Tick & Tips

ອາກາດຮ້ອນໆແບບນີ້!!! ຈະຮັກສາລົດທີ່ເຮົາຮັກແນວໃດ ເພື່ອຄວາມປອດໄພ (ອ່ານເລີຍ)

ໃນໄລຍະອາກາດຮ້ອນໆແບບນີ້, ມີຫຼາຍຄົນເປັນຫ່ວງເລື່ອງລົດ ໂດຍສະເພາະແມ່ນຕົວເຄື່ອງ ແລະ ຢາງລົດ ອາດມີບັນຫາ ເພາະເສັ້ນທາງກໍຮ້ອນ ແລະ ຖ້າຕ້ອງເດີນທາງໄກ ຫຼື ຂີ່ລົດໄປໄກ ກໍບໍ່ຢາກເກີດເລື່ອງຂອງຢາງລົດ, ກົງລົດຫົວ ແລະ ອື່ນໆຕາມມາ…. ແນ່ນອນ. ສະນັ້ນ, ມືນີ້ ທາງທີມງານທາເກັດຈະມາແນະນໍາວີທີກວດ ແລະ ເບິ່ງແຍງຮັກສາອຸປະກອນປະຈໍາລົດ ເພື່ອໃຫ້ການເດີນທາງໃນໄລຍະລະດູຮ້ອນນັ້ນສະດວກສະບາຍຂຶ້ນ. ເລືອກຕິດຟີມກັນແສງທີ່ໄດ້ມາດຕະຖານ. ມີຄຸນສົມບັດໃນການຫຼຸດຄວາມຮ້ອນ ແລະ ສະທ້ອນແສງໃນລະດັບທີ່ເໝາະສົມ ຈະຫຼຸດຄວາມຮ້ອນ, ​ແສງແດດທີ່ເຮັດໃຫ້ຜູ້ຂັບຂີ່ຕ້ອງໄດ້ໃຊ້ສາຍຕາເບິ່ງເສັ້ນທາງ ເຊິ່ງມັນຈະສົ່ງຜົນໃຫ້ຜູ້ຂັບຂີ່ຢາກນອນງ່າຍກວ່າປົກກະຕິ ແລະ ບໍ່ຄວນຕິດຕັ້ງຟີມກັນແສງທີ່ສະທ້ອນແສງຫຼາຍເກີນໄປ.   ໝັ່ນທໍາຄວາມສະອາດແກ້ວໜ້າລົດ ແລະ ຫຼັງລົດຢູ່ຕະຫຼອດ. ສີດນໍ້າຢາເຊັດແກ້ວໜ້າ-ຫຼັງແລ້ວໃຊ້ຜ້າແຫ້ງ, ເຈ້ຍໜັງສືພິມ ເຊັດທໍາຄວາມສະອາດແລ້ວເປີດໃບປັດນໍ້າຝົນທໍາຄວາມສະອາດແກ້ວໜ້າ-ຫຼັງ ໂດຍຕື່ມນໍ້າຢາທໍາຄວາມສະອາດ ຫຼື ຢາສະຜົມລົງໄປໃນກະປຸກນໍ້າປັດໜ້າລົດເລັກນ້ອຍ ຈະຊ່ວຍລ້າງສິ່ງເປີ້ເປື້ອນ ແລະ ຂີ້ຝຸ່ນຕ່າງໆໄດ້ສະອາດຫຼາຍຂຶ້ນ ຊ່ວຍເຮັດໃຫ້ເບິ່ງເສັ້ນທາງໄດ້ແຈ້ງຂຶ້ນ ແຕ່ບໍ່ຄວນໃຊ້ທີ່ປັດນໍ້າຝົນທໍາຄວາມສະອາດໃນເວລາທີ່ແກ້ວແຫ້ງ ເພາະຈະເຮັດໃຫ້ແກ້ວໜ້າລົດເປັນຮອຍຂູດຂີດ ສົ່ງຜົນກະທົບຕໍ່ການເບິ່ງເຫັນເສັ້ນທາງ. ກວດເຊັກຍາງລົດໃຫ້ຢູ່ໃນສະພາບພ້ອມໃຊ້ງານຕະຫຼອດ. ໃນໄລຍະລະດູຮ້ອນພື້ນຖະໜົນມີອຸນຫະພູມສູງກວ່າປົກກະຕິ ເຮັດໃຫ້ອາກາດພາຍໃນຍາງລົດເພີ່ມຂຶ້ນ ຈະສົ່ງຜົນໃຫ້ຍາງເສື່ອມສະພາບໄວກວ່າປົກກະຕິ ແລະ ສ່ຽງຕໍ່ການເກີດລະເບີດໄດ້.   ກວດເຊັກເບິ່ງນໍ້າໃນໝໍ້ນໍ້າຢູ່ຕະຫຼອດ. ກວດເຊັກເບິ່ງນໍ້າໃຫ້ຢູ່ໃນລະດັບທີ່ເໝາະສົມ ບໍ່ໜ້ອຍ ຫຼື ຕໍ່າກວ່າເກນທີ່ກໍານົດ ...

Read More »