອຍ, ຫ້ອງນ້ຳນອກອາຄານ… ທ່ານ ດາວຈິນດາ ສີຫາລາດ ຮອງຜູ້ອຳນວຍການໃຫຍ່ ບໍລິສັດທາງລົດໄຟ ລາວ-ຈີນ ໄດ້ຊີ້ແຈງກ່ຽວກັບບັນຫາດັ່ງກ່າວ ໃນວັນທີ 3 ສິງຫາ 2022: ການບໍລິການຊື້-ຂາຍປີ້ລົດໄຟ ປັດຈຸບັນ ບໍລິສັດກຳລັງດໍາເນີນການສ້າງລະບົບຂາຍປີ້ ຜ່ານທາງອອນລາຍ ຜ່ານແອບເທິງມືຖືເຊິ່ງບໍລິສັດທາງລົດໄຟລາວ-ຈີນ. ຄາດວ່າຈະໃຫ້ສຳເລັດ ແລະ ສາມາດນຳໃຊ້ໄດ້ໃນທ້າຍປີ 2022 ນີ້. ກ່ຽວກັບຫ້ອງນໍ້າສາທາລະນະ ທາງບໍລິສັດ ກໍໄດ້ມີການແກ້ໄຂແລ້ວ ໂດຍໄດ້ຈັດສັນຊັ້ນສອງຂອງອາຄານສະຖານີ ມາເປັນຈຸດບໍລິການ. ທ່ານ ພັນເອກ ໄກສອນ ແກ້ວມະນີ ຫົວໜ້າກົມຕໍາຫລວດລົດໄຟ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ກ່າວວ່າ: ຕໍ່ກັບການລຽນແຖວຊື້ປີ້ ໃນສະຖານີລົດໄຟ ນະຄອນຫລວງວຽງຈັນ ນອກຈາກນັກທ່ອງທ່ຽວເພີ່ມຂຶ້ນ ຍັງມີກຸ່ມຄົນ, ບຸກຄົນ ສວຍໂອກາດຊື້-ຂາຍປີ້ ເກັງກຳໄລ ໂດຍສະເພາະຢູ່ໃນກຸ່ມນັກທ່ອງທ່ຽວ, ທຳມະດາບໍລິສັດທ່ອງທ່ຽວແບ່ງໂກຕ້າໃຫ້ແລ້ວ ແຕ່ກໍຍັງລະດົມຄົນມາຊື້ປື້ຕື່ມ ເພື່ອໃຫ້ໄດ້ຈໍານວນຫລາຍ. ສຳລັບກຸ່ມຄົນທົ່ວໄປທີ່ມາຊື້ປີ້ ຕ້ອງຖືບັດປະຈໍາຕົວ ຫລື ສຳມະໂນຄົວ (ສຳເນົາ ຫລື ເອກະສານຢັ້ງຢືນທີ່ຢູ່ ຫລື ສຳມະໂນຄົວມາພ້ອມ), ...

Read More »

ດ່ານສາກົນແຂວງສະຫວັນນະເຂດ ເປີດນຳໃຊ້ລະບົບແຈ້ງເຕືອນແຈ້ງພາສີປະຕູດຽວແຫ່ງຊາດ

ດ່ານສາກົນແຂວງສະຫວັນນະເຂດ ເປີດນຳໃຊ້ລະບົບແຈ້ງເຕືອນແຈ້ງພາສີປະຕູດຽວແຫ່ງຊາດ ໂດຍຕິດພັນກັບວາລະແຫ່ງ ຊາດວ່າດ້ວຍການແກ້ໄຂບັນຫາ ຄວາມຫຍຸ້ງຍາກທາງດ້ານເສດ ຖະກິດ-ການເງິນ, ອີກຢ່າງໜຶ່ງ ກໍ່ເພື່ອເປັນການອຳນວຍຄວາມ ສະດວກ ໃຫ້ແກ່ຜູ້ດຳເນີນທຸລະກິດ ນຳເຂົ້າ-ສົ່ງອອກໃນການແຈ້ງ ພາສີ ໃຫ້ມີຄວາມໂປ່ງໃສ. ດັ່ງນັ້ນ ມາໃນວັນທີ 19 ກໍລະກົດ 2022 ຢູ່ທີ່ດ່ານສາກົນຂົວມິດຕະພາບ II ແຂວງສະຫວັນນະເຂດ, ກົມພາ ສີກະຊວງການເງິນ, ໄດ້ຈັດພິທີ ເປີດນຳໃຊ້ລະບົບແຈ້ງພາສີປະ ຕູດຽວແຫ່ງຊາດຂຶ້ນຢ່າງເປັນ ທາງການ.ກ່ຽວກັບການນຳໃຊ້ລະ ບົບແຈ້ງພາສີປະຕູດຽວທີ່ດ່ານສາ ກົນແຂວງສະຫວັນນະເຂດຄື: ດ່ານສາກົນຂົວມິດຕະພາບ II, ດ່ານສາກົນແດນສະຫວັນ ແລະ ດ່ານສາກົນປະຈຳເຂດເສດຖະກິດພິເສດສະຫວັນນະເຂດ (ທ່າບົກ) ໃຫ້ພ້ອມກັນຈັດຕັ້ງປະຕິບັດດັ່ງນີ້: 1. ໃຫ້ຜູ້ປະກອບການນຳເຂົ້າ-ສົ່ງ ອອກທຸກໆປະເພດສິນຄ້າ ຊຳລະຄ່າພາສີ, ອາກອນ ແລະພັນທະອື່ນໆ ຜ່ານໜ່ວຍບໍລິການ ຫຼື ລະບົບເອເລັກໂຕຣນິກຂອງທະນາຄານການຄ້າຕ່າງປະເທດ ລາວມະຫາຊົນ ແລະທະນາຄານ ພັດທະນາລາວຈຳກັດ ເຊັ່ນ: ລະບົບ Smart tax, i-Banking, BCEL One Corportate Banking, ເງິນໂອນ ແລະເງິນແຊັກຕາມລະບຽບການທີ່ກ່ຽວຂ້ອງ, 2. ...

Read More »

ສາຍການບິນຣັດເຊຍ I-Fly Airlines ກຽມເປີດເສັ້ນບິນໃໝ່

ສາຍການບິນຣັດເຊຍ I-Fly Airlines ກຽມເປີດເສັ້ນບິນໃໝ່”ວລາດິວັດສຕົກ ຣັດເຊຍ ສູ່ນະຄອນຫລວງວຽງຈັນ” 04 ຖ້ຽວ/ອາທິດ, ເລີ່ມສິງຫາ 2022 ສາມາດບິນຕົງ (ຜ່ານໜ່ານຟ້າ ສປຈີນ ແລະ ບໍ່ຜ່ານປະເທດທີ່ຂວໍ້າບາດຣັດເຊັຍ) ສໍາລັບພົນລະເມືອງລາວ ແມ່ນບໍ່ຕ້ອງຂໍວີຊາເຂົ້າຣັດເຊຍ (free visa) ມີໜັງສືຜ່ານແດນເຂົ້າໄປໄດ້ເລີຍ ເນື່ອງຈາກມີສັນຍາຍົກເວັ້ນວີຊາສຳລັບການທ່ອງທ່ຽວປະຊາຊົນສອງຊາດ! ຂໍ້ມູນ: Sourioudong Sundara

Read More »

ຖອດຖອນບົດຮຽນຈັດຕັ້ງປະຕິບັດ ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ

ຖອດຖອນບົດຮຽນ ໃນການຈັດຕັ້ງປະຕິບັດ ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງຢູ່ບັນດາແຂວງພາກເໜືອຂອງ ສປປ ລາວ. ວັນທີ 5 ພຶດສະພາ ນີ້ ທີ່ແຂວງຫຼວງນໍ້າທາ, ກົມເສດຖະກິດ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມພາຍ​ໃຕ້​ຫົວ​ຂໍ້ “ການ​ແລກປ່ຽນ ​ແລະ ຖອດ​ຖອນ​ບົດຮຽນ​ໃນ​ການຈັດ​ຕັ້ງ​ປະຕິບັດ ຂໍ້​ລິ​ເລີ່​ມ ໜືຶ່ງ​​ແລວ ໜຶ່ງ​ເສັ້ນທາງ ຢູ່​ບັນດາ​ແຂວງ​ພາກ​ເໜືອ​ຂອງ ສປປ ລາວ​” ກອງປະຊຸມຄັ້ງນີ້​​​ເປັນໜຶ່ງ​ໃນ​ກິດຈະກຳ​ສຳຄັນ​ທີ່​ໄດ້​ຮັບ​ການ​ສະໜັບສະໜູນ​ດ້ານ​ທຶນຮອນ​ຈາກ​ກອງ​ທຶນ​ພິ​ເສດ​ແມ່​ນໍ້າຂອງ-​ແມ່​ນໍ້າ​ລ້ານຊ້າງ ຊຶ່ງມີຜູ້ຕາງໜ້າຈາກບັນດາກົມພາຍໃນກະຊວງການຕ່າງປະເທດ, ບັນດາຂະແໜງການທີ່ກ່ຽວຂ້ອງຈາກສູນກາງ ແລະ 6 ແຂວງພາກເໜືອຂອງ ສປປ ລາວ ເຂົ້າຮ່ວມຄື: ແຂວງ ວຽງຈັນ, ຫຼວງພະບາງ, ອຸດົມໄຊ, ຫຼວງນໍ້າທາ, ບໍ່ແກ້ວ ແລະ ຜົ້ງສາລີ. ຈຸດປະສົງ​ຂອງກອງປະຊຸມ​ສໍາມະນາໃນ​ຄັ້ງ​ນີ້ ​ແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານການຮ່ວມມືພາຍໃຕ້ຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ຂອງ ສປປ ລາວ ​​​ໂດຍ​ສະ​ເພາະ​ບັນດາ​ແຂວງ​ພາກ​ເໜືອ ແນ​ໃສ່​ຂົນຂວາຍກຳລັງ​ແຮງ ​ແລະ ຍາດ​ແຍ່ງ​​ເອົາຜົນປະໂຫຍດດ້ານຕ່າງໆຈາກ ​ໂດຍ​ສະ​ເພາະ​ດ້ານ​ເສດຖະກິດ-ສັງຄົມ​, ການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ ​ແລະ ຄວາມ​ຮູ້ດ້ານ​ເຕັກນິກ​ວິທະຍາ​ສາດ. ...

Read More »

ສຶກສາຄວາມເປັນໄປໄດ້ໃນການສຳຫຼວດ ອອກແບບ ແລະ ກໍ່ສ້າງໂຄງການທາງດ່ວນ ແຕ່ເທສະບານເມືອງຫົວເມືອງ ແຂວງ ຫົວພັນ ຫາຊາຍແດນລາວ-ຫວຽດນາມ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາຄວາມເປັນໄປໄດ້ໃນການສຳຫຼວດ ອອກແບບ ແລະ ກໍ່ສ້າງໂຄງການທາງດ່ວນ ແລວທາງຕັດໃໝ່ ແຕ່ເທສະບານເມືອງຫົວເມືອງ ແຂວງຫົວພັນ ຫາຊາຍແດນລາວ-ຫວຽດນາມ (ດ່ານສາກົນນ້ຳໂສ້ຍ) ໃນຮູບແບບ BOT ລະຫວ່າງລັດຖະບານແຫ່ງ ສປປ ລາວ ແລະ ບໍລິສັດ ດາວຈະເລີນ ກໍ່ສ້າງສ້ອມແປງຂົວ-ທາງ ແລະ ການຄ້າ ຈຳກັດຜູ້ດຽວ ແລະ ບໍລິສັດ ທີ ເຮັດບີ ກຣຸບ ຈຳກັດຜູ້ດຽວ ຈັດຂຶ້ນວັນທີ 3 ພຶດສະພາ 2022 ທີ່ກະຊວງແຜນການ ແລະ ການລົງທຶນ (ຜທ). ທ່ານ ໄຕຣລັກ ວິສີສົມບັດ ໃຫ້ຮູ້ວ່າ: ໂຄງການກໍ່ສ້າງທາງດ່ວນແຕ່ເມືອງຫົວເມືອງໄປຫາຊາຍແດນ ຫວຽດນາມ (ຊາຍແດນນາແມວ) ແຂວງຫົວພັນ ການສຳຫຼວດໃນເບື້ອງຕົ້ນຂອງບໍລິສັດພວກເຮົານີ້ ແມ່ນ ການສຳຫຼວດເສັ້ນທາງຢູ່ໃນໄລຍະທີ 4 ຂອງໂຄງການກໍ່ສ້າງທາງດ່ວນ ເຊິ່ງໄລຍະທີ 1-3 ນັ້ນ ແມ່ນບໍລິສັດອື່ນໄດ້ເຊັນສັນຍາໄປກ່ອນໜ້ານີ້ແລ້ວ ສຳລັບໄລຍະທີ 4 ຂອງການກໍ່ສ້າງທາງດ່ວນ ມີຄວາມຍາວປະມານ 80 ກິໂລແມັດ. ການລົງສຳຫຼວດພື້ນທີ່ເພື່ອເກັບກຳຂໍ້ມູນເຮັດບົດສິ່ງແວດລ້ອມແມ່ນຈະໃຊ້ເວລາ ...

Read More »

ສະໜາມບິນສາກົນບໍ່ແກ້ວ ສໍາເລັດແລ້ວ 75%

ການກໍ່ສ້າງ ສະໜາມບິນ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມາຮອດປະຈຸບັນ ສໍາເລັດແລ້ວ 75% ຄາດວ່າ ຈະສາມາດເປີດສາຍການບິນ ພາຍໃນປະເທດໄດ້ ໃນທ້າຍປີ 2022. ສະໜາມບິນດັ່ງກ່າວ ແມ່ນຢູ່ໃກ້ເຂດເສດຖະກິດພິເສດ ສາມຫຼຽມທອງຄໍາ ກວມເນື້ອທີ 300 ຮຕ, ໂດຍຈະກາຍເປັນ ສະໜາມບິນແຫ່ງທີ 2 ພາຍໃນແຂວງ. ການກໍ່ສ້າງ ແມ່ນເລີ່ມມາແຕ່ ເດືອນກັນຍາ 2020 ໂດຍມີມູນຄ່າການກໍ່ສ້າງທັງໝົດ 175 ລ້ານ ໂດລາສະຫະລັດ ຊຶ່ງເປັນທຶນຈາກ Hong Kong-based Greater Bay Area Investment and Development (HK) Limited, ຊຶ່ງຢູ່ພາຍໃຕ້ ກຸ່ມບໍລິສັດ ດອກງິ້ວຄໍາ. ໄລຍະສໍາປະທານ ສະໜາມບິນດັ່ງກ່າວ ແມ່ນ 50 ປີ, ໂດຍສະໜາມບິນ ສາມາດຮອງຮັບ ເຮືອບິນຂະໜາດໃຫຍ່ ເຊັ່ນ: Boeing 747 ແລະ Airbus 320 ໄດ້. ອາຄານສະໜາມບິນ ...

Read More »